ຢາວັກຊີນກັນ ໂຄວິດ - 19 AstraZeneca ຫຼາຍກວ່າ 1.3 ລ້ານໂດສ ໄດ້ມອບໃຫ້ກະຊວງສາທາລະນະສຸກ

10:00 | 01/10/2021

ຍສໝ - ພຽງແຕ່ 4 ອາທິດຂອງເດືອນກັນຍາ, ບໍລິສັດຫຸ້ນສ່ວນວັກຊີນຫວຽດນາມ (VNVC) ໄດ້ມອບຢາວັກຊີນປ້ອງກັນພະຍາດໂຄວິດ -19 ຂອງ AstraZeneca ຫຼາຍກວ່າ 5 ລ້ານໂດສ ໃຫ້ກະຊວງສາທາລະນະສຸກ, ເພີ່ມທະວີຢ່າງທັນການໃຫ້ນະຄອນໂຮ່ຈີມິນ ແລະທ້ອງຖິ່ນ ໃນການຕ້ານພະຍາດ.

ຫວຽດນາມ ຄ່ອຍໆດຳລົງຊີວິດກັບການແຜ່ລະບາດຂອງພະຍາດ COVID-19 ເທື່ອລະກ້າວ ຫວຽດນາມ ຄ່ອຍໆດຳລົງຊີວິດກັບການແຜ່ລະບາດຂອງພະຍາດ COVID-19 ເທື່ອລະກ້າວ
ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອຫວຽດນາມດ້ວຍຢາວັກຊີນປ້ອງກັນພະຍາດໂຄວິດ -19 ຫຼາຍກວ່າ 3 ລ້ານໂດສ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອຫວຽດນາມດ້ວຍຢາວັກຊີນປ້ອງກັນພະຍາດໂຄວິດ -19 ຫຼາຍກວ່າ 3 ລ້ານໂດສ

ຕອນທ່ຽງຂອງວັນທີ 27 ກັນຍາ, ລະບົບການສັກຢາປ້ອງກັນພະຍາດ VNVC ໄດ້ສືບຕໍ່ມອບວັກຊິນໂຄວິດ -19 ຂອງ AstraZeneca ໃຫ້ແກ່ກະຊວງສາທາລະນະສຸກ. ວັກຊີນເຫຼົ່ານີ້ ແມ່ນຢູ່ພາຍໃຕ້ສັນຍາຂອງ VNVC ເພື່ອສັ່ງຊື້ວັກຊີນກັນ Covid-19 ຂອງ AstraZeneca ລ່ວງໜ້າ 30 ລ້ານໂດສ ຕັ້ງແຕ່ທ້າຍປີ 2020.

ຢາວັກຊີນກັນ ໂຄວິດ - 19 AstraZeneca ຫຼາຍກວ່າ 1.3 ລ້ານໂດສ ໄດ້ມອບໃຫ້ກະຊວງສາທາລະນະສຸກ
ຢາວັກຊີນກັນ ໂຄວິດ - 19 AstraZeneca ຫຼາຍກວ່າ 1.3 ລ້ານໂດສ ໄດ້ມອບໃຫ້ກະຊວງສາທາລະນະສຸກ. (ພາບ: vietnamnet)

ມາຮອດປະຈຸບັນ, ສັນຍາປະຫວັດສາດຂອງ VNVC ໄດ້ນຳເອົາວັກຊີນປ້ອງກັນພະຍາດໂຄວິດ -19 ມາໃຫ້ຫວຽດນາມເກືອບ 15 ລ້ານໂດສ, ປົກປ້ອງສຸຂະພາບ ແລະຊີວິດຂອງປະຊາຊົນຫຼາຍສິບລ້ານຄົນ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການຕໍ່ສູ້ກັບພະຍາດໂຄວິດ -19.

ມາຮອດຈຸດນີ້ VNVC ເປັນຫົວໜ່ວຍທຳອິດ ທີ່ໄດ້ສັ່ງຊື້ວັກຊີນປ້ອງກັນໂຄວິດ -19 ຢ່າງສຳເລັດຜົນ ແລະ ນຳເອົາວັກຊີນມາຫວຽດນາມ ໂດຍໄວທີ່ສຸດ ດ້ວຍຈຳນວນວັກຊີນຫຼາຍທີ່ສຸດ. ເພື່ອນຳເອົາວັກຊີນທີ່ມີຄຸນຄ່ານີ້ ກັບຄືນສູ່ປະເທດ, ນັບແຕ່ເດືອນພະຈິກປີ 2020, VNVC ໄດ້ນຳໃຊ້ 30 ລ້ານໂດລາສະຫະລັດ (ເທົ່າກັບເກືອບ 700 ຕື້ດົ່ງ) ເພື່ອຈອງຊື້ວັກຊີນ AstraZeneca 30 ລ້ານໂດສ, ໃນຂະນະທີ່ ວັກຊີນຍັງຢູ່ໃນການທົດສອບ.

ວັກຊີນທັງໝົດ 30 ລ້ານໂດສ ກໍ່ໄດ້ຮັບການອະນຸມັດຈາກ VNVC ເພື່ອມອບແບບບໍ່ຫວັງຜົນກຳໄລ ໃຫ້ກັບກະຊວງສາທາລະນະສຸກ ເພື່ອເພີ່ມເຕີມເຂົ້າກອງທຶນວັກຊີນ, ຜັນຂະຫຍາຍການສັກຢາວັກຊີນໃຫ້ປະຊາຊົນໂດຍບໍ່ເສຍຄ່າ. VNVC ກຽມພ້ອມທີ່ຈະຈ່າຍໃຫ້ການລົງທຶນທັງໝົດທີ່ມີຄວາມສ່ຽງ, ຄ່າໃຊ້ຈ່າຍທີ່ເກີດຂຶ້ນຕື່ມ ສໍາລັບຂະບວນການຂົນສົ່ງ, ຮັກສາວັກຊີນ ແລະອື່ນໆ, ຄາດຄະເນຢູ່ທີ່ຫຼາຍຮ້ອຍຕື້ດົ່ງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.