ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວຈະແກ້ໄຂບັນດາການຂັດແຍ້ງສາກົນກັບບັນດາຄູ່ຮ່ວມມືຕ່າງປະເທດຢູ່ບັນດາອົງການເປັນກາງ, ໄກ່ເກ່ຍ ແລະ ເປັນກຳມະການສາກົນທີ່ເໝາະສົມກັບກົດໝາຍສາກົນ ແລະ ຮັບປະກັນຜົນປະໂຫຍດຂອງບັນດາຝ່າຍ...
ຍສໝ - ທີ່ຕັ້ງຂອງແມ່ຍິງຫວຽດນາມ ຢູ່ອັງກິດ ໄດ້ຮັບຄວາມຖືເປັນສຳຄັນທີ່ສຸດ ແລະ ມີຫຼາຍຄົນໄດ້ກາຍເປັນຈຸດພົ້ນເດັ່ນໃນສັງຄົມ ແລະ ບັນລຸໄດ້ຜົນສຳເລັດທີ່ເປັນໜ້ານັບຖື, ທ່ານນາງ ຮ່ວາງຫາຍຮ່າ ປະທານສະມາຄົມແມ່ນຍິງບັນດາປະເທດ ອັງກິດ - ຫວຽດນາມ ແບ່ງປັນກັບນັກຂ່າວວາລະສານຍຸກສະໄໝ.
ຫວ່າງແລ້ວນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມາຮອດຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງທາງການ ແລະ ຈົບງາມ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາຕ່ຳ ອົດສະຕາລີ Milton Dick, ທ່ານປະທານສະພາສູງ ອົດສະຕາລີ Sue Lines ແລະ ທ່ານປະທານສະພາແຫ່ງຊາດ ນິວຊີແລນ Adrian Rurawhe ນັບແຕ່ວັນທີ 30 ພະຈິກ ຫາວັນທີ 6 ທັນວາ 2022.
ການສົ່ງອອກໝາກກ້ຽງໃຫຍ່ຕາມໂຄຕານັ້ນ ຈະຊ່ວຍໃຫ້ວິສາຫະກິດຫວຽດນາມ ມີໂອກາດໄດ້ເຂົ້າເຖິງຕະຫຼາດອາເມລິກາ ຢ່າງກ້ວາງຂວາງກ່ວາ ແລະ ກໍ່ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີຄຸນນະພາບສູງອັນດັບໜຶ່ງໃນປັດຈຸບັນ, ພ້ອມທັງຊ່ວຍໃຫ້ວິສາຫະກິດ ແລະ ຊາວກະສິກອນ ມີກຳລັງສູງກ່ວາ.
ຂອງຂວັນການກຸສົນຄັ້ງນີ້ຂອງສະຖານທູດ ຫວຽດນາມ ປະຈຳ ສະໂລວາເກຍ ແມ່ນບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ, ປະກອບສ່ວນໂຄສະນາບັນດາເຍື່ອງອາຫານ ແລະ ວັດທະນະທຳ ຫວຽດນາມ ໃຫ້ບັນດາເພື່ອນມິດ ສະໂລວາເກຍ ໃນບັນຍາກາດບຸນຄຼິດສມາດທີ່ອົບອຸ່ນ.
ຫວ່າງແລ້ວນີ້, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສ ເກົາຫຼີ, ຢູ່ນະຄອນຫຼວງ ເຊີອຸນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພົບປະກັບບັນດາພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ສ ເກົາຫຼີ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ ເກົາຫຼີ.
ຫວ່າງແລ້ວນີ້, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ຍີ່ປຸ່ນ ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ Fukuoka (AVF) ໄດ້ຈັດຕັ້ງການຖະແຫຼງຂ່າວປະກາດວັນບຸນ “ລະດູບານໃໝ່ບ້ານເກີດເມືອງນອນ 2023 - Vietnamese Lunar New Year Festival” ຢູ່ສຳນັກງານຫ້ອງການສະຖານກົງສູນໃຫຍ່ ແລະ ທາງໄກກັບບັນດາສະຖານທີ່ຖ່າຍທອດສົດຢູ່ຍີ່ປຸ່ນ ແລະ ຫວຽດນາມ.
ໃນໄລຍະເກີດພະຍາດໂຄວິດ - 19 ຫຼື ເກີດການປະທະກັນລະຫວ່າງລັດເຊຍ - ຢູແກຼນ, ວັດຫວຽດນາມຢູ່ຕ່າງປະເທດໄດ້ກາຍເປັນສະຖານທີ່ພັກພາອາໄສ, ແມ່ນບ່ອນອີງທາງດ້ານຈິດໃຈທີ່ຂາດບໍ່ໄດ້ຂອງຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ.
ທ່ານໂງຈິງຮ່າ ຮອງຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ແບ່ງປັນກ່ຽວກັບການຜັນຂະຫຍາຍວຽກງານມະຫາສາມັກຄີທົ່ວປວງຊົນທັງຊາດສຳລັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນໄລຍະ 20 ປີຜ່ານມາ.
ຍສໝ - ວັນທີ 28 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມດ້ວຍຫົວເລື່ອງກ່ຽວກັບວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດ.
ຍສໝ - ວັນທີ 28 ພະຈິກ, ເວທີປາໄສວິສາຫະກິດ ໄທ - ຫວຽດນາມ - ລາວ ປີ 2022 ໂດຍສະມາຄົມນັກທຸລະກິດ ໄທ - ຫວຽດນາມ ຈັດ ໄດ້ໄຂຂຶ້ນຢູ່ໄທ. ເວທີປາໄສແມ່ນບ່ອນດຳເນີນບັນດາການເຄື່ອນໄຫວວາງສະແດງຜະລິດຕະພັນ, ສົ່ງເສີມການຄ້າ, ແລກປ່ຽນເຕັກໂນໂລຢີເພື່ອແນໃສ່ເພີ່ມທະວີການແລກປ່ຽນການຄ້າ, ເຊື່ອມຕໍ່ ແລະ ສ້າງເຄືອຂ່າຍລະຫວ່າງບັນດາວິສາຫະກິດ ຫວຽດນາມ ກັບບັນດາວິສາຫະກິດ ໄທ ແລະ ລາວ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ນຳໜ້າຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ລາວ ໄປອວຍພອນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ.
ຍສໝ - ທ່ານນາງ ດິງທິເຟືອງຖ໋າວ, ຮອງຫົວໜ້າຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ການເຊື່ອມຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບບັນດາທ້ອງຖິ່ນ ເພື່ອສົ່ງເສີມການລົງທຶນ ແລະ ປະຕິບັດວຽກງານສັງຄົມ ແມ່ນທ່າແຮງຂອງຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ. ປັດຈຸບັນ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ໄດ້ເຊັນບົດບັນທຶກຊ່ວຍຈຳສົມທົບວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຫຼາຍທ້ອງຖິ່ນຄື: ຕຽນຢາງ, ເບັ້ນແຈ, ດົ່ງທາບ, ດົ່ງນາຍ, ດ່ານັ້ງ…
ຍສໝ - ປະເທດຫວຽດນາມ ໄດ້ລໍ່ລ້ຽງຈິດໃຈຂອງນັກສິລະປິນກໍ່ຄືສ້າງຂີດໝາຍຄາວຮ່ຳຮຽນ ແລະ ເຮັດວຽກຂອງບ່າວລາວ ບຸນແທ່ງ ສຸກສະຫວັດ. ຢູ່ທີ່ນີ້, ຄວາມຮັກຂອງເພິ່ນກັບສາວຫວຽດນາມໄດ້ "ແຕກດອກອອກຜົນ".
ຍສໝ - ໂຮງຮຽນບິ່ງມິງ (ນະຄອນ Zurich, ສະວິດ) ໂດຍທ່ານນາງ ງອກຢຸງ Moser ຜູ້ອຳນວຍການ, ກຳມະການຄະນະບໍລິຫານງານສະມາຄົມມິດຕະພາບ ສະວິດ - ຫວຽດນາມ (ASV) ໄດ້ສ້າງຕັ້ງແຕ່ປີ 2017, ປັດຈຸບັນພວມສອນພາສາ ຫວຽດ ແລະ ວັດທະນະທຳ ຫວຽດນາມ ໃຫ້ແກ່ລູກຫຼານຊາວຫວຽດນາມອາໄສຢູ່ ສະວິດ ແລະ ບັນດາເພື່ອນມິດຕ່າງປະເທດທີ່ຮັກພາສາຫວຽດ ເກືອບ 30 ຄົນ.
ຍສໝ - ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ຢືນຢັນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນເລືອດເນື້ອທີ່ບໍ່ສາມາດຕັດແຍກອອກຂອງບ້ານເກີດ ເມືອງນອນ.
ຍສໝ - ທ່ານ ເລວັນມຸ້ຍ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ (ລາວ) ແບ່ງປັນວ່າ: ປີ 2022 ແມ່ນປີສາມັກຄີມິດຕະພາບລາວ - ຫວຽດນາມ, ຫວຽດນາມ - ລາວ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງ ຫຼາຍກິດຈະກໍາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ.
ເວທີປາໄສຈະດຳເນີນຕາມຮູບແບບໂດຍເຊິ່ງໜ້າ ສົມທົບກັບທາງໄກ. ທີ່ເວທີປາໄສ, ບັນດາຜູ້ແທນຈະປຶກສາຫາລື, ແລກປ່ຽນບົດຮຽນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມໃນທຸກຂົງເຂດ; ກົນໄກສົມທົບກັນໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ; ເພີ່ມທະວີການຮ່ວມມືຊາວໜຸ່ມ ອາຊຽນ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ.
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວັງວ່າ ຊາວຫວຽດນາມ ອາໄສຢູ່ກຳປູເຈຍ ຈະສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ປະຕິບັດບັນດາຂໍ້ກຳນົດຂອງກົດໝາຍປະເທດປະຈຳຖິ່ນ.
ຍສໝ - ທິມບານບ້ວງແຫ່ງຊາດ ຫວຽດນາມ ຫາກໍ່ສຳເລັດຮອບຄັດເລືອກທີ 1 FIBA Asia Cup 2025, ດຳເນີນຢູ່ນະຄອນ Ulaanbaatar, ມົງໂກນ ໃນລະຫວ່າງວັນທີ 10 ພະຈິກ ຫາ ວັນທີ 14 ພະຈິກ ປີ 2022. ນີ້ແມ່ນການແຂ່ງຂັນ 5x5 ແຖວໜ້າຂອງເຂດ FIBA ແລະ ທິມບານບ້ວງແຫ່ງຊາດ ຫວຽດນາມ ມີໜ້າຢູ່ຕາຕະລາງ D ພ້ອມກັບບັນດາປະເທດຄື ມາເລເຊຍ, ມົງໂກນ, ຕາຮີຕີ ແລະ ໄທ.
ຍສໝ - ຫວ່ສງແລ້ວນີ້, ຢູ່ຫໍວັດທະນະທຳຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ດຳເນີນລາຍການເຊີດຊູ ແບບຢ່າງຜູ້ປະຕິບັດວຽກງານຢ່າງມິດງຽບທີ່ສູງສົ່ງ” ຈັດຕັ້ງ ໂດຍຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ແລະ ຄະນະກຳມະການແນວໂຮມປະເທດຊາດ ນະຄອນໂຮ່ຈິມິນ.
ຍສໝ - ການຊ່ວຍຄົນທຸກຍາກ, ຜູ້ມີປະສົບການປະສົບກັບຄວາມຫຍຸ້ງຍາກ ຫຼື ປິ່ນປົວໃຫ້ແກ່ຄົນເຈັບພະຍາດປະສາດ ແມ່ນການເຄື່ອນໄຫວທຳການກຸສົນເປັນປະຈຳຂອງບັນດາພຸດທະສາສະນິກກະຊົນ ກໍ່ຄືປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ປະເທດລ້ານຊ້າງ.
ຍສໝ - ຊາວຫວຽດນາມ 1 ຄົນ ໄດ້ຮັບການເຊີດຊູກ່ຽວກັບວຽກງານການສຸກົນ ຈາກນະຄອນ ເຊອູນ (ສ.ເກົາຫຼີ).
ຍສໝ - ທີ່ການເຈລະຈາ, ສອງຝ່າຍໄດ້ຕີລາຄາສູງການສົມທົບກັນຢ່າງຕັ້ງໜ້າ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນໃນໄລຍະຜ່ານມາ.
ຍສໝ - ທ່ານ ມາຍຟານຢຸງ ຮອງຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຄຳໝັ້ນສັນຍາວ່າ ດ້ວຍບົດບາດເປັນອົງການຄຸ້ມຄອງແຫ່ງລັດໃນຂົງເຂດວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ໜູນຊ່ວຍຢ່າງແທດຈິງໃຫ້ແກ່ຊາວຫວຽດນາມອາໄສຢູ່ຕ່າງປະເທດ ເວົ້າລວມ, ຢູ່ ອົດສະຕາລີ ເວົ້າສະເພາະເປັນເທື່ອລະກ້າວ ເພື່ອສາມາດໄດ້ຮັບຄວາມສະດວກສະບາຍກວ່າໃນຂະບວນການເຊື່ອມໂຍງ ແລະ ພັດທະນາຢູ່ປະເທດປະຈໍາຖິ່ນ ແລະ ມຸ່ງໄປສູ່ບ້ານເກີດເມືອງນອນ.
ຍສໝ - ທີ່ການພົບປະກັບທ່ານປະທານສະພາສູງ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ ປະເທດນີ້ ຈະສືບຕໍ່ໜູນຊ່ວຍຊາວເຊື້ອຊາດຫວຽດນາມ ທີ່ພວມດຳລົງຊວິດ, ທຳມາຫາກິນຢ່າງມີສະຖຽນລະພາບ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ຫວຽດນາມ ລົງທຶນດຳເນີນທຸລະກິດ.
ຍສໝ - ທ່ານ ຟ້າມມິງຈີ໊ງ ຕີລາຄາສູງນ້ຳໃຈຮັກຊາດ ແລະ ການປະກອບສ່ວນທີ່ສໍາຄັນຂອງຊາວ ຫວຽດນາມ ຢູ່ກໍາປູເຈຍ ແລະ ປະຊາຄົມວິສາຫະກິດຫວຽດນາມ ຢູ່ກໍາປູເຈຍ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ກໍ່ຄືໃນການພົວພັນສອງປະເທດ.
ຍສໝ - ທ່ານ ຟ້າມມິງຈີ໊ງ ໄດ້ສະແດງຄວາມຊົມເຊີຍຜົນ ການເຄື່ອນໄຫວຂອງໂຮງໝໍໃນໄລຍະຜ່ານມາ, ບໍ່ພຽງແຕ່ໃນວຽກງານກວດ, ປິ່ນປົວພະຍາດ, ຊ່ວຍກູ້ຄົນ; ເຊື່ອມຕໍ່, ຮ່ວມມືໃນຂົງເຂດສາທາລະນະສຸກ ເທົ່ານັ້ນ ຫາກຍັງໃນການກໍ່ສ້າງຊັບພະຍາກອນມະນຸດດ້ານສາທາລະນະສຸກໃຫ້ກໍາປູເຈຍນຳອີກ.
ຕອນເຊົ້າວັນທີ 8 ພະຈິກ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ ຢູ່ຫໍສັນຕິພາບ ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກກໍາປູເຈຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີ໊ງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ກໍາປູເຈຍ ສົມເດັດ ເຕໂຈ ຮຸນແຊນ.
ທ່ານ ມາຍຟຽນຢຸງ ສະເໜີໃຫ້ສະຖານທູດສືບຕໍ່ສົມທົບກັບຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນວຽກງານດັ່ງກ່າວ.