WVI ອຸປະຖຳ ​ເກືອບ 48 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ເດັກນ້ອຍ​ທຸກ​ຍາກ​ຢູ່​ເມືອງ ບ໋າເທຶອກ​

21:09 | 24/03/2024

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ແທງ​ຮວ໋າ ຫາ​ກໍ່​ໄດ້​ມີມະຕິ​ເລກທີ 1037/QĐ-UBND ວ່າດ້ວຍການອະນຸມັດ​ການ​ຮັບ​ເງິນ​ອຸປະຖຳ ເພື່ອ​ປະຕິບັດ​ໂຄງການ​ເຂດ ບ໋າເທຶອກ​ 2 ຢູ່​ເມືອງ ບ໋າເທຶອກ​, ​ແຂວງ​ ແທງ​ຮວ໋າ ​ໂດຍ​ອົງການ World Vision International (WVI) ອາ​ເມ​ລິ​ກາ - ຫ້ອງການຜູ້ຕາງໜ້າ​ຢູ່ ​ຫວຽດນາມ ​​ອຸປະຖຳ​ດ້ວຍ​ຍອດ​ຈຳນວນ​ທຶນໂຄງການ​ເກືອບ 48 ຕື້​ດົ່ງ.

ດານັງ ຈະ​ໜູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ ຝະລັ່ງ ດານັງ ຈະ​ໜູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ ຝະລັ່ງ
ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ

​ໂຄງການ​ເຂດ ບ໋າເທຶອກ 2 ໂດຍ​ອົງການ World Vision International (WVI) ອາ​ເມ​ລິ​ກາ - ຫ້ອງການຜູ້ຕາງໜ້າ​ຢູ່ ​ຫວຽດນາມ ​ອຸປະຖຳ​ກ່ຽວກັບເປົ້າໝາຍມຸ່ງໄປເຖິງຮັບປະກັນຊີວິດແບບ​ຍືນ​ຍົງ​ໃຫ້​ແກ່​ເດັກ​ນ້ອຍທຸກ​ຍາກ, ພິເສດ​ແມ່ນ​ເດັກ​ທີ່​ຖືກຄວາມສ່ຽງງ່າຍ​ທີ່​ສຸດ​ຢູ່​ບັນດາ​ຕາ​ແສງ​ຄື: ແທງ​ເລີ່ມ, ໂຄ໋ຫຼູ່ງ, ຫຼູ່ງກ່າວ, ເລືອງຈຸ່ງ ແລະ ​ເລືອງ​ໂນ້ຍ ຂຶ້ນກັບ ​ເມືອງ ບ໋າເທຶອກ (​ແຂວງ ແທງ​ຮວ໋າ).

ລາຍການນີ້ມີ 4 ໂຄງ​ການ. ໂຄງການສາທາລະນະສຸກ ແລະ ໂພຊະນາການ ດ້ວຍເປົ້າໝາຍຫຼຸດຜ່ອນການຕິດເຊື້ອ ແລະ ພະຍາດຕ່າງໆໃນເດັກອາຍຸຕ່ຳກວ່າ 5 ປີ ລວມມີ: ປັັບປຸງການປະຕິບັດເບິ່ງແຍງດ້ານສຸຂະພາບ ແລະ ໂພຊະນາການໃນເດັກອາຍຸຕ່ຳກວ່າ 5 ປີ ແລະ ແມ່ຍິງຖືພາໃຫ້ດີຂຶ້ນ; ປັບປຸງການປະຕິບັດກ່ຽວກັບນໍ້າສະອາດ, ອະນາໄມສິ່ງແວດລ້ອມ, ອະນາໄມສ່ວນຕົວໃຫ້ດີຂຶ້ນ ເພື່ອປ້ອງກັນການຕິດເຊື້ອ ແລະ ພະຍາດໃນເດັກ; ປັບປຸງສິ່ງແວດລ້ອມຜັນຂະຫຍາຍ ແລະ ປະຕິບັດບັນດານະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ສຸຂະພາບ, ໂພຊະນາ​ການ ​ແລະ ນ້ຳ​ສະອາດ, ອະນາໄມສິ່ງແວດລ້ອມ ແລະ ອະນາໄມສ່ວນຕົວໃຫ້ດີຂຶ້ນ.

WVI ອຸປະຖຳ ​ເກືອບ 48 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ເດັກນ້ອຍ​ທຸກ​ຍາກ​ຢູ່​ເມືອງ ບ໋າເທຶອກ​

​ໂຄງການ​ເຂດ ບ໋າເທຶອກ 2 ມຸ່ງໄປເຖິງຮັບປະກັນຊີວິດແບບ​ຍືນ​ຍົງ​ໃຫ້​ແກ່​ເດັກ​ນ້ອຍທຸກ​ຍາກ, ພິເສດ​ແມ່ນ​ເດັກ​ທີ່​ຖືກຄວາມສ່ຽງງ່າຍ​ທີ່​ສຸດ - (ພາບ: ສະຖານີ PTTT ແທງ​ຮວ໋າ).

ໂຄງການປົກປ້ອງເດັກ ແລະ ການເຂົ້າຮ່ວມຂອງເດັກ ດ້ວຍເປົ້າໝາຍໃຫ້ເດັກຊາຍ ແລະ ເດັກຍິງ ໄດ້ຮັບການປົກປ້ອງຈາກການຖືກກະທຳ, ການໃຊ້ຄວາມຮຸນແຮງ ແລະ ເຂົ້າຮ່ວມຂະບວນການຕັດສິນໃຈ, ໂດຍສະເພາະ: ເດັກຊາຍ ແລະ ເດັກຍິງ, ພິເສດແມ່ນບັນດາເດັກທີ່​ຖືກຄວາມສ່ຽງງ່າຍ​ທີ່​ສຸດ​ ໄດ້ມີກຳລັງຄວາມສາມາດ ແລະ ສຽງເວົ້າໃນການປົກປ້ອງຕົນເອງ ແລະ ໝູ່ເພື່ອນຂອງເຂົາເຈົ້າຈາກການຖືກກະທຳ, ກສຍໃຊ້ຄວາມຮຸນແຮງ; ຊຸມຊົນ, ລວມທັງພໍ່ແມ່ ແລະ ຜູ້ເບິ່ງແຍງ, ສະແດງໃຫ້ເຫັນບັນດາພຶດຕິກໍາທີ່ຮັບປະກັນສະພາບແວດລ້ອມການດູແລ ແລະ ການປົກປ້ອງໃຫ້ເດັກຊາຍ ແລະ ເດັກຍິງທຸກຄົນ, ພິເສດແມ່ນບັນດາເດັກທີ່​ຖືກຄວາມສ່ຽງງ່າຍ​ທີ່​ສຸດ.

ພ້ອມ​ກັນ​ນັ້ນ, ​ໂຄງການ​ນີ້ກໍ​ລວມມີ: ບັນດາກົນໄກປົກ​ປ້ອງ​ເດັກ​ທີ່ໄດ້ເພີ່ມທະວີ ເພື່ອຮ່ວມ​ມື​ໃນ​ການ​ສະໜອງ​ການ​ບໍລິການ​ປົກ​ປ້ອງ​ເດັກທີ່​ມີ​ຄຸນ​ນະພາ​ບຢ່າງປະສິດທິ​ຜົນ​, ເພື່ອປົກ​ປ້ອງເດັກທີ່​ຖືກຄວາມສ່ຽງງ່າຍຕໍ່ທຸກ​ຮູບ​ການຖືກກະທຳ, ການໃຊ້ຄວາມຮຸນແຮງ; ເພີ່ມທະວີຄວາມຮັບຜິດຊອບອະທິບາຍ ແລະ ການປະຕິບັດນະໂຍບາຍປົກປ້ອງເດັກ.

ໂຄງ​ການຫາລ້ຽງຊີບດ້ວຍເປົ້າ​ໝາຍ​ໃຫ້​ຄອບ​ຄົວ​ມີ​ລາຍ​ຮັບ​ທີ່​ໝັ້ນ​ຄົງ​ປະ​ກອບ​ສ່ວນ​ເຂົ້າໃນການຮັບປະກັນຊີວິດ​ການເປັນຢູ່ຂອງເດັກ, ​ລະອຽດ​ແມ່ນ: ເພີ່ມ​ທະ​ວີ​ຜະລິດຕະຜົນບັນດາຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ແລະ ປອດ​ກະ​ສິ​ກຳ​ແບບ​ຍືນ​ຍົງ; ປັບປຸງການເຂົ້າເຖິງທ້ອງຕະຫຼາດ ແລະ ຄວາມສາມາດແກ່ງແຍ້ງສໍາລັບຄົວເຮືອນ.

ໂຄງ​ການຊຸມຊົນເຂົ້າຮ່ວມ ແລະ ອຸປະຖຳເດັກດ້ວຍເປົ້າໝາຍໃນການກໍ່ສ້າງຊຸມຊົນທີ່ມີຄວາມເຊື່ອໝັ້ນ ແລະ ເບິ່ງແຍງເດັກຢ່າງບໍ່ຢຸດຢັ້ງໃນບັນດາເຂດໂຄງການ, ລະອຽດ: ຄະນະຄຸ້ມຄອງໂຄງການຂັ້ນເມືອງ, ຕາແສງ, ຄະນະພັດທະນາບ້ານ ແລະ ຊຸມຊົນເລກທີ 3 ສ້າງແຜນງານ, ປະຕິບັດ, ຕິດຕາມ ແລະ ກວດກາຄືນບັນດາການແຊກແຊງ.

ນອກຈາກນັ້ນ, ຄູ່ຮ່ວມງານຂອງຊຸມຊົນ ກໍໄດ້ນໍາໃຊ້ການອຸປະຖຳເດັກເພື່ອດູແລເດັກນ້ອຍ, ນໍາເອົາປະສົບການທີ່ອຸດົມສົມບູນໄປສູ່ຊີວິດຂອງເດັກຊາຍ ແລະ ເດັກຍິງ, ຄອບຄົວ, ຊຸມຊົນ ແລະ ຜູ້ອຸປະຖຳ; ເພີ່ມທະວີຄວາມສາມາດໃນການຕ້ານທານຂອງຊຸມຊົນເພື່ອຮັບມືກັບໄພທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.