ດົ່ງ​ນາຍຈ​ະ​ປະ​ຕິ​ບັດ​ການ​ແຍກ​ຕົວ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ເຮືອນ​ໃນ​ກໍ​ລະ​ນີທີ່​ມີ​ຜູ້​ຕິດ​ເຊື້ອ 50.000 ຄົນ

19:43 | 25/09/2021

ຍ​ສໝ - ວັນ​ທີ 22 ກັນ​ຍາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດົ່ງ​ນາຍ ໃຫ້​ຮູ້​ວ່າ ທາງ​ທ້ອງ​ຖິ່ນ​ຫາ​ກໍ່​ປະ​ກາດ​ໃຊ້​ວິ​ທີ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ຕອບ​ສະ​ໜອງ​ສະ​ພາບ​ການ​ໃນ​ບໍ​ລິ​ເວນ​ແຂວງ ມີ​ຜູ້​ຕິດ​ເຊື້ອ 50.000 ຄົນ

ໜູນ​ຊ​່ວຍ​ການ​ຂົນ​ສົ່ງທາງ​ການ​ບິນ​ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ, ບິ່ງ​ເຢືອງ, ດົ່ງ​ນາຍ, ລອງ​ອານ ໜູນ​ຊ​່ວຍ​ການ​ຂົນ​ສົ່ງທາງ​ການ​ບິນ​ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ, ບິ່ງ​ເຢືອງ, ດົ່ງ​ນາຍ, ລອງ​ອານ
ໄຂ​ງານ​ວາງ​ສະ​ແດງ “ນາຍ​ພົນ​ແຫ່ງ​ເທບ​ນິ​ຍາຍ” ໄຂ​ງານ​ວາງ​ສະ​ແດງ “ນາຍ​ພົນ​ແຫ່ງ​ເທບ​ນິ​ຍາຍ”
ດົ່ງ​ນາຍຈ​ະ​ປະ​ຕິ​ບັດ​ການ​ແຍກ​ຕົວ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ເຮືອນ​ໃນ​ກໍ​ລະ​ນີທີ່​ມີ​ຜູ້​ຕິດ​ເຊື້ອ 50.000 ຄົນ
ພາບ​ປະ​ກອບ: TTXVN.

ຕາມ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ດົ່ງ​ນາຍ​ແລ້ວ, ເມື່ອ​ດົ່ງ​ນາຍ​ມີ​ຜູ້​ຕິດ​ເຊື້ອ​ຂຶ້ນ​ເຖິງ 50.000 ຄົນ, ຄະ​ນະ​ກຳ​ມະ​ກາ​ນ​ປະ​ຊາ​ຊົນ​ແຂວງ ຈະ​ສືບ​ຕໍ່​ຊີ້​ນຳ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ເລ​ກ​ທີ 16 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໃນ​ບໍ​ລິ​ເວນ​ແຂວງ ແລະ ບາງ​ມາດ​ຕະ​ການ​ຕ່າງໆຢ່າງ​ເຂັ້ມ​ງວດ​ເພື່ອ​ຮັດ​ແໜ້ນ​ການ​ຄຸ້ມ​ຄອງການ​ປະ​ຕິ​ບັດ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ.

ທາງ​ແຂວງ ຈະ​ສະ​ເໜີ​ປະ​ຕິ​ບັດສະພາວະສຸກເສີນ (ຖ້າ​ຈຳ​ເປັນ) ແລະ ​ຜັນ​ຂະ​ຫຍາຍ​​ບັນ​ດາ​ມາດ​ຕະ​ການ​ຕໍ່ ສະພາວະສຸກເສີນ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ຕິດ​ແປດ, ນິ​ຕິ​ບັນ​ຍັດວ່າດ້ວຍ​ສະ​ພາວະສຸກເສີນ ຂອງ​ສະ​ພາ​ແແຫ່ງ​ຊາດ ແລະ ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ທີ່​ໄດ້​ຮັບ​ການ​ປະ​ກາດ​ໃຊ້​ໃນ​ປັດ​ຈຸ​ບັນຢ່າງ​ຄົບ​ຊຸດ.

ຄະ​ນະ​ຊີ້​ນຳ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແຂວ​ງ​ດົ່ງ​ນາຍ ​ຈະ​ຈັດ​ກອງ​ປະ​ຊຸມ​ໃນ​ທຸກໆ​ວັນ, ຕີ​ລາ​ຄາ​ສະ​ພາບ​ການ​ຜັນ​ແປ​ຂອງ​ໂລກ​ລະ​ບາດ ແລະ ປະ​ກາດລະ​ດັບ​ແຈ້ງ​ເຕືອນສຳ​ລັບ​ປະ​ຊາ​ຄົມຢູ່​ລະ​ດັບ​ສູງ​ສຸດ.

ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ແຂວງ​ດົ່ງ​ນາຍ​ ຈະ​ສືບ​ຕໍ່​ເອົາ​ແບບ​ຢ່າງ​ກວດ​ຫາ​ເຊື້ອ​ທີ່​ມີ​ຈຸດ​ສຸມຢູ່​ບັນ​ດາ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ຕິດ​ເຊື້ອ​ສູງທີ່ສຸດ, ເຂດ​ທີ່​ມີ​ຄວາມ​ສ່ຽງ​ຕິດ​ເຊື້ອ​ສູງ, ບັນ​ດາ​ແຫຼ່ງ​ທີ່​ມີ​ຜູ້​ຕິດ​ເຊື້ອຫຼາຍ, ແຜ່​ລະ​ບາດ​ໂດຍ​ໄວ​ຄື ​ຢູ່​ຮາກ​ຖານ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ເຂດ​ອຸດ​ສາ​ຫະ​ກຳ, ເຮືອນເຊົ່າ, ນຳ​ໃຊ້​ການ​ແຍກ​ຕົວຢູ່ເຮືອນສຳລັບຜູ້​ສຳ​ຜັດ​ກັບ​ຜູ້​ຕິດ​ເຊື້ອ ໃນ​ບໍ​ລິ​ເວ​ນ​ທົ່ວ​ແຂວງ, ຜັນ​ຂະ​ຫຍາຍ​ການ​ສ້າງ​ປ້ອມ​ສາ​ທາ​ລະ​ນະ​ສຸກ​ເຄື່ອນ​ທີ່​ຢູ່​ຕາ​ແສງ.

ທາງ​ແຂວງ​ສຸມ​ໃສ່​ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ຢ່າງ​ເຖິງ​ຖອງ, ຮັບ​ປະ​ກັນ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ທີ່​ມີ​ອາ​ການ​ໜັກ ແລະ ສາຫັດ ບໍ່​ເກີນ 900 ຄົນ (ກະ​ກຽມ​ຢ່າງ​ໜ້ອຍ​ສຸດ 900 ຕ​ຽງ​ນອນ​ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ທີ່​ມີ​ອາ​ການ​ເຈັບ​ໜັກ ແລະ ລະ​ດັບຂີດ​ອັນ​ຕະ​ລາຍ), ລະ​ດັບ​ກາງ​ແມ່ນ​ປະ​ມານ 7.300 ຄົນ, ສ່ວນ​ຍັງ​ເຫຼືອ​ແມ່ນ​ຜູ້​ມີ​ອາ​ການ​ເບົາ ແລະ ບໍ່​ມີ​ອາ​ການ​ປະ​ມານ 41.000 ຄົນ.

ບັນ​ດາ​ກໍ​ລະ​ນີ​ຕິດ​ເຊື້​ອ​ທີ່​ມີ​ຜົນ​ກວດ​​ວິ​ໄຈ RT-PCR ດ້ວຍ​ຈຳ​ນວນ​ໄວ​ຣັດ​ຕ່ຳ​ກ່​ວາ ແມ່ນຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ແຍກ​ຕົວ, ປິ່ນ​ປົວ​ຢູ່​ເຮືອນໂດຍ​ມີ​ການ​ຄອບຄຸມ, ແນະ​ນຳໃຫ້ຜູ້​ຕິດ​ເຊື້ອສາມາດ​ຕິດ​ຕາມ​ອາການສຸ​ຂະ​ພາບ​ຂອງຕົນເອງ​ຢູ່​ເຮືອນໄດ້, ສະ​ໜອງ​ຢາ​ປິ່ນ​ປົວ​ໂດຍ​ພື້​ນ​ຖານ, ສະ​ໜອງ​ຂໍ້​ມູນ​ຕິດ​ຕໍ່​ພົວ​ພັນ​ເພື່ອ​ແຈ້ງ​ໃຫ້​ອົງ​ການ​ສ​າ​ທາ​ລະ​ນະ​ສຸກ ເມື່ອ​ມີ​ອາ​ການ​ຜິດ​ປົກ​ກະ​ຕິ​ກ່ຽວ​ກັບ​ສຸ​ຂະ​ພາບ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.