ເຝີ 50,000 ຖ້ວຍຮັບໃຊ້ແຂກມາຊິມອາຫານໃນງານ Festival ເຝີ 2024

07:06 | 21/03/2024

ຍສໝ - ພາຍຫຼັງ 3 ວັນ​ຂອງ​ການ​ຈັດ​ຕັ້ງ (15-17 ມີນາ), ງານບຸນເຝີ 2024 ຢູ່​ນະ​ຄອນ ນາມດິ້ງ ໄດ້​ດຶງ​ດູດ​ປະຊາຊົນ ແລະ ນັກ​ທ່ອງ​ທ່ຽວ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ. ເຝີ ປະມານ 50.000 ຖ້ວຍ​ ໄດ້​ມາຮັບໃຊ້ແຂກທີ່ມາຊິມອາຫານ ເນື່ອງໃນ​ໂອກາດ​ນີ້.

ຄົນອອກແຮງງານເກືອບ 3.000 ຄົນຈະສາມາດເດີນທາງດ້ວຍລົດໄຟ ແລະ ຍົນໂດຍບໍ່ເສຍຄ່າກັບເມືອບ້ານເພື່ອຕ້ອນຮັບບຸນປີໃໝ່ປີ 2024 ຄົນອອກແຮງງານເກືອບ 3.000 ຄົນຈະສາມາດເດີນທາງດ້ວຍລົດໄຟ ແລະ ຍົນໂດຍບໍ່ເສຍຄ່າກັບເມືອບ້ານເພື່ອຕ້ອນຮັບບຸນປີໃໝ່ປີ 2024
ພູ​ກວກ​ ແມ່ນ​ໜຶ່ງ​ໃນ 50 ແຫຼ່ງ​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ໃນ​ປີ 2024 ພູ​ກວກ​ ແມ່ນ​ໜຶ່ງ​ໃນ 50 ແຫຼ່ງ​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ໃນ​ປີ 2024

ງານ Festival ເຝີ 2024 ດ້ວຍ​ຫົວ​ຂໍ້​ວ່າ “ເສັ້ນທາງເຝີ ຫວຽດນາມ” ໄດ້ປິດ​ໃນ​ວັນ​ທີ 17 ມີນາ. ພາຍຫຼັງ 3 ວັນ​ຈັດ​ຕັ້ງ, ງານ​ບຸນເຝີ 2024 ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວນັບ​ໝື່ນ​ເທື່ອ​ຄົນ, ມີ​​ນັກສິລະ​ປະ​ກອນທີ່ເປັນພໍ່ຄົວ, ແມ່ຄົວ ແລະ ຊ່ຽວຊານການຄົວ 65 ຄົນ, ເຕົ້າໂຮມຮ້ານອາຫານຂອງ​ວິ​ສາ​ຫະກິດ​ເຄື່ອງໝາຍການຄ້າ 50 ແຫ່ງທີ່​ເຂົ້າ​ຮ່ວມສະແດງ, ໂຄສະນາ​ຮູບ​ພາບເຝີ ແລະ ​ເຄື່ອງ​ໝາຍການຄ້າຂອງເຝີ ​ຫວຽດນາມ ທີ່​ມາ​ຈາກ​ທຸກ​​ເຂດໃນທົ່ວປະເທດ.​

​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງງານ Festival ເຝີ 2024 , ຈຸດ​ພົ້ນ​ເດັ່ນ​ແມ່ນກ່ານເຄື່ອນໄຫວໄປຢ້ຽມ​ຢາມ​ໝູ່​ບ້ານ ເຝີ ເວີນກູ່, ພ້ອມກັນຊອກ​ຮູ້​ກ່ຽວ​ກັບ​ການກຳເນີດ ແລະ ການພັດທະນາຂອງ​ອາຊີບເຝີ ໂດຍຜ່ານ​ການ​ໂອ້​ລົມເຈລະຈາ “​ເສັ້ນທາງເຝີ ຫວຽດນາມ” ​ແລະ ຊິມບັນດາລົດຊາດຂອງເຝີຈາກ​ທົ່ວ​ປະ​ເທດ.

ເຝີ 50,000 ຖ້ວຍຮັບໃຊ້ແຂກມາຊິມອາຫານໃນງານ Festival ເຝີ 2024

ນັກ​ທ່ອງ​ທ່ຽວ​ເຮັດ​ເຝີ​ຢູ່​ງານ Festival ເຝີ 2024.

​ຮ້ານເຝີກ່ວາ 30 ຮ້ານເປັນສັນຍະລັກຂອງ​ເຂດ, ພາກຕ່າງໆ, ຄາດ​ຄະ​ເນ​ວ່າ ຈະ​ໃຫ້ບໍລິການເຝີ ເກືອບ 50.000 ຖ້ວຍ ດ້ວຍກິ່ນ ແລະ ຄຸນ​ນະພາ​ບທີ່ເຮັດຈາກບັນດານັກສິລະປະການ ​ແລະ ຊ່ຽວຊານເຝີໃນ​ທົ່ວ​ປະ​ເທດ. ພິ​ເສດ ກັບລາຍການ voucher ເຝີ, ລາຄາ​ພຽງ 15.000 ດົ່ງ/​ຖ້ວຍ ​ປະຊາຊົນຈະມີ​ໂອກາດ​ໄດ້​ຊິມເຝີນັບພັນຖ້ວຍທີ່​ແຊບ​ດ້ວຍ​ລາຄາ​ທີ່ຖືກ.

ໃນ​ຂອບ​ເຂດ​ຂອງ​ງານບຸນເຝີ 2024, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ສຳ​ຜັດ​ກັບຂັ້ນຕອນການ​ເຮັດ​ເຝີ​ ນັບແຕ່ການເຮັດແປ້ງເປັນແຜ່ນ, ຊອຍເສັ້ນເຝີ, ປຸງ​ແຕ່ງນ້ຳຊຸບ, ຊອຍຊິ້ນ, ປຸງເຄື່ອງ​ເທດ… ພ້ອມ​ທັງ​ຮັບ​ຟັງ​ບັນ​ດາເລື່ອງຊີ​ວິດ​, ເລື່ອງອາຊິບຂອງບັນດານັກສິລະປະການເຝີ ​ຜູ້​ທີ່ມີ​ຊື່​ສຽງມາຈາກຫຼາຍທ້ອງຖິ່ນ.

ງານ​ບຸນເຝີ 2024 ກໍ່​ແມ່ນ​ເຫດການ​ທີ່​ຫາ​ຍາກ ​ເຊິ່ງຜູ້​ມັກ​ອາຫານ ເວົ້າລວມ ແລະ ເຝີ ເວົ້າສະເພາະ ທີ່ຈະມີໂອກາດຕິດຕໍ່ບັນດາເຄື່ອງໝາຍການຄ້າເຝີ ທີ່​​ຫຼາກ​ຫຼາຍ, ທີ່ມີຄວາມນິຍົມໃນທົ່ວປະເທດຄື: ເຝີທິ່ນ ເບີໂຮ່ (ຮ່າ​ໂນ້ຍ), ເຝີເວີນກູ (ນາມດິ້ງ), ເຝີສາລີ ຮ່າຢ່າງ, ເຝີສົ້ມ ລ້າງເຊີນ, ເຝີ atiso ດາຫຼາດ (ເລີ່ມດົງ), ເຝີມັນຕົ້ນ ເກ໋ວເຊີນ (ກວາງ​ນາມ), ເຝີແປ້ງກ້ວຍຂຽວ ເທື່ອທຽນເຫ້ວ, ເຝີໂສມ ຫງອກລິງ (Kon Tum)...

ງານ​ບຸນເຝີ 2024 ແມ່ນແນໃສ່ເພື່ອເຊີດຊູວັດທະນະທຳອາຫານການກິນປະເພດເຝີ, ພ້ອມກັນນັ້ນ ແມ່ນໂອກາດຊ່ວຍໃຫ້ນັກທ່ອງທ່ຽວ ແລະ ປະຊາຊົນໄດ້ຊອກຮູ້, ຊິມບັນດາລົດຊາດຂອງເຝີ ທີ່ຕິດພັນກັບວັດທະນະທຳຂອງບັນດາເຂດໃນທົ່ວປະເທດ; ປະກອບສ່ວນ​ໂຄສະນາ​ເຝີ ຫວຽດນາມ ໃຫ້ກ້າວ​ໄປ​ໃນ​ແຜນທີ່ອາ​ຫານ​ໂລກ​.

ພ້ອມ​ກັນ​ນັ້ນ, ເຫດການ ກໍມຸງໄປເຖິງເປົ້າໝາຍ ເພື່ອຍົກເອົາເຝີກາຍ​ເປັນ​ເຄື່ອງ​ໝາຍການຄ້າ​ແຫ່ງ​ຊາດ, ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ໂດຍຜ່ານງານບຸນເຝີ 2024, ຄະນະ​ຈັດ​ຕັ້ງ​ຫວັງ​ວ່າ​ ຈະກ້າວເຖິງການສ້າງເອກະສານ ​ເພື່ອ​ເຮັດ​ໃຫ້​ວັດ​ທະ​ນະ​ທຳເຍື່ອງອາຫານເຝີ ກາຍ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່ເປັນວັດຖຸ​ລະດັບ​ຊາດ ແລະ ໂລກ.

ມິງດຶກ

ເຫດການ
302 Found

Found

The document has moved here.