ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອີ​ສານ ໄທ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ

09:35 | 31/01/2023

ຍ​ສ​ໝ - ວັນ​ທີ 29 ມັງກອນ, ທ່າມ​ກາງ​ບັນ​ຍາ​ກາດ​ປິ​ຕິ​ຊົມ​ຊື່ນ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ປີ​ແມວ, ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ຂອນ​ແກ່ນ (ໄທ) ໄດ້​ຈັດ​ຕັ້ງ​ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ ປີ 2023

ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ ທີ່​ອົບ​ອຸ່ນ​ບົນ​ດິນ​ແດນ ກາ​ຊັກ​ສະ​ຖານ ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ ທີ່​ອົບ​ອຸ່ນ​ບົນ​ດິນ​ແດນ ກາ​ຊັກ​ສະ​ຖານ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອີ​ສານ ໄທ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ
ທ່ານ ຫງວຽນ​ງອກ​ທິນ ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ໄທ

ປະຊາຄົມຊາວຫວຽດນາມ ອາໄສຢູ່ອີສານ ໄທ ຕ້ອນຮັບລະດູບານໃໝ່ແຫ່ງບ້ານເກີດເມືອງນອນ

ວັນ​ທີ 29 ມັງກອນ, ທ່າມ​ກາງ​ບັນ​ຍາ​ກາດອັນ​ປິ​ຕິ​ຊົມ​ຊື່ນ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ປີ​ແມວ, ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ຂອນ​ແກ່ນ (ໄທ) ໄດ້​ຈັດ​ຕັ້ງ​ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ ປີ 2023

ເຂົ້າ​ຮ່ວມ​ລາຍ​ການ​ມີ​ທ່ານ ຈຸ​ດຶກ​ຢຸງ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະຈຳຂອນແກ່ນ, ທ່ານ Phanthep Saokosol ຮ​ອງ​ເຈົ້າ​ແຂວງ ຂອນ​ແກ​່ນ, ທ່ານ ຫງວຽນ​ງອກ​ທິ່ນ ປະ​ທານ​ສະ​ມາ​ຄົມ​ໃຫຍ່ ຊາວຫວຽດ​ນາມ ອາ​ໄສ​ຢູ່ ໄທ, ຜູ້​ຕາງ​ໜ້າ​ບັນ​ດາ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ, ຄະ​ນະ​, ຂະ​ແໜງ​ການ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ແຂວງ, ທູ​ຕາ​ນຸ​ທູດ ພ້ອມ​ກັບ​ພໍ່​ແມ່​ພີ່​ນ້ອງຊາວ​ຫວຽດ​ນາມ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ເຂດ​ອີ​ສານ ​ໄທ ແລະ ເພື່ອນ​ມິດ​ສາ​ກົນ.

​ກ່າວ​ຄຳ​ເຫັນທີ່​ເຫດ​ການ, ທ່ານ ຈຸ​ດຶກ​ຢຸງ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ໄດ້​ສົ່ງຄຳອວຍ​ພອນ​ບັນ​ດາ​ຜູ້​ແທນ​ທີ່ເຂົ້າ​ຮ່ວມ​ລາຍ​ການ ແລະ ພໍ່​ແມ່​ພີ່​ນ້ອງເນື່ອງໃນໂອກາດ​ປີ​ໃໝ່​ປີ​ແມວ​ ຈົ່ງ​ມີ​ສຸ​ຂະ​ພາບ​​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະສົບ​ຜົນ​ສຳ​ເລັດ. ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ການປະ​ກອບ​ສ່ວນ​ຂອງ​ພໍ່​ແມ່​ພີ່​ນ້ອງ​ຊາວ​ຫວຽດ​ນາມ ຕໍ່​ປະ​ເທດ​ຊາດ, ຢັ້ງ​ຢືນ​ວ່າ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້ ແລະ ພວມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສີ​ສັນວັດ​ທະ​ນະ​ທຳ, ໂຄ​ສະ​ນາ​ບັນ​ດາ​ພາບ​ພົດ, ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ໄທ ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ທາງ​ການ​ຄ້າ, ການ​ລົງ​ທຶນ, ວັດ​ທະ​ນະ​ທຳ. ໂດຍ​ຕາງ​ໜ້າ​ພັກ ແລະ ລັດ, ທ່ານ ຢຸງ ໄດ້ສະ​ແດງ​ຮູ້​ບຸ​ນ​ຄຸນ​ຢ່າງ​ສຸດ​ໃຈ​ຕໍ່​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຕໍ່ກັບ​ບ້ານ​ເກີດ​ເມືອງນອນ​ປະ​ເທດ​ຊາດ ແລະ ອົງ​ການຜູ້​ຕາງ​ໜ້າ.

​ທ່ານ ຈຸ​ດຶກ​ຢຸງ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ເນັ້ນ​ໜັກ​ວ່າ: ເພື່ອ​ບັນ​ລຸ​ໄດ້​ໝາກ​ຜົນ​ດັ່ງ​ກ່າວ ຕ້ອງ​ມີ​ການ​ໜູນ​ຊ່ວຍ ແລະ ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ທັງພູມ​ປັນ​ຍາ, ວັດ​ຖຸ ແລະ ຈິດ​ໃຈ. ສະ​ຖານ​ກົງ​ສູນ​ໃຫຍ່​ຍາມ​ໃດ​ກໍ່​ຕີ​ລາ​ຄາ​ສູງບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຕໍ່​ປະ​ເທດ​ຊາດ. ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສາ​ສະ​ໜາ, ພໍ່​ແມ່​ພີ່​ນ້ອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້ ແລະ ພວມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສີ​ສັນ, ໂຄ​ສະ​ນາ​ບັນ​ດາ​ພາບ​ພົດ, ຄຸນ​ຄ່າ​ທາງ​ດ້ານ​ວັດ​ນະ​ທະ​ນຳ​ ຫວຽດ​ນາມ ຢູ່​ໄທ.

ທ່ານ ຢຸງ ກໍ່​ຢັ້ງ​ຢືນ​ວ່າ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນ​ເລືອດ​ເນື້ອ, ແມ່ນ​ສ່ວນ​ໜຶ່ງ​ທີ່​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ໄດ້ ແລະ ແມ່ນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ. ຈິດ​ໃຈ​ຮັກ​ຊາດ, ມຸ່ງ​ໄປ​ເຖິງ​ກົກ​ເຄົ້າ​ເຫງົ້າ​ກໍ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ແຫ່ງ​ຊາດ​ຂອງ​ພໍ່​ແມ່​ພີ່​ນ້ອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄທ ແມ່ນ​ສູງ​ທີ່​ສຸດ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຊາວ​ຫວຽດ​ນາມພວກ​ເຮົາ​ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ. ທ່ານ​ເວົ້າ​ວ່າ: “ດ້ວຍ​ຄວາມ​ມຸ່ງ​ຫວັງ​ຢາກ​ປະ​ກອບ​ເຫື່ອ​ແຮງ​​ສ້າງສາ​ບ້ານ​ເກີດ​ເມືອງນອນ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄທ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ປັນ​ຍາ​ຊົນ, ປະ​ກອບ​ສ່ວນ​​ສ້າງສາ​ສອງ​ປະ​ເທດ ໄທ ແລະ ຫວຽດ​ນາມ ໃຫ້ນັບ​ມື້​ນັບ​ຮັ່ງ​ມີ​ເຂັ້ມ​ແຂງ, ນຳ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ໄທ​ ກ້​າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ໃນ​ທຸກ​ຂົງ​ເຂດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ​ກ່​ວາ​ອີກ”.

​ເຂົ້າ​ຮ່ວມ​ລາຍ​ການ, ທ່ານ Phanthep Saokosol ຮອງ​ເຈົ້າ​​ແຂວງ ຂອນ​ແກ່ນ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ຢັ້ງ​ຢືນ ຫວຽດ​ນາມ ແລະ ໄທ ​​ມີ​ການ​ພົວ​ພັນ​ທີ່​ນັບ​ມື້​ນັບ​ດີ​ງາມ, ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ແລະ ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ຢູ່​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ, ພິ​ເສດ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ແຮງ. ທ່ານ​ເນັ້ນ​ໜັກ​ວ່າ ໄທ ແລະ ຫວຽດ​ນາມ ມີ​ການ​ພົວ​ພັນ​ອັນ​ດີ​ງາມ, ພິ​ເສດ​ແມ່ນ​ແຂວງ ຂອນ​ແກ່ນ ແລະ ນະ​ຄອນ​ດ່າ​ນັ້ງ ພວມ​ຢູ່ໃນ​ວິ​ວັດ​ການ​ກໍ່​ສ້າງ​ການ​ພົວ​ພັນ​ແຮກ​ສ່ຽວ​ເຊິ່ງ​ກັນ ແລະ ກັນ​ເພື່ອ​ເພີ່ມ​ທະ​ວີ ແລະ ປັບ​ປຸງ​ການ​ພົວ​ພັນ, ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ແລະ ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ ແລະ ສິ​ລະ​ປະ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.