ເຜີຍແຜ່ຄວາມຮູ້ກ່ຽວກັບເສດຖະກິດດີຈີຕອນໃຫ້ກັບຊາວໜຸ່ມຫວຽດນາມ

16:09 | 25/09/2021

ຍສໝ - ຕອນເຊົ້າວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ ແລະ ສະຫະສະມາຄົມການຄ້າເອເລັກໂຕນິກຫວຽດນາມ (VECOM) ໄດ້ຈັດພິທີລົງນາມໃນຂໍ້ຕົກລົງ ໃນໄລຍະ 2021-2023 ຕາມຮູບການອອນໄລ.

ສະຫະພັນສະມາຄົມຊາວໜຸ່ມນັກສຶກສາຫວຽດນາມຢູ່ເອີຣົບ ອາຍຸການ 2021-2023 ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ ສະຫະພັນສະມາຄົມຊາວໜຸ່ມນັກສຶກສາຫວຽດນາມຢູ່ເອີຣົບ ອາຍຸການ 2021-2023 ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ
ການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ” ການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ”
ເຜີຍແຜ່ຄວາມຮູ້ກ່ຽວກັບເສດຖະກິດດີຈີຕອນໃຫ້ກັບຊາວໜຸ່ມຫວຽດນາມ
ເຜີຍແຜ່ຄວາມຮູ້ກ່ຽວກັບເສດຖະກິດດີຈີຕອນໃຫ້ກັບຊາວໜຸ່ມຫວຽດນາມ. (ພາບ: TTXVN)

ຕາມນັ້ນແລ້ວ, ໃນໄລຍະ 2021 - 2023, ຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ຫວຽດນາມ ແລະ ສະຫະສະມາຄົມການຄ້າເອເລັກໂຕນິກຫວຽດນາມ ໄດ້ສົມທົບກັນຈັດຕັ້ງບັນດາກອງປະຊຸມສໍາມະນາ, ໂອ້ລົມສົນທະນາ ແລະ ເວທີປາໄສສໍາລັບຊາວໜຸ່ມ; ປະສານສົມທົບໃນການຈັດຕັ້ງປະຕິບັດບັນດາກິດຈະກໍາ ເພື່ອຍົກສູງຈິດສຳນຶກຂອງໄວໜຸ່ມ ໃນການຮັກສາຂໍ້ມູນສ່ວນຕົວ ເມື່ອເຂົ້າຮ່ວມໃນບັນດາພື້ນຖານດິຈິຕອນ; ເຜີຍແຜ່ຄວາມຮູ້ກ່ຽວກັບເສດຖະກິດດີຈີຕອນ ໃຫ້ກັບຊາວໜຸ່ມຫວຽດນາມ ໂດຍຜ່ານໂຄງການຕ່າງໆ ເຊັ່ນ: Tour ຄວາມຮູ້ດ້ານເສດຖະກິດດີຈີຕອນ, ແບ່ງປັນແບບຢ່າງທີ່ປະສົບຜົນສໍາເລັດໃນເສດຖະກິດດີຈີຕອນ, ການຫັນປ່ຽນດິຈິຕອນ.

ນອກຈາກນັ້ນ, ທັງສອງຝ່າຍ ກໍ່ໄດ້ສົມທົບກັນໃນການກຳນົດທິດ, ການສຶກສາວິຊາຊີບ ກ່ຽວກັບການຄ້າທາງອີເລັກໂຕນິກ, ຍົກສູງທັກສະວິຊາຊີບທີ່ກ່ຽວຂ້ອງເຖິງການຄ້າອີເລັກໂຕນິກໃຫ້ກັບໄວໜຸ່ມ. ລະດົມໂຄງການ “ໄວໜຸ່ມລິເລີ່ມທຸລະກິດພ້ອມກັບເສດຖະກິດດີຈີຕອນ” ແນໃສ່ໜູນຊ່ວຍບັນດາຮູບແບບການລິເລີ່ມດຳເນີນທຸລະກິດ ພັດທະນາໃນພື້ນຖານດີຈີຕອນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.