ຍສໝ - ເປັນຄັ້ງທຳອິດຈັດຕັ້ງຢູ່ຫວຽດນາມ, Internet Expo 2021 - ງານວາງສະແດງທາງໄກໃຫຍ່ທີ່ສຸດອາຊີ - ປາຊີຟິກ ອີງໃສ່ເຕັກໂນໂລຢີ VR ແມ່ນຂົວເຊື່ອມຕໍ່ທີ່ມີປະສິດທິດຜົນໃຫ້ແກ່ບັນດາວິສາຫະກິດຫວຽດນາມ ແລະ ສະຫະພັນ ລັດເຊຍ ເຊື່ອມຕໍ່, ນຳເຄື່ອງໝາຍການຄ້າຂອງຕົນອອກສູ່ຕະຫຼາດທົ່ວໂລກ.
ຍຸດທະສາດໄດ້ວາງອອກເປົ້າໝາຍຫັນປ່ຽນຮູບແບບການເຕີບໂຕຕາມທິດຫັນຂະແໜງເຂດເສດຖະກິດເປັນສີຂຽວ.
ຍສໝ - ທະນາຄານໂລກ (WB) ໄດ້ໃຫ້ຂໍ້ສັງເກດວ່າການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຫວຽດນາມອາດຈະຟື້ນຟູກັບຄືນລະດັບແຕ່ 6,5 – 7% ໃນປີ 2022…
ຍສໝ - ນັບແຕ່ເວລາ 0 ໂມງຂອງວັນທີ 30 ກັນຍາ, ນະຄອນດ່ານັ້ງໄດ້ຫັນມາເປັນສະພາບການໃໝ່ດ້ວຍບັນດາມາດຕະການໃໝ່ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ນະຄອນຈະແນະນຳຊົ່ວຄາວກ່ຽວກັບເລື່ອງເປີດຄືນບາງການເຄື່ອນໄຫວພື້ນຖານດ້ວຍບັນດາເງື່ອນໄຂຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ.
ຍສໝ - ພຽງແຕ່ 4 ອາທິດຂອງເດືອນກັນຍາ, ບໍລິສັດຫຸ້ນສ່ວນວັກຊີນຫວຽດນາມ (VNVC) ໄດ້ມອບຢາວັກຊີນປ້ອງກັນພະຍາດໂຄວິດ -19 ຂອງ AstraZeneca ຫຼາຍກວ່າ 5 ລ້ານໂດສ ໃຫ້ກະຊວງສາທາລະນະສຸກ, ເພີ່ມທະວີຢ່າງທັນການໃຫ້ນະຄອນໂຮ່ຈີມິນ ແລະທ້ອງຖິ່ນ ໃນການຕ້ານພະຍາດ.
ຍສໝ - ໃນວັນທີ 28 ກັນຍານີ້, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ, ກະຊວງສາທາລະນະສຸກ ແລະ ໜ່ວຍງານຈໍານວນໜຶ່ງ ໄດ້ສົມທົບກັນ ເພື່ອຈັດກອງປະຊຸມອອນໄລ ເພື່ອສະຫຼຸບແຜນງານແຫ່ງຊາດ ເພື່ອຄວບຄຸມ ແລະ ກໍາຈັດພະຍາດວໍ້ ໄລຍະປີ 2017-2021.
ຍສໝ - ທ່ານຮອງປະທານສະພາສະຫະພັນລັດເຊຍ ໄດ້ຢືນຢັນວ່າ ຫວຽດນາມເປັນຄູ່ຮ່ວມມືທີ່ສຳຄັນ ແລະໃກ້ຊິດຂອງລັດເຊຍຢູ່ໃນພາກພື້ນອາຊີ-ປາຊີຟິກ...
ຍສໝ - ໃນຕອນບ່າຍຂອງວັນທີ 29 ກັນຍາ, ທີ່ ຮ່າໂນ້ຍ, ຊຸດວັກຊີນທໍາອິດ ໄດ້ຮັບໂດຍ ບໍລິສັດວັກຊີນ ແລະ ຜະລິດຕະພັນຊີວະພາບ ຈໍາກັດຜູ້ດຽວ.
ຍສໝ - ມີພື້ນຖານຕົວຈິງຢັ້ງຢືນວ່າບັນດານັກລົງທຶນສາກົນຍັງມີຄວາມຫວັງຕໍ່ການພັດທະນາການເຄື່ອນໄຫວດຳເນີນທຸລະກິດຢູ່ຫວຽດນາມ, ຈະບໍ່ມີວິສາຫະກິດໃດອອກຈາກຫວຽດນາມໃນອະນາຄົດໃກ້ໆນີ້…
ຍສໝ - ຈຳນວນເງິນລົງທຶນຈາກຕ່າງປະເທດໄດ້ຮັບການຈົດທະບຽນໃໝ່ຫຼຸດລົງເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກ່ອນຍ້ອນຫຼາຍທ້ອງຖິ່ນປະຕິບັດການແຍກຫ່າງສັງຄົມ, ແຕ່ຕົວເລກກ່ຽວກັບການລົງທຶນຈາກຕ່າງປະເທດພັດສ້າງຄວາມປະທັບໃຈຢ່າງແຮງ.
ວັນທີ 28 ກັນຍາ, ສະຫະພັນບານເຕະອາຊີຕາເວັນອອກສ່ຽງໃຕ້ (AFF) ໄດ້ດໍາເນີນການປ່ອນບັດ, ສິງກະໂປ ໄດ້ຮັບການສະໜັບສະໜູນຈາກສະມາຊິກເປັນຈຳນວນຫຼາຍເພື່ອເປັນເຈົ້າພາບຈັດຕັ້ງການແຂ່ງຂັນ AFF Cup 2020.
ຍສໝ - ຕອນເຊົ້າວັນທີ 27 ກັນຍາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ເປັນປະທານຮ່ວມການໂອ້ລົມສົນທະນາປຶກສາຫາລື ນັກຊ່ຽວຊານດ້ານເສດຖະກິດ - ສັງຄົມ.
ຍສໝ - ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫາກໍ່ປະກາດແຜນການໂຄສະນາເຜີຍແຜ່ຕ້ານໂລກລະບາດໂຄວິດ - 19 ດ້ວຍສານທີ່ວ່າ “ວິໄຈຫາເຊື້ອແມ່ນວິທີການຫຼັກແຫຼ່ງ, ວັກຊິນແມ່ນພື້ນຖານເພື່ອຄວບຄຸມໂລກລະບາດໂຄວິດ - 19 ຢ່າງປອດໄພ”…
ຍສໝ - ພາຍຫຼັງການຜັນຂະຫຍາຍ “ຍຸດທະສາດ 90.000 ວຽກເຮັດງານທຳ” ໂດຍຄະນະຊາວໜຸ່ມ, ສະມາຄົມນັກສຶກສານະຄອນຮ່າໂນ້ຍ ປຸກລະດົມ, ໄດ້ມີຊາວໜຸ່ມ, ນັກສຶກສາ 90.656 ຄົນທີ່ມີວຽກເຮັດງານທຳ, ດ້ວຍການຮັບສະໝັກສຳເລັດ 289.674 ຄັ້ງ, ໄລ່ສະເລ່ຍຊາວໜຸ່ມຄົນໜຶ່ງຈະໄດ້ເຊື່ອມຕໍ່ກັບວຽກງານ 4 ຢ່າງທີ່ມີຄວາມເໝາະສົມ.
ຍສໝ - ຫວຽດນາມ ກໍາລັງຍູ້ໄວຄວາມຄືບໜ້າການສັກຢາວັກຊີນ, ມຸ່ງໄປສູ່ເປົ້າໝາຍການດໍາລົງຊີວິດທີ່ປອດໄພກັບພະຍາດໂຄວິດ -19, ກັບຄືນສູ່ການຜະລິດດຳເນີນທຸລະກິດເທື່ອລະກ້າວ...
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມທາງໄກກັບ 63 ແຂວງ, ນະຄອນ ໃນທົ່ວປະເທດ.
ຍສໝ - ຫຼັງຈາກອັດປະຕູມາຫຼາຍເດືອນ, ວິສາຫະກິດຫຼາຍແຫ່ງ ໄດ້ວາງແຜນຟື້ນຟູການຜະລິດໃຫ້ທັນເວລາ ເພື່ອສົ່ງສິນຄ້າທີ່ຖືກຊັກຊ້າ, ແຕ່ວິສາຫະກິດຫຼາຍແຫ່ງ ຍັງກັງວົນວ່າ ຈະມີແຮງງານບໍ່ພຽງພໍ.
ຍສໝ - ບໍລິສັດ MTV ວັກຊີນ ແລະ ຜະລິດຕະພັນຊີວະພາບ ເລກທີ 1 ຈຳກັດ (VABIOTECH -ກະຊວງສາທາລະນະສຸກ) ໄດ້ປະກາດຜົນສໍາເລັດໃນການຜະລິດວັກຊີນປ້ອງກັນພະຍາດໂຄວິດ -19 Sputnik V (Gam-COVID-Vac) ຊຸດທໍາອິດຢູ່ຫວຽດນາມ.
ການໄປປະຕິບັດງານຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານປະທານປະເທດນຳໜ້າ ໄດ້ບັນລຸທຸກເປົ້າໝາຍທີ່ໄດ້ວາງອອກ ແລະ ນຳມາເຊິ່ງໝາກຜົນຢ່າງຮອບດ້ານ, ສືບຕໍ່ປະກອບສ່ວນຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ.
ເວທີປາໄສໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍຢ່າງສຸດຂີດ, ເຕົ້າໂຮມພູມປັນຍາຢ່າງຄົບຖ້ວນ, ການປະກອບສ່ວນບໍ່ພຽງແຕ່ຂອງບັນດາສະມາຊິກ ສະພາແຫ່ງຊາດ ເທົ່ານັ້ນ ຫາກຍັງດຶງດູດ, ສ້າງເຄືອຂ່າຍຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງລົງເລິກແຖວໜ້າພາຍໃນປະເທດ ແລະ ຂອງບັນດາອົງການຈັດຕັ້ງສາກົນອີກດ້ວຍ.
ເມື່ອຕອບສະໜອງຂະບວນການແຂ່ງຂັນພິເສດ "ກອງທັບພ້ອມກັບທົ່ວປະເທດຮ່ວມແຮງຮ່ວມໃຈກັນແຂ່ງຂັນປ້ອງກັນ, ຕ້ານ ແລະເອົາຊະນະພະຍາດໂຄວິດ-19" ແລະຂະບວນການ "ແມ່ຍິງທົ່ວປະເທດເພື່ອພີ່ນ້ອງພາກໃຕ້", ໃນໄລຍະຜ່ານມາ, ແມ່ຍິງກອງທັບໄດ້ຈັດກິດຈະກໍາທີ່ມີຄວາມໝາຍ, ແທດຈິງຫຼາຍຢ່າງ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນໃນເຂດໄດ້ຮັບຜົນກະທົບໂດຍກົງຈາກການລະບາດຂອງພະຍາດໂຄວິດ-19.
ຍສໝ - ກະຊວງສາທາລະນະສຸກ ໄດ້ປະກາດໃຊ້ເອກະສານສົ່ງໄປຍັງພະແນກສາທາລະນະສຸກແຂວງ, ນະຄອນ, ກົມສາທາລະນະສຸກ, ກະຊວງຕຳຫຼວດ, ກົມເສນາຮັກ… ບັນດາໜ່ວຍງານຂຶ້ນກັບກະຊວງສາທາລະນະສຸກ ທີ່ໄດ້ຮັບໜ້າທີ່ສັກວັກຊິນກັນໂຄວິດ - 19 ກ່ຽວກັບເລື່ອງສັກວັກຊິນກັນໂຄວິດ - 19 ໃຫ້ແກ່ແມ່ຍິງຖືພາ.
ໄລມາຮອດປະຈຸບັນ, ມີຜູ້ຕິດເຊື້ອໂຄວິດ - 19 ກ່ວາ 500.000 ຄົນ ຢູ່ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ
ຍສໝ - ວັນທີ 22 ກັນຍາ, ຄະນະກຳມະການປະຊາຊົນແຂວງ ດົ່ງນາຍ ໃຫ້ຮູ້ວ່າ ທາງທ້ອງຖິ່ນຫາກໍ່ປະກາດໃຊ້ວິທີການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທີ່ຕອບສະໜອງສະພາບການໃນບໍລິເວນແຂວງ ມີຜູ້ຕິດເຊື້ອ 50.000 ຄົນ
ຍສໝ- ກຸ່ມບໍລິສັດ T&T ຫາກໍ່ເຊັນສັນຍາ ແລະ ບົດບັນທຶກຄວາມຊ່ວຍຈຳ (MOU) ກັບຄູ່ຮ່ວມມືຂອງສະຫະລັດອາເມຣິກາ ເພື່ອຮ່ວມມືລົງທຶນໃນໂຄງການພະລັງງານຜະລິດຄືນໃໝ່; ເກັບຊື້ຜະລິດຕະພັນກະເສດ ແລະ ກາຍເປັນຕົວແທນຈໍາໜ່າຍແຕ່ພຽງຜູ້ດຽວຂອງຍີ່ຫໍ້ການຢາມີຊື່ສຽງແຖວໜ້າໃນປະເທດນີ້.
ຍສໝ - ຕອນເຊົ້າວັນທີ 23 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນໍາ ໄດ້ເປັນປະທານກອງປະຊຸມຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19.
ຍສໝ - ຕອນເຊົ້າວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ ແລະ ສະຫະສະມາຄົມການຄ້າເອເລັກໂຕນິກຫວຽດນາມ (VECOM) ໄດ້ຈັດພິທີລົງນາມໃນຂໍ້ຕົກລົງ ໃນໄລຍະ 2021-2023 ຕາມຮູບການອອນໄລ.
ຍສໝ - ອົງການຈັດຕັ້ງ Times Higher Education ຫາກໍ່ປະກາດໝາກຜົນຂອງການຈັດອັນດັບຂອງບັນດາໂຮງຮຽນມະຫາວິທະຍາໄລໂລກຕາມແຕ່ລະຂົງເຂດປີ 2022 ຂອງ 4 ໃນຈຳນວນ 11 ຂົງເຂດຈັດອັນດັບ. ໃນນັ້ນມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍຮັກສາຢູ່ລະດັບໃນ Top 601 - 800 ຂອງຂົງເຂດວິທະຍາສາດພື້ນຖານ (Physical Sciences) ເມື່ອທຽບໃສ່ກັບ THE WUR by Subject 2021…
ຍສໝ - ວັນທີ 20 ກັນຍາ, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 109/NQ-CP ກ່ຽວກັບການຊື້ວັກຊິນກັນໂຄວິດ - 19 Abdala ໂດຍສູນເຕັກນິກກຳມະພັນແລະເຕັກໂນໂລຢີຊີວະສາດກູບາຜະລິດ.
ຍສໝ - ລັດຖະບານຈະຮ່ວມເດີນທາງ, ຮັບຟັງຄຳເຫັນຂອງວິສາຫະກິດ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຈົນຮອດເວລາ ຟື້ນຟູການຜະລິດດຳເນີນທຸລະກິດໃນສະພາບການປົກກະຕິໃໝ່.