ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງລັດເຊຍຢູ່ພາກພື້ນອາຊີ-ປາຊີຟິກ

19:07 | 30/09/2021

ຍສໝ - ທ່ານຮອງປະທານສະພາສະຫະພັນລັດເຊຍ ໄດ້ຢືນຢັນວ່າ ຫວຽດນາມເປັນຄູ່ຮ່ວມມືທີ່ສຳຄັນ ແລະໃກ້ຊິດຂອງລັດເຊຍຢູ່ໃນພາກພື້ນອາຊີ-ປາຊີຟິກ...

ຫວຽດນາມ ຢືນອັນດັບທີ 9 ໃນພາກພື້ນອາຊີຕາເວັນອອກ - ປາຊີຟິກ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ຫວຽດນາມ ຢືນອັນດັບທີ 9 ໃນພາກພື້ນອາຊີຕາເວັນອອກ - ປາຊີຟິກ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ
ຫວຽດນາມ ຊົມເຊີຍຂໍ້ລິເລີ່ມເຂົ້າຮ່ວມ ແລະ ເຊື່ອມຕໍ່ອິນໂດ - ປາຊີຟິກ ຫວຽດນາມ ຊົມເຊີຍຂໍ້ລິເລີ່ມເຂົ້າຮ່ວມ ແລະ ເຊື່ອມຕໍ່ອິນໂດ - ປາຊີຟິກ
ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງລັດເຊຍຢູ່ພາກພື້ນອາຊີ-ປາຊີຟິກ
ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງລັດເຊຍຢູ່ພາກພື້ນອາຊີ-ປາຊີຟິກ. ພາບ: vietnamnet.vn

ໃນວັນທີ 27 ກັນຍາ, ກ່າວຄຳເຫັນທີ່ການພົບປະກັບ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ, ທ່ານຮອງປະທານສະພາສູງສະຫະພັນລັດເຊຍ Konstantin Kosachev ໄດ້ຢືນຢັນວ່າ ຫວຽດນາມແມ່ນຄູ່ຮ່ວມມືສຳຄັນ ແລະໃກ້ຊິດຂອງລັດເຊຍຢູ່ພາກພື້ນອາຊີ-ປາຊີຟິກ. ຫວຽດນາມເປັນປະເທດໜຶ່ງດຽວ ເຊິ່ງທ່ານປະທານາທິບໍດີລັດເຊຍ ປູຕິນ ໄດ້ໄປຢ້ຽມຢາມ 5 ຄັ້ງ, ນີ້ເປັນສິ່ງພິສູດໃຫ້ແກ່ສາຍພົວພັນແບບພິເສດລະຫວ່າງສອງປະເທດ.

ທ່ານ ຮອງປະທານ K. Kosachev ສະແດງຄວາມຊົມເຊີຍຫວຽດນາມ ທີ່ໄດ້ຈັດຕັ້ງສໍ ເລັດຜົນການເລືອກຕັ້ງສະພາແຫ່ງຊາດຊຸດທີ 15; ຍົກອອກຢ່າງຈະແຈ້ງເລື່ອງສະພາສະຫະພັນລັດເຊຍ ສະໜັບສະໜູນ ການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມໃນທຸກດ້ານ, ຮ່ວມມືຢ່າງແໜ້ນແຟ້ນໃນການຊຸກຍູ້ການໃຫ້ສັດຕະຍາບັນ ແລະປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງສອງປະເທດ, ແລະຈະສືບຕໍ່ສະໜັບສະໜູນຫວຽດນາມ ເຊິ່ງເປັນປະເທດທໍາອິດທີ່ລົງນາມໃນສັນຍາການຄ້າເສລີກັບສະຫະພັນເສດຖະກິດ ອາຊີ - ເອີຣົບ.

ທ່ານ ຮອງປະທານສະພາສະຫະພັນລັດເຊຍ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາງ ຮອງປະທານປະເທດຫວຽດນາມ ຫວໍຖີ້ແອງຊວນ ທີ່ໄດ້ຮັບຄຳເຊື້ອເຊີນຂອງ ທ່ານປະທານສະພາສະຫະພັນລັດເຊຍ Matvienco ເພື່ອເຂົ້າຮ່ວມໃນເວທີປາໄສແມ່ຍິງ ອາຊີ - ເອີຣົບ ດ້ວຍຮູບແບບອອນໄລ.

ທ່ານ ຮອງປະທານ K. Kosachev ໄດ້ເນັ້ນໜັກວ່າ ບໍ່ສາມາດລືມການສະໜັບສະໜູນຢ່າງຈິງໃຈຂອງຫວຽດນາມ ແລະສະພາແຫ່ງຊາດຫວຽດນາມ ທີ່ໄດ້ມອບຜ້າອັດປາກ 50.000 ອັນໃຫ້ສະພາສະຫະພັນລັດເຊຍໃນເວລາທີ່ມີການລະບາດຂອງພະຍາດໃນຕົ້ນປີ 2020, ໃນເວລາທີ່ລັດເຊຍປະສົບກັບຄວາມຫຍຸ້ງຍາກຍ້ອນຍັງບໍ່ທັນສາມາດຜະລິດຜ້າອັດປາກໄດ້ຫຼາຍ.

ທ່ານຮອງປະທານສະພາສະຫະພັນລັດເຊຍ ໄດ້ຢືນຢັນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອຍູ້ໄວການສະໜອງວັກຊີນ Sputnik V ໃຫ້ຫວຽດນາມຕື່ມອີກ.

ສະແດງຄວາມຂອບໃຈຕໍ່ຫວຽດນາມທີ່ໄດ້ນຳເອົາພາສາລັດເຊຍເຂົ້າມາສອນຢູ່ໂຮງຮຽນມັດທະຍົມແຕ່ປີ 2022, ທ່ານ ຮອງປະທານ K. Kosachev ກ່າວວ່າ ນີ້ແມ່ນພື້ນຖານອັນດີເພື່ອເພີ່ມຈຳນວນນັກສຶກສາຫວຽດນາມ ມາຮຽນຢູ່ລັດເຊຍໃນອະນາຄົດ.

ໄຊພອນ

ເຫດການ
302 Found

Found

The document has moved here.