ດ່າ​ນັງ ​ຫັນ​ເປັນ​ສະ​ພາບ​ການ​ປົກ​ກະ​ຕິ​ໃໝ່ ນັບ​ແຕ່​ເວ​ລາ 0 ໂມງ​ຂອງວ​ັນ​ທີ 30 ກັນ​ຍາ

13:00 | 01/10/2021

ຍ​ສ​ໝ - ນັບ​ແຕ່​ເວ​ລາ 0 ໂມງ​ຂອງວັນ​ທີ 30 ກັນ​ຍາ, ນະ​ຄອນ​ດ່າ​ນັ້ງໄດ້ຫັນ​ມາ​ເປັນ​ສະ​ພາບ​ການ​ໃໝ່​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ໃໝ່​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ນະ​ຄອນ​ຈະ​ແນະ​ນຳ​ຊົ່ວ​ຄາວ​ກ່ຽວ​ກັບ​ເລື່ອງ​ເປີດ​ຄືນ​ບາງ​ການ​ເຄື່ອນ​ໄຫວ​ພື້ນ​ຖານ​ດ້ວຍ​ບັນ​ດາ​ເງື່ອນ​ໄຂ​ຮັບ​ປະ​ກັນ​ຄ​ວາມ​ປອ​ດ​ໄພ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ.

ດ່າ​ນັ້ງ ສົ່ງ​ຄະ​ນະ​ແພດ​ໝໍ​ທີ່​ດີ​ໜູນ​ຊ່ວຍ​ແຂວງ ບັກ​ຢາງ ດ່າ​ນັ້ງ ສົ່ງ​ຄະ​ນະ​ແພດ​ໝໍ​ທີ່​ດີ​ໜູນ​ຊ່ວຍ​ແຂວງ ບັກ​ຢາງ
ດ່າ​ນັ້ງ ເພີ່ມ​ທະ​ວີ​ກາ​ນ​ຮ່ວມກັບ ສະ​ຫະ​ພາບ ເອີ​ລົບ (EU) ດ່າ​ນັ້ງ ເພີ່ມ​ທະ​ວີ​ກາ​ນ​ຮ່ວມກັບ ສະ​ຫະ​ພາບ ເອີ​ລົບ (EU)
ດ່າ​ນັງ ​ຫັນ​ເປັນ​ສະ​ພາບ​ການ​ປົກ​ກະ​ຕິ​ໃໝ່ ນັບ​ແຕ່​ເວ​ລາ 0 ໂມງ​ຂອງວ​ັນ​ທີ 30 ກັນ​ຍາ
ທ່ານ ຫງວຽນ​ວັນ​ກວາງ, ເລ​ຂາ​ອົງ​ຄະ​ນະ​ພັກ​ນະ​ຄອນ​ດ່າ​ນັ້ງ ຮຽກ​ຮ້ອງ​ໃຫ້​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນ​ະ​ຄອນ ປະ​ກາດ​ໃຊ້​ການ​ແນະ​ນຳ​ປະ​ຕິ​ບັດ​ຄຳ​ສັ່ງ​ໃໝ່ (ພາບ: VOV)

ນີ້​ແມ່ນ​ຂໍ້​ມູນ​ທີ່ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ຂອງ​ຄະ​ນະ​ຊີ້​ນຳ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ນະ​ຄອນ​ດ່າ​ນັ້ງໃນ​ຕອນ​ບ່າຍ​ວັນ​ທີ 28 ກັນ​ຍາ.

ຕາມ​ນັ້ນ​ແລ້ວ, ເພື່ອ​ກະ​ກຽມ​ກັບ​ຄືນ​ສູ່​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິ​ໃໝ່, ການ​ນຳ​ນະ​ຄອນ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ທ້​ອງ​ຖິ່ນ​ສຸມ​ໃສ່, ປະ​ຕິ​ບັດ​ການ​ຄຸ້ມ​ຄອງ, ຕິດ​ຕາມກວດ​ກາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບັນ​ດາ​ເມືອງຢ່າງ​ເຂັ້ມ​ງວດ.

ກ່ຽວ​ກັບ​ບັນ​ຫາ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ມີ​ອາ​ຍຸ​ແຕ່ 18 ປີ​ຂຶ້ນ​ໄປແລະ​ຜູ້​ມີ​ອາ​ຍຸ​ສູງ​ກ່​ວາ 64 ປີ, ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ນະ​ຄອນ​ຕ້ອງກວດ​ກາ​ບັນ​ດາ​ເປົ້າ​ໝາຍ​ເພື່ອ​ແຈກ​ຢາຍວັກ​ຊິນ​ໃຫ້​ແກ່​ປະ​ຊາ​ຊົນ.

ຂ​ະ​ແໜງ​ການ​ສຶກ​ສາ​ນ​ນະ​ຄອນ​ຕ້ອງ​ສ້າງ​ບັນ​ດາ​ແຜນ​ການ​ໃຫ້​ແກ່​ເລື່ອງ​ນັກ​ຮຽນ​ກັບ​ຄື​ນມາ​ໂຮງ​ຮຽນ​ໂດຍ​ກົງເມື່ອ​ຮັບ​ປະ​ກັນ​ບັນ​ດາ​ເງື່ອນ​ໄຂ​ປອດ​ໄພ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.