ວາລະສານ Times ໄດ້ສ້າງເວທີປາໄສທີ່ມີປະໂຫຍດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະເໜີແຜນການສ້າງສາບ້ານເກີດເມືອງນອນ

08:31 | 15/02/2023

ຍສໝ - ວາລະສານ Times (ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ) ​ແມ່ນບ່ອນ​ທີ່​ໜ້າ​ເຊື່ອ​ຖື​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ເມື່ອ​ຢາກ​ອັບເດດ​ຂ່າວ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​ແລະ ບັນຫາສັງຄົມ​ຢູ່​ພາຍ​ໃນ​ປະ​ເທດ​ຢ່າງຖືກຕ້ອງກັບຄວາມຈິງ ​ແລະ ພາວະວິໄສ. ວາລະສານ Times ​ຍັງ​ໄດ້​ສ້າງ​ເວທີ​ປາ​ໄສ​ທີ່​ມີ​ປະ​ໂຫຍ​ດ ​ແລະ ການ​ເຊື່ອມ​ຕໍ່​ລະຫວ່າງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ປະເທດຊາດ.

ສະມາຄົມມິດຕະພາບຫວຽດນາມ-ລາວ, ວາລະສານ ຍຸກສະໄໝ ຊົມເຊີຍວັນຊາດ ສປປ ລາວ ສະມາຄົມມິດຕະພາບຫວຽດນາມ-ລາວ, ວາລະສານ ຍຸກສະໄໝ ຊົມເຊີຍວັນຊາດ ສປປ ລາວ
ວາລະສານ ຍຸກສະໄໝ  ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ວາລະສານ Times (ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ) ​ແມ່ນບ່ອນທີ່​ໜ້າ​ເຊື່ອ​ຖື​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເມື່ອ​ຢາກ​ອັບເດດ​ຂ່າວ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​ແລະ ບັນຫາສັງຄົມ​ຢູ່​ພາຍ​ໃນ​ປະ​ເທດ​ຢ່າງຖືກຕ້ອງກັບຄວາມຈິງ ​ແລະ ພາວະວິໄສ. ວາລະສານ Times ​ຍັງ​ໄດ້​ສ້າງ​ເວທີ​ປາ​ໄສ​ທີ່​ມີ​ປະ​ໂຫຍ​ດ ​ແລະ ການ​ເຊື່ອມ​ຕໍ່​ລະຫວ່າງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ປະເທດຊາດ.

ວາລະສານ Times ໄດ້ສ້າງເວທີປາໄສທີ່ມີປະໂຫຍດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະເໜີແຜນການສ້າງສາບ້ານເກີດເມືອງນອນ

ວາລະສານ Times ໄດ້ສ້າງເວທີປາໄສ ທີ່ມີປະໂຫຍດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະເໜີແຜນການສ້າງສາບ້ານເກີດເມືອງນອນ

ນັ້ນ​ແມ່ນ​ການແບ່ງປັນ​ຂອງ​ຊາວຫວຽດນາມ ອາໄສຢູ່​ຕ່າງປະ​ເທດ ທ່ານ Steve Bui ​ແລະ ທ່ານ Ngo Pham Tran ກ່ຽວ​ກັບ​ເຫດຜົນ​ທີ່​ເລືອກ​ເອົາ​ວາລະສານ Times ​ເພື່ອ​ເປັນບ່ອນສະ​ແດງ​ຄວາມ​ຮູ້ສຶກ​ເຖິງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ຕໍ່​ບ້ານ​ເກີດ​ເມືອງ​ນອນ; ພ້ອມ​ກັນ​ນັ້ນ, ກໍ່ສະເໜີແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດຊາດ.

ວັນ​ທີ 3 ກຸມພາ 2023, ຢູ່​ທີ່​ພິທີ​ມອບ​ລາງວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ (​ລາງວັນຄ້ອນຕີ ​ແລະ ກ່ຽວ​ຄຳ) ​ຄັ້ງ​ທີ 7 - ປີ 2022 ​​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ​ໄດ້​ມີ​ບົດ​ຂຽນ “ຈາກ​ບັນດາແຜນ​ຜັງເຂດ, ຕ້ອງ​ຈັດ​ຕັ້ງພື້ນທີ່ພັດທະນາ​ແຫ່ງ​ຊາດ” ​ໂດຍ​ ນັກ​ປະພັນສອງຄົນ ທີ່ເປັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ທ່ານ Steve Bui ​ແລະ ທ່ານ Ngo Pham Tran ທີ່​ໄດ້​ລົງ​ພິມ​ໃນ​ວາລະສານ Times ​ເຊິ່ງໄດ້​ຮັບ​ລາງວັນ​ຫົວ​ເລື່ອງ ​​ຜົນງານ​ດີ​ເດັ່ນ​ຂອງ​ນັກ​ປະພັນ​ທີ່ເປັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ.

ໂດຍແບ່ງປັນທີ່​ພິທີ​ມອບ​ລາງວັນທ່ານ Steve Bui ​ໃຫ້​ຮູ້​ວ່າ: “ຂ້າພະ​ເຈົ້າ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຫຼາຍ​ຄົນ​ ໄດ້​ເຂົ້າ​ຮ່ວມ​ປະກອບ​ຄຳ​ເຫັນ​ໃສ່​ບາງ​ເນື້ອ​ໃນ​ຂອງ​ມະຕິ​ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ເພື່ອ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ ​ແລະ ຄວາມ​ໝັ້ນຄົງ​ໃຫ້​ແກ່​ບັນດາ​ພາກ​ພື້ນ, ​ໂດຍ​ປາດ​ຖະໜາ​ຢາກ​ເຜີຍ​ແຜ່ ແລະ ວິ​ເຄາະ​ວິ​ທີ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ພ້ອມ​ທັງ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ປະ​ເທດຊາດ​ ຈາກ​ທັດ​ສະ​ນະ​ຂອງ​ຄົນ​ທີ່​ມີ​ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ​ ຢູ່​ຫຼາຍ​ປະ​ເທດ​ເປັນ​ເວ​ລາ​ດົນ​ນານ. ພວກ​ຂ້າພະ​ເຈົ້າຮູ້ສຶກ​ເປັນ​ກຽດ ​ແລະ ດີ​ໃຈ ​ເພາະ​ບັນດາ​ຄວາມ​ຄິດ​ເຫັນ​ຂອງ​ຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ຮັບ​ຄວາມ​ສົນ​ໃຈ​, ຮັບ​ຮູ້ ​ແລະ ການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ ໃນ​ການ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.