ບັນ​ດາ​ວິ​ສາ​ຫະ​ກິດມ​ີ​ຄວາມເຊື່ອ​ໝັ້ນ​ຕໍ່​ຕະຫຼາດ​ລົງ​ທຶນຫວຽດ​ນາມ

16:25 | 30/09/2021

ຍ​ສ​ໝ - ມີ​ພື້​ນ​ຖານ​ຕົວ​ຈິງຢັ​້ງ​ຢືນ​ວ່າບັນ​ດາ​ນັກ​ລົງ​ທຶນ​ສາ​ກົນຍັງ​ມີ​ຄວາມ​ຫວັງ​ຕໍ່​ການ​ພັດ​ທະ​ນາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລ​ະ​ກິດ​ຢູ່ຫວຽດ​ນາມ, ຈະ​ບໍ່​ມີ​ວິ​ສາ​ຫະ​ກິດ​ໃດ​ອອກ​ຈາກ​ຫວຽດ​ນາມໃນ​ອະ​ນາ​ຄົດ​ໃກ້ໆ​ນີ້…

ກະ​ຊວງ ແຜນ​ການ​ ແລະ ການ​ລົງ​ທຶນ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ກະ​ຊວງ ແຜນ​ການ​ ແລະ ການ​ລົງ​ທຶນ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ
ມີ​ນັກ​ລົງ​ທຶນໃຫຍ່​ຂອງ​ໄຕ້ຫວັນ 100 ຄົນ​ຊອກ​ຫາ​ກາ​ລະ​ໂອ​ກາດ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ ມີ​ນັກ​ລົງ​ທຶນໃຫຍ່​ຂອງ​ໄຕ້ຫວັນ 100 ຄົນ​ຊອກ​ຫາ​ກາ​ລະ​ໂອ​ກາດ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ
ບັນ​ດາ​ວິ​ສາ​ຫະ​ກິດມ​ີ​ຄວາມເຊື່ອ​ໝັ້ນ​ຕໍ່​ຕະຫຼາດ​ລົງ​ທຶນຫວຽດ​ນາມ
ບັນ​ດາ​ວິ​ສາ​ຫະ​ກິດມ​ີ​ຄວາມເຊື່ອ​ໝັ້ນ​ຕໍ່​ຕະຫຼາດ​ລົງ​ທຶນຫວຽດ​ນາມ (ພ​າບ:cand.com.vn)

ທ່ານ​ນາງ Dorsati Mandani, ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຂັ້ນ​ສູງທະ​ນາ​ຄານ​ໂລກ (WB) ຢູ່ຫວຽດ​ນ​າມຖື​ວ່ານັກ​ລົງ​ທຶນ FDI ຍັງ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ແງ່​ຫວັງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດຫວຽດ​ນາມຍ້ອນຫຼາຍ​ເຫດ​ຜົນ.

ພື້ນ​ຖານ​ເສດ​ຖະ​ກິດຫວຽດ​ນາມຍັງ​ນອນ​ໃນ​ຈຳ​ນວນ​ປະ​ເທດທີ່​ມີ​ການ​ເຕີບ​ໂຕ​ທີ່​ດີ. ນັ້ນ​ແມ່ນ​ສັນ​ຍານຫຼັກ​ຂອງ​ຄວາມ​ສາ​ມາດ​ໃນ​ການ​ຟື້ນ​ຟູແລະກຳ​ລັງ​ແຮງ​ດ້ານ​ເສດ​ຖະ​ກິດ, ບັນ​ດາ​ຮາກ​ຖານ​ໂດຍ​ພື້ນ​ຖານຂອງພື້ນ​ຖານ​ເສດ​ຖະ​ກິດ​ທີ່​ໝັ້ນ​ແກ່ນ.

ໃນ​ໄຕ​ມາດ​ທີ III/2021, ເມ​ື່ອເບິ່ງ​ແຫຼ່ງ​ທຶນ FDI ເດືອນສິງ​ຫາ, WB ຍັງ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ FDI ເພີ່ມ​ຂຶ້ນ. “ນັ້ນ​ແມ່ນ​ສັນ​ຍາທີ່​ສະ​ແດງ​ໃຫ້​ເຫັນບັນ​ດາ​ນັກ​ລົງ​ທຶນ​ສາ​ກົນຍັງ​ມີ​ແງ່​ຫວັງ​ຕໍ່​ການ​ພັດ​ທະ​ນາ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ຫວຽດ​ນາມ”, ທ່ານ​ນາງ Dorsati Mandani ປະ​ກອບ​ຄຳ​ເຫັນ.

ທ່ານ​ນາງ Dorsati Mandani ໃຫ​້​ຮູ້​ວ່າ WB ພວມ​ມີ​ບັນ​ດາ​ແຜນ​ການ​ໜູນ​ຊ່ວຍຫວຽດ​ນາມໃນ​ໄລ​ຍະ​ຈະ​ມາ​ເຖິງ. WB ໄດ້ແລະພວມ​ໜູນ​ຊ່ວຍ​ດ້ານ​ການ​ເງິນແລະໃຫ້​ຄຳ​ປຶກ​ສານະ​ໂຍ​ບາຍ​ເພື່ອ​ໃຫ້ຫວຽດ​ນາມປັບ​ປຸງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ, ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດຢ່າງ​ມີ​ໄຫວ​ພິບແລະໝັ້ນ​ແກ່ນ. WB ກໍ່​ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ຄຳ​ປຶກ​ສາແບ່ງ​ປັນ​ບັນ​ດາຂໍ້​ລິ​ເລີ່ມແລະບົດ​ຮຽນ​ສາ​ກົນເພື່ອ​ຮັບ​ປະ​ກັນ​ການ​ຟື້ນ​ຟູ​ທີ່​ດີແລະພ້ອມທັງແມ່ນ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດທີ່​ເກີດ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19. ຄື​ຄຳ​ເວົ້າ“ເມື່ອ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກຈຶ່ງ​ຮູ້​ຜູ້​ໃດ​ແມ່ນ​ເພື່ອນທີ່ດີ”, ນີ້​ແມ່ນ​ໄລ​ຍະ​ພວກ​ເຮົາ​ຕ້ອງ​ການ​ກັນ​ທີ່​ສຸ​ດ. ໂດຍແມ່ນ​ຄູ່​ຮ່ວມ​ເດີນ​ທາງທີ່ດົນ​ນານແລະເປັນ​ໜ້າ​ພັດ​ທະ​ນາ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງຫວຽດ​ນາມ, ພວກ​ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ປະ​ຕິ​ບັດ​ທຸກ​ສິ່ງ​ທຸກ​ຢ່າງເພື່ອ​ອາດ​ຈະ​ຊ່ວຍ​ຫວຽດ​ນາມຟື້ນ​ຟູ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19” ທ່າ​ນນາງ Dorsati Mandani ກ່າວ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.