ລັດ​ຖະ​ບ​ານ​ຮ່ວມ​ເດີນ​ທາງ​, ຊ່ວຍ​ເຫຼືອ​ວິ​ສາ​ຫ​ະ​ກິດ​ຟື້ນ​ຟູ​ການ​ຜະ​ລິດ

18:00 | 24/09/2021

ຍ​ສໝ - ລັດ​ຖະ​ບານ​ຈະ​ຮ່ວມ​ເດີນ​ທາງ, ຮັບ​ຟັງ​ຄຳ​ເຫັນ​ຂອງວິ​ສາ​ຫະ​ກິດ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດຈົນ​ຮອດ​ເວ​ລາ ຟື້ນ​ຟູ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ສະ​ພາບ​ການ​​ປົກ​ກະ​ຕິ​ໃໝ່​.

ກະ​ຊວງ ແຜນ​ການ​ ແລະ ການ​ລົງ​ທຶນ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ກະ​ຊວງ ແຜນ​ການ​ ແລະ ການ​ລົງ​ທຶນ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ
EVFTA ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ​ຝ​ລັ່ງ ເອົາ​ໃຈ​ໃສ່​ເຖິງ ຫວຽດ​ນາມ EVFTA ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ​ຝ​ລັ່ງ ເອົາ​ໃຈ​ໃສ່​ເຖິງ ຫວຽດ​ນາມ
ລັດ​ຖະ​ບ​ານ​ຮ່ວມ​ເດີນ​ທາງ​, ຊ່ວຍ​ເຫຼືອ​ວິ​ສາ​ຫ​ະ​ກິດ​ຟື້ນ​ຟູ​ການ​ຜະ​ລິດ
ວິ​ໄຈ​ຫາ​ເຊື້ອ​ໃຫ້​ແກ່​ກຳ​ມະ​ກອນ (ພາບ: suckhoedoisong.vn)

ຕ​ອນ​ເຊົ້າ​ວັນ​ທີ 20 ກັນ​ຍາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທັງ ໄດ້​ເປັນ​ປະ​ທານກອ​ງ​ປະ​ຊຸມ​ທາງ​ໄກ “ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຜະ​ລິດ​ຢູ່​ເຂດ​ອຸດ​ສາ​ຫະ​ກຳ, ເຂດ​ປຸງ​ແຕ່ງ, ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ແລະ ກຸ່ມ​ອຸດ​ສາ​ຫະ​ກຳ”

ເຂົ້າ​ຮ່ວມ​ມີ​ການ​ນຳ​ບາງ​ກະ​ຊວງ, ຂະ​ແໜງ​ການ, 28 ແຂວງ, ນະ​ຄອນ ແລະ ບັນ​ດາ​ວິ​ສາ​ຫະ​ກິດ, ໃນ​ນັ້ນ​ມີ​ບັນ​ດາ​ວິ​ສ​າ​ຫະ​ກິດລົງ​ທຶນ​ຈາກ​ຕ່າງ​ປະ​ເທດທີ່​ມີ​ເງິນ​ລົງ​ທຶນຂະໜາດໃຫຍ່, ມີ​ກຳ​ມະ​ກອນຫຼາຍ​ຄົນ.

ໂດຍ​ອະ​ທິ​ບາຍບັນ​ດາ​ຂໍ້​ສະ​ເໜີ​ຂອງວິ​ສາ​ຫະ​ກິດ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ມິງ​ຫວູ ຢັ້ງ​ຢືນ​ວ່າ ລະ​ບຽບ​ການ​ເຂົ້າ​ເມືອງສຳ​ລັບ​ບັນ​ດາ​ນັກ​ຊ່ຽວ​ຊ​ານ ນັບ​ມື້​ນັບ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງວ່ອງ​ໄວ, ມີໄຫວ​ພິບ, ກະ​ທັດ​ລັດ​ກ່​ວາ, ຍົກ​ຕົວ​ຢ່າງ​ຄື​ ຫຼຸດ​ລົງ​ເວ​ລາ​ແຍກ​ຕົວ​ແຕ່ 14 ມື້​ລົງ​ເຫຼືອ 7 ມື້. ພວກ​ເຮົາ​ໄດ້​ຮັບ​ຮອງ​ຊົ່ວ​ຄາ​ວ​ສຳ​ລັບ​ໃບ​ຢັ້ງ​ຢືນ​ການ​ສັກ​ວັກ​ຊິນ​ຢູ່ ກ່​ວາ 60 ປະ​ເທດ, ປັດ​ຈຸ​ບັນ, ບັນ​ດາ​ກະ​ຊວງ, ຂ​ະ​ແໜງ​ການ​ພ​ວມ​ຄິດ​ໄລ່​ເປີດ​ກ້​ວາງ​ເປົ້າ​ໝາຍ​ຊາວ​ຕ່າງ​ປະ​ເທດ​ທີ່ສາມາດ​ເຂົ້າ​ເມືອງ ຫວຽດ​ນາມໄດ້.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ເລ​ດິງ​ເທາະ ໄດ້​ຢັ້ງ​ຢືນ​ວ່າ ການ​ຈະ​ລາ​ຈອນສິນ​ຄ້າ​ໃນ​ປັດ​ຈຸ​ບັນ​ບໍ່​ມີ​ຂໍ້​ຕິດ​ຂັດ​ໃຫຍ່​ແລ້ວ. ແຕ່​ລະ​ປີ, ກະ​ຊວງ​ຈະ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ​ 2 ຄັ້ງ​ກັບ​ບັນ​ດາ​ທ້ອງ​ຖິ່ນ, ມອບ​ໜ້າ​ທີ່​ໃຫ້​ແກ່​ບັນ​ດາ​ພະ​ແນກ​ຄົມ​ມະ​ນາ​ຄົມ ແລະ​ຂົນ​ສົ່ງ ເພື່ອ​ກຳ​ແໜ້ນ​ສະ​ພາບ​ການ​ຄົມ​ມະ​ນາ​ຄົມ ໃນ​ບໍ​ລິ​ເວນ​ເພື່ອ​ແກ້​ໄຂ​ຢ່າງ​ທັນ​ການ.

ທ່ານ​ນາງ ຫວູ​ທິ​ມາຍ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ເງິນ ໃຫ້​ຮູ້​ວ່າ ວັນ​ທີ 16 ກັນ​ຍາ ຄະ​ນະ​ປະ​ຈຳສະ​ພາ​ແຫ່ງ​ຊາດ ໄດ້​ຮັບ​ຮ​ອງ​ເອົາ​ບ້ວງ​ເງິນ​ກ່ຽວ​ກັບ​ການຍົກ​ເວັ້ນ, ຫຼຸດ​ພາ​ສີ. ກະ​ຊວງ​ການ​ເງິນ ພວມ​ກະ​ກຽມ​ຮ່າງ​ດຳລັດວ່າດ້ວຍການແນະນຳການປະ​ຕິ​ບັດ​ບ້ວງ​ເງິນນີ້ໂດຍ​ດ່ວນ ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ລັດ​ຖະ​ບານ.

ຕາ​ມ​ທ່ານ​ຮອງ​​ລັດ​ຖະ​ມົນ​ຕີກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໂດ​ຊວັນ​ຕວຽນ ແລ້ວ, ໃນ​ເງື່ອນ​ໄຂ​ສະ​ພາບ​ການ​ປົກ​ກະ​ຕິ, ກະ​ຊວງ​ພວມ​ຄ​າດ​ວ່າຕ້ອງຮັບ​ປະ​ກັນ 5 ຂຽວ ແມ່ນ ທີ 1 ໂຮງ​ງານ​ຂຽວ, ທີ 2 ກຳ​ມະ​ກອນ​ຂຽນ, ທີ 3 ການ​ເດີນ​ທາງເຄື່ອນຍ້າຍ, ທີ 4 ສະ​ຖານ​ທີ່​ພັກ​ພາ​ອາ​ໄສຂອງກຳມະກອນ ແລະ ທີ 5 ການ​ແພດ​ຢູ່​ກັບ​ທີ່​ຂອງວິ​ສາ​ຫະ​ກິດ...

ກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທັງ​ເນັ້ນ​ໜັ້ກ​ເຖິງບົດ​ບາດ​ຂອງບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ເຂດ​ອຸດ​ສາ​ຫະ​ກຳດ້ວຍ​ແຮງ​ງານ​ນັບ​ສິບ​ລ້ານ​ຄົນ, ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ເຂົ້າ​ໃນ​ງົບ​ປະ​ມານ, ໃຫ້​ແກ່​ການ​ເຕີບ​ໂຕ, ໃຫ້​ແກ່​ການ​ສ້າງ​ສະ​ຖຽນ​ລະ​ພາບ​ສັງ​ຄົມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ວ່າ ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຈະ​ຮ່ວມ​ເດີນ​ທາງ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແບບ​ຍາວ​ນານ, ແໜ້ນ​ແຟ້ນເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຟື້ນ​ຟູໂດຍ​ໄວ ແລະ ຜະ​ລິດ​ຢ່າງເປັນປົກກະຕິ.

ກ່ຽວ​ກັບ​ຂໍ້​ສະ​ເໜີ​ຂອງບັນ​ດາ​ວິ​ສາ​ຫະ​ກິດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຮັບ​ຮູ້, ສ້າງ​ເງື່ອນ​ໄຂ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ. ພ້ອມ​ທັງ​ຢັ້ງ​ຢືນ​ສານ, ລັດ​ຖະ​ບານຈະ​ຮ່ວມ​ເດີນ​ທາງ, ຮັບ​ຟັງ​ຄຳ​ເຫັນ​ຂອງວິ​ສາ​ຫະ​ກິດ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດຈົນ​ຮອດ​ເວ​ລາ​ຟື້ນ​ຟູ​ການ​ຜະ​ລິ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ສະ​ພາບ​ການ​ປົກ​ກະ​ຕິ​ໃໝ່.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.