ກຸ່ມ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງປະ​ເທດທີ່​ໄດ້​ຮັບ​ລາງວັນຄ້ອນຕີ ​ແລະ ກ່ຽວ​ຄຳ ​ອຸປະຖຳເງິນ​ເປັນ​ຈຳ​ນວນ 50 ລ້ານ​ດົ່ງ​ໃຫ້​ແກ່​ຄົນ​ທຸກ​ຍາກ

10:00 | 13/02/2023

ຍ​ສ​ໝ - ຕອນບ່າຍວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ດັ້ງແທັງເຟືອງ, ຮອງຫົວໜ້າຄະ​ນະ​ພົວ​ພັນຕ່າງປະເທດ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຄະນະກຳ​ມະ​ການ​ສູນ​ກາງ​ແນວ​ໂຮມປະ​ເທດ​ຊາດ ຫວຽດນາມ ໄດ້ຮັບການອຖປະຖຳຈາກບັນດານັກປະພັນທີ່ຍາດໄດ້ລາງວັນຄ້ອນຕີ ກ່ຽວ​ຄຳ: ທ່ານ Steve ບຸຍ ແລະ ທ່ານນາງ ໂງ​​ເຟີມ​ເຈິນ ​ເປັນ​ຈຳ​ນວນເງິນ 50 ລ້ານ​ດົ່ງ​ໃຫ້​ກອງ​ທຶນສູນ​ກາງ​ “​ເພື່ອ​ຄົນ​ທຸກ​ຍາກ”.

ແນະ​ນຳ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ພົວພັນຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ຊາດ​ຂອງ ຫວຽດ​ນາມ ຢູ່ ເວ​ເນ​ຊູ​ເອ​ລາ ແນະ​ນຳ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ພົວພັນຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ຊາດ​ຂອງ ຫວຽດ​ນາມ ຢູ່ ເວ​ເນ​ຊູ​ເອ​ລາ
93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ. 93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ.
ກຸ່ມ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງປະ​ເທດທີ່​ໄດ້​ຮັບ​ລາງວັນຄ້ອນຕີ ​ແລະ ກ່ຽວ​ຄຳ ​ອຸປະຖຳເງິນ​ເປັນ​ຈຳ​ນວນ 50 ລ້ານ​ດົ່ງ​ໃຫ້​ແກ່​ຄົນ​ທຸກ​ຍາກ
ທ່ານ​ດັ້ງ​ແທັງ​ເຟືອງ ຮັບ​ເງິນ​ສະ​ໜັບ​ສະ​ໜູນ​ຈາກ​ກຸ່ມ​ນັກ​ປະ​ພັນທີ່​ຍາດ​ໄດ້​ລາງວັນ​ຄ້ອນ​ຕີ ກ່ຽວ​ຄຳ

ຕອນບ່າຍວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ດັ້ງແທັງເຟືອງ, ຮອງຫົວໜ້າຄະ​ນະ​ພົວ​ພັນຕ່າງປະເທດ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ຄະນະກຳ​ມະ​ການ​ສູນ​ກາງ​ແນວ​ໂຮມປະ​ເທດ​ຊາດ ຫວຽດນາມ ໄດ້ຮັບການອຸປະຖຳຈາກບັນດານັກປະພັນທີ່ຍາດໄດ້ລາງວັນຄ້ອນຕີ ກ່ຽວ​ຄຳ: ທ່ານ Steve ບຸຍ ແລະ ທ່ານນາງ ໂງ​​ເຟີມ​ເຈິນ ເປັນ​ຈຳ​ນວນເງິນ 50 ລ້ານ​ດົ່ງ​ໃຫ້​ກອງ​ທຶນສູນ​ກາງ​ “​ເພື່ອ​ຄົນ​ທຸກ​ຍາກ”.

​ຜົນ​ງານ “ຈາກ​​ບັນດາການ​ວາງ​ແຜນຜັງເຂດທີ່ຕ້ອງ​ຈັດຕັ້ງພື້ນທີ່​​ພັດ​ທະ​ນາ​ປະ​ເທດ” ຂອງກຸ່ມ​ນັກ​ປະ​ພັນ​ທ່ານ Steve ບຸຍ ແລະ ທ່ານນາງ ໂງ​ເຟີມເຈິ​ນ ທີ່​ລົງ​ພິມ​ໃນ​ວາ​ລະ​ສານ Times ໄດ້​ຮັບລາງວັນ “ຜົນ​ງານ​ດີ​ເດັ່ນ​ຂອງ​ນັກ​ປະ​ພັນເປັນ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ” ຢູ່​ທີ່​ລາງວັນ​ຄ້ອນຕີ ກ່ຽວ​​ຄຳ ຄັ້ງ​ທີ VII ປີ 2022. ​ເງິນ​ລາງວັນ​ທັງ​ໝົດໂດຍກຸ່ມ​ນັກປະ​ພັນຈະ​ອຸປະຖຳ​ໃຫ້​ກອງ​ທຶນ​ສູນ​ກາງ “​ເພື່ອ​ຄົນ​ທຸກ​ຍາກ”.

ໂດຍການມອບ​ຈຳ​ນວນ​ເງິນ​ດັ່ງ​ກ່າວ​ໃຫ້​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ທ່ານນາງ ໂງ​ເຟີມ​ເຈິນ, ປະທານ​ສະມາຄົມ​ພັດທະນາ​ເສດຖະກິດ ວັດທະນະທຳ​ ການ​ສຶກສາ ໄຕ້​ຫວັນ - ຫວຽດນາມ, ຜູ້ຕາງໜ້າ​ກຸ່ມນັກປະ​ພັນ​ແບ່ງປັນວ່າ ນີ້​ແມ່ນ​ນ້ຳ​ໃຈ​ຂອງ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ, ໂດຍປາດ​ຖະໜາ​ຢາກ​ປະກອບສ່ວນ​ເພີ່ມ​ເຕີມດ້ານ​ແຫຼ່ງກຳລັງ​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ບືນ​ຕົວ​ຂຶ້ນ​ໃນ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ ດັ້ງ​ແທັງ​ເຟືອງ, ຮອງ​ຫົວໜ້າ​ກົມ​ພົວພັນຕ່າງປະ​ເທດ ​ແລະ ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ ຄະນະກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃຫ້​ຮູ້​ວ່າ: ເລື່ອງ​ທ່ານ Steve ບຸຍ ແລະ ທ່ານ ໂງ​ເຟິມ​ເຈິນ ຍາດ​ໄດ້​ລາງວັນ​ຄ້ອນ​ຕີ ແລະ ກ່ຽວ​ຄຳ​ຄັ້ງ​ທີ ປີ 2022 ແມ່ນ​ເຫດ​ກາ​ນ​ທີ່​ມີ​ຄວາມ​ໝາຍອັນຍິ່ງ​ໃຫຍ່. ສິ່ງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ນັບ​ມື້​ນັບມີ​ການ​ສະ​ໜິດ​ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງນອນ, ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາປະ​ເທດ​ຊາດ.

ໂດຍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ນ້ຳ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສອງ​ທ່ານນີ້, ທ່ານ ດັ້ງ​ແທັງ​ເຟືອງ ຢັ້ງ​ຢືນ​ວ່າ ເມື່ອ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ໄພ​ອັນ​ຕະ​ລາຍ, ມູນ​ເຊື້ອ​ສາ​ມັກ​ຄີ, ການຮັກ​ແພງ​ຊ່ວຍ​ເຫຼືອ​​ເຊິ່ງ​ກັນ​ແລະ​ກັນ ຍິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເລິກ​ເຊິ່ງຈາກບັນດາຊາວຫສຽດນາມ ກໍ່ຄືຊາວ​ຫວຽດ​ນາມອ​າ​ໄສ​ຢູ່​ຕ່າງ​ປະ​ເທດ​​ ຜ່ານ​ບັນ​ດາ​ການ​ກະ​ທຳ​ອັນ​ສູງ​ສົ່ງ, ການສະ​ໜັບ​ສະ​ໜູນ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.