ປະ​ກ​າດ​ໃຊ້​ແຜນ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ກາ​ນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

06:20 | 29/09/2021

ຍ​ສ​ໝ - ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ ຫາ​ກໍ່​ປະ​ກາດ​ແຜນ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ດ້ວຍ​ສານ​ທີ່​ວ່າ “ວິ​ໄຈ​ຫາ​ເຊື້ອ​ແມ່ນ​ວິ​ທີ​ການຫຼັກ​ແຫຼ່ງ, ວັກ​ຊິນ​ແມ່ນ​ພື້ນ​ຖານ​ເພື່ອ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ປອດ​ໄພ”…

ກອງ​ປະ​ຊຸມ​ທາງ​ໄກລະ​ຫວ່າງ ລັດ​ຖະ​ບານ ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ທ້ອງ​ຖິ່ນ​ກ່ຽວ​ກັບ​ມາດ​ຕະ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ກອງ​ປະ​ຊຸມ​ທາງ​ໄກລະ​ຫວ່າງ ລັດ​ຖະ​ບານ ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ທ້ອງ​ຖິ່ນ​ກ່ຽວ​ກັບ​ມາດ​ຕະ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19
ໜູ​ນ​ຊ່ວຍ​ຄູ​ສອນ​ຊາວ​ລັດ​ເຊຍ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ໜູ​ນ​ຊ່ວຍ​ຄູ​ສອນ​ຊາວ​ລັດ​ເຊຍ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19
ປະ​ກ​າດ​ໃຊ້​ແຜນ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ກາ​ນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ

​ລະ​ອຽດ​ແມ່ນ, ໂຄ​ສ​ະ​ນາ​ເຜີຍ​ແຜ່​ບັນ​ດາ​ນະ​ໂຍ​ບາຍ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ຢ່າງ​ຕໍ່​ເນື່ອງ ໄດ້​ຮັບ​ການ​ດັດ​ປັບ​ໃຫ້​ຖືກ​ທິດ, ເໝາະ​ສົມ​ກັບ​ການ​ຜ​ັນ​ແປ​ຂອງ​ສະ​ພາບ​ການ ແລະ ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ປະ​ເທດ​ເຮົາ.

ຍຸດ​ທ​ະ​ສາດ​ຕ້ານ​ໂລກ​ລະ​ບາດ​ຍາວ​ນານ​ຕ້ອງມີ 3 ປັດ​ໄ​ຈ: ວັກ​ຊິນ, ວິ​ໄຈ​ຫາ​ເຊື້ອ ແລະ ປິ່ນ​ປົວ, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ມາດ​ຕະ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ເປັນ​ຢ່າງ​ດີ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ວິ​ທີ​ການ, ແຜນ​ການ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ - ສັງ​ຄົມ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ສຸກ​ໃນ​ປະ​ຊາ​ຊົນ, ໃນ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ພາຍ​ໃນ ແລະ ​ຕ່າງ​ປະ​ເທດ.

ບັນ​ດາ​ອົງ​ການ​ສື່ມວນ​ຊົນ ຕ້ອງ​ລົງ​ທຶນ​ເພີ່ມ​ເຕີມ​ບັນ​ດາ​ບົດ​ຂຽນ, ລາຍ​ການ​ໄຈ້​ແຍກ, ບົດ​ວິ​ພາກວິ​ຈານ​ລົງ​ເລິກ, ຄຳ​ເຫັນ​ຂອງ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ບັນ​ດາ​ສານ​ຕ້ານ​ໂລກ​ລະ​ບາດ.

ສືບ​ຕໍ່​ໂຄ​ສະ​ນາ​ສານ “5 ປະການ + ວັກ​ຊິນ + ວິ​ໄຈ​ຫາ​ເຊື້ອ + ສະ​ຕິ​ຂອງ​ປະ​ຊາ​ຊົນ”. ປັດ​ຈຸ​ບັນ, ມີ​ຫຼາຍ​ທ້ອງ​ຖິ່ນພວມ​ຜ່ອນ​ຜັນ​ການ​ແຍກ​ຕົວ​ເທື່ອ​ລະ​ກ້າວ, ກຳ​ນົດ​ວ່າ “ຮ່ວມ​ດຳ​ລົງ​ຊີ​ວິດ​ກັບ​ໂຄວິດ - 19”, ຍ້ອນ​ແນວ​ນັ້ນ, ສື່ມວນ​ຊົນ​ຕ້ອງ​ເພີ່ມ​ທະ​ວີ​ຂໍ​້​ສະ​ເໜີ, ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ, ແຈ້ງ​ອາ​ການ​ສຸ​ຂະ​ພາບ​ຢ່າງ​ຈິງ​ຈັງ, ບໍ່​ປະ​ໝາດ ຫຼື ຖ​ື​ເບົາ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ.

ສື່ມວນ​ຊົນ​ຄຸ້ມຄອງ ຈິດ​ໃຈ​ຄວາມ​ຫວັງ ຂອງ​ປະ​ຊາ​ຊົນ ແລະ ​ທົ່ວ​ສັງ​ຄົມ​ໃຫ​້​ເປັນ​ຢ່າງ​ດີ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ຍັງ​ມີ​ການ​ຜັນ​ແປ່​ຢ່ງ​ສັບ​ສົນ, ໃນ​ຂະ​ນະ​ທີ່​ຍັງ​ບໍ່​ມີ​ວັກ​ຊິນ​ຢ່າງ​ພຽງພໍ​ເພື່ອ​ສັກ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ວົງ​ກ້​ວາງ ແລະ ໄວ, ສະ​ໜັບ​ສະ​ໜູນອາ​ລົມ​ຈິດ “ດຳ​ລົງ​ຊີ​ວິດ​ຢ່າງຢ່າງທຸ່ນທ່ຽງເພື່ອ​ຕ້ານ​ໂລກ​ລະ​ບາດ​ໃນ​ໄລ​ຍະ​ຍາວ”.

ຂໍ້​ມູນ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ, ການນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ແບບ​ບັງ​ຄັບ ຕ້ອງ​ໃຊ້​ທົ່ວ​ປະ​ເທດໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ປະ​ສົມມີ​ຫຼາຍ​ຂໍ້​ມູນ​ທີ່​ຈຳ​ເປັນ​ກ່ຽວ​ກັບເປົ້າໝາຍ, ສະ​ພາບ​ການ​ໂລກ​ລະ​ບາດ, ໃບ​ຢັ້ງ​ຢືນ​ການ​ສັກ​ວັກ​ຊິນ, ວິ​ໄຈ​ຫາ​ເຊື້ອ, ບັນ​ດາ​ມາດ​ຖານ​ຄວາມ​ປອດ​ໄພ​ຕ່າງໆ… ເພື່ອ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ, ເຫັນ​ດີ​ເຫັນ​ພ້ອມ ແລະ ປະ​ຕິ​ບັດ​ດ້ວຍ​ຄວາມສະ​ໝັກ​ໃຈ.

ໂດ​ຍ​ສືບ​ຕໍ່​ຂໍ້​ມູນ​ກ່ຽວ​ກັບ​ແຜນ​ການ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ຕ້ອງ​ການ​ໃນ​ການ​ປິ່ນ​ປົວ​ພະ​ຍາດ, ໜູນ​ຊ່ວຍ​ສັງ​ຄົມ, ຊ່ວຍ​ເຫຼືອ, ທຳ​ການ​ກຸ​ສົນ​ຊ່ວຍ​ເຫຼືອ​ບັນ​ດາ​ຄົນ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ທັກ​ສະ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລ​ກ​ລະ​ບາດ ແລະ ປົກ​ປ້ອງ​ໃຫ້​ແກ່​ທຸກໆ​ຄົນ…

ກ່ຽວ​ກັບ​ຂໍ້​ມູນ​ທາງ​ການ​ພົວ​ພັນ, ຕ້ອງ​ໂຄ​ສະ​ນາ​ບັນ​ດາ​ແຜນ​ການ, ມາດ​ຕະ​ການ, ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອ​ງ​ລັດ​ຖະ​ບານ​ຢ່າງ​ໄວ​ທີ່​ສຸດ, ຖືກ​ຕ້ອງ ແລະ ທັນ​ການ, ພິ​ເສດ​ແມ່ນ​ບັນ​ດາ​ມາດ​ຕະ​ການ​ດຶງ​ດູດນັກ​ລົງ​ທຶນ​ຈາ​ກ​ຕ່າງ​ປະ​ເທດ, ສະໜອງ​ຂໍ້​ມູນ​ຢ່າງ​ຄົບ​ຖ້ວນ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ແລະ ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ທີ່ຈະມາ​ຫວຽດ​ນາມ ອາດ​ຈະ​ຂຶ້ນ​ແຜນ​ການ​ເປີດ​ຄືນ​ບັນ​ດ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິ​ດ​ຄືນ​ໃໝ່.

ໂດຍສືບ​ຕໍ່​ຕິດ​ຕາມ​ປະ​ສົບ​ການ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຄື ​ການ​ທົດ​ລອງ​ເປີດ​ຄືນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ບັນ​ດາ​ຖ້ຽວ​ບິນ ດ້ວຍໜັງສືຜ່ານແດນ​ວັກ​ຊິນ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.