ສະ​ພາບ​ການ​ຜັນ​ແປ​ຂອງ​ໂຄວິດ-19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

20:54 | 25/09/2021

ໄລມາຮອດປະຈຸບັນ, ມີຜູ້ຕິດເຊື້ອໂຄວິດ - 19 ກ່ວາ 500.000 ຄົນ ຢູ່ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ

ໄວໜຸ່ມ​ນະ​ຄອນ​ປະ​ຕິ​ບັດ​ອາ​ທິດຈຸດ​ສຸມ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໄວໜຸ່ມ​ນະ​ຄອນ​ປະ​ຕິ​ບັດ​ອາ​ທິດຈຸດ​ສຸມ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ເຂດ​ນິ​ເວດ​ວິ​ທະ​ຍາ 2 ແຫ່ງ​ຂອງ ຫວຽດ​ນາມ ໄດ້ຮັບ​ການ​ສະ​ເໜີ​ຢູ່ UNESCO ເຂດ​ນິ​ເວດ​ວິ​ທະ​ຍາ 2 ແຫ່ງ​ຂອງ ຫວຽດ​ນາມ ໄດ້ຮັບ​ການ​ສະ​ເໜີ​ຢູ່ UNESCO
ພາບປະກອບ
ພາບປະກອບ

ໄລຮອດວັນທີ 25 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 736.972 ຄົນ ຢືນອັນດັບ 46/222 ປະເທດ ແລະ ເຂດແຄ້ວນແລະ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 505.859 ຄົນ ແລະ ຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 18.220 ຄົນ.

ປະຈຸບັນ, ມີ 16 ໃນຈຳນວນ 63 ແຂວງ, ນະຄອນຢູ່ຫວຽດນາມ ໄດ້ຜ່ານ 14 ວັນ ຊຶ່ງບໍ່ມີກໍລະນີຕິດເຊື້ອໃໝ່ຢູ່ພາຍໃນປະເທດ, ນັ້ນແມ່ນ ບັກກ້ານ, ຕວຽນກວາງ, ລາຍເຈົາ, ຮ່ວາບີງ , ອຽນບ້າຍ, ຮ່າຢາງ, ທ້າຍງວຽນ, ດ້ຽນບຽນ, ວີ້ງຟຸກ, ຫາຍຟ່ອງ, ຝຸ້ເຖາະ, ນິງບີງ, ນາມດີ້ງ, ບັກຢາງ, ຖ້າຍບີງ ແລະ ຫຼ້າງເຊີນ. ຍອດຈຳນວນວັກຊິນທີ່ໄດ້ສັກແມ່ນ ເກືອບ 36,8 ລ້ານ ໂດສ, ໃນນັ້ນເຂັມທີ 2 ແມ່ນ 7,2 ລ້ານໂດສ.

ສ່ວນຢູ່ໃນໂລກ, ໄລຮອດເວລາ 1ໂມງເຄິ່ງ ວັນທີ 25 ກັນຍາ ຕາມເວລາ UTC, ໂລກຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 231.864.262 ຄົນ, ໃນນັ້ນ ມີ 4.750.491 ຄົນຖືກເສຍຊີວິດ. ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ ກ່ວາ 208 ລ້ານ ຄົນ. ອາເມລິກາຍັງຄົງແມ່ນປະເທດຮັບຜົນສະທ້ອນຢ່າງໜັກກ່ວາໝູ່ດ້ວຍຈຳນວນຜູ້ຕິດເຊື້ອ 43.635.337 ຄົນ ແລະ 704.478 ຄົນເສຍຊີວິດ. ຖັດມາແມ່ນອິນເດຍ ແລະ ບຣາຊິວ

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.