ຕ້ອງມີແຜນການຕ້ອນຮັບຄົນງານ ເພື່ອຟື້ນຟູການຜະລິດ

18:00 | 27/09/2021

ຍສໝ - ຫຼັງຈາກອັດປະຕູມາຫຼາຍເດືອນ, ວິສາຫະກິດຫຼາຍແຫ່ງ ໄດ້ວາງແຜນຟື້ນຟູການຜະລິດໃຫ້ທັນເວລາ ເພື່ອສົ່ງສິນຄ້າທີ່ຖືກຊັກຊ້າ, ແຕ່ວິສາຫະກິດຫຼາຍແຫ່ງ ຍັງກັງວົນວ່າ ຈະມີແຮງງານບໍ່ພຽງພໍ.

ຕະຫຼາດເຄື່ອນທີ່ແຫ່ງທຳອິດທີ່ນຳໃຊ້ 'ບັດຂຽວ COVID-19 ຢູ່ນະຄອນໂຮ່ຈີມິນ ຕະຫຼາດເຄື່ອນທີ່ແຫ່ງທຳອິດທີ່ນຳໃຊ້ 'ບັດຂຽວ COVID-19 ຢູ່ນະຄອນໂຮ່ຈີມິນ
ສະໜັບສະໜູນຊາວຈຳຫວຽດນາມ ຢູ່ມາເລເຊຍ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ Covid-19 ສະໜັບສະໜູນຊາວຈຳຫວຽດນາມ ຢູ່ມາເລເຊຍ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ Covid-19

ທ່ານ ຫງວຽນວັນແບ, ປະທານສະຫະສະມາຄົມບັນດາວິສາຫະກິດ ເຂດອຸດສາຫະກຳ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ນີ້ແມ່ນບັນຫາທີ່ຮ້ອນເຮັ່ງ ເຊິ່ງວາງອອກກ່ອນທີ່ບັນດາບໍລິສັດຈະເລີ່ມທຳການຜະລິດຄືນໃໝ່. ເຖິງແນວໃດກໍ່ຕາມ, ມັນບໍ່ແມ່ນເລື່ອງງ່າຍ ທີ່ຈະມີກໍາລັງການຜະລິດໃນເວລານີ້ ເພາະວ່າຄົນງານສ່ວນໃຫຍ່ ໄດ້ກັບຄືນໄປບ້ານເກີດເມືອງນອນຂອງເຂົາເຈົ້າແລ້ວ.

ເພື່ອຮຽກຮ້ອງໃຫຄົນງານກັບຄືນໄປນະຄອນໂຮ່ຈີມິນ ເພື່ອເຮັດວຽກ, ກ່ອນອື່ນໝົດ, ແມ່ນຕ້ອງການການສົມທົບຂອງອຳນາດການປົກຄອງ ແລະ ບັນດາວິສາຫະກິດ ເພື່ອຮັບປະກັນຄວາມປອດໄພໃຫ້ເຂົາເຈົ້າເມື່ອກັບຄືນໄປເຮັດວຽກ.

ອັນທີສອງ, ທ້ອງຖິ່ນມີລະດັບການສັກຢາກັນວັກຊີນກັນພະຍາດ COVID-19 ຍັງຕໍ່າ, ສະນັ້ນ ເມື່ອນຳຄົນງານກັບມາເຮັດວຽກ ຕ້ອງມີແຜນການສັກຢາກັນພະຍາດໃຫ້ກັບຄົນງານ.

ຕ້ອງມີແຜນການຕ້ອນຮັບຄົນງານ ເພື່ອຟື້ນຟູການຜະລິດ
ຕ້ອງມີແຜນການຕ້ອນຮັບຄົນງານ ເພື່ອຟື້ນຟູການຜະລິດ. (ພາບ: doanhnhansaigon)

ອັນທີສາມ, ຕ້ອງສ້າງການເຊື່ອມຕໍ່ລະຫວ່າງສາມຫຼ່ຽມເສດຖະກິດ ນະຄອນໂຮ່ຈີມິນ - ບິ່ງເຢືອງ - ດົງນາຍ ເພື່ອອຳນວຍຄວາມສະດວກໃນການເດີນທາງ ສຳລັບກຳລັງແຮງງານ ແລະ ການໄຫຼວຽນຂອງສິນຄ້າ, ແຕ່ລະແຂວງ, ນະຄອນເຮັດສະເພາະ ຈະບໍ່ສ້າງການເຊື່ອມຕໍ່ກັນໄດ້, ຂັດຂວາງການຟື້ນຟູ.

ຕາມທ່ານ ຫງວຽນວັນແບ ແລ້ວ, ຕ້ອງຍູ້ແຮງການສັກຢາວັກຊີນເຂັມທີສອງໃຫ້ກັບກຳລັງແຮງງານ ເພື່ອເຂົ້າຮ່ວມລະບົບຕ່ອງໂສ້ການຜະລິດໃຫ້ທັນເວລາ. ປະຈຸບັນ, ນະຄອນໂຮ່ຈີມິນ ມີຄົນງານຫຼາຍກວ່າ 300,000 ຄົນທີ່ໄດ້ຮັບການສັກຢາ 2 ເຂັມ, ມີຄົນງານຫຼາຍກວ່າ 70,000 ຄົນທີ່ເຂົ້າຮ່ວມທຳການຜະລິດ “ສາມກັບທີ່”,“ ໜຶ່ງເສັ້ນທາງ - ສອງຈຸດໝາຍ” ໄດ້ຮັບການສັກຢາ 2 ເຂັມ. ເພື່ອຟື້ນຟູການຜະລິດ, ຕ້ອງການສັກຢາ 2 ເຂັມໃຫ້ກັບຄົນງານ, ໃນນັ້ນ ມີຫຼາຍຄົນຢູ່ໃນຂົງເຂດທີ່ຮ່ວມສຳນ ເພື່ອໃຫ້ເຂົາເຈົ້າມີເງື່ອນໄຂຄົບໃນການເຂົ້າຮ່ວມການຜະລິດ.

ນອກຈາກນັ້ນ, ຄວນມີໂຮງໝໍພາກສະໜາມ ໃນບັນດາເຂດປຸງແຕ່ງຜະລິດ ແລະ ເຂດອຸດສາຫະກໍາ ເພື່ອຮັບມືກັບສະຖານະການການລະບາດຂອງພະຍາດ COVID-19 ກັບທີ່ ເນື່ອງຈາກວ່າ ແຕ່ລະເຂດອຸດສາຫະກໍາ ຢູ່ໃນນະຄອນ ມີຄົນງານຫຼາຍສິບພັນຄົນ ຫຼື ຫຼາຍກວ່ານັ້ນ. ໃນເວລາດຽວກັນ, ວິສາຫະກິດ ກໍ່ຕ້ອງໄດ້ປະສານສົມທົບກັບອຳນາດການປົກຄອງ ເພື່ອສ້າງ ແລະ ປົກປ້ອງພື້ນທີ່ສີຂຽວ ເພື່ອໃຫ້ຄົນງານສາມາດເຮັດວຽກຢູ່ໂຮງງານ ແລ້ວກັບຄືນມາພັກຜ່ອນຢູ່ໃນພື້ນທີ່ສີຂຽວ, ແຕ່ຫາກບໍ່ອາດແກ່ຍາວເວລາ "ສາມກັບທີ່" ເຊິ່ງເປັນທັງການສິ້ນເປືອງ ທັງສ້າງຄວາມກົດດັນທາງຈິດໃຈຕໍ່ກັບຄົນງານ.

ເພື່ອຮຽກຮ້ອງໃຫ້ແຮງງານຈາກຕ່າງແຂວງ ມາຍັງນະຄອນໂຮ່ຈີມິນ ຕ້ອງມີມີການລົງມືຂອງອຳນາດການປົກຄອງ ໃນການສ້າງແລວທາງນິຕິກຳ, ແຜນການຕ້ອນຮັບຄົນງານ, ແຜນການສັກຢາປ້ອງກັນພະຍາດ ແລະ ນະໂຍບາຍດຶງດູດຄົນງານ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.