ມີ​ຊາ​ວ​ໜຸ່ມກ່າວ 90.600 ຄົນ​ມີ​ວຽກ​ເຮັດ​ງານ​ທຳ​ຈາກ​ຍຸດ​ທະ​ສາດ​ຂອງ​ຄະ​ນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ

15:00 | 28/09/2021

ຍ​ສ​ໝ - ພາຍ​ຫຼັງ​ການ​ຜັນ​ຂະ​ຫຍາຍ “ຍຸດ​ທະ​ສາດ 90.000 ວຽກ​ເຮັດ​ງານ​ທຳ” ໂດຍ​ຄະ​ນະ​ຊາວ​ໜຸ່ມ, ສະ​ມາ​ຄົມ​ນັກ​ສຶກ​ສາ​ນະ​ຄອນ​ຮ່າ​ໂນ້ຍ ປຸກ​ລະ​ດົມ, ໄດ້​ມີ​ຊາວໜຸ່ມ, ນັກ​ສຶກ​ສາ 90.656 ຄົນ​ທີ່​ມີ​ວຽກ​ເຮັດ​ງານ​ທຳ, ດ້ວຍ​ການ​ຮັບສະໝັກ​ສຳ​ເລັດ 289.674 ຄັ້ງ, ໄລ່​ສະ​ເລ່ຍ​ຊາວ​ໜຸ່ມ​ຄົນ​ໜຶ່ງ​ຈະ​ໄດ້​ເຊື່ອມ​ຕໍ່​ກັບວຽກ​ງານ 4 ຢ່າງ​ທີ່​ມີ​ຄວາມ​ເໝາະ​ສົມ.

ມີຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ເປີດເສັ້ນ​ທາງ​ ​ໂຮ່​ຈີ​ມິນ​ໃນ​ທະ​ເລ ມີຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ເປີດເສັ້ນ​ທາງ​ ​ໂຮ່​ຈີ​ມິນ​ໃນ​ທະ​ເລ
ໄວໜຸ່ມ​ນະ​ຄອນ​ປະ​ຕິ​ບັດ​ອາ​ທິດຈຸດ​ສຸມ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໄວໜຸ່ມ​ນະ​ຄອນ​ປະ​ຕິ​ບັດ​ອາ​ທິດຈຸດ​ສຸມ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ມີ​ຊາ​ວ​ໜຸ່ມກ່າວ 90.600 ຄົນ​ມີ​ວຽກ​ເຮັດ​ງານ​ທຳ​ຈາກ​ຍຸດ​ທະ​ສາດ​ຂອງ​ຄະ​ນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ
ພາບ​ປະ​ກອບ: Vietnam+

ໃນ​ຈຳ​ນວນ​ນັ້ນ, ມີ 75,54% ວຽກ​ງານ​ຕາມ​ເວ​ລາ​ລັດ​ຖະ​ການ, 24,46% ແມ່ນ​ວຽກ​ງານ​ຕາມ​ລະ​ດູ, ຝຶກ​ງານ. ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ມີເຖິງ 45,96% ວຽກ​ງານ​ທາງ​ອອນ​ລາຍ, ເຮັດ​ວຽກ​ທາງ​ໄກ​ຮັບ​ປະ​ກັນ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ ແລະ ຊຸກ​ຍູ້​ການ​ຫັນ​ເປັ​ນ​ດີ​ຈີ​ຕອນ.

ຍຸດ​ທະ​ສາດ​ຍັງ​ນຳ​ມາ​ເຊິ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ເຮັດ​ວຽກ​ທີ່​ເປັນຫຼາຍ​ຮູບ​ແບບ ໃນຫຼາຍ​ຂົງ​ເຂດ, ໃນ​ນັ້ນ, ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ແລະ IT ຊອັບ​ແວ ໄດ້​ຮັບ​ຄວາມ​ສົນ​ໃຈ​ດ້ວຍຍອດ​ຈຳ​ນວນ​ຜູ້​ສະໝັກວຽກງານ 17,4%, ຂົງ​ເຂດ​ດຳ​ເນີນ​ທຸ​ລະ​ກິດ, ຄ້າ​ຂາຍ​ດຶງ​ດູດ 15,7%.

ໂດຍ​ໄດ້​ດຳ​ເນີນ​ນັບ​ແຕ່​ວັນ​ທີ 26 ມີ​ນາ ​ປີ 2021 ມາ​ຮອດ​ປັດ​ຈຸ​ບັນ, ບົນ​ພື້ນ​ຖານການ​ໜູນ​ຊ່ວຍ​ພັດ​ທະ​ນາ​ນັກ​ສຶກ​ສາ 4sv.vn ຂອງ​ສະ​ມາ​ຄົມ​ນັກ​ສຶກ​ສາ​ນະ​ຄອນ​ຮ່າ​ໂນ້ຍ ໂດຍ​ມີ​ການ​ຮ່ວມ​ເດີນ​ທາງ​ຂອງ TopCV ຫວຽດ​ນາມ, ຍຸດ​ທະ​ສາດ​ໄດ້​ໜູນ​ຊ່ວຍ​ບັນ​ດາ​ໂຮງ​ຮຽນ​ວິ​ທະ​ຍາ​ໄລ, ມະ​ຫາ​ວິ​ທະ​ຍາ​ໄລ​ເຊື່ອມ​ຕໍ່​ສຳ​ເລັດ​ກັບ​ວິ​ສາ​ຫະ​ກິດ 9.835 ແຫ່ງ ທີ່​ພວມ​ມີ​ຄວາມ​ຕ້ອງ​ການ​ໃນ​ການ​ຮັບ​ສະ​ໝັກ​ຜູ້​ເຮັດ​ວຽກບົນ​ພື້ນ​ຖານ TopCV, ເພີ່ມ​ເຕີມ​ກາ​ລ​ະ​ໂອ​ກາດ​ໃນ​ການ​ເຮັດ​ວຽກ ​ແລະ ຝຶກ​ງານ 97.853 ຢ່າງທີ່​ມີ​ຄຸນ​ນະ​ພາບ​ໃຫ້​ແກ່​ນັກ​ສຶກ​ສາ, ບັນ​ລຸ 108,6% ແຜນ​ການທີ່​ວາງ​ອອກ.

ພ້ອມ​ກັບ​ເວັບ​ໄຊ​ເພີ່ມ​ກຳ​ລັງ​ແຮງ​ໃຫ້​ແກ່​ນັກ​ສຶກ​ສາ​ຜ່າ​ນ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 : https://tiepsuc.4sv.vn, ບົນ​ພື້ນ​ຖານການ​ໜູນ​ຊ່ວຍ​ນັກ​ສຶກ​ສາ https://4sv.vn/ ຈະ​ສື​ບ​ຕໍ່​ໄດ້​ຍົກ​ລະ​ດັບ ແລະ ຄາດ​ວ່າ​ຈະ​ມີ​ຜູ້​ເຂົ້າ​ນຳ​ໃຊ້ 500.000 ຄົນ​ໃນ​ປີ 2022, ກາຍ​ເປັນ​ຊ່ອງ​ທາງ​ໜູນ​ຊ່ວຍ​ນັກ​ສຶກ​ສາ​ຕາມ​ຮູບ​ແບບ​ຫັນ​ເປັນ​ດີ​ຈີ​ຕອນ​ທຳ​ອິດ ຢູ່ ຫວຽດ​ນາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.