ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮອດ​ວັນ​ທີ 30 ກັນ​ຍາ ຜ່ອນ​ຜັນ​ການ​ແຍກ​ຫ່າງ​ສັງ​ຄົມ​​ເທື່ອ​ລະ​ກ້າວໂດຍ​ມີ​ການ​ຄວບ​ຄຸມ

06:30 | 28/09/2021

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມທາງໄກກັບ 63 ແຂວງ, ນະຄອນ ໃນທົ່ວປະເທດ.

ຕະຫຼາດເຄື່ອນທີ່ແຫ່ງທຳອິດທີ່ນຳໃຊ້ 'ບັດຂຽວ COVID-19 ຢູ່ນະຄອນໂຮ່ຈີມິນ ຕະຫຼາດເຄື່ອນທີ່ແຫ່ງທຳອິດທີ່ນຳໃຊ້ 'ບັດຂຽວ COVID-19 ຢູ່ນະຄອນໂຮ່ຈີມິນ
ຮ່າໂນ້ຍ ຜັນຂະຫຍາຍການສັກຢາກັນພະຍາດ COVID-19 ໃຫ້ຄົນຕ່າງປະເທດ ຮ່າໂນ້ຍ ຜັນຂະຫຍາຍການສັກຢາກັນພະຍາດ COVID-19 ໃຫ້ຄົນຕ່າງປະເທດ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮອດ​ວັນ​ທີ 30 ກັນ​ຍາ ຜ່ອນ​ຜັນ​ການ​ແຍກ​ຫ່າງ​ສັງ​ຄົມ​​ເທື່ອ​ລະ​ກ້າວໂດຍ​ມີ​ການ​ຄວບ​ຄຸມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກກັບ 63 ແຂວງ, ນະຄອນ ໃນທົ່ວປະເທດ. (ພາບ: sggp.org.vn)

ກອງປະຊຸມຖືກຈັດຂຶ້ນແມ່ນເພື່ອແນ່ໃສ່ຕີລາຄາກ່ຽວກັບສະພາບການ, ການຜັນແປຂອງໂລກລະບາດໂຄວິດ - 19 ໃນ 2 ອາທິດຜ່ານມາ, ໝາກຜົນຂອງການປະຕິບັດບັນດາໜ້າທີ່, ມາດຕະການ, ຊີ້ແຈ້ງເຫດຜົນ, ບົດຮຽນປະສົບການກ່ຽວກັບການຊີ້ນຳ, ນຳພາ, ການຈັດຕັ້ງປະຕິບັດ; ນັບແຕ່ການກຳນົດເປົ້າໝາຍ, ໜ້າທີ່, ມາດຕະການທີ່ແທດເໝາະໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍຮຽກຮ້ອງໃຫ້ທົ່ວປະເທດຈົ່ງພະຍາຍາມນັບແຕ່ນີ້ຮອດວັນທີ 30 ກັນຍາ ຈະຜ່ອນຜັນການແຍກຫ່າງສັງຄົມໂດຍມີການຄວບຄຸມເທື່ອລະກ້າວເພື່ອຟື້ນຟູການພັດທະນາເສດຖະກິດ - ສັງຄົມ.

ຜູ້ນຳໜ້າລັດຖະບານ ກໍໃຫ້ຮູ້ວ່າ ວັນທີ 24 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ຕົກລົງຕໍ່ຂໍ້ສະເໜີຂອງລັດຖະບານກ່ຽວກັບການປະກາດໃຊ້ນະໂຍບາຍໜູນຊ່ວຍຊາວຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຈາກກອງທຶນປະກັນການວ່າງງານ.

vovworld.vn

ເຫດການ
302 Found

Found

The document has moved here.