ຫວຽດນາມ ຄ່ອຍໆດຳລົງຊີວິດກັບການແຜ່ລະບາດຂອງພະຍາດ COVID-19 ເທື່ອລະກ້າວ

14:30 | 28/09/2021

ຍສໝ - ຫວຽດນາມ ກໍາລັງຍູ້ໄວຄວາມຄືບໜ້າການສັກຢາວັກຊີນ, ມຸ່ງໄປສູ່ເປົ້າໝາຍການດໍາລົງຊີວິດທີ່ປອດໄພກັບພະຍາດໂຄວິດ -19, ກັບຄືນສູ່ການຜະລິດດຳເນີນທຸລະກິດເທື່ອລະກ້າວ...

ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ກໍ່ຄືກັບຫຼາຍປະເທດໃນທົ່ວໂລກ ທີ່ກໍາລັງມານະພະຍາຍາມມຸ່ງໄປສູ່ເປົ້າໝາຍການດໍາລົງຊີວິດກັບ COVID-19 ຄືເປັນ "ພະຍາດຕາມລະດູການ", ວິທີການຂອງຫວຽດນາມ ຍັງປະຕິບັດຕາມທິດນຳ ເຕັກໂນໂລຍີ + ວັກຊີນ + 5K. ໃນເວລາດຽວກັນ ກໍ່ປັບປຸງຍຸດທະສາດການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ -19 ໃນໄລຍະໃໝ່ບົນຈິດໃຈ "ພະຍາດໄປຮອດໃສ ແມ່ນຈັດການເກັບມ້ຽນຮອດຫັ້ນ". ລະອຽດ, ບັນດາແຂວງທີ່ພວມຄວບຄຸມການລະບາດຂອງພະຍາດໄດ້ນັ້ນ ຈະສືບຕໍ່ຫຼັກການປ້ອງກັນ, ກວດພົບຢ່າງໄວວາ, ຕິດຕາມ, ປະຕິບັດການແບ່ງເຂດ, ການແຍກຫ່າງໃຫ້ທັນການ ແລະ ການປິ່ນປົວທີ່ມີປະສິດທິພາບ. ນຳເອົາການຜະລິດ ແລະ ການດຳເນີນທຸລະກິດໄປສູ່ສະພາບປົກກະຕິໃໝ່ເທື່ອ​ລະ​ກ້າວ; ໃຫ້ບູລິມະສິດໃຫ້ການຟື້ນຟູບັນດາວິສາຫະກິດຫຼັກແຫຼ່ງຂອງພື້ນຖານເສດຖະກິດ, ເຊິ່ງມີບົດບາດຮັບປະກັນຄວາມສາມາດ ໃນການແກ່ງແຍ່ງແຫ່ງຊາດ.

ຫວຽດນາມ ຄ່ອຍໆດຳລົງຊີວິດກັບການແຜ່ລະບາດຂອງພະຍາດ COVID-19 ເທື່ອລະກ້າວ
ພາບປະກອບ

ຂະແໜງກະສິກຳ ໄດ້ສ້າງຕົວແບບການບໍລິໂພກຜະລິດຕະພັນກະເສດ “ຢູ່ຮ່ວມກັບການແຜ່ລະບາດຂອງພະຍາດ COVID-19” ເທື່ອ​ລະ​ກ້າວ. ລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ເລມິນຫວ່ານ ກ່າວວ່າ: ກະຊວງຈະສ້າງສາງຂໍ້ມູນ ເພື່ອອັບເດດເປັນປະຈຳ ສໍາລັບລະບົບການຈໍາໜ່າຍ ເພື່ອຮູ້ວ່າທ້ອງຖິ່ນໃດກໍາລັງຈະເກັບກ່ຽວຜະລິດຕະພັນອັນໃດ ແລະ ຄາດຄະເນຜົນຜະລິດເພື່ອຈັດລຽງສາງ, ການຂົນສົ່ງ, ການຈໍາໜ່າຍຢ່າງເປັນເຈົ້າການ... ສ້າງລະບົບການຂົນສົ່ງຈາກສວນໄປສູ່ລະບົບການຈໍາໜ່າຍ.

ກະຊວງອຸດສາຫະກໍາ ແລະ ການຄ້າ ກໍາລັງຈັດຕັ້ງປະຕິບັດວິທີແກ້ໄຂ ເພື່ອສະໜັບສະໜູນການບໍລິໂພກ ຜະລິດຕະພັນກະເສດພາຍໃນສົມທົບກັບການເປີດກວ້າງການສົ່ງອອກ. ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກວດກາຄືນ, ວິເຄາະ ແລະ ຕີລາຄາຕະຫຼາດທີ່ມີທ່າແຮງສໍາລັບ 9 ກຸ່ມ/ໝວດຜະລິດຕະພັນກະສິກໍາ-ປ່າໄມ້- ສິນໃນນ້ຳ ສີນຄ້າສົ່ງອອກທີ່ເປັນຫຼັກແຫຼ່ງຂອງຫວຽດນາມ, ໃນ 14 ຂົງເຂດ/ຕະຫຼາດສົ່ງອອກຈຸດສຸມ, ໃນນັ້ນເອົາໃຈໃສ່ເປັນພິເສດ ສຳລັບຕະຫຼາດທີ່ເປັນຄູ່ຮ່ວມມືຂອງຫວຽດນາມໃນບັນດາ FTA. ຕ້ອງຈັດຕັ້ງປະຕິບັດແຜນການສົ່ງເສີມການສົ່ງອອກສໍາລັບໄລຍະຫຼັງ COVID-19 ຕັ້ງແຕ່ທ້າຍປີ 2021.

ຕາມບັນດາຜູ້ຊ່ຽວຊານດ້ານເສດຖະກິດ, ບັນດາລະບົບມູນຄ່າ, ເສົາຄໍ້າການເຕີບໂຕຂອງພື້ນຖານເສດຖະກິດ ຕ້ອງໄດ້ຮັບຄວາມບຸລິມະສິດ. ນອກຈາກນັ້ນ, ຄວນມີນະໂຍບາຍໜູນຊ່ວຍລວມ ເຊັ່ນ: ການຕໍ່ເວລາ, ການເລື່ອນເວລາ ແລະ ການຫຼຸດຜ່ອນພາສີ ແລະ ຄ່າທໍານຽມ. ແຕ່ລະວິສາຫະກິດກໍ່ຕ້ອງມີແຜນການໃນທັນທີ ແລະ ໄລຍະຍາວເພື່ອເລີ່ມຕົ້ນເຄື່ອນຄືນໃໝ່ຢ່າງເໝາະສົມ.

ອີງຕາມບົດລາຍງານຂອງທະນາຄານພັດທະນາອາຊີ (ADB) ທີ່ປະກາດໃນວັນທີ 22 ກັນຍາ, ອົງການນີ້ ຍັງໃຫ້ການຕີລາຄາທີ່ໜ້າຊື່ນຊົມ ກ່ຽວກັບແງ່ຫວັງເຕີບໂຕໄລຍະກາງ ແລະ ໄລຍະຍາວຂອງເສດຖະກິດ ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.