ການສະແດງຊຸດເສື້ອຍາວທີ່ປະທັບໃຈຂອງພັນລະຍາເອກອັກຄະລັດຖະທູດຕ່າງປະເທດປະຈຳ ຫວຽດນາມ

09:49 | 06/03/2024

ຍສໝ - ບັນດາ​ພັນລະຍາ​ຂອງ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ, ມາຣົກ, ​ສາທາລະນະລັດເຊັກໂກ​ ແລະ ອິນ​ໂດ​ເນ​ເຊຍ ​ໄດ້ສວມຊຸດເສື້ອຍາວຢູ່ເທິງເວທີລາຍການ “ຄວາມງາມຊຸດເສື້ອຍາວ ຫວຽດນາມ".

“ນາງແບບ” ພິເສດໃນຊຸດເສື້ອຍາວຫວຽດນາມ “ນາງແບບ” ພິເສດໃນຊຸດເສື້ອຍາວຫວຽດນາມ
ສິດ​ເສລີພາບ​ໃນ​ການສະແດງ​ຄຳ​ຄິດ​ເຫັນ ແລະ ສິ່ງ​ທ້າ​ທາຍ​ຈາກ​ຂ່າວ​ປອມ ສິດ​ເສລີພາບ​ໃນ​ການສະແດງ​ຄຳ​ຄິດ​ເຫັນ ແລະ ສິ່ງ​ທ້າ​ທາຍ​ຈາກ​ຂ່າວ​ປອມ
ການສະແດງຊຸດເສື້ອຍາວທີ່ປະທັບໃຈຂອງພັນລະຍາເອກອັກຄະລັດຖະທູດຕ່າງປະເທດປະຈຳ ຫວຽດນາມ

ນັກ​ອອກ​ແບບ ໂດ້ຈິ້ງຮວ່າຍນາມ ພ້ອມກັບກ່ວາ 50 ນັກອອກແບບຊຸດເສື້ອຍາວໃນທົ່ວປະເທດ ໄດ້ນຳເອົາບັນດາຊຸດສະສົມຊຸຸດເສື້ອຍາວທີ່ເປັນເອກະລັກພິເສດ, ເຊີດຊູປີກຊຸດເສື້ອຍາວ ແລະ ແມ່ຍິງ ຫວຽດນາມ

ຫວ່າງ​ມໍ່ໆ​ມາ​ນີ້, ລາຍການ​ສິ​ລະ​ປະ​ ຄວາມງາມຊຸດເສື້ອຍາວ ຫວຽດນາມ ໄດ້ດຳເນີນຢູ່ໂຮງ​ລະ​ຄອນ ໂຮ່ເກື່ອມ, ຮ່າ​ໂນ້ຍ. ເຫດການ ເພື່ອສະແດງຄວາມຊົມເຊີຍ​ສະ​ເຫຼີ​ມສະຫຼອງ 114 ປີ​ແຫ່ງ​ວັນ​ແມ່​ຍິງ​ສາກົນ (8/3/1910 – 8/3/2024) ​​ແລະ ນອນໃນ​ຂອບ​ເຂດ​ຂອງສັບປະດາຊຸດເສື້ອຍາວປີ 2024.

ລາຍການ ​ຄວາມງາມຊຸດເສື້ອຍາວ ຫວຽດນາມ ໄດ້ຈັດຕັ້ງກັບຄວາມຫວັງເຊີດຊູຊຸດເສື້ອຍາວໃນການດຳລົງຊີວິດ, ວັດທະນະທຳ, ສັງຄົມ, ພ້ອມກັນລະດົມ​ຄວາມ​ຮັກ​ແພງ, ຄວາມພາກພູມໃຈ, ຄວາມຮັບຜິດຊອບໃນການປົກປັກຮັກສາ, ຜັນຂະຫຍາຍຄຸນຄ່າມໍລະດົກຊຸດເສື້ອຍາວ ແລະ ໂຄສະນາປະເທດຊາດ, ມະນຸດ ຫວຽດນາມ ​ໃຫ້​ໃກ້ຊິດ​ກັບ​ເພື່ອນ​ມິດສາ​ກົນ​ຫຼວງ​ຫຼາຍກວ່າອີກ.

ການສະແດງຊຸດເສື້ອຍາວທີ່ປະທັບໃຈຂອງພັນລະຍາເອກອັກຄະລັດຖະທູດຕ່າງປະເທດປະຈຳ ຫວຽດນາມ

ການເປີດສາກທີ່ເປັນເອກະລັກພິເສດຢູ່ລາຍການ “ຄວາມງາມຊຸດເສື້ອຍາວ ຫວຽດນາມ"

ທີ່ເຫດການ, ນັກ​ອອກ​ແບບ ໂດ້ຈິ້ງຮວ່າຍນາມ ພ້ອມກັບກ່ວາ 50 ນັກອອກແບບຊຸດເສື້ອຍາວໃນທົ່ວປະເທດ ໄດ້ນຳເອົາບັນດາຊຸດສະສົມຊຸດເສື້ອຍາວທີ່ເປັນເອກະລັກພິເສດ, ເຊີດຊູປີກຊຸດເສື້ອເສື້ອຍາວ ແລະ ແມ່ຍິງ ຫວຽດນາມ. ຄຽງຄູ່ບັນດາການອອກແບບ, ລາຍການ ກໍຍັງປະ​ທັບ​ໃຈ​ຍ້ອນ​ການ​ປະ​ສົມ​ປະ​ສານ​ຂອງ​ດົນ​ຕີ, ຟ້ອນລຳ ແລະ ເຕັກ​ໂນ​ໂລ​ຢີແສງສີ​ສຽງ, ໜ້າຈໍ 3D ທີ່​​ນໍາມາສູ່​ສາຍ​ຕາທ່ານຜູ້ຊົມ​.

ບັນດາຊຸດສະສົມຊຸດເສື້ອຍາວ ໄດ້ສະແດງຕາມ 3 ຫົວຂໍ້: ຄວາມພາກພູມໃຈຊຸດເສື້ອຍາວ ຫວຽດນາມ, ຈິດໃຈຊຸດເສື້ອຍາວ ຫວຽດນາມ ແລະ ສິ່ງຍອດຢ້ຽມຂອງຊຸດເສື້ອຍາວ ຫວຽດນາມ. ຊຸດທີ່ສ້າງສັນແມ່ນໄດ້ແຮງບັນດານໃຈມາຈາກແຫຼ່ງມໍລະດົກທີ່ມີຊື່ສຽງ ແລະ ທິວທັດທຳມະຊາດທີ່ສວຍສົດງົດງາມຂອງຫວຽດນາມ...

ການສະແດງຊຸດເສື້ອຍາວທີ່ປະທັບໃຈຂອງພັນລະຍາເອກອັກຄະລັດຖະທູດຕ່າງປະເທດປະຈຳ ຫວຽດນາມ


ບັນດາ​ພັນລະຍາ​ຂອງເອກ​ອັກ​ຄະ​ລັດ​ຖະ​ທູດ​ໄດ້​ສວມຊຸດເສື້ອຍາວບົນເວທີ

ພິ​ເສດ, ​ໃນ​ລາຍການ​ຍັງ​ມີການເຂົ້າຮ່ວມຂອງບັນດາ​ພັນລະຍາ​ຂອງເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ, ມາຣົກ, ​ສາທາລະນະລັດເຊັກໂກ​ ແລະ ອິນ​ໂດ​ເນ​ເຊຍ ​ຢູ່ບົນ​ເວທີ​. ບັນດາ​ທ່ານ​ນາງ​ ໄດ້​ສວມຊຸດເສື້ອຍາວທີ່ໄດ້ອອກແບບ - ບັນດາ​ຜະລິດ​ຕະພັນ​ທີ່​ປະສົມປະສານລະຫວ່າງ​ວັດທະນະທຳ ຫວຽດນາມ ​ແລະ ບັນດາ​ປະ​ເທດທີ່​ເຂົ້າ​ຮ່ວມ.

ໂດຍເລີ່ມ​ໃນ​ປີ 2019, ສັບປະດາຊຸດເສື້ອຍາວ ໄດ້ຈັດຕັ້ງປະຈຳປີກັບຫຼາຍການເຄື່ອນໄຫວ ເພື່ອເຊີດຊູຊຸດເສື້ອຍາວ ຫວຽດນາມ. ປີນີ້, ສັບປະດາ ໄດ້ດຳເນີນ ແຕ່ວັນ 1 ມີນາ ຫາ ວັນ 8 ມີນາ ໃນທົ່ວປະເທດ.

ການສະແດງຊຸດເສື້ອຍາວທີ່ປະທັບໃຈຂອງພັນລະຍາເອກອັກຄະລັດຖະທູດຕ່າງປະເທດປະຈຳ ຫວຽດນາມ

ນາງ ຮ່າ​ທິ​ງາ - ກໍາມະການສູນ​ກາງ​ພັກ, ປະທານ​ສະຫະພັນ​ແມ່ຍິງ ຫວຽດນາມ - ໄດ້ມອບຫຼຽນກາທີ່ລະນຶກໃຫ້​ນັກ​ອອກ​ແບບ ໂດ້ຈິ້ງຮວ່າຍນາມ

ການສະແດງຊຸດເສື້ອຍາວທີ່ປະທັບໃຈຂອງພັນລະຍາເອກອັກຄະລັດຖະທູດຕ່າງປະເທດປະຈຳ ຫວຽດນາມ


​ພັນລະຍາ​ຂອງ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ

ມິງດຶກ

ເຫດການ
302 Found

Found

The document has moved here.