Internet Expo 2021: ສ້າງ​ບາ​ດ​ກ້າວ​ບຸກ​ທະ​ລຸໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ

12:57 | 04/10/2021

ຍ​ສ​ໝ - ເປັນ​ຄັ້ງ​ທຳ​ອິດ​ຈັດ​ຕັ້ງ​ຢູ່​ຫວຽດ​ນາມ, Internet Expo 2021 - ງານ​ວາງ​ສະ​ແດງ​ທາງ​ໄກ​ໃຫ​ຍ່​ທີ່​ສຸດອາ​ຊີ - ປາ​ຊີ​ຟິກ ອີງ​ໃສ່​ເຕັກ​ໂນ​ໂລ​ຢີ VR ແມ່ນ​ຂົວ​ເຊື່ອມ​ຕໍ່​ທີ່​ມີ​ປະ​ສິດ​ທິດ​ຜົນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ ເຊື່ອມ​ຕໍ່, ນຳ​ເຄື່ອງໝາຍ​ການ​ຄ້າ​ຂອງ​ຕົນອອກສູ່​ຕະຫຼາດ​ທົ່ວ​ໂລກ.

ໄຂງານວາງສະແດງຕະຫຼາດນັດການຄ້າລາວ-ຫວຽດນາມ Expo ປີ 2019 ໄຂງານວາງສະແດງຕະຫຼາດນັດການຄ້າລາວ-ຫວຽດນາມ Expo ປີ 2019
ຈະຈັດງານວາງສະແດງ LAO ICT EXPO 2019 ກາງເດືອນມິຖຸນານີ້ ຈະຈັດງານວາງສະແດງ LAO ICT EXPO 2019 ກາງເດືອນມິຖຸນານີ້
Internet Expo 2021:  ສ້າງ​ບາ​ດ​ກ້າວ​ບຸກ​ທະ​ລຸໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ
Internet Expo 2021

ວັນ​ທີ 30 ກັນ​ຍາ 2021, IEXGroup ພ້ອມ​ກັບ​ບໍ​ລິ​ສັດ V-EXIM Solutions ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ທາງ​ໄກ“Internet Expo” ກ່ຽວ​ກັບ​ການ​ຫັນ​ກາ​ນ​ເຄື່ອນ​ໄຫວ​ທາງ​ການ​ຄ້າ ລະ​ຫວ່າງ ລັດ​ເຊຍ ແລະຫວຽດ​ນາມເປັນ​​ດີ​ຈີ​ຕອນ​, ໝູ​ນ​ໃຊ້​ບັນ​ດາ​ຮູບ​ແບບ​ໃໝ່​ໃນ​ໃນ​ຈັດ​ຕັ້ງ​ການ​ຄ້າ​ສອງ​ຝ່າຍແລະ ນຳ​ໃຊ້​ຮູບ​ແບບ​ວາງ​ສະ​ແດງ​ທາງ​ໄກ​ຄືເຄື່ອງ​ມື​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ເສດ​ຖະ​ກິດ.

ທີ່ກອງ​ປະ​ຊຸມ, ທ່ານ A.M. Pecherin ຫົວ​ໜ້າ​ຫ້ອງ​ການ​ເສດ​ຖະ​ກິດ​ອົງ​ການ​ຕາງ​ໜ້າການ​ຄ້າລັດ​ເຊຍ ປະ​ຈຳ ຫວຽດ​ນາມ ໄດ້​ແບ່ງ​ປັນ​ວິ​ໄສ​ທັດ​ຂອງ​ອົງ​ການ​ຕາງ​ໜ້າ​ການ​ຄ້າລັດ​ເຊຍ​ຕໍ່ຮູບ​ແບບ​ວາງ​ສະ​ແດງ​ທາງ​ໄກ ຄື​ທ່າ​ອ່ຽງ​ໃໝ່​ທາງ​ການ​ຄ້າ.

ໜຶ່ງ​ໃນ​ບັນ​ດາ​ເຄື່ອງ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ​ເພື່ອ​ສ້າງ​ການ​ຮ່ວມ​ມື​ສອງ​ຝ່າຍ​ຕາມ​ແບບ​ເກົ່າແມ່ນ​ເຂົ້າ​ຮ່ວມ​ບັນ​ດາ​ງານ​ວາງ​ສະ​ແດງ, ເວ​ທີ​ປາ​ໄສ​ການ​ຄ້າ​ສາ​ກົນ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ພິ​ເສດ​ເພື່ອ​ແນະ​ນຳ​ກ່ຽວ​ກັບ​ບໍ​ລິ​ສັດແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນແລະ ຜູ້​ບໍ​ລິ​ໂພກ​ຢູ່​ບັນ​ດາ​ປະ​ເທດ, ຊອກ​ຮູ້ກ່ຽວ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ໃນ​ຂະ​ແໜງ, ສ້າງ​ການ​ພົວ​ພັນ​ກັບ​ບັນ​ດາ​ລູກ​ຄ້າ​ໃໝ່ ແລະ ໄດ້​ຮັບ​ຮູ້ຫຼາຍ​ກ່​ວາ​ກ່ຽວ​ກັບ​ການ​ຕະຫຼາດເຊິ່ງ​ຕົນ​ເອງ​ມີຄວາມ​ສົນ​ໃຈ.

ໃນ​ເງື່ອນ​ໄຂ​ສັບ​ສົນ​ຄື​ໃນ​ປັດ​ຈຸ​ບັນ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19, ໃນ​ຂະ​ນະ​ທີ່ວຽກ​ເຂົ້າ​ຮ່ວມ​ໂດຍ​ກົງ​ບັນ​ດາ​ເຫດ​ການ​ຕ່າງ​ປະ​ເທດ ແລະ ຈັດ​ຕັ້ງ​ບັນ​ດາ​ການ​ພົບ​ປະ​ໂດຍ​ກົງ​ຄື​ເມື່ອ​ກ່ອນ​ແມ່ນ​ຫຍຸ້ງ​ຍາກ​ທີ່​ສຸດ, ບັນ​ດາ​ຮູບ​ແບບ​ໃໝ່​ເພື່ອ​ພົບ​ປະ​ທາງ​ໄກ​ນີ້, ໃນ​ນັ້ນ​ມີ​ການ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ, ກອງ​ປະ​ຊຸມ, ເວ​ທີ​ປາ​ໄສ​ພວມ​ສວມ​ບົດ​ບາດ​ສຳ​ຄັນ​ພິ​ເສດ. ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່ແມ່ນ​ການ​ຮັບ​ປະ​ກັນ​ໃຫ້​ແກ່​ການ​ສົ່ງ​ເສີມ​ການ​ດຳ​ເນີນ​ທຸ​ລະ​ກິດປະ​ສົບ​ຜົນ​ສຳ​ເລັດແລະ ເປີດກວ້າງ​ບັນ​ດາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໄປ​ທົ່ວ​ໂລກ.

ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່​ວາ 180 ທ່ານຕາງ​ໜ້າ​ໃຫ້​ແກ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ ແລະວິ​ສາ​ຫະ​ກິດ ລັ​ດ​ເຊຍ, ໃນ​ນັ້ນ​ມີ​ບັນ​ດາ​ວິ​ສາ​ຫະ​ກິດໃຫຍ່​ຄື: ບໍ​ລິ​ສັດ“Rostelecom”, ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ ຫວຽດ - ລັດ​ເຊຍ, ສະ​ຫະ​ພັນ​ຊິ້ນ​ແຫ່ງ​ຊາດ ລັດ​ເຊຍ (NMAS), ສະ​ຫະ​ພັນ​ຜູ້​ຜະ​ລິດ​ນົມ​ແຫ່ງ​ຊາດ “Soiuzmoloko”.

ເລື່ອງ​ປະ​ຊາ​ຄົ​ມ​ວິ​ສາ​ຫະ​ກິດ ລັດ​ເຊຍນັບ​ມື້​ນັບມີ​ຄວາມ​ສົນໃຈ ຕໍ່​ບັນ​ດາ​ຕ​ະຫຼາດ​ອາ​ຊີຫຼາຍ​ກ່​ວາ​ນັ້ນ ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ນັກ​ທຸ​ລະ​ກິດ ພ້ອມ​ແລ້ວ​ທີ່​ຈະ​ໝູນ​ໃຊ້​ບັນ​ດາ​ວິ​ທີ​ການ​ສົມ​ທົບ​ການ​ກະ​ທຳໃໝ່ ໃນ​ການ​ເຄື່ອນ​ໄຫວ​ຂອງ​ຕົນ, ແລະສິ່ງນີ້​ຈະ​ສ້າງ​ກຳ​ລັງ​ໜູນ​ເພື່ອ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິ​ດ​ການ​ຄ້າ​ລະ​ຫວ່າງລັດ​ເຊຍ ແລະ ຫວຽດ​ນາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.