ເພີ່ມ​ທະ​ວີ​ການ​ສື່​ສານ​ນະ​ໂຍ​ບາຍ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

08:12 | 03/02/2023

ຍ​ສ​ໝ - ການສື່​ສານ​ນະ​ໂຍ​ບາຍ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ຊ່ວຍ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດມີຄວາມ​ເຂົ້າ​ໃຈ​ແຈ້ງ, ຖືກ​ຕ້ອງ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ​, ກົດ​ໝາຍ​ຂອງ​ລັດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ​ໃນ​ຂົງ​ເຂດ​ຖະ​ແຫຼງ​ການ​ການ​ຕ່າງ​ປະ​ເທດ.

ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ໃນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ໃນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຍີ່​ປຸ່ນ
ເພີ່ມ​ພູນ​ຄູ​ນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ ເພີ່ມ​ພູນ​ຄູ​ນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ
​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ເມືອ​ປະ​ເທດ​ (ພາບ: nhandan.vn)
​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ເມືອ​ປະ​ເທດ​ (ພາບ: nhandan.vn)

ເພີ່ມ​ທະ​ວີ​ການ​ສື່​ສານ​ນະ​ໂຍ​ບາຍ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ການສື່​ສານ​ນະ​ໂຍ​ບາຍ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ຊ່ວຍ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມີຄວາມເຂົ້າ​ໃຈ​ແຈ້ງ, ຖືກ​ຕ້ອງ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ​, ກົດ​ໝາຍ​ຂອງ​ລັດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ​ໃນ​ຂົງ​ເຂດ​ຖະ​ແຫຼງ​ການ​ການ​ຕ່າງ​ປະ​ເທດ.

ກົງ​ກັນ​ຂ້າມ, ເມື່ອ​ຊາວ​ຫວຽດ​ນາມ ກຳ​ໄດ້​ເນື້ອ​ໃນ​ນະ​ໂຍາ​ບາຍ​ແມ່ນ​ຈະສາມາດ​ເຂົ້າຮ່ວມການ​ປະ​ກອບ​ຄຳ​ເຫັນ, ຕີ​ລາ​ຄາ, ມີ​ຄວາມ​ຮັບ​ຮູ້​ຢ່າ​ງ​ເລິກ​ເຊິ່ງ​ກ່​ວາ​ອີກ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ຕໍ່​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ຊ່ວຍ​ປັບ​ປຸງ, ເພີ່ມ​ເຕີມ, ສ້າງ​ນະ​ໂຍ​ບາຍ, ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ປະ​ກອບ​ສ່ວນ​ຕິດ​ພັນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢ່າງ​ແໜ້ນ​ແຟ້ນ… ໃນ​ສະ​ພາບ​ການ​ບັນ​ດາ​ອິດ​ທິ​ກຳ​ລັງ​ເປັນ​ປໍ​ລະ​ປັກ​ນຳ​ໃຊ້​ທຸກ​ກົມ​ອຸ​ບາຍ ເພື່ອ​ແນ​ໃສ່ບິດເບືອນ​ລະ​ບົບ​ກົດ​ໝາຍ ແລະ ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ​ລັດ​ແຫ່ງ​ກົດ​ໝາຍສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ, ໜ້າ​ທີ່​ນີ້​ຍິ່ງ​ມີ​ຄວາມ​ຮີບ​ດ່ວນ.

ຊຸມ​ປີ​ຜ່ານ​ມາ, ເຖິງວ່າ​ດຳ​ລົງ​ຊີ​ວິດ, ກໍ່​ຮ່າງ​ສ້າງ​ຕົວ​ໃນ​ທົ່ວ​ໂລກ, ປະ​ຊ​າ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຍາມ​ໃດ​ກໍ່​ອວ່າຍ​ໜ້າ​ເມື່ອ​ຫາ​ບ້ານ​ເກີດ​ເມືອງນອນ ແລະ ການ​ປະ​ກອບ​ສ່ວນ​ບັນ​ດາ​ແຫຼ່ງ​ກຳ​ລັງ​ກ່ຽວ​ກັບ​ເສດ​ຖະ​ກິດ, ພູນ​ປັນ​ຍາ​ໃຫ້​ແກ່​ປະ​ເທດ​ຊາດ​ຢ່າງ​ຕັ້ງ​ໜ້າ​. ສິ່ງ​ນີ້​ໄດ້​ສົ່ງ​ຜົນ​ກະ​ທົບ​ບໍ່​ແມ່ນ​ໜ້ອຍ​ຕໍ່​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ໃນຫຼາຍ​ຂົງ​ເຂດ ໂດຍ​ບໍ່​ຫົວ​ຊາ​ຕໍ່​ການ​ຜັນ​ແປ​ທີ່​ສັບ​ສົນຫຼາຍ​ຢ່າງ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້. ໂດຍ​ສະ​ເພາະ​ໃນ​ໄລ​ຍະ​ປະ​ເທດ​ຕ້ອງ​ປະ​ເຊີນ​ໜ້​າ​ກັບ​ພະ​ຍາດ​ໂຄວິດ - 19, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໄດ້​ປະ​ກອບ​ເງິນ​ເປັນ​ຈຳ​ນວນ 80 ຕ​ື້​ດົ່ງ, ວັດ​ຖຸ​ອຸ​ປະ​ກອນການ​ແພດ ທີ່​ມີ​ມູນ​ຄ່າ​ນັບສິບລ້ານ USD.

ດ້ວຍກ​ຄວາມ​ເອົາ​ໃຈ​ໃສ່, ຊີ້​ນຳ​ຢ່າງ​ຕັ້ງ​ໜ້າ ແລະ ທັນ​ກາ​ນ​ຂອງ​ພັກ, ລັດ ການ​ເຄື່ອ​ນ​ໄຫວ​ໂຄ​ສະ​ນາ​ເຜີຍ​ແຜ່​ນະ​ໂຍ​ບາຍ​ກົດ​ໝາຍ​ໃຫ້​ແກ່​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ, ຮັບ​ປະ​ກັນ​ການ​ຖ​ະ​ແຫຼງ​ຂ່າວຫຼາຍ​ແງ່​ມູນ, ພາ​ວະ​ວິ​ໄສ, ທາງ​ການ, ຊັດ​ເຈັນ ແລະ ຄົບ​ຖ້ວນ.

ພັກ ແລະ ລັດ​ເຮົາ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮັບ​ປະ​ກັນ, ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຂອງຊາວ​ຫວຽດາມ ທີ່ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ, ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ, ສ້າງ​ເງື່ອ​ນ​ໄຂ, ກາ​ລະ​ໂອ​ກາດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ທີ່ຢູ່​ໄກ​ປະ​ເທດ​ຊາດ ອຸ່ນ​ອ່ຽນ​ໃຈ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ. ພ້ອມ​ທັງ, ວຽກ​ງ​ານ​ໂຄ​ສະ​ນາ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຍັງ​ພິ​ສູດ​ໃຫ້ເຫັນວ່າ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຍາມ​ໃດ​ກໍ່​ແມ່ນ​ພາກ​ສ່ວນ​ທີ່​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ກັບ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດໄດ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.