WB ຄາດ​ວ່ານັບ​ແຕ່​ປີ 2022, ເສດ​ຖະ​ກິດຫວຽດ​ນາມຈະຟື້ນ​ຟູ​ກັບ​ຄືນ​ລະ​ດັບ 6,5 – 7%

09:29 | 02/10/2021

ຍ​ສ​ໝ - ທະ​ນາ​ຄານ​ໂລກ (WB) ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າການ​ເຕີບ​ໂຕຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ຂອງຫວຽດ​ນາມອາດ​ຈະ​ຟື້ນ​ຟູກ​ັບ​ຄືນ​ລະ​ດັ​ບ​ແຕ​່ 6,5 – 7% ໃນ​ປີ 2022…

ບັນ​ດາ​ວິ​ສາ​ຫະ​ກິດມ​ີ​ຄວາມເຊື່ອ​ໝັ້ນ​ຕໍ່​ຕະຫຼາດ​ລົງ​ທຶນຫວຽດ​ນາມ ບັນ​ດາ​ວິ​ສາ​ຫະ​ກິດມ​ີ​ຄວາມເຊື່ອ​ໝັ້ນ​ຕໍ່​ຕະຫຼາດ​ລົງ​ທຶນຫວຽດ​ນາມ
WB: ເສດ​ຖະ​ກິດ ຫ​ວຽດ​ນາມ ຈະ​ຟື້ນ​ຟູ​ພາຍຫຼັງ​ຍົກ​ເລີກ​ຄຳ​ສັ່ງ​ ລ໋ອກ​ດາວ WB: ເສດ​ຖະ​ກິດ ຫ​ວຽດ​ນາມ ຈະ​ຟື້ນ​ຟູ​ພາຍຫຼັງ​ຍົກ​ເລີກ​ຄຳ​ສັ່ງ​ ລ໋ອກ​ດາວ
WB ຄາດ​ວ່ານັບ​ແຕ່​ປີ 2022, ເສດ​ຖະ​ກິດຫວຽດ​ນາມຈະຟື້ນ​ຟູ​ກັບ​ຄືນ​ລະ​ດັບ 6,5 – 7%
ພາບ​ປະ​ກອບ: TTXVN

ໃນ​ບົດ​ລາຍ​ງານ​ທີ່​ໄດ້​ອັບ​ເດດ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດອາ​ຊີ​ຕາ​ເວັນ​ອອກແລະປາ​ຊີ​ຟິກໃນ​ລະ​ດູ​ໃບ​ໄມ້ຫຼົ່ນປີ 2021 ປະ​ກາດ​ໃນ​ວັນ​ທີ 28 ກັນ​ຍາ, WB ໄດ້​ໃຫ້​ຂ​ໍ້​ສັງ​ເກດ​ວ່າຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດຂອງຫວຽດ​ນາມອາດ​ຈະ​ບັນ​ລຸ​ໄດ້​ປະ​ມານ 4,8% ໃນ​ປີ 2021 ແລະ​ຟື້ນ​ຟູ​ກ່ຽວ​ກັບ​ອັດ​ຕາ​ເຕີບ​ໂຕແຕ່ 6,5 – 7% ໃນ​ປີ 2022.

ການ​ຄິດ​ໄລ່​ຂອງ WB ໄດ້​ຍົກ​ອອກ​ມາໂດຍອີງ​ໃສ່ການສົມມຸດຖານ​ບັນ​ດາ​ມາດ​ຕະ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ​ຈະ​ຊ່ວຍການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ປະ​ສົບ​ຜົນ​ສຳ​ເລັດ​ໃນ​ທ້າຍ​ໄຕ​ມາດ III, ເພື່ອ​ພື້ນ​ຖານ​ເສດ​ຖະ​ກິດ​ຟື້ນ​ຟູ​ໃນ​ໄຕ​ມາດ​ທີ IV ໃນ​ປີ 2021. ຕາມ WB, ການ​ຟື້ນ​ຟູ​ເສດ​ຖະ​ກິດ​ທົ່ວ​ໂລກໄດ້ຮັບການ​ຮັກ​ສາຈະ​ຮັບ​ປະ​ກັນ​ຄວາມ​ຕ້ອງ​ການ​ຢ່າງ​ແຮງ​ຕໍ່​ສິນ​ຄ້າ​ການ​ສົ່ງ​ອອກ​ຂອງຫວຽດ​ນາມຢູ່​ບັນ​ດາ​ຕະຫຼາດຫຼັກ​ແຫຼ່ງ​ຄື: ອາ​ເມ​ລິ​ກາ, ສະ​ຫະ​ພາບເອີ​ລົບ (EU) ແລະຈີນ.

ວິ​ວັດ​ການ​ຟື້ນ​ຟູ​ກໍ່​ຈະໄດ້ຮັບການ​ໜູນ​ຊ່ວຍ​ດ້ວຍ​ຍຸດ​ທະ​ສາດ​ສັກ​ວັກ​ຊິນ​ໃນ​ວົງ​ກ້​ວາງ​ຊ່ວຍ 70%ປະ​ຊາ​ກອນ​ທີ່​ມີ​ອາ​ຍຸ​ແຕ່ 18 ປີ​ຂຶ້ນ​ໄປໄດ້​ຮັບ​ການ​ສັກ​ວັກ​ຊິນ​ໃນ​ກາງ​ປີ 2022, ຊ່ວຍ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ຮອບ​ໃໝ່​ທີ່​ຮ້າຍ​ແຮງ​ກ່​ວາ.

ກ່ອນ​ໜ້າ​ນັ້ນ, ໃນ​ບົດ​ລາຍ​ການ​ອັບ​ເດດ​ເສດ​ຖະ​ກິດ​ມະ​ຫາ​ພາກເດືອນກັນ​ຍາ, WB ໃຫ້​ຂໍ້​ສັງ​ເກດ​ວ່າເງິນ​ລົງ​ທຶນໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ຢູ່ຫວຽດ​ນາມສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດຍັງຄົງ​ໄດ້​ຮັບ​ການ​ຮັກ​ສາ. ນັກ​ລົງ​ທຶນ FDI ຍັງ​ເຊື່ອ​ໝັ້ນ​ຕໍ່​ແງ່​ຫວັງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ.

ຕາມ​ນັກ​ຊ່ຽວ​ຊານ​ຂອງ WB ແລ້ວ, ເຫດ​ຜົນ​ພື້ນ​ຖານ​ເສດ​ຖະ​ກິດຫວຽດ​ນາມຍັງ​ນອນ​ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕ​ເປັນ​ຢ່າງ​ດີ (ປີ 2020 ແມ່ນ 2,9%) ເມື່ອ​ສ່ວນຫຼາຍ​ບັນ​ດາ​ປະ​ເທດຕ່າງໆ ​ເສດ​ຖະ​ກິດ​ຫຼຸດ​ລົງຢ່າງ​ແຮງ. ນັ້ນ​ແມ່ນ​ສັນ​ຍານ​ຂອງ​ກາ​ລະ​ໂອ​ກາດ​ໃນ​ການ​ຟື້ນ​ຟູ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຮາກ​ຖານ​ໝັ້​ນ​ແກ່ນຂອງພື້ນ​ຖານ​ເສດ​ຖະ​ກິດຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.