ບຸນເຕັດຢູ່ຊານເມືອງປາຣີ

08:36 | 01/02/2023

ຍສໝ - ສະມາຄົມຊາວຫວຽດນາມ ປະຈໍາຝະຣັ່ງ (UGVF) ໄດ້ຈັດຕັ້ງບຸນປີໃໝ່ປະຈໍາຊາດ ປີເຖາະ ຢູ່ສະໂມສອນ Baltard, ນະຄອນ Nogent-sur-Marne ຢູ່ຊານເມືອງປາຣີ.

ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ອຽນ​ບ໊າຍ​ ພ້ອມ​ກັບ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​ມອບ​ເສື້ອກັນ​ໜາວ ແລະ ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ນ້ອງ​ນ້ອຍ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ອຽນ​ບ໊າຍ​ ພ້ອມ​ກັບ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​ມອບ​ເສື້ອກັນ​ໜາວ ແລະ ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ນ້ອງ​ນ້ອຍ
ວັນ​ບຸນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ ແລະທ່ອງ​ທ່ຽວເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 1 – 3 ຕຸ​ລາ ວັນ​ບຸນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ ແລະທ່ອງ​ທ່ຽວເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 1 – 3 ຕຸ​ລາ

ບຸນປີໃໝ່ ປະຈໍາຊາດຂອງ UGVF ໄດ້ດໍາເນີນຫຼາຍກິດຈະກຳເຄື່ອນໄຫວທາງດ້ານວັດທະນະທໍາ, ສິລະປະທີ່ເປັນເອກະລັກສະເພາະ. ສະຖານທີ່ກວ້າງນັບພັນຕາແມັດຢູ່ຊັ້ນໜຶ່ງ ເພື່ອຈັດຕະຫຼາດບຸນເຕັດ. ບັນດາຄອບຄົວຊາວຫວຽດນາມ ແລະເພື່ອນມິດຝະຣັ່ງ ທີ່ມາເຂົ້າຮ່ວມ ທັງມີໂອກາດຮັບ​ປະ​ທານອາ​ຫານຫວຽດນາມໃນວັນບຸນເຕັດ ທັງມີໂອກາດຊື້ສິນຄ້າຫັດຖະກຳ, ໜັງສືພິມ, ປຶ້ມຫວຽດນາມ.

ບຸນເຕັດຢູ່ຊານເມືອງປາຣີ
ພາບປະກອບ: TTXVN

ກໍ່ຄືກັນກັບຕະຫຼາດລະດູບານໃໝ່ທີ່ເປັນມູນເຊື້ອ, ຕະຫຼາດບຸນເຕັດກໍ່ໄດ້ຈັດເຂດຂຽນຕົວໜັງສືຈີນ, ຈັດພາໝາກໄມ້ຫ້າຊະນິດ, ການສະແດງ ເດີນແບບຊຸດເສື້ອຍາວຂອງຫວຽດນາມ... ອັນໄດ້ສ້າງບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ອົບອຸ່ນ ໃນຊຸມວັນຕົ້ນລະດູບານໃໝ່.

ສ່ວນລາຍການສະແດງສິລະປະ ໄດ້ເປີດສາກດ້ວຍລາຍການຟ້ອນສິງໂຕ, ຟ້ອນມວຍ, ລາຍການສະແດງສິລະປະຂອງຊາວໜຸ່ມຫວຽດນາມ ແລະ ສະມາຄົມຂອງ UGVF ຈຳນວນໜຶ່ງ. ນອກນັ້ນ ກອງສິລະປະທີ່ມາຈາກນະຄອນ ໂຮ່ຈີມິນ ກໍ່ມີການປະກອບສ່ວນສະແດງໃນງານບຸນ.

ເມື່ອຂໍຕົວໜັງສືຈີນ, ທ່ານນາງ ຮົ່ງ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແບ່ງປັນວ່າ: “ຂ້າພະເຈົ້າຂໍຕົວໜັງສືຈີນ “ເຟືຶອກຮົ່ງ” ແມ່ນຂໍໃຫ້ມີຄວາມຜາສຸກໃນປີໃໝ່”.

ເຂດໝູ່ບ້ານເຍົາວະຊົນ ແມ່ນຟົດຟື້ນທີ່ສຸດ. ເຖິງວ່າເປີດປະຕູຊ້າກວ່າເມື່ອທຽບໃສ່ສະຖານທີ່ຕ່າງໆກໍ່ຕາມ, ແຕ່ນີ້ພັດແມ່ນສະຖານທີ່ສຸມໃສ່ຫຼາຍຄອບຄົວທີ່ສຸດ. ຈາກຜູ້ອາຍຸສູງຕະຫຼອດເຖິງພວກນ້ອງນ້້ອຍ, ໝົດທຸກຄົນລ້ວນແຕ່ມີຄວາມ ກະຕືລືລົ້ນຕໍ່ກັບການລະຫຼິ້ນພື້ນເມືອງຂອງຊາວຫວຽດນາມ.

ຢູ່ຄຽງຂ້າງກັບໂຕະໝາກຣຸກຈີນ, ອ້າຍ ຫງວຽນນາມ, ຊາວຫວຽດນາມ ອາໄສຢູ່ຊານເມືອງປາຣີ ໃຫ້ຮູ້ວ່າ ອ້າຍພ້ອມກັບເມຍ ແລະ ລູກ 2​ຄົນ ມາທີ່ນີ້ ເພື່ອເຊື່ອມໂຍງເຂົ້າກັບບັນຍາກາດຂອງງານບຸນ. ອ້າຍມີຄວາມຕື້ນຕັນໃຈ ແລະ ມີຄວາມແປກປະຫຼາດໃຈ ເມື່ອເຫັນວ່າງານບຸນໄດ້ຈັງຕັ້ງຢ່າງຟົດຟື້ນ, ສິ່ງດັ່ງກ່າວ ໄດ້ສ້າງຄວາມສະໜິດຕິດພັນໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ພາຍຫຼັງຖືກຕັດຕອນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນ 2 ປີ, ງານບຸນເຕັດ ປີເຖາະ ໄດ້ດຶງດູດຜູ້ເຂົ້າຮ່ວມແລະ ປະສົບຜົນສໍາເລັດເກີນຄາດ. ຕາມທ່ານ ເວືອງຫືວເຍິນ, ປະທານ UGVF ແລ້ວ, ຄະນະຈັດຕັ້ງ ໄດ້ມີການປັບປຸງຮູບແບບຂອງງານບຸນ ເມື່ອທຽບໃສ່ຊຸມປີກ່ອນ, ໃນນັ້ນຕະຫຼາດບຸນເຕັດ ແມ່ນຈຸດພົ້ນເດັ່ນ.

ພວກຂ້າພະເຈົ້າຢາກດຶງດູດຜູ້ເຂົ້າຮ່ວມຫຼາຍກວ່າ, ບໍ່ພຽງແຕ່ແມ່ນປະຊາ ຄົມຊາວຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນເພື່ອນມິດຝະຣັ່ງອີກດ້ວຍ, ຍ້ອນວ່າມີຫຼາຍຄົນ ມັກອາຫານການກິນ ແລະ ວັດທະທໍາຂອງຫວຽດນາມ. ມີຫຼາຍຮ້ານ ອາຫານ, ຮ້ານຂາຍເຄື່ອງຫັດຖະກຳສິລະປະ, ໂສ້ງເສື້ອ. ແລະພວກຂ້າພະເຈົ້າ ກໍ່ໄດ້ປະສົບຜົນສໍາເລັດ”.

ໂດຍບໍ່ພຽງແຕ່ແມ່ນສະຖານທີ່ຕ້ອນຮັບບຸນເຕັດ, ງານບຸນປີເຖາະ ຍັງແມ່ນໂອກາດເພື່ອໃຫ້ບັນດາອົງການຈັດຕັ້ງຂອງຊາວຫວຽດນາມ ອາໄສຢູ່ຝະຣັ່ງ ໄດ້ແນະນໍາການເຄື່ອນໄຫວ. ຢູ່ຊັ້ນສອງຂອງສະໂມສອນ ແມ່ນສະຖານທີ່ວາງສະແດງຮູບພາບຂອງບັນດາອົງການຈັດຕັ້ງສະມາຄົມໃຫຍ່ຢູ່ຝະຣັ່ງ, ໃນນັ້ນມີສະມາຄົມນັກສຶກສາຫວຽດນາມ, ສະມາຄົມມິດຕະພາບຝະຣັ່ງ-ຫວຽດນາມ, ສະມາຄົມນັກທຸລະກິດຫວຽດນາມ ປະຈໍາຝະຣັ່ງ, ອົງການຈັດຕັ້ງຕໍ່ສູ້ການສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດ​ພິດ​ສີ​ສົ້ມດີ​ໂອ​ຊີ​ນຫວຽດນາມ "Collectifs Dioxine". ນອກຈາກນັ້ນ ກໍ່ຍັງຈັດຕັ້ງງານວາງສະແດງກ່ຽວກັບສັນຍາປາຮີ ດ້ວຍຫົວຂໍ້ “ປະຊາຄົມມຸ່ງໄປເຖິງປະເທດຊາດ”.

ງານບຸນ ໄດ້ສິ້ນສຸດລົງດ້ວຍລາຍການເຕັ້ນ. ຈໍານວນເງິນຈາກການຂາຍປີ້ເຂົ້າຮ່ວມການລະຫຼີ້ນໃນໝູ່ບ້ານເຍົາວະຊົນ ຈະໄດ້ປະກອບເຂົ້າໃນກອງທຶນກໍ່ສ້າງ ແລະ ສ້ອມແປງບາງໂຮງຮຽນ ຢູ່ແຂວງກຽນຢາງ.

ບູນມີ

ເຫດການ
302 Found

Found

The document has moved here.