ສັກ​ວັກ​ຊິ​ນ​ກັນ​ໂຄວິດ - 19 ໃຫ້​ແກ່​ແມ່​ຍິງ​ທີ່ຖື​ພາ 13 ອາ​ທິດຂຶ້ນໄປ

06:38 | 26/09/2021

ຍ​ສ​ໝ - ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ປະ​ກາດ​ໃຊ້​ເອ​ກະ​ສານສົ່ງ​ໄປ​ຍັງ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ, ນະ​ຄອນ, ກົມ​ສາ​ທາ​ລະ​ນະ​ສຸກ, ກະ​ຊວງ​ຕຳຫຼວດ, ກົມ​ເສ​ນາ​ຮັກ… ບັນ​ດາ​ໜ່ວຍ​ງານ​ຂຶ້ນ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ທີ່ໄດ້​ຮັບ​ໜ້າ​ທີ່​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ກ່ຽວ​ກັບ​ເລື່ອງ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ແມ່​ຍິງ​ຖື​ພາ.

ໜູ​ນ​ຊ່ວຍ​ຄູ​ສອນ​ຊາວ​ລັດ​ເຊຍ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ໜູ​ນ​ຊ່ວຍ​ຄູ​ສອນ​ຊາວ​ລັດ​ເຊຍ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19
ນະ​ຄອນ​ໂຮ່​ຈີ​ມິນ​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca ຕື່ມ​ອີກ 54.700 ໂດສ ນະ​ຄອນ​ໂຮ່​ຈີ​ມິນ​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca ຕື່ມ​ອີກ 54.700 ໂດສ
ສັກ​ວັກ​ຊິ​ນ​ກັນ​ໂຄວິດ - 19 ໃຫ້​ແກ່​ແມ່​ຍິງ​ທີ່ຖື​ພາ 13 ອາ​ທິດຂຶ້ນໄປ
ສັກ​ວັກ​ຊິ​ນ​ກັນ​ໂຄວິດ - 19 ໃຫ້​ແກ່​ແມ່​ຍິງ​ທີ່ຖື​ພາ 13 ອາ​ທິດຂຶ້ນໄປ (ພາບ: tuoitre.vn)

ເມື່ອບໍ່ດົນມານີ້, ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ ໄດ້​ປະ​ກາດ​ໃຊ້​ຂໍ້​ຕົກ​ລົງ​ສະ​ບັບເລກ​ທີ 4355/QĐ-BYT ກ່ຽວ​ກັບການແນະນຳຊົ່ວຄາວກ່ຽວກັບການກວດກ່ອນ​ການ​ສັກ​ວັກ​ຊິນ​ໃຫ້​ແກ່​ແມ່​ຍິງ​ຖື​ພາ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ສະ​ເໜີ​ໃຫ້​ບັນ​ດາ​ໜ່ວຍ​ງານ​ຮີ​ບ​ດ່ວນກວດ​ກາ​ຄືນ​ບັນ​ຊີ​ລາຍ​ຊື່​ແມ່​ຍິງທີ່​ຖື​ພາ​ແຕ່ 13 ອາ​ທິດ​ຂຶ້ນ​ໄປ ໃນ​ບໍ​ລິ​ເວນ ເພື່ອ​ຄຸ້ມ​ຄອງ, ສ້າງ​ແຜນ​ການ ແລະ ຈັດ​ຕັ້ງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຢູ່​ບັນ​ດາ​ຮາກ​ຖານ​ທີ່​ມີ​ຄວາມອາດ​ສາ​ມາດ​ສຸກ​ເສີນ​ໃຫ້​ແກ່​ແມ່​ຍິງ​ຖື​ພາ ພາຍຫຼັງ​ອະ​ທິ​ບາຍ​ຄວາມ​ສ່ຽງ/ຜົນ​ປະ​ໂຫຍດ​ ແລະ ບັນ​ດາ​ຜູ້​ຕົກ​ລົງທີ່​ຈະ​ສັກ​ວັກ​ຊິນ.

ຕ້ອງ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ບັນ​ດາ​ບໍ​ລິ​ເວນ, ພາກ​ພື້ນ​ທີ່​ພວມ​ມີ​ໂລກ​ລະ​ບາດ ແລະ ກຳ​ລັງ​ສາ​ທາ​ລະ​ນະ​ສຸກ​ແຖວ​ໜ້າ, ບັນ​ດາ​ເປົ້າ​ໝາຍ​ຕ່າງໆ​ທີ່​ເໝາະ​ສົມ​ກັບ​ສະ​ພາບ​ການ​ຕົວ​ຈິງ ແລະ ຮຽກ​ຮ້ອງ​ໃຫ້ມີ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໃນ​ບໍ​ລິ​ເວນ.

ການຈັດ​ຕັ້ງ​​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຕ້ອງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ປະ​ສິດ​ທິ​ຜົນ, ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ຢ່າງ​ເຂັ້ມ​ງວດ, ທັງ​ໃນ ແລະ ຫຼັງ​ເວ​ລາ​ສັກ​ວັກ​ຊິນ.

ໃນ​ກໍ​ລະ​ນີ​ຕ້ອງ​ຍ້​າຍ​ໄປ​ຍັງ​ຮາກ​ຖານ​ສັກ​ວັກ​ຊິນອື່ນ, ຮາກ​ຖານທີ່ຮັບ​ສັກ​ວັກ​ຊິນ​ໃນ​ເບື້ອງ​ຕົ້ນ​ຕ້​ອງ​ໜູນ​ຊ່ວຍ​ແນະ​ນຳ​ໃຫ້​ແກ່​ຜູ້​ສັກວັກຊິນ ໄປຍັງຮ​າກ​ຖານ​ສັກ​ວັກ​ຊິນ​ຢ່າງ​ສະ​ດວກ, ມີ​ປະ​ສິດ​ທິ​ຜົນ.

ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ໄດ້​ສະ​ເໜີ​ໃຫ້​ບັນ​ດາ​ໜ່ວຍ​ງານ​ຕ້ອງກວດ​​ກ່ອນ​ການ​ສັກ​ວັກ​ຊິນ​ຢ່າງ​ຖືກ​ຕ້ອງ​ຕາມ​ຂໍ້​ກຳ​ນົດ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ກຳ​ນົດ​ຊະ​ນິດ​ວັກ​ຊິນທີ່​ຈະ​ນຳ​ໃຊ້​ຕາມ​ການ​ແນະ​ນຳ​ຂອງ​ຜູ້​ຜະ​ລິດ​ທີ່​ໄດ້​ລົງ​ນາມ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ບໍ່​ລໍຖ້າ ຫຼື ເລືອກ​ວັກ​ຊິນ.

ປະ​ຕິ​ບັດ​ການ​ຕິດ​ຕາມ, ແນະ​ນຳ​ພາຍຫຼັງ​ການ​ສັກ​ວັກ​ຊິນ​ຖືກ​ຕາມ​ບັນ​ດາ​ການ​ແນະ​ນຳ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ.

ສືບ​ຕໍ່​ໂຄ​ສະ​ນາ, ຂົນ​ຂວາຍ​ເພື່ອ​ແມ່​ຍິງ​ຖືພາ​ທີ່​ມີ​ເງື່ອນ​ໄຂ​ມາ​ສັກ​ວັກ​ຊິນ​ຢ່າງ​ຕັ້ງ​ໜ້າ ​ເຂົ້າ​ຮ່ວມ​ການ​ສັກ​ວັກ​ຊິນ​ຢ່າງ​ທັນ​ການ ແລະ ຄົບ​ຖ້ວນ.

ຕາມ “​ການ​ແນະ​ນຳຊົ່ວຄາວກ່ຽວກັບການ​ກວດ​​ກ່ອນ​ເວ​ລາ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19” ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລ້ວ, ແມ່​ຍິງ​ຖື​ພາ, ພວມ​ໃຫ້​ລູກ​ກິນ​ນົມ ແມ່ນກຳ​ນົດສັກ​ວັກ​ຊິນ​ກັນ​ໂຄວິດ - 19 Sputnik V.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.