ຫວຽດນາມ ປະສົບຜົນສຳເລັດໃນການຜະລິດວັກຊີນ Sputnik V ຊຸດທຳອິດ

10:07 | 27/09/2021

ຍສໝ - ບໍລິສັດ MTV ວັກຊີນ ແລະ ຜະລິດຕະພັນຊີວະພາບ ເລກທີ 1 ຈຳກັດ (VABIOTECH -ກະຊວງສາທາລະນະສຸກ) ໄດ້ປະກາດຜົນສໍາເລັດໃນການຜະລິດວັກຊີນປ້ອງກັນພະຍາດໂຄວິດ -19 Sputnik V (Gam-COVID-Vac) ຊຸດທໍາອິດຢູ່ຫວຽດນາມ.

ຫວຽດນາມທົດລອງ ຜະລິດ ວັກຊິນ Spunik -V ງວດທຳອິດ ຫວຽດນາມທົດລອງ ຜະລິດ ວັກຊິນ Spunik -V ງວດທຳອິດ
ລາວ ກະກຽມການທົດລອງ ວັກຊີນ Covid-19 Sputnik V ໃນຂັ້ນຕອນທີສາມ ໂດຍຣັດເຊຍຜະລິດ ລາວ ກະກຽມການທົດລອງ ວັກຊີນ Covid-19 Sputnik V ໃນຂັ້ນຕອນທີສາມ ໂດຍຣັດເຊຍຜະລິດ
ຫວຽດນາມ ປະສົບຜົນສຳເລັດໃນການຜະລິດວັກຊີນ Sputnik V ຊຸດທຳອິດ
ຫວຽດນາມ ປະສົບຜົນສຳເລັດໃນການຜະລິດວັກຊີນ Sputnik V ຊຸດທຳອິດ. ພາບ:baotintuc.vn

ໃນວັນທີ 26 ເດືອນສິງຫາ, ຊຸດຂອງວັກຊີນ Sputnik V ລະຫັດ SV-030721M ທີ່ຜະລິດຢູ່ VABIOTECH ໄດ້ຖືກວິເຄາະ, ປະເມີນຜົນ ແລະ ຕີລາຄາການຕອບສະໜອງຕາມຄວາມຮຽກຮ້ອງຂອງ ເອກະສານກຳນົດມາດຕະຖານ ໂດຍສະຖາບັນຄົ້ນຄວ້າແຫ່ງຊາດກ່ຽວກັບສຸຂາພິບານວິທະຍາ ແລະ ຈຸລິນຊີວິທະຍາ Gamalaya, ສະຫະພັນລັດເຊຍ.

ທ່ານ ປອ. ໂດຕວນດາດ, ປະທານ VABIOTECH ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າມີຄວາມດີໃຈທີ່ໄດ້ປະກາດຜົນສໍາເລັດຂອງການຜະລິດວັກຊີນ Sputnik V ຊຸດທໍາອິດຢູ່ຫວຽດນາມ. ວັກຊີນຊຸດນີ້ໄດ້ຖືກວິເຄາະ ແລະ ປະເມີນຜົນການຕອບສະໜອງຄວາມຕ້ອງການດ້ານຂໍ້ກຳນົດມາດຕະຖານໂດຍ ຣັດເຊຍ. ວັກຊີນຊຸດທຳອິດນີ້ຈະຊ່ວຍໃຫ້ປະຊາຊົນຫວຽດນາມເຂົ້າເຖິງແຫຼ່ງວັກຊີນທີ່ມີຄຸນນະພາບໂດຍໄວ, ປະກອບສ່ວນໃນການປ້ອງກັນການລະບາດຂອງພະຍາດ COVID-19.

VABIOTECH ໄດ້ບັນຈຸວັກຊິນSputnik V 30.000 ໂດສ ງວດທໍາອິດ (ງວດວັກຊິນມີລະຫັດ SV-030721M) ໃສ່ໃນກ່ອງສໍາເລັດ, ໃນນັ້ນວັກຊິນ 10.000 ໂດສ ໄດ້ສົ່ງໄປວິເຄາະ, ປະເມີນຜົນຢູ່ສະຫະພັນລັດເຊຍ ແລະໄດ້ຕີລາຄາວ່າ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງເອກະສານກຳນົດມາດຕະຖານ. ໃນເດືອນກັນຍານີ້, ບໍລິສັດຈະເຮັດລະບຽບການນໍາເຂົ້າອຸປະກອນສໍາເລັດຮູບວັກຊິນ Sputnik V ເພື່ອອັດກ່ອງ ແລະຫຸ້ມຫໍ່ວັກຊິນນີ້ຢູ່ຫວຽດນາມ ຢ່າງວ່ອງໄວ ແນໃສ່ຄວາມເປັນເຈົ້າການໃນການສະໜອງວັກຊິນ Sputnik V ຢູ່ຫວຽດນາມ".

ຕາມແຜນການ, ວັກຊີນ Sputnik V ທີ່ຜະລິດໂດຍ VABIOTECH ຈະຖືກນຳໃຊ້ເຂົ້າໃນໂຄງການສັກຢາກັນພະຍາດທົ່ວປວງຊົນ.

ຢາວັກຊີນ Sputnik V ໄດ້ພັດທະນາບົນພື້ນຖານຂອງ vector adenovirus , ເປັນການລົງທະບຽນຄັ້ງທຳອິດໃນໂລກ, ຕາຕະລາງການສັກແມ່ນ 2 ເຂັມ, ໄລຍະຫ່າງລະຫວ່າງ 2 ເຂັ້ມແມ່ນ 3 ອາທິດ.

ອີງຕາມຜົນການທົດລອງທາງດ້ານຄລີນິກທີ່ໄດ້ປະກາດໃນວາລະສານ "The Lancet" ແລ້ວ, ວັກຊີນ Sputnik V ມີປະສິດທິພາບສູງເຖິງ 91.6%. ສະເພາະສໍາລັບອາສາສະໝັກທີ່ມີອາຍຸຫຼາຍກວ່າ 60 ປີ, ອັດຕານີ້ແມ່ນ 91.8%. ຫຼັງຈາກການສັກຢາ, 98% ຂອງອາສາສະໝັກ ມີພູມຕ້ານທານຕ້ານເຊື້ອໄວຣັດ SARS-CoV-2.

ຢູ່ຫວຽດນາມ, ວັກຊີນ Sputnik V ໄດ້ຮັບອະນຸຍາດໃຫ້ນຳໃຊ້ໃນກໍລະນີສຸກເສີນທີ່ມີເງື່ອນໄຂ ໂດຍກະຊວງສາທາລະນະສຸກ ໃນວັນທີ 23 ມີນາ 2021. ວັນທີ 21 ກໍລະກົດ, VABIOTECH ໄດ້ປະກາດຢ່າງເປັນທາງການການທົດລອງການຜະລິດວັກຊີນ Sputnik V ຢູ່ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.