ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ​ ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ປຶກ​ສາ​ຫ​າ​ລື ນັກ​ຊ່ຽວ​ຊານດ້ານ​ເສດ​ຖະ​ກິດ - ສັງ​ຄົມ

14:34 | 29/09/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 27 ກັນ​ຍາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ແລະ ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງຊາດ ​ຫງວຽນ​ດຶກ​ຫ໋າຍ ເປັນ​ປະ​ທາ​ນ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ປຶກ​ສາ​ຫາ​ລື ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ.

ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ ໃຫ້​ແກ່​ຊາວ​ໜຸ່ມ ລັດ​ເຊຍ - ຫວຽດ​ນາມ ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ ໃຫ້​ແກ່​ຊາວ​ໜຸ່ມ ລັດ​ເຊຍ - ຫວຽດ​ນາມ
ສະ​ພາ​ແຫ່ງ​ຊາດ​ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ - ສັງ​ຄົມ​ປະ​ຈຳ​ປີ ສະ​ພາ​ແຫ່ງ​ຊາດ​ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ - ສັງ​ຄົມ​ປະ​ຈຳ​ປີ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ​ ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ປຶກ​ສາ​ຫ​າ​ລື ນັກ​ຊ່ຽວ​ຊານດ້ານ​ເສດ​ຖະ​ກິດ - ສັງ​ຄົມ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ (ພາບ: TTXVN.)

ກ່າວ​ຄຳ​ເຫັນ​ທີ່​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ດຶກ​ຫ໋າຍ ໄດ້​ສະ​ເໜີ​ໃຫ້​ບັນ​ດາ​ນັກ​ຊ່ຽວ​ຊານ, ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຕ່າງ​ປະ​ເທດ (WB, ADB,IMF) ແບ່ງ​ປັນ​ບັນ​ດາ​ຄຳ​ເຫັນກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ດ້ານ​ການ​ເງິນ, ການ​ລົງ​ທຶນ, ການ​ຄ້າ ໃນ​ທົ່ວ​ໂລກ​ໃນ​ປີ 2021, ຄາດ​ຄະ​ເນ​ປີ 2022 ແລະ ຊຸມ​ປີ​ຈະ​ມາ​ເຖິງ, ການ​ຜັນ​ແປຫຼ້າ​ສຸດ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ ແລະ ບັນ​ດາ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ ສັງ​ຄົມ​ຂອງ ຫວຽດ​ນາມ, ສະ​ເໜີ​ໃຫ້​ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ວ​ິ​ທະ​ຍາ​ສາດ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ປະ​ກອບ​ຄຳ​ເຫັນ​ກ່ຽວກັບ​ສະ​ພາບ​ການ​ພາຍ​ໃນ​ປະ​ເທດ, ສະ​ພາບ​ການ​ເພື່ອ​ສ້າງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໄລ​ຍະ 4 ເດືອນ​ທ້າຍ​ປີ 2021, ທັງ​ປີ 2021 ແລະ ສ້າງ​ແຜນ​ການ​ປີ 2022 ໃຫ້ສຳເລັດ.

ທ່ານ​ຮອງ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ມີ​ຄວາມ​ປາດ​ຖະ​ໜາ​ຢາກໃຫ້​ບັນ​ດາ​ຜູ້​ແທນ​ແບ່ງ​ປັນ​ບົດ​ຮຽນ, ປະ​ສົບ​ການຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ບັນ​ດາ​ປະ​ເທດ ເອີ​ລ​ົບ, ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ, ບັນ​ດາ​ນະ​ໂຍ​ບາຍ, ບັນ​ດາ​ບ້ວງ​ເງິນ​ໜູນ​ຊ່ວຍ​ປີ​ການ​ເງິນ, ເງິນ​ຕາຂອງ​ບັນ​ດາ​ປະ​ເທດ ໃນໄລຍະເກີດ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ບົດ​ຮຽນ​ສຳລັບ ຫວຽດ​ນາມ.

ວິ​ທີ​ການ​ເພື່ອ​ສ້າງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ມີ​ສ​ະ​ຖ​ຽນ​ລະ​ພາບ, ຮັບ​ປະ​ກັນ​ຄວາມ​ດູນ​ດ່ຽງ​ອັນ​ໃຫຍ່ຫຼວງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ລາຍ​ຮັບ, ລາຍ​ຈ່າຍ​ຂອງ​ງົບ​ປະ​ມານ​ແຫ່ງ​ລັດ, ວິ​ທີ​ການ​ເພື່ອ​ຄວບ​ຄຸມ​ໄຟ​ເງິນ​ເຟີ້, ການ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ຕະຫຼາດຫຼັກຊັບ, ວິ​ທີ​ການ​ເພື່ອ​ຟື້ນ​ຟູ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ບໍ​ລິ​ການ, ບັນ​ດາ​ການ​ເຄື່ອນ​ໄຫວ​ຂາຍ​ຍ່ອຍ, ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ, ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເລື່ອງ​​ລະ​ບົບ​ສະ​ໜອງຂ​າດ​ວັກ​ຂາດ​ຕອນ, ຮັກ​ສາ​ລາ​ຄາ​ຂອງວັດ​ສະ​ດຸ​ທີ່​ຈຳ​ເປັນ, ຄ່າ logistics ໃຫ້ເປັນປົກກະຕິ ແລະ ບໍ່​ປະ​ໃຫ້​ຂາດ​ວັກ​ຂາດ​ຕອນ​ການ​ຕະຫຼາດ​ພາຍ​ໃນ​ປະ​ເທດ ກໍ່​ຄື​ໃນ​ໂລກ.

ບັນ​ດາ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ, ODA, ຊຸກ​ຍູ້​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຈຸດ​ສຸມ, ສຳ​ຄັນ​ແຫ່ງ​ຊາດ, ບັນ​ດາ​ມາດ​ຕະ​ການແກ້ໄຂ​ເພື່ອ​ຄວບ​ຄຸມໜີ້ເສຍ ຂອງ​ບັນ​ດາ​ອົງ​ການ​ສິນ​ເຊື່ອ, ບໍ​ລິ​ສັດ​ການ​ເງິນ, ໜີ້ເສຍສິນ​ເຊື່ອ ໃນ​ການ​ບໍ​ລິ​ໂພກ ແລະ ວິ​ທີ​ການ​ປ່ອຍ​ເງິນ​ລົງ​ທຶນ​ສິນ​ເຊື່ອ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ.

ມາດຕະການແກ້ໄຂ​ເພື່ອ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຈາກ​ບັນ​ດາ​ສັນ​ຍາ FTA ແມ່ນ ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ​ສ້າງ​ບັນ​ດາ​ຮູບ​ແບບ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ແບ່ງ​ປັນ, ການ​ຄ້າ​ເອ​ເລັກ​ໂຕ​ນິກ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ການ​ຊຳ​ລະໂດຍ​ບໍ່​ໃຊ້​ເງິນ​ສົດ.

ບັນ​ດາ​ມາດ​ຕະ​ການແກ້ໄຂເພື່ອເຮັດລະ​ບອບ​ລະ​ບຽບ​ການໃຫ້ສຳເລັດ ແລະ ຫຼາຍ​ບັນ​ຫາ​ສຳ​ຄັນ​ຕ່າງໆກັນຄື: ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບ​ຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.