ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດຮ່າ​ໂນ້ຍລອດ​ເຂົ້າ​ Top 800 ໂຮງ​ຮຽນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ພື້ນ​ຖານ

06:30 | 25/09/2021

ຍ​ສ​ໝ - ອົງ​ການ​ຈັດ​ຕັ້ງ Times Higher Education ຫາ​ກໍ່​ປະ​ກາດ​ໝາກ​ຜົນ​ຂອງ​ການ​ຈັດ​ອັນ​ດັບ​ຂອງ​ບັນ​ດາ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລໂລກຕາມແຕ່ລະ​ຂົງ​ເຂດປີ 2022 ຂອງ 4 ໃນ​ຈຳ​ນວນ 11 ຂົງ​ເຂດ​ຈັດ​ອັນ​ດັບ. ໃນ​ນັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍຮັກ​ສາ​ຢູ່​ລະ​ດັບໃນ Top 601 - 800 ຂອງ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ພື້ນ​ຖານ (Physical Sciences) ເມື່ອ​ທຽບ​ໃສ່​ກັບ THE WUR by Subject 2021…

ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕາ ຊຸດເສື້ອ​ຍາວພັນ​ລະ​ຍາ ​ເອີ​ລົບ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Sacarmento, ອາ​ເມ​ລິ​ກາ​ ສະ​ໜັບ​ສະ​ໜູນ​​ນະ​ຄອນ​ໂຮ່​ຈີ​ມິນ ເພື່ອ​ຕ້ານ​ໂລກ​ລະ​ບາດ ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕາ ຊຸດເສື້ອ​ຍາວພັນ​ລະ​ຍາ ​ເອີ​ລົບ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Sacarmento, ອາ​ເມ​ລິ​ກາ​ ສະ​ໜັບ​ສະ​ໜູນ​​ນະ​ຄອນ​ໂຮ່​ຈີ​ມິນ ເພື່ອ​ຕ້ານ​ໂລກ​ລະ​ບາດ
ກ່ຳ​ປັ່ນ​ຕູ້​ຄອນ​ເທນ​ເນີທົດ​ລອງທີ 2 ຂອງ​ບໍ​ລິ​ສັດ​ກ່ຳ​ປັ່ນ​ທະ​ເລ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ເຂົ້າ​ທຽບ​ທ່າ​ກ໊າຍ​ເລິນ ກ່ຳ​ປັ່ນ​ຕູ້​ຄອນ​ເທນ​ເນີທົດ​ລອງທີ 2 ຂອງ​ບໍ​ລິ​ສັດ​ກ່ຳ​ປັ່ນ​ທະ​ເລ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ເຂົ້າ​ທຽບ​ທ່າ​ກ໊າຍ​ເລິນ
ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດຮ່າ​ໂນ້ຍລອດ​ເຂົ້າ​ Top 800 ໂຮງ​ຮຽນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ພື້ນ​ຖານ

ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດຮ່າ​ໂນ້ຍລອດ​ເຂົ້າ​ Top 800 ໂຮງ​ຮຽນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ພື້ນ​ຖານ (ພາບ: laodong.vn)

ໃນ​ຕະ​ຕາ​ລາງ​ຈັດ​ອັນ​ດັບ​ປີ 2021, ະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍມີ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ຄອມ​ພິວ​ເຕີເປັນ​ຄັ້ງ​ທຳ​ອິດ​ທີ່ THE ໄດ້​ຕີ​ລາ​ຄາແລະຈັດ​ອັນ​ດັບ​ໃນ​ກຸ່ມ 501 – 600 ໂລກ, ຢືນ​ຢູ່​ອັນ​ດັບ​ທີ 1 ຂອງຫວຽດ​ນາມ, ຂົງ​ເຂດ​ເຕັກ​ນິກແລະອຸດ​ສາ​ຫະ​ກຳນອນ​ໃນ​ກຸ່ມ 401 - 500 ໃນ​ໂລກ, ຢືນ​ຢູ່​ອັນ​ດັບ 1 ຂອງຫວຽດ​ນາມ. ນອກ​ຈາກ​ນັ້ນ, ໂຮງ​ຮ​ຽນ​ກໍ່​ມີ 3 ຂົງ​ເຂດ​ທີ່​ໄດ້ QS WUR by Subject ໄດ້ຮັບການຈັດ​ອັນ​ດັບ, ລະ​ອຽດ​ແມ່ນ: ຄະ​ນິດ​ສາດເປັນ​ຄັ້ງ​ທຳ​ອິດທີ່ໄດ້​ສັບ​ຊ້ອນ​ໃນ​ກຸ່ມ 401 - 450 ຂອງ​ໂລກ, ຢືນ​ຢູ່​ອັນ​ດັບ 1 ຂອງຫວຽດ​ນາມ, ຟິຊິກສາດ ແລະ ດາລາສາດ (Physics and Astronomy) ຈັດໃນ​ກຸ່ມ 551 - 600 ຂອງ​ໂລກ, ຢືນ​ຢູ່​ອັນ​ດັບ 1 ຂອງຫວຽດ​ນາມ, ວິ​ທະ​ຍາ​ສາ​ດ​ຄອມ​ພິວ​ເຕີແລະລະ​ບົບ​ຂໍ້​ມ​ູນ​ຂ່າວ​ສານ (Computer Science & Information systems) ໄດ້​ຈັດ​ຢູ່​ໃນ​ກຸ່ມ 501 - 550 ຂອງ​ໂລກ, ຢືນ​ຢູ່​ອັນ​ດັບ 2 ຂອງຫວຽດ​ນາມ.

THE World University Ranking by Subject ແມ່ນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ບັນ​ດາ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລຕາມ​ຂະ​ແໜງ, ກຸ່ມ​ຂະ​ແໜງ​ບຳ​ລຸງ​ສ້າງຂຶ້ນ​ກັບ 11 ຂົງ​ເຂດ. ໝາກ​ຜົນ​ຂອງ​ຕາ​ຕະ​ລາງນີ້ໄດ້​ຕີ​ລາ​ຄາ​ຕາມ 5 ມາດ​ຖານ​ລວມ​ມີ​ບັນ​ດາ​ມາດ​ຕະ​ຖານ: Citation, Industry Income, International Outlook, Research ແລະ Teaching

THE ໄດ້​ນຳ​ໃຊ້​ບັນ​ດ​ແຫຼ່ງ​ຂໍ້​ມູນ​ຈາກ​ການ​ສຳ​ຫຼວດ (ໂດຍ THE ປະ​ຕິ​ບັດ), ຮາກ​ຖານ​ຂໍ້​ມູນ Scopus (ຂຶ້ນ​ກັບສຳ​ນັກ​ພິມ​ຈຳ​ໜ່າຍ Elsevier) ແລະຂໍ້​ມູນ​ໂດຍ​ຮາກ​ຖານ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​ສະ​ໜອງ. ຕາມ​ໝາກ​ຜົນ​ປະ​ກາດຫຼ້າ​ສຸດ​ຂອງ 4 ຂົງ​ເຂດ, ຂົງ​ເຂດ​ວິ​ທະ​ຍາ​ສາດ​ພື້ນ​ຖານຮັກ​ສາອັນ​ດັບ​ທີ່ນອນ​ໃນ Top 601 – 800.

ຂົງ​ເຂດ​ວິ​ທະ​ຍາ​ສາດ​ພື້ນ​ຖານໄດ້​ສັງ​ລວມ​ຈາກຫຼາຍ​ຂະແໜງການນ້ອຍ​​ຄື: ​ຄະ​ນິດ​ສາດແລະສະ​ຖິ​ຕິ, ຟິຊິກສາດແລະດາລາສາດ, ເຄ​ມີ​ສາດ, ພູ​ມີ​ສາດ, ວິ​ທະ​ຍາ​ສາດສິ່ງ​ແວ​ດ​ລ້ອມ, ວິ​ທະ​ຍາ​ສາດ​ໜ່ວຍ​ໂລກແລະມະ​ຫາ​ສະ​ໝຸດ​ສາດ. ໃນການ​ຈັດ​ອັນ​ດັບ THE WUR 2022 by Subject ຂົງ​ເຂດວິ​ທະ​ຍາ​ສາດພື້ນ​ຖານ​ປີນີ້ມີ 1227 ຮາກ​ຖານ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ສາດໄດ້ຮັບການ​ຈັດ​ອັນ​ດັບ, ເພີ່ມ​ຂຶ້ນ 78 ໂຮງ​ຮຽນເມື່ອ​ທຽບ​ໃສ່​ກັບ​ການ​ຈັດ​ອັນ​ດັບ​ຄັ້ງ​ກ່ອນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.