ຍສໝ -ວັນທີ 16 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ້ງມີງຄອຍ ໄດ້ນຳໜ້າຄະນະຜູ້ແທນສະຖານທູດຫວຽດນາມ ໄດ້ລົງຢ້ຽມຢາມຖາມຂ່າວສະພາບການຢູ່ສູນການຄ້າ Sadovod (ຫຼືເອີ້ນວ່າ ຕະຫຼາດນົກ) ຢູ່ ມົດສະກູ ແລະ ຢ້ຽມຢາມສະພາບການດຳເນີນທຸລະກິດ ແລະ ການຄ້າຂອງຊາວຫວຽດນາມ ຢູ່ທີ່ນີ້.
ພາຍຫຼັງ 1 ອາທິດໄດ້ເຮັດວຽກຢູ່ ຕວກກີ ດ້ວຍຄວາມຮີບດ່ວນ ແລະ ຕັ້ງໜ້າ, ຕອນບ່າຍວັນທີ 19 ເດືອນກຸມພາ 2023, ຄະນະກູ້ໄພຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ສຳເລັດໜ້າທີ່ ແລະ ກັບຄືນປະເທດ ຫວຽດນາມ.
ຍສໝ - ວາລະສານ Times (ສະຫະພັນບັນດາອົງການມິດຕະພາບຫວຽດນາມ) ແມ່ນບ່ອນທີ່ໜ້າເຊື່ອຖືຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເມື່ອຢາກອັບເດດຂ່າວການເມືອງ, ເສດຖະກິດ, ວັດທະນະທຳ ແລະ ບັນຫາສັງຄົມຢູ່ພາຍໃນປະເທດຢ່າງຖືກຕ້ອງກັບຄວາມຈິງ ແລະ ພາວະວິໄສ. ວາລະສານ Times ຍັງໄດ້ສ້າງເວທີປາໄສທີ່ມີປະໂຫຍດ ແລະ ການເຊື່ອມຕໍ່ລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະເທດຊາດ.
ຍສໝ -ທ່ານເອກອັກຄະລັດຖະທູດ ໂດເຊີນຫາຍ ຢືນຢັນວ່າ, ສະຖານທູດ ຫວຽດນາມ ປະຈຳ ຕວກກີ ຈະສືບຕໍ່ຮັກສາການພົວພັນ ກັບປະຊາຊົນເພື່ອແນໃສ່ຕິດຕາມກວດກາສະພາບການປະຈຳວັນ, ໜູນຊ່ວຍຢ່າງທັນການໃນສະພາວະການຈຳເປັນ.
ຍສໝ - ຕອນບ່າຍວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ດັ້ງແທັງເຟືອງ, ຮອງຫົວໜ້າຄະນະພົວພັນຕ່າງປະເທດ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບການອຖປະຖຳຈາກບັນດານັກປະພັນທີ່ຍາດໄດ້ລາງວັນຄ້ອນຕີ ກ່ຽວຄຳ: ທ່ານ Steve ບຸຍ ແລະ ທ່ານນາງ ໂງເຟີມເຈິນ ເປັນຈຳນວນເງິນ 50 ລ້ານດົ່ງໃຫ້ກອງທຶນສູນກາງ “ເພື່ອຄົນທຸກຍາກ”.
ຍສໝ - ການສື່ສານນະໂຍບາຍໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນໜ້າທີ່ສຳຄັນຊ່ວຍຊາວຫວຽດນາມອາໄສຢູ່ຕ່າງປະເທດມີຄວາມເຂົ້າໃຈແຈ້ງ, ຖືກຕ້ອງກ່ຽວກັບແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ປະກອບສ່ວນເຂົ້າໃນການປົກປ້ອງພື້ນຖານແນວຄິດຂອງພັກໃນຂົງເຂດຖະແຫຼງການການຕ່າງປະເທດ.
ຍສໝ - ໃນປະຈຸບັນ, ທ່ານນາງ ໂຫງຕວຽດມາຍ ແມ່ນຊາວອາຊີຄົນດຽວ ທີ່ສອນພາສາອັງກິດຢູ່ມະຫາວິທະຍາໄລ Flinders, South Australia ທີ່ຫາກໍ່ຍາດໄດ້ລາງວັນຊະນະການສິດສອນທີ່ດີເລີດຂອງມະຫາວິທະຍາໄລດັ່ງກ່າວໃນປີ 2022.
ຍສໝ - ສະມາຄົມຊາວຫວຽດນາມ ປະຈໍາຝະຣັ່ງ (UGVF) ໄດ້ຈັດຕັ້ງບຸນປີໃໝ່ປະຈໍາຊາດ ປີເຖາະ ຢູ່ສະໂມສອນ Baltard, ນະຄອນ Nogent-sur-Marne ຢູ່ຊານເມືອງປາຣີ.
ຍສໝ - ຫວຽດນາມຜ່ານຜ່າປີ 2022 ທີ່ປະສົບຜົນສຳເລັດ ດ້ວຍຜົນງານຫຼາຍຢ່າງໃນຂົງເຂດວັດທະນະທຳ. ໝາກຜົນນັ້ນແມ່ນສ່ວນໜຶ່ງທີ່ມາຈາກບັນດາຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ຂອງ ຫວຽດນາມ ໃນການຊຸກຍູ້ໂຄສະນາທາງດ້ານພາສາ ແລະ ວັດທະນະທຳຢ່າງກ້ວາງຂວາງໃນທົ່ວໂລກ. ນັ້ນແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ ນາງ Elena Tyumeneva ສັງກັດມະຫາວິທະຍາໄລ ພາສາສາດຂັ້ນສູງ (ກະຊວງການຕ່າງປະເທດ ລັດເຊຍ)
ຍສໝ - ຕາມກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຍີ່ປຸ່ນ ແລ້ວ, ໃນຈຳນວນຄົນຕ່າງປະເທດ 1,82 ລ້ານຄົນທີ່ພວມເຮັດວຽກຢູ່ຍີ່ປຸ່ນ, ຈຳນວນຄົນສັນຊາດຫວຽດນາມ ແມ່ນຫຼາຍທີ່ສຸດ, ມີເຖິງ 462.384 ຄົນ, ກວມເອົາ 25,4%.
ຍສໝ - ທ່ານນາງປະທານ VUFO ຫງວຽນເຟືອງງາ ເວົ້າວ່າ: ພວກຂ້າພະເຈົ້າໄດ້ເລືອກເອົາຫົວຂໍ້ນີ້ ໂດຍອີງໃສ່ບັນດາບຸລິມະສິດຂອງພັກ ແລະ ລັດ ຫວຽດນາມ ກຳນົດໃນປີ 2023 ແມ່ນປີບານພັບໃນການປະຕິບັດໜ້າທີ່ເສດຖະກິດ - ສັງຄົມ 5 ປີ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ
ຍສໝ - ຄວບຄຸມພະຍາດໂຄວິດ - 19, ເປີດປະຕູຕ້ອນຮັບແຂກທ່ອງທ່ຽວ ແລະ ຟື້ນຟູເສດຖະກິດ - ສັງຄົມ ໂດຍໄວ…ແມ່ນພາບພົດຂອງ ຫວຽດນາມ ໃນປີ 2022. ເພື່ອນມິດສາກົນຮູ້ສຶກແນວໃດກ່ຽວກັບ ຫວຽດນາມ ພາຍຫຼັງ 1 ປີທີ່ຜ່ານຜ່າຄວາມຫຍຸ້ງຍາກລຳບາກ?
ຍສໝ - ວັນທີ 29 ມັງກອນ, ທ່າມກາງບັນຍາກາດປິຕິຊົມຊື່ນ ຕ້ອນຮັບລະດູບານໃໝ່ປີແມວ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ (ໄທ) ໄດ້ຈັດຕັ້ງລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2023
ຍສໝ - ເມື່ອດຳລົງຊີວິດຢູ່ ຫວຽດນາມ, ຂ້າພະເຈົ້າຮູ້ສຶກມີຄວາມຜາສຸກ ແລະ ປອດໄພ. ຮູ້ສຶກວ່າທຸກຄົນຄືເພື່ອນມິດ ແລະ ພີ່ນ້ອງຂອງຕົນ. ຖ້າມີຜູ້ໃດຖາມຂ້າພະເຈົ້າ: ໃນໂລກນີ້, ເຈົ້າມັກປະເທດ ແລະ ຊາວປະເທດໃດທີ່ສຸດ”. ຂ້າພະເຈົ້າຈະຢັ້ງຢຶນວ່ານັ້ນແມ່ນປະເທດ ແລະ ຊາວຫວຽດນາມ. ນອກຈາກລາວແລ້ວ, ຖ້າເລືອກເອົາປະເທດທີ່ເປັນໜ້າດຳລົງຊີວິດ ຂ້າພະເຈົ້າຈະເລືອກເອົາ ຫວຽດນາມ.
ຍສໝ - ວັນທີ 13 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ກາຊັກສະຖານ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ຕ້ອນຮັບປີໃໝ່ປີແມວ 2023.
ຍສໝ - ບັນດາຄອບຄົວ, ພິເສດແມ່ນຫຼານນ້ອຍ, ໃນນັ້ນມີບັນດາພະນັກງານສະຖານທູດ ລ້ວນແຕ່ຮູ້ສຶກໄດ້ເຖິງບັນຍາກາດວັນບຸນອົບອຸ່ນຂອງຄອບຄົວໃຫຍ່
ຍສໝ - ການຄົ້ນຄ້ວາຫຼ້າສຸດຊີ້ໃຫ້ເຫັນວ່າທາດ flavan-3-ols ໃນຊາອາດຈະຊ່ວຍຫຼຸດຜ່ອນຄວາມດັນເລືອດສູງ, ໄຂມັນ ແລະ ນ້ຳຕານໃນເລືອດ
ຍສໝ - ປີ 2022 ເປັນປີທີ່ມີການຜັນແປ ແລະ ຫຍຸ້ງຍາກຫຼາຍຢ່າງ, ແຕ່ວຽກງານຊາວຫວຽດນາມຢູ່ຕ່າງປະເທດ ຍັງບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນ ແລະ ມີຄວາມປະທັບໃຈ. ພິເສດ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ສືບຕໍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ, ພ້ອມດຽວກັນນັ້ນ, ບົດບາດ, ຖານະ ແລະ ຄວາມໄວ້ວາງໃຈໃນສັງຄົມປະຈຳຖິ່ນ ໄດ້ນັບມື້ນັບເພີ່ມຂຶ້ນ.
ວັນທີ 27 ທັນວາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການຮັກສາສັນຕິພາບຂອງສະຫະປະຊາຊາດ.
ຍສໝ - ໂດຍຕອບສະໜອງບັນດາຂະບວນການແຂ່ງຂັນຮັກຊາດ ມຸ່ງໄປເຖິງປະເທດຊາດ ກໍ່ຄືບັນຍາກາດອັນຟົດຟື້ນຂອງການຕ້ອນຮັບປີໃໝ່ທີ່ໃກ້ຈະມາເຖິງ, ການແຂ່ງຂັນປິງປັອງລະດູໜາວ 2022 ສືບຕໍ່ສ້າງກໍາລັງໜູນຍົກສູງຄຸນນະພາບຊີວິດ ດ້ານຈິດໃຈ, ກໍ່ຄືຂະບວນການອອກກໍາລັງກາຍຂອງປະຊາຄົມຊາວ ຫວຽດນາມ ຢູ່ລັດເຊຍ.
ຍສໝ - ຫວຽດນາມ-ລາວ ເຫັນດີເປັນເອກະພາບບັນດາເນື້ອໃນຊຸກຍູ້ການຮ່ວມມື ພັດທະນາລະຫວ່າງຂະແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ສອງປະເທດ.
ຍສໝ-ງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ແມ່ນເຫດການສຳຄັນໃນຊີວິດຄວາມເຊື່ອຖືຂອງຊາວຫວຽດນາມຢູ່ຕ່າງປະເທດ.
ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ຢືນຢັນວ່າ ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ແມ່ນແບບຢ່າງສຳເລັດຜົນ ບົນພື້ນຖານຄວາມຈິງໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຄວາມຂະຫຍັນຂັນເຄື່ອນ, ມີໄຫວພິບ, ຍືນຍົງໃນການຮ່ວມມືດ້ານເສດຖະກິດ; ແລະ ຄວາມສະໜິດຕິດພັນຢ່າງເລິກເຊິ່ງໃນການພົບປະແລກປ່ຽນປະຊາຊົນ, ໃນນັ້ນມີການປະກອບສ່ວນສຳຄັນຂອງການທູດປະຊາຊົນ, ພິເສດແມ່ນປະຊາຄົມວິສາຫະກິດຂອງສອງປະເທດ.
ປັດຈຸບັນ ກວາງງາຍ ມີ 16 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ 4 ອົງການ, ສ່ວນບຸກຄົນຕ່າງປະເທດພວມປະຕິບັດວຽກງານໜູນຊ່ວຍໃຫ້ແຂວງ. ບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ບັນດານັກອຸປະຖຳຕ່າງປະເທດກໍ່ໄດ້ໜູນຊ່ວຍໃຫ້ແກ່ແຂວງປະຕິບັດ 151 ໂຄງການ, ລາຍການ ດ້ວຍຍອດມູນຄ່າໃຫ້ຄຳໝັ້ນສັນຍາບັນລຸກ່ວາ 7,8 ລ້ານ USD.
ຕອນບ່າຍວັນທີ 19 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ການນຳສະຖານທູດຫວຽດນາມ ປະຈຳລາວ ໄດ້ພົບປະ ແລະ ລະດົມກຳລັງໃຈບັນດາສະມາຊິກຂອງທິມບານເຕະຊາຍ ຫວຽດນາມ ກ່ອນເຂົ້າຮ່ວມນັດແຂ່ງຂັນສາຍ B, ຊິງແຊັມບານເຕະ ອາຊີຕາເວັນອອກສ່ຽງໃຕ້ (AFF Mitsubishi Electric Cup 2022).
ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ເປັນປະທານກອງປະຊຸມຄະນະກຳມະການອາຊຽນ ຢູ່ ວໍຊິງຕັນ ACW ແລະ ງານລ້ຽງເຮັດວຽກລະຫວ່າງ ACW ກັບຜູ້ຕາງໜ້າສະພາຄວາມໝັ້ນຄົງແຫ່ງຊາດ ແລະ ກະຊວງການຕ່າງປະເທດ ອາເມລິກາ.
ກົມຄຸ້ມຄອງແຮງງານຢູ່ຕ່າງປະເທດ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ) ໄດ້ປະກາດຮັບສະໝັກຄັດເລືອກເອົາພະຍາບານ, ແພດຜູ້ຊ່ວຍຄົນເຈັບ ຊຸດທີ 2 ລຸ້ນທີ 11 ໃຫ້ແກ່ໂຄງການພາຜູ້ຮັບສະໝັກ ພະຍາບານ, ແພດຜູ້ຊ່ວຍຄົນເຈັບຫວຽດນາມ ໄປເຮັດວຽກຢູ່ ຍີ່ປຸ່ນ ໃນຂອບເຂດສັນຍາຄູ່ຮ່ວມມືເສດຖະກິດ ຫວຽດນາມ - ຍີ່ປຸ່ນ (VJEPA) (ໂຄງການ EPA).
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ເຈົ້າຍິງ ສົ່ງເສີມວິສາຫະກິດ ແບນຊິກ ຍູ້ແຮງດ້ານການຄ້າ - ການລົງທຶນເຂົ້າ ຫວຽດນາມ ໃຫ້ຫຼາຍກວ່າອີກ.
ຍສໝ - ໂດຍໄດ້ຮັບຄຳເຊີນຈາກທ່ານປະທານາທິບໍດີ ສ.ອິນໂດເນເຊຍ Joko Widodo, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມທາງລັດຖະກິດປະເທດ ສ.ອິນໂດເນເຊຍ ແຕ່ວັນທີ 21-23 ທັນວາ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດໄປ ອິນໂດເນເຊຍ ພາຍຫຼັງເວລາ 9 ປີ ແລະ ໃນສະພາບການ 2 ປະເທດມຸ່ງໄປເຖິງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.
ຕອນບ່າຍວັນທີ 12 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີອັດກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ ຄັ້ງທີ III, ອາຍຸການ 2022 - 2026.