"ສະໜາມ" ທີ່ເປັນປະໂຫຍດສໍາລັບນັກຮຽນທີ່ຮັກພາສາ ຍີ່ປຸ່ນ ຢູ່ນະຄອນ ຫາຍຟ່ອງ

06:10 | 21/03/2024

ຍສໝ - ວັນ​ທີ 17 ມີນາ​ນີ້, ຮອບຊີງຊະນະເລີດການ​ແຂ່ງຂັນ​ເວົ້າ​ພາສາ ​ຍີ່ປຸ່ນ ​ຢູ່ນະຄອນ ຫາຍຟ່ອງ ຄັ້ງທີ 8 ປີ 2024 ​ໄດ້ຈັດຕັ້ງຢູ່ນະຄອນ ຫາຍຟ່ອງ. ການ​ແຂ່ງຂັນແມ່ນ​ເພື່ອຝຶກຝົນທັກສະການສື່ສານ, ການ​ນຳ​ສະ​ເໜີ ​ແລະ ຄວາມສາມາດໃນການເວົ້າພາສາ​ຍີ່ປຸ່ນ, ລະດົມສົ່ງເສີມການ​ຮຽນ​ຮູ້ ​ແລະ ນຳ​ໃຊ້​ພາສາ ​ຍີ່ປຸ່ນ, ​ໂຄສະນາ​ຮູບພາບປະ​ເທດ, ປະຊາຊົນ ​ແລະ ນະຄອນ ຫາຍ​ຟ່ອງ ​ໄປເຖິງ​ເພື່ອນ​ມິດສາ​ກົນ.

ສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ນະຄອນ ຫາຍຟ່ອງ ຕ້ອງເພີ່ມທະວີການເຂົ້າຮ່ວມຂອງລຸ້ນໜຸ່ມ ສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ນະຄອນ ຫາຍຟ່ອງ ຕ້ອງເພີ່ມທະວີການເຂົ້າຮ່ວມຂອງລຸ້ນໜຸ່ມ
ຫາຍຟ່ອງ: ເປັນຄັ້ງທຳອິດຈັດຕັ້ງງານບຸນ ວັດທະນະທຳພື້ນເມືອງໝູ່ເກາະທະເລຫວຽດນາມ ຫາຍຟ່ອງ: ເປັນຄັ້ງທຳອິດຈັດຕັ້ງງານບຸນ ວັດທະນະທຳພື້ນເມືອງໝູ່ເກາະທະເລຫວຽດນາມ

ການ​ແຂ່ງຂັນ​ເວົ້າພາສາ ​ຍີ່ປຸ່ນ ຢູ່ນະຄອນ ຫາຍຟ່ອງ ຄັ້ງ​ທີ 8 ປີ 2024 ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ເຂົ້າແຂ່ງຂັນເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ມາ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ, ສູນ​ພາ​ສາ​ຕ່າງ​ປະ​ເທດ, ໂຮງ​ຮຽນ​ມັດທະຍົມຕອນປາຍ ແລະ ມັດທະຍົມຕອນຕົ້ນ... ໃນບໍລິເວນນະຄອນ. ຜ່ານຮອບແຂ່ງຂັນເບື້ອງຕົ້ນ, ຄະນະຈັດຕັ້ງໄດ້ຄັດເລືອກເອົາຜູ້ເຂົ້າການແຂ່ງຂັນ 10 ຄົນທີ່ດີເດັ່ນ ເພື່ອເຂົ້າໃນຮອບຊີງຊະນະເລີດ.

ທີ່ຮອບຊີງຊະນະເລີດ, ຜູ້​ເຂົ້າ​ແຂ່ງຂັນ 10 ຄົນ​ໄດ້​ແບ່ງ​ອອກ​ເປັນ 2 ກຸ່ມ, ໄດ້​ຂຶ້ນກ່າວບົດນຳສະເໜີຕາມລຳດັບດ້ວຍ​ທັດສະນະ, ຄວາມຮູ້ຂອງຕົນກ່ຽວກັບບັນດາຂົງເຂດຄື: ການ​ຮ່ວມ​ມື, ​ພົບປະແລກປ່ຽນ​ວັດທະນະທຳມິດຕະພາບ ​ຫວຽດນາມ - ຍີ່ປຸ່ນ ​ແລະ ຕອບ​ຄຳ​ຖາມ​ຂອງ​ຄະນະກຳມະການໂດຍ​ກົງ​ເພື່ອ​ເຮັດສຳ​ເລັດ​ການ​ແຂ່ງຂັນ.

ຜູ້ເຂົ້າແຂ່ງຂັນພວມນໍາສະເໜີທີ່ການແຂ່ງຂັນ. (ພາບ: haiphong.gov.vn)

ຈົບການແຂງຂັນ, ຄະນະຈັດຕັ້ງ ໄດ້ມອບລາງວັນທີ 1 ກຸ່ມ B (ສຳລັບນັກຮຽນມັດທະຍົມຕອນຕົ້ນໃນບໍລິເວນນະຄອນ) ໃຫ້ແກ່ຜູ້ເຂົ້າແຂ່ງຂັນ ຫງວຽນເຟືອງແອງ, ນັກຮຽນຫ້ອງ 9A3 (ຊັ້ນ ມ4) ຂອງໂຮງຮຽນມັດທະຍົມຕອນຕົ້ນ ຮວ່າງຢ້ຽວ ດ້ວຍບົດນຳສະເໜີ “ຮອຍຍິ້ມຂອງຄວາມສຸກ” ​ແລະ ລາງວັນ​ທີ 1 ​ກຸ່ມ A ​ໃຫ້​ແກ່​ຜູ້​ເຂົ້າ​ແຂ່ງຂັນ ​ເຈີ່ນ​ຕ໋ວນ​ແທ່ງ ດ້ວຍບົດນຳສະເໜີ “ຂົວ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ”.

ການແຂງຂັນ ຈັດ​ໂດຍພະແນກພົວພັນຕ່າງປະເທດນະຄອນ ຫາຍ​ຟ່ອງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ, ສະມາຄົມວິສາຫະກິດ​ ຍີ່ປຸ່ນ ປະຈຳ ຫວຽດນາມ - ສາຂາ​ສະມາຄົມ ຫາຍ​ຟ່ອງ. ນີ້​ແມ່ນການເຄື່ອນໄຫວ ເພື່ອຝຶກຝົນທັກສະການສື່ສານ, ການ​ນຳ​ສະ​ເໜີ ​ແລະ ຄວາມສາມາດໃນການເວົ້າພາສາ​ຍີ່ປຸ່ນ, ລະດົມສົ່ງເສີມການ​ຮຽນ​ຮູ້ ​ແລະ ນຳ​ໃຊ້​ພາສາ ​ຍີ່ປຸ່ນ, ​ໂຄສະນາ​ຮູບພາບປະ​ເທດ, ປະຊາຊົນ ​ແລະ ນະຄອນ ຫາຍ​ຟ່ອງ ​ເຖິງ​ເພື່ອນ​ມິດສາ​ກົນ. ນອກຈາກນັ້ນ, ນີ້ຍັງເປັນໂອກາດທີ່ຈະຮຽນຮູ້ພາສາ ຍີ່ປຸ່ນ ເວົ້າສະເພາະ ແລະ ວັດທະນະທໍາທີ່ເປັນມູນເຊື້ອຂອງດິນແດນແຫ່ງດອກສະກຸຣະ ເວົ້າລວມ.

ພິ​ເສດ, ການເຄື່ອນໄຫວວັດ​ທະ​ນະ​ທຳ​ນີ້ ໄດ້​ປະ​ກອບ​ສ່ວນປັບປຸງການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຕິດພັນກັນ, ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ 2 ປະ​ເທດ, ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ ແລະ ຍີ່​ປຸ່ນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນຂອງ ຍີ່​ປຸ່ນ, ພິ​ເສດແມ່ນ ຫາຍ​ຟ່ອງ ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດໃຫຍ່ຂອງ ຍີ່​ປຸ່ນ ມາ​ລົງ​ທຶນເຂົ້າໃນນະ​ຄອນ.

ກ່າວ​ຄຳປາໄສ​ທີ່​ເຫດການນີ້, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍຟ່ອງ ເລຄັກນາມ ໃຫ້​ຮູ້​ວ່າ ຢູ່ ຫາຍຟ່ອງ, ຍີ່ປຸ່ນ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ ​ແລະ ​ແຮງ​ງານແຖວໜ້າ ດ້ວຍ​ການ​ປະກອບສ່ວນ​ສຳຄັນ​ຂອງ​ບັນດາ​ກຸ່ມ​ເສດຖະກິດ​ໃຫຍ່​ຂອງ ຍີ່ປຸ່ນ. ເປັນ​ເວລາ​ຫຼາຍ​ປີ​ມາ​ນີ້, ພາສາ​ ຍີ່ປຸ່ນ​ ໄດ້​ຮັບ​ການສອນ​ຢູ່​ໂຮງຮຽນ​ມັດທະຍົມ​ປາຍ​ຫຼາຍ​ແຫ່ງ​ຢູ່​ນະຄອນ ຫາຍ​ຟ່ອງ, ​ໂດຍໄດ້​ຮັບ​ການ​ຕອບຮັບ​ຢ່າງ​ຕັ້ງໜ້າ​ຈາກ​ນັກຮຽນ. ພາສາ ຍີ່ປຸ່ນ ກໍເປັນເຄື່ອງມືທີ່ຈໍາເປັນ ເພື່ອນັກສຶກສາຫຼາຍຄົນທີ່ຈະຮຽນຕໍ່ລະດັບສູງ ຫຼື ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາໃນປະເທດ Fusang ທີ່ສວຍງາມ.

ຕາມ​ທ່ານ ​ນາມ​ ແລ້ວ, ການ​ແຂ່ງຂັນກ່າວປາໄສພາສາ ຍີ່ປຸ່ນ ​ຄັ້ງ​ທີ 8 ​ໄດ້​ຈັດ​ຕັ້ງ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ກໍ່ສ້າງ​ລຸ້ນໜຸ່ມ​ຢ່າງ​ຄົບ​ຊຸດ​ໄດ້ມີຄວາມ​ຮູ້​ຄວາມ​ສາມາດຢ່າງພຽງພໍ, ສູ້​ຊົນເພື່ອ​ສັນຕິພາບ​ຂອງ​ບັນດາຊາດ.

ທ່ານ​ ນາມ​ ກໍຫວັງ​ວ່າ​ ນອກ​ຈາກ​ຂອບ​ເຂດ​ຂອງ​ການ​ແຂ່ງຂັນ​ຄັ້ງ​ນີ້, ຂະບວນການຮຽນ​ພາສາ ​ຍີ່ປຸ່ນ ຈະ​ກາຍ​ເປັນ​ຈຸດພົ້ນເດັ່ນກ່ຽວກັບຈິດໃຈທີ່ຢາກຊອກຮູ້ຮ່ຳຮຽນ, ປະກອບສ່ວນ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຜູ້ເກັ່ງກ້າ, ປະກອບສ່ວນ​ເພີ່ມພູນຄູນສ້າງ, ຍົກສາຍ​ພົວພັນ​ມິດຕະພາບລະຫວ່າງ​ນະຄອນ ຫາຍ​ຟ່ອງ ​ແລະ ບັນດາທ້ອງ​ຖິ່ນ ​ຍີ່ປຸ່ນ ຂຶ້ນສູ່ລະດັບສູງໃໝ່.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.