ຄະນະກູ້ໄພກູ້ຊີບ ຫວຽດນາມຢູ່ ຕວກກີ: ບໍ່ໄດ້ຫວັ່ນໄຫວກັບຄວາມຫຍຸ້ງຍາກ, ຕັ້ງໃຈທີ່ຈະດຳເນີນ ພາລະກິດອັນສູງສົ່ງຢ່າງສໍາເລັດ | |
ສະຖານທູດຫວຽດນາມ ໜູນຊ່ວຍໜ່ວຍກູ້ໄພ ແລະ ເຮັດວຽກງານປົກປ້ອງພົນລະເມືອງ |
![]() |
ພິທີມອບໃບຍ້ອງຍໍໃຫ້ບັນດາພະນັກງານເຂົ້າຮ່ວມໜ້າທີ່ກູ້ໄພກູ້ຊີບ ຢູ່ ຕວກກີ (ພາບ: VOV) |
ຄະນະປະຕິບັດງານໄດ້ກູ້ເອົາຊີວິດ 1 ຄົນອອກຈາກຊາກຫັກພັງ; ຊອກຫາ, ນຳ 14 ຊາກສົບອອກຈາກຊາກຫັກພັງ ມອບສົ່ງໃຫ້ອົງການການແພດທ້ອງຖິ່ນ; ພ້ອມທັງໄດ້ຂົນສົ່ງອຸປະກອນການແພດເກືອບ 2 ໂຕນຂອງກະຊວງຕຳຫຼວດ ຫວຽດນາມ ໄປໃຫ້ອົງການປະສານງານຂອງ ຕວກກີ ແລະ ພະແນກການແພດນະຄອນ Adiyaman.
ພາຍຫຼັງ 10 ມື້ປະຕິບັດໜ້າທີ່ກູ້ໄພກູ້ຊີບຈາກເຫດແຜ່ນດິນໄຫວຢູ່ ຕວກກີ, ຕອນບ່າຍວັນທີ 19 ກຸມພາ, ຄະນະປະຕິບັດງານຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ຢ່າງຈົບງາມ ແລະ ເດີນທາງກັບເມືອປະເທດ. ການນຳກະຊວງຕຳຫຼວດ ໄດ້ ຕ້ອນຮັບ ແລະ ຈັດການຍ້ອງຍໍຊົມເຊີຍ, ລະດົມກຳລັງໃຈຄະນະຢູ່ສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ.
![]() |
ຄະນະກູ້ໄພຫວຽດນາມ ໄດ້ຕີລາຄາສູງຈາກຕວກກີ ແລະ ເພື່ອນມິດສາກົນ ສຳຫຼັບຄວາມສາມາດ ແລະ ນ້ຳໃຈເຮັດວຽກ |
ຄະນະປະຕິບັດງານໄດ້ກູ້ເອົາຊີວິດ 1 ຄົນອອກຈາກຊາກຫັກພັງ; ຊອກຫາ, ນຳ 14 ຊາກສົບອອກຈາກຊາກຫັກພັງ ມອບສົ່ງໃຫ້ອົງການການແພດທ້ອງຖິ່ນ; ພ້ອມທັງໄດ້ຂົນສົ່ງອຸປະກອນການແພດເກືອບ 2 ໂຕນຂອງກະຊວງຕຳຫຼວດ ຫວຽດນາມ ໄປໃຫ້ອົງການປະສານງານຂອງ ຕວກກີ ແລະ ພະແນກການແພດນະຄອນ Adiyaman. ຄະນະໄດ້ໄປຢື້ຢາມຖາມຂ່າວ, ມອບຂອງຂວັນ, ລະດົມກຳລັງໃຈປະຊາຊົນທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກເຫດແຜ່ນດິນໄຫວ, ໃນນັ້ນ ມີຄອບຄົວຊາວ ຫວຽດນາມ ຈຳນວນໜຶ່ງ. ພັນຈັດຕະວາ ຫງວຽນວັນເກີ໋ນ, ສະມາຊິກຂອງຄະນະ ໄດ້ແບ່ງປັນວ່າ:
“ເມື່ອເຮັດວຽກກັບບັນດາກຳລັງກູ້ໄພກູ້ຊີບ, ເພື່ອນມິດສາກົນໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ, ຍ້ອນພວກເຮົາຖືບັນດາວັດຖຸອຸປະກອນທັນສະໄໝໄປນຳ ແລະ ຮັບໃຊ້ວຽກງານເປີດທາງ, ຊອກຫາຜູ້ປະສົບເຄາະຮ້າຍຢ່າງມີປະສິດທິຜົນ ແລະ ນຳໂຕຜູ້ປະສົບເຄາະຮ້າຍອອກຈາກຊາກຫັກພັງ. ໃນສາຍຕາຂອງເພື່ອນມິດສາກົນ, ກຳລັງກູ້ໄພກູ້ຊີບ ຫວຽດນາມ ໄດ້ສະແດງໃຫ້ເຫັນເຖິງຄວາມເປັນມືອາຊີບ, ຄວາມຕັດສິນໃຈ ແລະ ກຳລັງຄວາມສາມາດໃນວຽກງານກູ້ໄພກູ້ຊີບ”.
ຄຳຮຸ່ງ