ວຽກງານການຕ່າງປະເທດ ໄດ້ປະກອບສ່ວນປົກປັກຮັກສາປະເທດຊາດແຕ່ໂດຍໄວ ແລະ ແຕ່ໄກ

16:10 | 05/03/2024

ຍສໝ - ວັນ​ທີ 26 ກຸມພາ ຢູ່​ ຮ່າ​ໂນ້ຍ, ກ່າວ​ຄຳ​ປາໄສທີ່​ການ​ພົບ​ປະ​ກັບ​ຫົວໜ້າ​ອົງການ​ຜູ້ຕາງໜ້າ ​ຫວຽດນາມ ປະຈຳຕ່າງປະ​ເທດ​ ອາຍຸການ 2024 – 2027, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ ຫວຽດນາມ ໂຕ່ເລີມ ​ໃຫ້​ຮູ້​ວ່າ: ການ​ຜັນຂະຫຍາຍວຽກງານການຕ່າງປະເທດ ​ກໍ່​ແມ່ນມາດຕະການປົກ​ປັກ​ຮັກສາ​ຄວາມ​​ໝັ້ນຄົງ​ແຫ່ງ​ຊາດ ​ແລະ ຄວາມເປັນລະບຽບ, ຄວາມປອດໄພ​ທາງສັງຄົມ​ແຕ່ໂດຍ​ໄວ ແລະ ແຕ່ໄກ, ປະກອບສ່ວນ​ຮັກສາຄວາມສະຖຽນ​ລະ​ພາບຂອງ​ປະ​ເທດຊາດ, ກໍ່​ຄື​ສັນຕິພາບ, ຄວາມສະຖຽນ​ລະ​ພາບຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ; ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື, ຍົກສຸງທີ່​ຕັ້ງ​ຂອງ​ປະ​ເທດຊາດ​ໃນ​ເວທີ​ສາກົນ.

ນະ​ຄອນ ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງວຽງ​ຈັນ ຈັດ​ການ​ໂອ້​ລົມ​ສົນ​ທະ​ນາແບ​ບ​ທາງ​ໄກ ນະ​ຄອນ ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງວຽງ​ຈັນ ຈັດ​ການ​ໂອ້​ລົມ​ສົນ​ທະ​ນາແບ​ບ​ທາງ​ໄກ
ບັນ​ດາ​ປະ​ເທດ​ຕ້ອງ​ຍາດ​ແຍ້ງ​ທັງ​ກາ​ລະ​ໂອ​ກາ​ດ ແລະ ສິ່ງ​ທ້າ​ທາຍ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ບັນ​ດາ​ກົນ​ໄກ​ການ​ຄ້າ ຫຼາຍ​ຝ່າຍ ບັນ​ດາ​ປະ​ເທດ​ຕ້ອງ​ຍາດ​ແຍ້ງ​ທັງ​ກາ​ລະ​ໂອ​ກາ​ດ ແລະ ສິ່ງ​ທ້າ​ທາຍ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ບັນ​ດາ​ກົນ​ໄກ​ການ​ຄ້າ ຫຼາຍ​ຝ່າຍ

ທ່ານ​ລັດຖະມົນຕີ ໃຫ້ຮູ້ວ່າ: ​ໃນ​ສະພາບ​ການ​ໂລກທີ່ຜັນແປສັບສົນຢ່າງສັບສົນ, ຄາດເດົາ​ໄດ້ຍາກ, ວຽກ​ງານ​ການ​ຕ່າງປະ​ເທດ​ຍັງສາມາດບັນລຸ​ໄດ້​ຫຼາຍ​ຜົນງານ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບເພື່ອພັດທະນາ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ. ບັນດາ​ໝາກຜົນ, ​ຜົນງານ​ນັ້ນ ​ໄດ້​ມີຄວາມປະກອບສ່ວນຂອງບັນດາອົງການ​ຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະ​ເທດ ​ດ້ວຍບົດບາດເປັນຂົວ​ຕໍ່​ລະຫວ່າງ ຫວຽດນາມ ກັບໂລກ, ​ເປັນ​ບ່ອນອີງຂອງປະຊາຄົມຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ.

ທ່ານ​ລັດຖະມົນຕີ ​ໄດ້ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ ກັບກະຊວງ​ຕຳຫຼວດ​ ເວົ້າ​ລວມ, ລະຫວ່າງ​ບັນດາ​ອົງການຜຄ້​ຕາງໜ້າ​ການ​ທູດ​ ຫວຽດນາມ ປະຈຳຕ່າງປະ​ເທດ ກັບບັນດາ​ຫົວໜ່ວຍ​ທີ່​ຂຶ້ນກັບ​ກະຊວງ​ຕຳຫຼວດ ​ເວົ້າ​ສະ​ເພາະ ​ໃນ​ການ​ຜັນຂະຫຍາຍບັນດາໜ້າທີ່ວຽກງານ​ການ​ຕ່າງປະ​ເທດ​ໃນ​ໄລຍະທີ່ຜ່ານມາ. ທ່ານ​ລັດຖະມົນຕີ ​ຢືນຢັນ​ວ່າ ກະຊວງ​ຕຳຫຼວດ​ ຍາມ​ໃດ​ກໍ່​ຖື​ວຽກ​ງານ​ການ​ຕ່າງປະ​ເທດ, ການ​ຮ່ວມ​ມື​ສາກົນ​ແມ່ນ​ໜ້າທີ່ສຳຄັນ​ທີ່​ສຸດ.

ວຽກງານການຕ່າງປະເທດ ໄດ້ປະກອບສ່ວນປົກປັກຮັກສາປະເທດຊາດແຕ່ໂດຍໄວ ແລະ ແຕ່ໄກ

ທ່ານ​ລັດຖະມົນຕີກະຊວງ​ຕຳຫຼວດ ຫວຽດນາມ ໂຕ່ເລີມ (ຂວາ) ກ່າວຄຳປາໄສທີ່ການພົບພະ ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2024 - 2027 ວັນທີ 26 ກຸມພ 2024

ທ່ານ​ລັດຖະມົນຕີ ໂຕ່ເລີມ ໄດ້ສະແດງຄວາມຊົມ​ເຊີຍ​ບັນດາ​ຫົວໜ້າ​ອົງການ​ຜູ້ຕາງໜ້າ​ທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈມອບໜ້າທີ່ຕາງໜ້າ ຫວຽດນາມ ​ຢູ່​ຕ່າງປະ​ເທດ​ຈາກ​ພັກ, ລັດ ​ແລະ ປະຊາຊົນ. ທ່ານ​ກໍສະເໜີ​ໃຫ້​ບັນດາ​ຫົວໜ້າ​ອົງການ​ຜູ້ຕາງໜ້າ​ ຈົ່ງສືບ​ຕໍ່​ເຊື່ອມຊຶມຢ່າງ​ເລິກ​ເຊິ່ງບັນດາ​ທັດສະນະ, ແຜນນະໂຍບາຍ, ທິດ​ທາງ​ຂອງ​ພັກ, ລັດ ກ່ຽວ​ກັບ​ການ​ຕ່າງປະ​ເທດ ເວົ້າລວມ, ການ​ຕ່າງປະ​ເທດ​ໃນ​ຂົງ​ເຂດ​ການ​ເມືອງ - ຄວາມ​ໝັ້ນຄົງ ​ເວົ້າ​ສະ​ເພາະ. ຢຶດໝັ້ນເປົ້າໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະ ສັງຄົມ​ນິຍົມ, ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາດ​ອັນສູງ​ສຸດ. ໝູນໃຊ້ການ​ປະດິດ​ສ້າງ "ການທູດໄມ້ໄຜ່" ໃນການພົວພັນກັບຄູ່ຮ່ວມມື. ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ກະຊວງ​ຕຳຫຼວດ ​ແລະ ກະຊວງ​ການ​ຕ່າງປະ​ເທດ, ລະຫວ່າງ​ບັນດາຫົວໜ່ວຍຂອງກະຊວງ​ຕຳຫຼວດ ​ແລະ ບັນດາ​ອົງການ​ຜູ້ຕາງໜ້າ ​ຫວຽດນາມ ຜະຈຳ​ຕ່າງປະ​ເທດ​ໃນ​ທຸກດ້ານວຽກງານ...

ພ້ອມ​ກັນ​ນັ້ນ, ບັນດາ​ຫົວໜ້າ​ອົງການ​ຜູ້ຕາງໜ້າ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ພັດທະນາ, ເປີດກ້ວາງ ​ແລະ ລົງ​ເລິກ​ການພົວພັນຮ່ວມມືລະຫວ່າງ​ກະຊວງ​ຕຳຫຼວດ ກັບ ບັນດາ​ອົງການ​ປະຕິບັດ​ກົດໝາຍ​ຂອງ​ບັນດາປະ​ເທດ​ຕ່າງໆ​, ບັນດາກ້າວໃຫ້ການຮ່ວມມືກ້າວເຂົ້າສູ່ລວງເລິກຢ່າງມີປະສິດທິຜົນ. ຜ່ານ​ນັ້ນ ໜຸມຊ່ວຍໃຫ້​ກະຊວງ​ຕຳຫຼວດ​ນັບ​ມື້​ນັບ​ຕັ້ງໜ້າ, ມີ​ປະສິດທິ​ຜົນ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ຂົງ​ເຂດໝັ້ນຄົງສະຫງົບ ທີ່ເໝາະສົມກັບ​ແນວ​ຄິດ​ໃໝ່ ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ເພື່ອຮັບປະກັນຜົນປະໂຫຍດແຫ່ງຊາດ; ຕັ້ງໜ້າຄົ້ນຄວ້າ, ການເປັນເສນາທິການຜັນຂະຫຍາຍວຽກງານຂໍ້ມູນ, ເຜີຍແຜ່ກ່ຽວກັບບັນດາບັນຫາຮ້ອນ, ໄດ້ຮັບການໜູນຊ່ວຍຈາກປະຊາຄົມສາກົນ, ໜູນຊ່ວຍ ຫວຽດນາມ, ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບແນວທາງ, ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ; ສືບ​ຕໍ່​ສົມທົບ​ກັບ​ອົງການທີ່ມີໜ້າທີ່ປະຈຳຖິ່ນ​ເຮັດ​ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ ຫວຽດນາມ, ໜູນ​ຊ່ວຍ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ຢ່າງດີ...

ກ່າວ​ຄຳປາໄສ​ນະ​ທີ່ເຫດການ, ທ່ານຮອງ​ລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນມິງຫວູ ເນັ້ນ​ໜັກ​ວ່າ: ວຽກ​ງານ​ການ​ຕ່າງປະ​ເທດຕຳຫຼວດ​ປະຊາຊົນ ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ບັນດາ​ຜົນງານ​ລວມຂອງ​ວຽກ​ງານ​ການ​ຕ່າງປະ​ເທດ. ກະຊວງ​ການ​ຕ່າງປະ​ເທດ ເວົ້າລວມ ແລະ ບັນດາ​ອົງການ​ຜູ້ຕາງໜ້າ​ການ​ທູດ​ຫວຽດນາມ ປະຈຳຕ່າງປະ​ເທດ ​ເວົ້າ​ສະ​ເພາະ ຈະສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຫົວໜ່ວຍທີ່ມີໜ້າທີ່ຂອງ​ກະຊວງ​ຕຳຫຼວດ​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນ​ຊຸກຍູ້​ວຽກງານການ​ຕ່າງປະ​ເທດ, ຮັບໃຊ້ໜ້າທີ່​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມໃຫ້ເປັນຢ່າງດີ.

ມິງດຶກ

ເຫດການ
302 Found

Found

The document has moved here.