ນາຍົກລັດຖະມົນຕີ ຟ້າມມິງຈິງ: ການເປີດປະຕູ, ຜ່ອນຜັນການແຍກຕົວຕ້ອງປະຕິບັດຢ່າງລະມັດລະວັງ

16:25 | 25/09/2021

ຍສໝ - ຕອນເຊົ້າວັນທີ 23 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມ​ມິ​ງ​ຈິງ, ຫົວໜ້າຄະນະຊີ້ນໍາ ໄດ້ເປັນປະທານກອງປະຊຸມຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19.

ວິສາຫະກິດຕ່າງປະເທດຫວັງວ່າ ຫວຽດນາມຈະເປີດປະຕູຄືນໃໝ່ໃນໄວໆນີ້ ວິສາຫະກິດຕ່າງປະເທດຫວັງວ່າ ຫວຽດນາມຈະເປີດປະຕູຄືນໃໝ່ໃນໄວໆນີ້
ລາວ ອາດຈະເປີດປະຕູໃຫ້ນັກທ່ອງທ່ຽວຕາມກຸ່ມ ລາວ ອາດຈະເປີດປະຕູໃຫ້ນັກທ່ອງທ່ຽວຕາມກຸ່ມ

ກ່າວຄຳເຫັນທີ່ກອງປະຊຸມ, ເພື່ອຕີລາຄາສະພາບການແຜ່ລະບາດຂອງພະຍາດ COVID-19 ໃນໄລຍະຜ່ານມາ ແລະ ການຜັນຂະຫຍາຍບັນດາໜ້າທີ່, ວິທີການແກ້ໄຂເພື່ອປ້ອງກັນ, ຄວບຄຸມໂລກລະບາດ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມ​ມິ​ງ​ຈິງ ຮຽກຮ້ອງໃຫ້ວຽກງານການນຳ ແລະ ທິດທາງໃນການປ້ອງກັນ, ຄວບຄຸມໂລກລະບາດຕ້ອງມີຄວາມເຕົ້າໂຮມ, ເປັນເອກະພາບ, ຕະຫຼອດຈາກສູນກາງລົງຮອດທ້ອງຖິ່ນ. ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຍັງຕ້ອງປະສານສົມທົບກັນຢ່າງຄ່ອງຕົວ, ແໜ້ນແຟ້ນ ແລະ ມີປະສິດທິຜົນກວ່າອີກ.

ນາຍົກລັດຖະມົນຕີ ຟ້າມມິງຈິງ: ການເປີດປະຕູ, ຜ່ອນຜັນການແຍກຕົວຕ້ອງປະຕິບັດຢ່າງລະມັດລະວັງ

ນາຍົກລັດຖະມົນຕີ ຟ້າມມິງຈິງ: ການເປີດປະຕູ, ຜ່ອນຜັນການແຍກຕົວຕ້ອງປະຕິບັດຢ່າງລະມັດລະວັງ. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມ​ມິ​ງ​ຈິງ ໄດ້ຮຽກຮ້ອງວ່າ ບົນພື້ນຖານໝາກຜົນທີ່ບັນລຸໄດ້ ໃນໄລຍະຜ່ານມາ, ຕ້ອງສຶກສາວິທີແກ້ໄຂການປັບຕົວທີ່ປອດໄພ, ມີໄຫວພິບ ແລະ ມີປະສິດທິຜົນ. ການເປີດປະຕູ, ຜ່ອນ​ຜັນ​ການ​ແຍກ​ຕົວ​ຕ້ອງ​​ປະ​ຕິ​ບັດ​ຢ່າງ​ລະ​ມັດ​ລະ​ວັງ.

ໃນກອງປະຊຸມຄັ້ງນີ້, ຄະນະຊີ້ນໍາລະດັບຊາດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ໄດ້ສືບຕໍ່ປຶກສາຫາລືວິທີແກ້ໄຂ ເພື່ອຫຼຸດຈໍານວນກໍລະນີຕິດເຊື້ອພະຍາດ ແລະ ການເສຍຊີວິດຍ້ອນພະຍາດໂຄວິດ -19 ລົງ ແລະ ຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ, ປັບຕົວເຂົ້າກັບຄວາມປອດໄພ, ມີໄຫວພິບ, ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງມີປະສິດທິພາບ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.