ວິສາຫະກິດຂອງສອງປະເທດຫວຽດນາມ - ສະຫະລັດອາເມຣິກາ ຮ່ວມມືພັດທະນາພະລັງງານຜະລິດຄືນໃໝ່ ຢູ່ຫວຽດນາມ

16:30 | 25/09/2021

ຍສໝ​- ກຸ່ມບໍລິສັດ T&T ຫາກໍ່ເຊັນສັນຍາ ແລະ ບົດບັນທຶກຄວາມຊ່ວຍຈຳ (MOU) ກັບຄູ່ຮ່ວມມືຂອງສະຫະລັດອາເມຣິກາ ເພື່ອຮ່ວມມືລົງທຶນໃນໂຄງການພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່; ເກັບຊື້ຜະລິດຕະພັນກະເສດ ແລະ ກາຍເປັນຕົວແທນຈໍາໜ່າຍແຕ່ພຽງຜູ້ດຽວຂອງຍີ່ຫໍ້ການຢາມີຊື່ສຽງແຖວໜ້າໃນປະເທດນີ້.

ມີຕື່ມອີກວິສາຫະກິດແຫ່ງໜຶ່ງ ທີ່ລົງທຶນຜະລິດຖ່ານໄຟນຳໃຊ້ແຫຼ່ງພະລັງງານແສງຕາເວັນຢູ່ຫວຽດນາມ ມີຕື່ມອີກວິສາຫະກິດແຫ່ງໜຶ່ງ ທີ່ລົງທຶນຜະລິດຖ່ານໄຟນຳໃຊ້ແຫຼ່ງພະລັງງານແສງຕາເວັນຢູ່ຫວຽດນາມ
USAID LinkSME ໜູນຊ່ວຍ ວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງທົ່ວໂລກ USAID LinkSME ໜູນຊ່ວຍ ວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງທົ່ວໂລກ

T&T Group ແລະ ກຸ່ມບໍລິສັດ UPC Renewables (ສະຫະລັດອາເມຣິກາ) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ MoU ກ່ຽວກັບການຮ່ວມມືລົງທຶນບັນດາໂຄງການພະລັງງານແຮງລົມຢູ່ແຄມຝັ່ງ ແລະ ໃກ້ແຄມຝັ່ງ, ໄຟຟ້າພະລັງງານແສງຕາເວັນຢູ່ ແຂວງນິງທ້ວນ, ດັກນົງ, ຊອກຈັງ, ເບັ້ນແຈ, ບາກລຽວ ດ້ວຍຍອດກຳລັງຜະລິດໄຟຟ້າຄາດວ່າເກືອບ 1.500 MW, ຍອດມູນຄ່າລົງທຶນປະມານ 2,5 ຕື້ USD.

ວິສາຫະກິດຂອງສອງປະເທດຫວຽດນາມ - ສະຫະລັດອາເມຣິກາ ຮ່ວມມືພັດທະນາພະລັງງານຜະລິດຄືນໃໝ່ ຢູ່ຫວຽດນາມ
ວິສາຫະກິດຂອງສອງປະເທດຫວຽດນາມ - ສະຫະລັດອາເມຣິກາ ຮ່ວມມືພັດທະນາພະລັງງານຜະລິດຄືນໃໝ່ ຢູ່ຫວຽດນາມ. (ພາບ: nld.com.vn)

ວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ ສະຫະລັດອາເມຣິກາ, ຜູ້ຕາງໜ້າກຸ່ມບໍລິສັດ T&T Group ໄດ້ລົງນາມໃນເອກະສານ ແລະ ບົດບັນທຶກຊ່ວຍຈຳ (MoU) ຫຼາຍສະບັບກັບບັນດາຄູ່ຮ່ວມມື ສະຫະລັດອາເມຣິກາ ກ່ຽວກັບການຮ່ວມມືລົງທຶນບັນດາໂຄງການພະລັງງານຜະລິດຄືນໃໝ່; ເກັບຊື້ຜະລິດຕະພັນກະເສດ ແລະ ກາຍເປັນຜູ້ຈຳໜ່າຍແຕ່ພຽງຜູ້ດຽວຂອງບັນດາຜະລິດຕະພັນການຢາທີ່ມີຊື່ສຽງແຖວໜ້າຢູ່ ປະເທດນີ້.

ກຸ່ມບໍລິສັດ T&T ຍັງໄດ້ເຊັນສັນຍາການຄ້າສອງສະບັບ ເພື່ອນຳເຂົ້າວັດຖຸດິບອາຫານໃນການລ້ຽງສັດ ດ້ວຍມູນຄ່າທັງໝົດ 525 ລ້ານ USD, ໜູນຊ່ວຍຊຸກຍູ້ການຜະລິດ ແລະ ທຸລະກິດພາຍໃນປະເທດ.

ບໍລິສັດການຢາ T&T (T&T Pharma - ໜ່ວຍງານສະມາຊິກຂອງກຸ່ມບໍລິສັດ T&T Group) ສືບຕໍ່ປະສົບຜົນສໍາເລັດຢູ່ໃນສະຫະລັດອາເມຣິກາ ເມື່ອກາຍເປັນຜູ້ຈໍາໜ່າຍແຕ່ພຽງຜູ້ດຽວຂອງຜະລິດຕະພັນອາຫານເສີມ ສໍາລັບຍີ່ຫໍ້ການຢາມີຊື່ສຽງແຖວໜ້າໃນປະເທດນີ້.

ບໍລິສັດ T&T Pharma ໄດ້ເຊັນສັນຍາການຈຳໜ່າຍຢາແຕ່ພຽງຜູ້ດຽວເປັນເວລາ 5 ປີ ດ້ວຍມູນຄ່າສັນຍາທັງໝົດ 23 ລ້ານ USD ກັບບໍລິສັດ Nutraceuticals dba Au Naturel, Inc., ຜູ້ຜະລິດຢາຊັ້ນນຳຂອງສະຫະລັດອາເມຣິກາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.