ກວາງ​ງາຍ: ຂົນ​ຂວາຍ 151 ໂຄ​ງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ

10:07 | 25/12/2022

ປັດ​ຈຸ​ບັນ ກວາງ​ງາຍ ມີ 16 ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ແລະ 4 ອົງ​ການ, ສ່ວນ​ບຸກ​ຄົນ​ຕ່າງ​ປະ​ເທດ​ພວມ​ປ​ະ​ຕິ​ບັດ​ວຽກ​ງານ​ໜູນ​ຊ່ວຍ​ໃຫ້​ແຂວງ. ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ແລະ ບັນ​ດາ​ນັກ​ອຸ​ປະ​ຖຳຕ່າງ​ປະ​ເທດ​ກໍ່​ໄດ້​ໜູນ​ຊ່ວຍ​ໃຫ້​ແກ່​ແຂວງ​ປະ​ຕິ​ບັດ 151 ໂຄງ​ການ, ລາຍ​ການ ດ້ວຍ​ຍອດ​ມູນ​ຄ່າ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບັນ​ລຸ​ກ່​ວາ 7,8 ລ້ານ USD.

ກວາງ​ຈິ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ (ລາວ) ກວາງ​ຈິ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ (ລາວ)
DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022 DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022
ກວາງ​ງາຍ: ຂົນ​ຂວາຍ 151 ໂຄ​ງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ
ກວາງ​ງາຍ: ຂົນ​ຂວາຍ 151 ໂຄ​ງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ

ຢູ່ກວາງ​ງາຍ, ນັບ​ແຕ່​ປີ 2020 ມາ​ຮອດ​ປັດ​ຈຸ​ບັນ, ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ແລະ ນັກ​ອຸ​ປະ​ຖຳຕ່າງ​ປະ​ເທດ​ໄດ້​ໜູນ​ຊ່ວຍ​ໃຫ້​ແກ່​ແຂວງ​ປະ​ຕິ​ບັດ 151 ໂຄງ​ການ, ລາຍ​ການ ດ້ວຍ​ຍອດ​ມູນ​ຄ່າ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບັນ​ລຸ​ກ່​ວາ 7,8 ລ້ານ USD, ປະ​ມານ​ກ່​ວາ 180,8 ຕື້​ດົ່ງ. ໃນ​ນັ້ນ​ມີ ບ້ວງ​ເງິນ​ໜູນ​ຊ່ວຍ​ສາ​ກົນ​ສຸກເສີນ 11 ບ້ວງ ເພື່ອ​ກູ້​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ​ໃນ​ປີ 2020, ດ້ວຍຍອດ​ມູນ​ຄ່າ​ບັນ​ລຸກ່​ວາ 42,46 ຕື້​ດົ່ງ.

151 ໂຄງ​ການ, ລາຍ​ການ ໂດຍ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ ແລະ ນັກ​ອຸ​ປະ​ຖຳ​ຕ່າງ​ປະ​ເທດ​ໜູນ​ຊ່ວຍ​ປະ​ຕິ​ບັດ​ຢູ່​ທ້ອງ​ຖິ່ນ ສ່ວນຫຼາຍ​ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ໜູນ​ຊ່ວຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ, ໜູນ​ຊ່ວຍ​ເດັກ​ນ້ອຍ… ທ້ອງ​ຖິ່ນ​​ຜັນ​ຂະ​ຫຍາຍ​ໂຄງ​ການ ເປັນຕົ້ນ​ແມ່ນ​ເຂດ​ພູ​ດອຍ ຂອງ​ແຂວງ, ບາງ​ແຂວງ​ຢູ່​ເຂດ​ທົ່ງ​ພຽງຂອງ​ແຂວງ ທີ່​ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກ​ໄພ​ທຳ​ມ​ະ​ຊາດ​ເປັນ​ປະ​ຈຳ.

ຜ່ານ​ແຫຼ່ງ​ໜູນ​ຊ່ວຍ​ຂອງບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດ, ບາງ​ໂຄງ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ກໍ່ໄດ້​ຮັບ​ການ​ລົງ​ທຶນ​ກໍ່​ສ້າງ​ຄື: ໂຮງ​ຮຽນ, ໂຄງ​ການ​ນ້ຳ​ປະ​ປາ… ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ເຂດ​ໂຄງ​ການ​ ໄດ້​ສຳ​ຜັດ​ກັບ​ການ​ບໍ​ລິ​ການ​ສັງ​ຄົມ​ທີ່​ດີ​ກ່​ວາ​ເກົ່າ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ປະ​ຊາ​ຊົນ​ໃນ​ເຂດ​ກໍ່​ສ້າງ​ໂຄງ​ການກໍ່​ຍັງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ, ແຫຼ່ງ​ເງິນ​ທຶນ, ວັດ​ຖຸ​ອຸ​ປະ​ກອນ, ແນວ​ພັນ​ປູກ, ສັດ​ລ້ຽງ… ເພື່ອ​ພັດ​ທະ​ນາ​ການ​ຜະ​ລິດ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່.

ພ້ອມ​ກັນ​ນັ້ນ, ກໍ່ຍັງ​ມີ​ບັນ​ດາ​ໂຄງ​ການ, ລາຍ​ການ​ໜູນ​ຊ່ວຍ​ຜ່າ​ຕັດ​ຫົວ​ໃຈ​ໃຫ້​ແກ່​ຄົນ​ເຈັບ​ທີ່​ເປັນ​ພະ​ຍາດ​ກ່ຽວ​ກັບ​ຫົວ​ໃຈ​ແຕ່​ກຳເນີດ, ຜ່າ​ຕັດສັນຍະກຳ​ໃຫ້​ແກ່​ຄົນ​ພິ​ການ, ໜູນ​ຊ່ວຍ​ການ​ປຸກ​ສ້າງ​ເຮືອນ​ແຫ່ງ​ຄວາມ​ຮັກ… ກໍ່​ຄື​ໄດ້​ຊ່ວຍ​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຍາກ, ນຳ​ມາ​ເຊິ່ງ​ຄວາມ​ເບີກ​ບານມ່ວນ​ຊື່ນ, ຄວາມ​ຜາ​ສຸກ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ດຳ​ລົງ​ຊີ​ວິດ…

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການກຳ​ນົດ​ທິດ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ຂອງ​ແຂວງ ຈະ​ສຸມ​ໃສ່​ແກ້​ໄຂ​ບາງ​ຂົງ​ເຂດ: ການ​ສຶກ​ສາ - ບຳ​ລຸງ​ສ້າງ, ສອນວິຊາ​ຊີບ, ການ​ແພດ, ກະ​ສິ​ກຳ, ປ່າ​ໄມ້, ການ​ຫາ​ປາ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປ້ອງ​ກັນ ​ຕ້ານ​ໄພ​ທຳ​ມະ​ຊາດ ແລະ ໜູນ​ຊ່ວຍສຸກເສີນ, ແກ້​ໄຂ​ຜົນ​ຕາມ​ມາ​ຂອງ​ສົງ​ຄ​າມ… ໃນ​ນັ້ນ, ສຸມ​ໃສ່​ບໍ​ລິ​ເວນ​ບັນ​ດາ​ເມືອງ: ເຊີນ​ໄຕ, ບາ​ເຕີ, ເຫງີຍ​ແຮ່ງ, ຕື​ເຫງີຍ, ໂມ້​ດຶກ, ບິ່ງ​ເຊີນ, ລີ​ເຊີນ ດ້ວຍ 63 ໂຄງ​ການ, ລາຍ​ການ​ຂົນ​ຂວາຍ​ການ​ໜູນ​ຊ່ວຍ​ຈາກ​ຕ່າງ​ປະ​ເທດເຂົ້າ​ແຂວງ ໃນ​ໄລ​ຍະ 2021 – 2025.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.