ຜູ້ກໍ່ຕັ້ງ Vinfast ໄດ້ສ້າງຕັ້ງບໍລິສັດພັດທະນາສະຖານີສາກໄຟລົດໄຟຟ້າທົ່ວໂລກ

07:38 | 21/03/2024

ຍສໝ - ຮ່າໂນ້ຍ, ວັນທີ 18 ມີນາ 2024 - ປະທານກຸ່ມບໍລິສັດ Vingroup, ທັງເປັນຜູ້ກໍ່ຕັ້ງບໍລິສັດ VinFast - ທ່ານ ຟ້າມເຍີດເວື່ອງ ໄດ້ປະກາດສ້າງຕັ້ງບໍລິສັດພັດທະນາສະຖານີສາກໄຟທົ່ວໂລກ V-GREEN. ເປົ້າໝາຍຂອງ V-GREEN ແມ່ນເພື່ອລົງທຶນພັດທະນາລະບົບພື້ນຖານໂຄງລ່າງສະຖານີສາກໄຟລົດ ເພື່ອໜູນຊ່ວຍສູງສຸດໃຫ້ VinFast ຂະຫຍາຍໄປທົ່ວໂລກຢ່າງວ່ອງໄວ, ພ້ອມກັນນັ້ນ ກໍ່ເຮັດໃຫ້ ຫວຽດນາມ ເປັນໜຶ່ງໃນບັນດາປະເທດທີ່ມີຄວາມໜາແໜ້ນຂອງສະຖານີສາກໄຟລົດໄຟຟ້າໃຫຍ່ທີ່ສຸດໃນໂລກ.

VinFast ຈະເປັນບໍລິສັດຜູ້ຜະລິດລົດຍົນໄຟຟ້າແຫ່ງທຳອິດໃນໂລກທີ່ນໍາໃຊ້ເຕັກໂນໂລຊີລະບຸຕຳແໜ່ງໃນທົ່ວໂລກ VinFast ຈະເປັນບໍລິສັດຜູ້ຜະລິດລົດຍົນໄຟຟ້າແຫ່ງທຳອິດໃນໂລກທີ່ນໍາໃຊ້ເຕັກໂນໂລຊີລະບຸຕຳແໜ່ງໃນທົ່ວໂລກ
ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດສະຫຼອງໂຮງງານລົດໂອໂຕ VinFast ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດສະຫຼອງໂຮງງານລົດໂອໂຕ VinFast

ບໍລິສັດ V-GREEN ໂດຍຜູ້ກໍ່ຕັ້ງ VinFast ສ້າງຕັ້ງຂຶ້ນ ດ້ວຍມາດຕາສ່ວນກຳມະສິດ 90% ຫຸ້ນສ່ວນ, ໄດ້ແຍກອອກຈາກພາກສ່ວນພັດທະນາສະຖານີສາກໄຟຂອງບໍລິສັດລົດໄຟຟ້າ VinFast. V-GREEN ຈະເຄື່ອນໄຫວຢ່າງເອກະລາດໃນບົດບາດເປັນຄູ່ຮ່ວມມືພັດທະນາເຄືອຂ່າຍສະຖານີສາກໄຟສໍາລັບ VinFast ໃນຂອບຂະໜາດທົ່ວໂລກ. ຕາມ​ນັ້ນ​ແລ້ວ, ບໍລິສັດ​ຈະ​ຮັບຜິດຊອບ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ລົດ​ໄຟຟ້າ​ທັງ​ໝົດ, ຜ່ານ​ນັ້ນ ກໍ່​ຫຼຸດຜ່ອນ​ຄວາມ​ກົດ​ດັນ​ດ້ານ​ການ​ເງິນ ​ແລະ ຜັນຂະຫຍາຍສຳລັບ VinFast ​ເພື່ອ​ໃຫ້​ບໍລິສັດ​ລົດສຸມໃສ່ເປີດກ້ວາງທ້ອງຕະຫຼາດ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

ຜູ້ກໍ່ຕັ້ງ Vinfast ໄດ້ສ້າງຕັ້ງບໍລິສັດພັດທະນາສະຖານີສາກໄຟລົດໄຟຟ້າທົ່ວໂລກ

ຜູ້ກໍ່ຕັ້ງ Vinfast ໄດ້ສ້າງຕັ້ງບໍລິສັດພັດທະນາສະຖານີສາກໄຟລົດໄຟຟ້າທົ່ວໂລກ

ນອກຈາກນັ້ນ, ດ້ວຍ​ເປົ້າ​ໝາຍ​ທີ່​ຈະ​ແຈ້ງ​ໃນ​ການ​ພັດທະນາ​ລະບົບ​ນິ​ເວດ​ສີຂຽວ, ປະກອບສ່ວນ​ຊຸກຍູ້​ວິວັດການ​ຫັນ​ເປັນຄົມມະນາຄົມ​ໄຟຟ້າ, V-GREEN ຈະ​ມີ​ກາລະ​ໂອກາດ​ສະດວກ​ກວ່າ​ອີກ​ໃນ​ການ​​ເຂົ້າ​ເຖິງ ​ແລະ ລະດົມ​ແຫຼ່ງທຶນ​ສີຂຽວ ດ້ວຍ​ອັດຕາ​ດອກ​ເບ້ຍ​ບຸລິມະສິດ, ຜ່ານນັ້ນ ກໍ່ໜູນຊ່ວຍ VinFast ​ເປີດ​ກວ້າງ​ທ້ອງຕະຫຼາດ​ສາກົນ​ໂດຍ​ໄວ.

​ໃນ​ໄລຍະ​ທຳ​ອິດ, V-GREEN ຈະ​ຊອກ​ຫາ​ສະຖານ​ທີ່​ ​ແລະ​ ຄູ່​ຮ່ວມ​ມື​ໂດຍ​ກົງ ​ເພື່ອ​ສ້າງ, ເປີດກ້ວາງເຄືອຂ່າຍສະຖານີ​ສາກ​ໄຟ​ຢູ່​ບັນດາ​ທ້ອງຕະຫຼາດ​ສຳຄັນ​ໃນ​ທົ່ວ​ໂລກ, ພ້ອມ​ກັນນັ້ນ ກໍ່ຮ່ວມ​ມື​ກັບບັນດາຄູ່ຮ່ວມມືທີ່ແມ່ນຫົວໜ່ວຍສະໜອງສະຖານີ​ສາກ​ໄຟຝ່າຍ​ທີ 3 ​ເພື່ອ​ສະໜອງ​ການ​ບໍລິການ​ສາກ​ໄຟໃຫ້ແກ່ເຈົ້າຂອງ​ລົດໄຟຟ້າ VinFast.​

ຢູ່​ ຫວຽດນາມ, V-GREEN ຈະ​ຮັບຜິດຊອບ​ການ​ເຄື່ອນ​ໄຫວ, ຄຸ້ມ​ຄອງ​ລະບົບ​ສະຖານີ​ສາກ​ໄຟ​ທີ່ມີຢູ່ແລ້ວ​ຂອງ VinFast, ພ້ອມກັນນັ້ນ ກໍ່ຈະ​ລົງທຶນ​ຕື່ມ​ອີກ 10.000 ຕື້​ດົ່ງ​ໃນ​ໄລຍະ 2 ປີ​ຕໍ່ໜ້າ ​ເພື່ອສ້າງໃໝ່, ຍົກ​ລະດັບ, ເຮັດສຳເລັດລະບົບ. ໂດຍການຍົກ​ຍອດ​ຈຳນວນ​ການ​ລົງທຶນ​ເຂົ້າ​ໃນ​ພື້ນຖານ​ໂຄງ​ລ່າງ 3 ​ເທົ່າ​ເມື່ອ​ທຽບ​ໃສ່ແຜນການ​ເດີມ​ຂອງ VinFast, V-GREEN ມຸ່ງ​ໄປ​ເຖິງ​ເປົ້າໝາຍໃຫ້ສະຖານີ​ສາກ​ໄຟປົກຄຸມ​ໃນ​ທົ່ວ​ປະ​ເທດ ​ແລະ ​ເຮັດ​ໃຫ້ ຫວຽດນາມ ​ເປັນ​ປະ​ເທດ​ນຳ​ໜ້າ​ຂອງ​ໂລກ ກ່ຽວ​ກັບ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ສະຖານີ​ສາກ​ສຳລັບ​ລົດ​ໄຟຟ້າ.

ພາຍຫຼັງ 5 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ​ໂດຍ​ອີງ​ຕາມ​ແຕ່ລະທ້ອງຕະຫຼາດ ກໍຄືຄວາມສາມາດລະດົມຕົວ​ຈິງ, V-GREEN ອາດ​ຈະ​ສາມາດຊັ່ງຊາປ່ຽນເປັນຮູບ​ແບບ​ທຸລະ​ກິດ​ບໍລິການ​ສາກ​ໄຟ​ລົດ​ໄຟຟ້າໃຫ້​ບັນດາ​ບໍລິສັດ​ລົດໄຟຟ້າ​ອື່ນ ນອກຈາກ VinFast.

ທ່ານ ຫງວຽນດຶກແທ່ງ - ຜູ້ອຳນວຍການໃຫຍ່ V-GREEN ໃຫ້ຮູ້ວ່າ: “ການຕັດສິນໃຈສ້າງຕັ້ງ V-GREEN ແມ່ນບາດກ້າວຍຸດທະສາດຂອງຜູ້ກໍ່ຕັ້ງ VinFast ໃນການໜູນຊ່ວຍ, ຊຸກຍູ້ກໃຫ້ VinFast ພັດທະນາແບບຍືນຍົງ, ຄວາມໝັ້ນຄົງໃນຂອບຂະໜາດທົ່ວໂລກ ຢ່າງເຂັ້ມແຂງ. ການທີ່ທ່ານ ຟ້າມເຍີດເວື່ອງ ກຽມພ້ອມ​ນຳ​ໃຊ້​ຊັບ​ສິນ​ສ່ວນ​ຕົວ​ເພື່ອ​ສ້າງ​ຕັ້ງ V-GREEN ເພື່ອຫຼຸດຜ່ອນ​ຄວາມ​ກົດ​ດັນ​ດ້ານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ໃຫ້ VinFast, ໜູນ​ຊ່ວຍ​ສູງ​ສຸດ​ໃຫ້​ແກ່​ບໍລິສັດລົດພັດທະນາ ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຢ່າງແຮງໃນການຊຸກຍູ້​ຄົມມະນາຄົມສີຂຽວ​ຢູ່ ຫວຽດນາມ ​ແລະ ​ໃນ​ໂລກ”.

ຕາມ​ແຜນການ​ແລ້ວ, ​ໃນ​ປີ 2024, VinFast ຈະເປີດກ້ວາງການເຄື່ອນໄຫວ​ຜະລິດ, ດຳ​ເນີນ​ທຸລະ​ກິດຢ່າງໜ້ອຍສຸດ​ເຖິງ 50 ປະ​ເທດ​ໃນ​ທົ່ວ​ໂລກ. ນອກຈາກບັນດາທ້ອງຕະຫຼາດທີ່ສໍາຄັນເຊັ່ນ: ອາເມລີກາ, ການາດາ ແລະ ເອີຣົບ, VinFast ກໍາລັງຂະຫຍາຍອອກຢ່າງແຮງໄປຍັງບັນດາປະເທດເພື່ອນບ້ານໃນພາກພື້ນ ອາຊີ ເຊັ່ນ ອິນເດຍ, ອິນໂດເນເຊຍ, ໄທ, ຟີລິບປິນ ... ຕາເວັນອອກກາງ ຫຼື ຫຼ້າສຸດແມ່ນ ອາຟຣິກາ ດ້ວຍບັນດາທ້ອງຕະຫຼາດທຳອິດຄື ​ໄນ​ຈີ​ເຣຍ, ການ​າ... ນອກຈາກ ​ຫວຽດນາມ​ ແລ້ວ, VinFast ກໍ່ພວມສົ່ງເສີມການ​ກໍ່ສ້າງ​ໂຮງງານ​ຜະລິດ​​ລົດໄຟຟ້າ​ຢູ່​ ອາ​ເມ​ລິ​ກາ, ອິນ​ເດຍ ​ແລະ ອິນ​ໂດ​ເນ​ເຊຍ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.