ຫວຽດນາມ ສູ້ຊົນຮອດ ປີ 2030 ບໍ່ໃຫ້ມີຜູ້ເສຍຊີວິດຍ້ອນພະຍາດວໍ້

06:30 | 01/10/2021

ຍສໝ - ໃນວັນທີ 28 ກັນຍານີ້, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ, ກະຊວງສາທາລະນະສຸກ ແລະ ໜ່ວຍງານຈໍານວນໜຶ່ງ ໄດ້ສົມທົບກັນ ເພື່ອຈັດກອງປະຊຸມອອນໄລ ເພື່ອສະຫຼຸບແຜນງານແຫ່ງຊາດ ເພື່ອຄວບຄຸມ ແລະ ກໍາຈັດພະຍາດວໍ້ ໄລຍະປີ 2017-2021.

ສັກຢາກັນພະຍາດໂຄວິດ-19 ໃຫ້ແກ່ນັກສຶກສາລາວເກືອບ 300 ຄົນ ສັກຢາກັນພະຍາດໂຄວິດ-19 ໃຫ້ແກ່ນັກສຶກສາລາວເກືອບ 300 ຄົນ
ຫວຽດ​ນາມ​ມີ​ເຂດ​ອະ​ນຸ​ລັກ​ທຳ​ມະ​ຊາດ​ຢ່າງຫ​ນ້ອຍ​ສຸດ 10 ​ແຫ່ງ​ທີ່ນອນ​ໃນ​ບັນ​ຊີ​ລາຍ​ຊື່​ສີຂຽວ​ທົ່ວ​ໂລກ ໃນ​ປີ 2030 ຫວຽດ​ນາມ​ມີ​ເຂດ​ອະ​ນຸ​ລັກ​ທຳ​ມະ​ຊາດ​ຢ່າງຫ​ນ້ອຍ​ສຸດ 10 ​ແຫ່ງ​ທີ່ນອນ​ໃນ​ບັນ​ຊີ​ລາຍ​ຊື່​ສີຂຽວ​ທົ່ວ​ໂລກ ໃນ​ປີ 2030
ຫວຽດນາມ ສູ້ຊົນຮອດ ປີ 2030 ບໍ່ໃຫ້ມີຜູ້ເສຍຊີວິດຍ້ອນພະຍາດວໍ້
ຫວຽດນາມ ສູ້ຊົນຮອດ ປີ 2030 ບໍ່ໃຫ້ມີຜູ້ເສຍຊີວິດຍ້ອນພະຍາດວໍ້. (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຟຸ່ງດຶກຕຽນ ຢືນຢັນວ່າ: ຫວຽດນາມໄດ້ ແລະ ພວມມີມາດຕະການເພື່ອຮັບປະກັນການປະຕິບັດບັນດາມາດຕະການແກ້ໄຂ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດວໍ້. ນັບແຕ່ປີ 2017 ຫາເດືອນສິງຫາ 2021, ຈໍານວນກໍລະນີຄົນເປັນພະຍາດວໍ້ ໄດ້ຫຼຸດລົງໃນແຕ່ລະປີ ໂດຍສະເລ່ຍ 12 ກໍລະນີ ເມື່ອທຽບກັບປີ 2011-2016. ຮ່າງແຜນງານປ້ອງກັນ ແລະ ຄວບຄຸມພະຍາດວໍ້ລະດັບຊາດສໍາລັບໄລຍະປີ 2022-2030 ມີເປົ້າໝາຍຄວບຄຸມພະຍາດວໍ້ ໃນໝາ ແລະ ແມວລ້ຽງ ແລະ ສູ້ຊົນຮອດ ປີ 2030 ບໍ່ໃຫ້ມີຜູ້ເສຍຊີວິດຍ້ອນພະຍາດວໍ, ປະກອບຄຳເຫັນໃສ່ຮ່າງໂຄງການປ້ອງກັນ ແລະ ຄວບຄຸມພະຍາດວໍ້ລະດັບຊາດ, ໄລຍະປີ 2022-2030 ແລະ ການສະເຫຼີມສະຫຼອງວັນພະຍາດວໍ້ໂລກ (28 ກັນຍາ).

ການນຳກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ແລະ ກະຊວງສາທາລະນະສຸກ ຮຽກຮ້ອງໃຫ້ຊຸມຊົນແບ່ງປັນຂໍ້ມູນຂ່າວສານ ແລະ ຍົກສູງຄວາມຮັບຮູ້, ປະຕິບັດການປ້ອງກັນ ແລະ ຄວບຄຸມພະຍາດວໍ້ ເພື່ອກູ້ຊີບຊີວິດ; ເພີ່ມທະວີການປະສານສົມທົບລະຫວ່າງຂະແໜງການ ໃນການຕິດຕາມກວດກາ ແລະ ລາຍງານກ່ຽວກັບພະຍາດ, ຮ່ວມມືກັນຢ່າງມີປະສິດທິພາບ ເພື່ອຮ່ວມແຮງຮ່ວມໃຈກັນຕ້ານກັບພະຍາດວໍ້, ບັນລຸເປົ້າໝາຍທີ່ຈະບໍ່ມີຄົນເສຍຊີວິດຍ້ອນພະຍາດວໍ້ໃນປີ 2030.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.