ໜັງສືພິມ ອາກຊັງຕິນ: ດ້ວຍລະດັບ “ມະຫັດສະຈັນ”, ຫວຽດນາມ ມີລະດັບຄວາມໄວການເຕີບໂຕດ້ານເສດຖະກິດແຖວໜ້າຂອງໂລກ

11:07 | 23/03/2024

ຍສໝ - ໜັງສືພິມ Infobae ຂອງ ອາກຊັງຕິນ ລາຍງານເມື່ອບໍ່ດົນມານີ້ວ່າ ຂະບວນການປ່ຽນແປງໃໝ່ ໂດຍພັກກອມມູນິດ ຫວຽດນາມ ໄດ້ລິເລີ່ມໃນປີ 1986 ກໍໄດ້ນຳຫວຽດນາມ ກາຍເປັນປະເທດທີ່ມີລະດັບຄວາມໄວການເຕີບໂຕດ້ານເສດຖະກິດແຖວໜ້າຂອງໂລກໃນໄລຍະ 30 ປີຜ່ານມາ.

ອາກຊັງຕິນ ​ຖື​ ຫວຽດ​ນາມ​ ເປັນທ້ອງຕະ​ຫຼາດ​ສຳ​ຄັນ​ທີ່​ສຸດ​ໃນ​ ອາ​ຊຽນ ອາກຊັງຕິນ ​ຖື​ ຫວຽດ​ນາມ​ ເປັນທ້ອງຕະ​ຫຼາດ​ສຳ​ຄັນ​ທີ່​ສຸດ​ໃນ​ ອາ​ຊຽນ
ໜັງສືພິມ ຈະສືບຕໍ່ພ້ອມຮ່ວມເດີນທາງກັບຊົນຊັ້ນກຳມະກອນ ແລະ ອົງການກຳມະບານ ໜັງສືພິມ ຈະສືບຕໍ່ພ້ອມຮ່ວມເດີນທາງກັບຊົນຊັ້ນກຳມະກອນ ແລະ ອົງການກຳມະບານ

​ໃນ​ບົດ​ຂຽນ​ລົງ​ໃນ​ໜັງສືພິມ Infobae ​ໃນ​ວັນ​ທີ 17 ມີນາ​ນີ້, ພາຍຫຼັງ​ການ​ຢ້ຽມຢາມ ​ຫວຽດນາມ, ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ​ທີ່​ມີ​ຊື່​ສຽງ​ຂອງ ອາກຊັງຕິນ ທ່ານ Damián Di Pace ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ (SME) ​ເຂົ້າ​ໃນ​ການ​ເຕີບ​ໂຕດ້ານ​ເສດຖະກິດ​ຂອງ​ຫວຽດນາມ.

ບົດຄວາມເນັ້ນ​ໜັກ​ວ່າ ຮູບ​ແບບ​ເສດ​ຖະ​ກິດທ້ອງຕະ​ຫຼາດ​ ໂດຍການ​ຄຸ້ມ​ຄອງຂອງ​ລັດ ​ໄດ້​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຂອງບັນດາ​ບໍ​ລິ​ສັດ ແລະ ວິ​ສາ​ຫະ​ກິດ​ເອ​ກະ​ຊົນ, ກໍຄືດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ. ​ໃນ​ໄລຍະ​ປີ 1990-1997, ​ເສດຖະກິດ​ ຫວຽດນາມ ບັນລຸ​ໄດ້ລະດັບ​ເຕີບ​ໂຕ​ສະ​ເລ່ຍ 8%/ປີ ​ແລະ ​ໃນ​ໄລຍະ 1999-2022, ອັດຕາ​ເຕີບ​ໂຕ​ສະ​ເລ່ຍບັນລຸ 7%/ປີ. ດ້ວຍລະດັບ “ມະຫັດສະຈັນ” ນີ້, ຫວຽດນາມ ແມ່ນປະເທດທີ່ມີລະດັບຄວາມໄວການເຕີບໂຕດ້ານເສດຖະກິດແຖວໜ້າຂອງໂລກ.

ໜັງສືພິມ ອາກຊັງຕິນ: ດ້ວຍລະດັບ “ມະຫັດສະຈັນ”, ຫວຽດນາມ ມີລະດັບຄວາມໄວການເຕີບໂຕດ້ານເສດຖະກິດແຖວໜ້າຂອງໂລກ

ໜັງສືພິມ ອາກຊັງຕິນ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ດ້ານ​ເສດຖະກິດ​ຂອງ ຫວຽດນາມ. (ພາບບົດຂຽນຢູ່ຫນ້າຈໍຂອງບົດເວບໄຊ໌).

ຕາມ Infobae ​ແລ້ວ, ພື້ນ​ເສດຖະກິດ​ທ້ອງ​ຕະຫຼາດ​ທີ່​ມຸ່ງ​ໄປ​ເຖິງ​ສັງຄົມ​ນິຍົມ​ຂອງ​ ຫວຽດນາມ ​ແມ່ນເຄົາລົບ​ທັງ​ສອງ​ຫຼັກການ​ຄື: ​ເອົາ​ໃຈ​ໃສ່​ເຖິງ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ບັນຫາ​ສັງຄົມ. ຫວຽດນາມ ພະຍາຍາມ​ກໍ່ສ້າງ​ລະບົບ​ຮັບປະກັນຊີວິດສັງຄົມ, ຮັບປະກັນ​ຄວາມ​ຍຸຕິ​ທຳ, ຫຼຸດຊ່ອງຫວ່າງ​ຄົນ​ຮັ່ງມີ ​ແລະ ທຸກ​ຍາກ ​ແລະ ມຸ່ງ​ໄປ​ເຖິງ​ການລົບລ້າງຄວາມຫິ​ວ - ຫຼຸດຜ່ອນ​ຄວາມ​ທຸກ​ຍາກ.

ໜັງສືພິມ​ດັ່ງກ່າວ​ໄດ້ຍົກຕາມ​ບົດ​ລາຍ​ງານ​ຂອງໂຄງການພັດທະນາຂອງ​ອົງການ​ສະຫະ​ປະຊາ​ຊາດ​ (UNDP), ​ຕາມນັ້ນແລ້ວ, ໃນ​ເວລາ​ພຽງ 10 ປີ, ອັດຕາ​ຄວາມທຸກ​ຍາກ​ຂອງ ​ຫວຽດນາມ ​ໄດ້​ຫຼຸດຈາກ 18,1% ​ໃນ​ປີ 2012 ລົງເຫຼືອພຽງ 4,4% ​ໃນ​ປີ 2021. ລາຍຮັບສະເລ່ຍຕໍ່ຫົວຄົນ ກໍໄດ້ເພີ່ມຈາກ 96 USD ໃນປີ 1989 ຂຶ້ນເປັນ 4.163 USD ໃນປະຈຸບັນ, ເຊິ່ງເປັນການເພີ່ມຂຶ້ນສູງທີ່ສຸດໃນໂລກ.

​ໃນ​ຂະ​ບວນການ​ນີ້, SMEs ​ໄດ້​ມີ​ບົດບາດ​ຫຼັກແຫຼ່ງ, ພິເສດກ່ຽວກັບການຫັນປ່ຽນ​ດ້ານ​ໂຄງ​ປະກອບ​ ດ້ວຍ​ຜົນສຳເລັດຂອງການຫັນປ່ຽນປະສິດທິພາບ​ແຮງ​ງານ​ຈາກ​ລະດັບ​ຕ່ຳ​ໄປ​ສູ່​ລະດັບ​ສູງ. ການປ່ຽນແປງໃໝ່ ກໍໄດ້​ນຳ​ມາ​ເຊິ່ງ​ການ​ເຕີບ​ໂຕ​ຂອງ​ວິ​ສາ​ຫະ​ກິດ SME, ເຊິ່ງ​ປະ​ຈຸ​ບັນ​ກວມ 95% ຂອງ​ວິ​ສາ​ຫະ​ກິດ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ, ນຳ​ໃຊ້​ກຳ​ລັງ​ແຮງ​ງານ​ຜະ​ລິດ​ເຄິ່ງ​ໜຶ່ງ ແລະ ປະ​ກອບ​ສ່ວນ 40% ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP).

ເສດຖະກິດ ​ຫວຽດນາມ​ ສຸມ​ໃສ່ເຂົ້າໃນບັນດາການ​ເຄື່ອນ​ໄຫວ​ສົ່ງ​ອອກ. ທັກ​ສະ​ການ​ຄຸ້ມ​ຄອງ​ຢູ່ວິ​ສາ​ຫະ​ກິດ ​ຫວຽດ​ນາມ ບັນລຸໄດ້​ຄຸນ​ນະ​ພາບ​ເທົ່າ​ກັບ​ບັນ​ດາ​ພື້ນຖານເສດ​ຖະ​ກິດ​ທີ່ຫາກໍ່​ພົ້ນ​ເດັ່ນ​ຄື ຈີນ, ບ​ຣາ​ຊິນ ແລະ ອິນ​ເດຍ.

Infobae ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສົນ​ໃຈ ​ແລະ ນະ​ໂຍບາຍ​ໜູນ​ຊ່ວຍ​ການ​ພັດທະນາ​ຂອງ​ລັດ​ຕໍ່​ວິ​ສາ​ຫະກິດ SME, ກໍຄືບົດບາດ​ຂອງ​ວິ​ສາ​ຫະກິດ​ທີ່ມີທຶນລົງທຶນ​ຕ່າງປະ​ເທດ​ໃນ​ພື້ນຖານ​ເສດຖະກິດ​ ຫວຽດນາມ.

ມິງດຶກ

ເຫດການ
302 Found

Found

The document has moved here.