ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ: ສາ​ມັກ​ຄີ​ກັນ, ​ປະ​ຊາ​ທິ​ປະ​ໄຕ, ຍົກ​ສູງ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ

08:23 | 15/12/2022

ຕອນບ່າຍວັນທີ 12 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີອັດກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ ຄັ້ງທີ III, ອາຍຸການ 2022 - 2026.

ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ
ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: VOV)
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: VOV)

ວັນທີ 12/12 ປີ 2023, ມີຜູ້ແທນເກືອບ 100 ຄົນທີ່ເປັນຕົວແທນໃຫ້ແກ່ບັນດາສາມະຄົມຊາວຫວຽດນາມຢູ່ໃນ 15 ແຂວງຂອງລາວເຂົ້າຮ່ວມກອງປະຊຸມໃຫ່ຍສະໄໝທີ 3 ຂອງສາມະຄົມຊາວຫວຽດນາມຢູ່ລາວ ເພື່ອທົບທວນຄືນການເຄື່ອນໄຫວຂອງພີ່ນ້ອງຊາວຫວຽດນາມຢູ່ລາວໃນໄລຍະຜ່ານມາ ແລະ ໄດ້ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ 2022-2026.

ກອງປະຊຸມໃຫ່ຍສາມະຄົມຊາວຫວຽດນາມຄັ້ງທີ 3 ນີ້ໄດ້ເອກະພາບສູງຕໍ່ຄວາມສຳຄັນຂອງວຽກງານຍົກສູງຄວາມສາມັກຄີຂອງຊຸມຊົນ ແລະ ສະໜັບສະໜູນການເຂົ້າຮ່ວມວຽກງານຂອງຊຸມຊົນໃນທົ່ວສາມະຄົມ ແລະ ຊາວຫວຽດນາມຢູ່ລາວນັ້ນ ໃຫ້ຖືວ່າເປັນຕົວແທນຂອງສາມະຄົມຂອງແຕ່ລະແຂວງ, ນະຄອນ ແລະ ຂອງລັດວິສາຫະກິດຫວຽດນາມຢູ່ລາວ.

ພ້ອມດຽວກັນນີ້ ບັນດາຜູ້ແທນກໍໄດ້ເອກະພາບສູງໃນການຮັບຮູ້ແນວທາງ ນະໂຍບາຍລວມ ແລະ ໂຄງການຮ່ວມມືລະຫວ່າງສອງປະເທດລາວ-ຫວຽດນາມ ເພື່ອເຜີຍແຜ່ຢ່າງທັນການໃຫ້ແກ່ພີ່ນ້ອງຮັບຊາບ ແລະ ຈັດຕັ້ງປະຕິບັດ. ໃຫ້ການຊ່ວຍເຫຼືອພີ່ນ້ອງຊາວຫວຽດນາມແລ່ນເອກະສານໃຫ້ໄດ້ເປັນຊາວຕ່າງດ້າວ ແລະ ໃຫ້ໄດ້ສັນຊາດລາວ. ເອົາໃຈໃສ່ປັບປຸງພື້ນຖານທາງກ້ານວັດຖຸ ແລະ ຍົກສູງຄຸນນະພາບການຮຽນການສອນຢູ່ໃນບັນດາໂຮງຮຽນທີ່ຂຶ້ນກັບແຂວງ, ນະຄອນ ທີ່ສາມະຄົມຮັບຜິດຊອບ .

ພ້ອມດຽວກັນນັ້ນ ກໍຕ້ອງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ລູກຫຼານຊາວຫວຽດນາມໄດ້ໄປຮຽນ ແລະ ກໍ່ສ້າງຢູ່ຫວຽດນາມ ແລະ ປະເທດອື່ນໆ ຕາມໂຄງການຮ່ວມມືດ້ານການສຶກສາ. ສ້າງຂະບວນການແຂ່ງຂັນຮັກຊາດ, ຂະບວນການແຂ່ງຂັນສ້າງເສດຖະກິດ, ທຸລະກິດເພື່ອສ້າງຮັ່ງຄູນມີໃຫ້ຕົນເອງ ແລະ ປະເທດຊາດ, ສ້າງຄອບຄົວວັດທະນະທຳໃໝ່. ເຄົາລົບ ແລະ ເປັນແບບຢ່ງປະຕິບັດກົດໝາຍ, ຮີດຄອງປະເພນີຂອງລາວ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ. ກອງປະຊຸມໃຫຍ່ໄດ້ຄັດເລືອກຄະນະບໍລິຫານງານສະໄໝທີສາມ 2023-2026 ລວມມີ 23 ສະຫາຍ, ໃນນັ້ນ ສະຫາຍ ຟາມວັນ ຮຸ່ງ ຖືກເລືອກໃຫ້ເປັນປະທານສາມະຄົມສະໄໝທີ 3.

​vovworld.vn

ເຫດການ
302 Found

Found

The document has moved here.