ຫວຽດນາມ ​ ເຊີດຊູ​ບົດບາດ​ຂອງ​ແມ່ຍິງ, ຊາວ​ໜຸ່ມ​ໃນ​ການ​ສະກັດ​ກັ້ນ​ການ​ປະ​ທະ​ກັນ

12:45 | 20/03/2024

ຍສໝ​ - ຫວຽດນາມ ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ມອບສິດໃຫ້​ແກ່​ແມ່ຍິງ​ໃນ​ການ​​ສະກັດ​ກັ້ນ​ການ​ປະ​ທະ​ກັນ; ຢືນຢັນ​ວ່າ ຫວຽດນາມ ​ໄດ້​ປະຕິບັດ​ບັນດາ​ບາດກ້າວ​ສະ​ເພາະ​ ​ເພື່ອ​ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ທຸກ​ຂັ້ນ​ຂອງ​ການ​ຄຸ້ມ​ຄອງ.

ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ ສປຊ ​ຢູ່ Geneva ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ ສປຊ ​ຢູ່ Geneva

ວັນທີ 13 ແລະ 19 ມີນາ, ຢູ່ສໍານັກງານໃຫຍ່ຢູ່ ນິວຢອກ (ອາເມລິກາ), ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືເປີດກວ້າງ ດ້ວຍຫົວຂໍ້ “ຊຸກຍູ້ການສະກັດກັ້ນການປະທະກັນ - ​ມອບສິດໃຫ້​ແກ່​ແມ່ຍິງ ແລະ ຊາວ​ໜຸ່ມ” ໂດຍການເປັນປະທານຂອງ ຍີ່ປຸ່ນ - ປະເທດປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນ​ເດືອນ​ມີ​ນາ 2024.

ໂດຍເຂົ້າ​ຮ່ວມ ​ແລະ ກ່າວ​ຄຳປາໄສທີ່​ເຫດການທີ່ມີ ​ທ່ານຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຮັບຜິດຊອບ​ດ້ານ​ການ​ເມືອງ ​ແລະ ສ້າງ​ສັນຕິພາບ, ຜູ້ຕາງໜ້າ​ຂອງ​ອົງການ​ສາກົນ​ຈຳນວນ​ໜຶ່ງ, 15 ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ ແລະ ເກືອບ 80 ປະ​ເທດ​ສະມາຊິກ​ອື່ນໆ​ຂອງ​ສະຫະ​ປະຊາ​ຊາດ.

ທ່ານຮອງ​ເລຂາທິການ​ໃຫຍ່ ​Rosemary DiCarlo ​ແລະ ບັນດາ​ຜູ້​ແທນ ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ໃນ​ການ​ສະກັດ​ກັ້ນ​ການ​ປະ​ທະ​ກັນ; ຮຽກຮ້ອງ​ໃຫ້​ປະຕິບັດ​ມະຕິ​ເລກທີ​ 1325 ​​ຂອງສະພາ​ຄວາມ​ໝັ້ນຄົງກ່ຽວກັບແມ່ຍິງ, ສັນຕິພາບ ​ແລະ ຄວາມປອດ​ໄພ ຢ່າງ​ມີ​ປະສິດທິ​ຜົນ ກໍຄືຊຸກຍູ້​ການ​ເຂົ້າ​ຮ່ວມ, ປະກອບສ່ວນ​ຂອງ​ຊາວ​ໜຸ່ມ​ໃນ​ການ​ສ້າງ​ສັນຕິພາບ.

ຫຼາຍ​ຄຳ​ເຫັນຕີລາຄາສູງ “ໂຄງການດຳເນີນງານໃໝ່ກ່ຽວກັບສັນຕິພາບ” ຂອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ດ້ວຍ​ຈຸດ​ສຸມ​ໃນ​ການ​ສະກັດ​ກັ້ນ​ການ​ປະ​ທະ​ກັນ; ໂດຍຊົມເຊີຍບົດບາດ​ຂອງ​ຄະນະ​ກຳມະການ​ສ້າງ​ສັນຕິພາບ​ສະຫະ​ປະຊາ​ຊາດ (PBC) ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ສະຫະ​ປະຊາ​ຊາດ, ອົງການຈັດຕັ້ງສາກົນ, ພາກ​ພື້ນ ​ແລະ ບັນດາ​ປະ​ເທດ​ເພື່ອ​ສະກັດ​ກັ້ນ​ການ​ປະ​ທະ​ກັນ ແລະ ຮັກສາ​ສັນຕິພາບ, ຄວາມ​ປອດ​ໄພ​ແບບ​ຍືນ​ຍົງ.

ຫວຽດນາມ ​ ເຊີດຊູ​ບົດບາດ​ຂອງ​ແມ່ຍິງ, ຊາວ​ໜຸ່ມ​ໃນ​ການ​ສະກັດ​ກັ້ນ​ການ​ປະ​ທະ​ກັນ

ທ່ານ​ອຸປະທູດ ຫງວຽນ​ຮວ່າງຫງວຽນ. (ພາບ: ກວາງຮູຍ /TTXVN)

ກ່າວ​ຄຳປາໄສທີ່ວາລະ​ປະຊຸມ, ທ່ານອຸປະທູດ ຫງວຽນ​ຮວ່າງຫງວຽນ, ຮອງ​ຫົວໜ້າ​ຄະນະ​ປະຈຳ ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ, ຮຽກຮ້ອງ​ສະພາ​ຄວາມ​ໝັ້ນຄົງ​ຕ້ອງ​ມີ​ວິທີເຂົ້າເຖິງຢ່າງຮອບດ້ານ, ​ກວມລວມ ແລະ ຖື​ປະຊາຊົນ​ເປັນ​ໃຈກາງ; ສຸມ​ໃສ່​ແກ້​ໄຂສາເຫດ​ຕົ້ນ​ຕໍ​ຂອງ​ການ​ປະ​ທະ​ກັນ ເພື່ອຫຼຸດພົ້ນອອກຈາກ​ວົງ​ຈອນຂອງສະພາບການດ້ອຍພັດທະນາ, ບໍ່ສະເໝີພາບ, ບໍ່ຍຸຕິທຳ ແລະ ນຳໃຊ້ຄວາມ​ຮຸນ​ແຮງ.

ຜູ້ຕາງໜ້າ​ ຫວຽດນາມ ກໍ່​ຖືວ່າ ສະພາ​ຄວາມ​ໝັ້ນຄົງ​ຕ້ອງຂຸດຄົ້ນບັນດາເຄື່ອງມືທີ່ມີຢູ່ແລ້ວຢ່າງມີ​ປະສິດທິ​ຜົນ​ກວ່າ​ອີກ​ຄື ການ​ທູດປ້ອງ​ກັນ, ການ​ໄກ່​ເກ່ຍ, ​ແກ້​ໄຂ​ການ​ຂັດແຍ່ງ ​ດ້ວຍສັນຕິວິທີບົນ​ພື້ນຖານ​ປະຕິບັດ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ ​ແລະ ກົດບັດສະຫະປະຊາຊາດ; ບູລິມະສິດການລົງທຶນຫຼາຍກ່ວາໃຫ້ແກ່ບັນດາຄວາມພະຍາຍາມສ້າງຄວາມໄວ້ວາງໃຈ, ກົນໄກການເຕືອນໄພລ່ວງໜ້າ.

ທ່ານ​ຮອງ​ຫົວໜ້າ​ຄະນະ​ຜູ້​ແທນ​ ຫວຽດນາມ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ມອບສິດໃຫ້​ແກ່​ແມ່ຍິງ​ໃນ​ການ​​ສະກັດ​ກັ້ນ​ການ​ປະ​ທະ​ກັນ; ຢືນຢັນ​ວ່າ ຫວຽດນາມ ​ໄດ້​ປະຕິບັດ​ບັນດາ​ບາດກ້າວ​ສະ​ເພາະ​ເພື່ອຍົກສູງບົດບາດ​ນຳພາ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​​ໃນ​ທຸກ​ຂັ້ນ​ຂອງ​ການ​ຄຸ້ມ​ຄອງ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ, ປະກອບສ່ວນ​ຂອງ​ແມ່ຍິງ ຫວຽດນາມ ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ; ພ້ອມ​ກັນ​ນັ້ນ, ກໍ່ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ຊາວ​ໜຸ່ມ​ເຊັ່ນ ການ​ສຶກສາ, ວຽກ​ເຮັດ​ງານ​ທຳ ​ແລະ ສະຫວັດດິການ​ເປັນກຸນແຈ​ ເພື່ອ​ສະກັດ​ກັ້ນລັດທິຂວາຈັດ (ຫົວຮຸນແຮງ), ການໃຊ້ຄວາມ​ຮຸນ​ແຮງ ກໍຄືຄວາມສ່ຽງທີ່​ເກີດ ແລະ ເກີດການ​ປະ​ທະ​ກັນຄືນອີກ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.