ຫວຽດ​ນາມ​ສຳ​ເລັດ​ຄວາມ​ຮັບ​ຜິດ​ຊອບ​ດຳ​ເນີນ​ຕຳ​ແໜ່ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ ຢູ່ ວໍ​ຊິງ​ຕັນ

07:50 | 20/12/2022

ທ່ານ​ເອກ​ອັກ​ຄະ​ລັ​ດ​ຖະ​ທູດ ຫງວຽນ​ກວັກ​ຢຸງ ເປັນ​ປ​ະ​ທານກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ ຢູ່ ວໍ​ຊິງ​ຕັນ ACW ແລະ ງານ​ລ້ຽງ​ເຮັດ​ວຽກ​ລະ​ຫວ່າງ ACW ກັ​ບ​ຜູ້​ຕາງ​ໜ້າ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ.

ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ, ເຊື່ອມ​ເຊື່ອມໂຍງຢ່າງ​ສຳ​ເລັດ​ຜົນ ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ, ເຊື່ອມ​ເຊື່ອມໂຍງຢ່າງ​ສຳ​ເລັດ​ຜົນ
ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ
ຫວຽດ​ນາມ​ສຳ​ເລັດ​ຄວາມ​ຮັບ​ຜິດ​ຊອບ​ດຳ​ເນີນ​ຕຳ​ແໜ່ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ ຢູ່ ວໍ​ຊິງ​ຕັນ
ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ຫວຽດ​ນາມ​ດຳ​ລົງ​ສຳ​ເລັດ​ຕຳ​ແໜ່ງ​ເປັນ​ປະ​ທານ ACW

ບັນ​ດາ​ການ​ເຄື່ອນ​ໄຫວ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ອຸ​ປະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ, ຜູ້​ປະ​ສານ​ງານ​ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ Kurt Campbell , ທ່າ​ນນາງ Melissa Brown ​ຮອງ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ບາງ​ທ່ານ​ຂອງ​ສະ​ມາ​ຄວາມ​ໝັ້ນ​ຄົງແຫ່ງ​ຊາດ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ.

ໃນ​ຂອບ​ເຂດ ACW, ບັນ​ດາ​ປະ​ເທດ ອາ​ຊຽນ ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ຫວຽດ​ນາມ ເມື່ອ​ຮັບ​ດຳ​ລົງສຳ​ເລັດ​ອາ​ຍຸ​ການ​ເປັນ​ປະ​ທານ ACW ນັບ​ແຕ່​ເດືອນ​ກັນ​ຍາ ຫາ ເດືອນ​ທັນ​ວາ 2022, ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ອາ​ຍຸ​ການ​ຂອງ ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ສືບ​ຕໍ່​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທດ​ຈິງ, ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ອາ​ເມ​ລິ​ກາ ແລະ ຍົກ​ສູງ​ພາບ​ພົດ, ອິດ​ທິ​ພົນ​ຊື່​ສຽງຂອງ ອາ​ຊຽນ ​ຢູ່ ອາ​ເມ​ລິ​ກາ.

ດ້ວຍ​ອຳ​ນາດ​ການ​ປົກ​ຄອງ, ບັນ​ດາ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ ACW ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ແຫ່ງ​ຊາດ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ຈະສືບ​ຕໍ່​ຈັດ​ຕັ້ງ​ເປັນ​ປະ​ຈຳ​ເພື່ອ​ແລກ​ປ່ຽນ​ຂໍ້​ມູນ ແລະ ປຶກ​ສາ​ຫາ​ລືວຽກ​ງານ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ການ​ນຳ​ຂັ້ນ​ສູງ.

ພິ​ເສດ, ຄະ​ນ​ະ​ກຳ​ມະ​ການ​ໄດ້​ຈັດ​ຕັ້ງ ແລະ ເຮັດ​ວຽກ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ Lim Jock Hoi, ກໍ່​ຄື​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ບັນ​ດາ​ຄະ​ນະ​ກຳ​ມະ​ການ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ກັບ​ສະ​ພາ​ຄວາມ​ໝັ້ນ​ຄົງ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ກວັກ​ຢຸງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຕໍ່​ສະ​ຖານ​ທູດ ບັນ​ດາ​ປະ​ເທດ ອາ​ຊຽນ, ບັນ​ດາ​ຄູ່​ຮ່ວມ​ມື​ອາ​ເມ​ລິ​ກາ ໄດ້​ສະ​ໜັບ​ສະ​ໜູນ ແລະ ໜູນ​ຊ່ວຍ ຫວຽດ​ນາມ ປະ​ຕິ​ບັດ​ສຳ​ລັດ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ ACW.

ໂດຍ​ຮັບ​ຮູ້​ບັນ​ດາ​ຄວາມ​ຄືບ​ໜ້າ​ຢ່າງ​ແຮງ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ລະ​ຫວ່າງ ອາ​ຊຽນ - ອາ​ເມ​ລິ​ກາ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ກວັກ​ຢຸງ ໄດ້​ຕີ​ລາ​ຄາ​ວ່າ ການ​ຮ່ວ​ມ​ມື​ສອງ​ຝ່າຍ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ, ໃນ​ສະ​ພາບ​ການ​ອາ​ຊຽນ ພວມ​ຮີບ​ດ່ວນ​ປະ​ຕິ​ບັດ​ສຳ​ເລັດ​ວິ​ໄສ​ທັດ 2025 ແລະ ກະ​ກ​ຽມ​ກໍ່​ສ້າງວິ​ໄສ​ທັດ ແລະ ແຜນ​ການ​ພັດ​ທະ​ນາ​ໃໝ່, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ເໜີ​ວ່າ ອາ​ເມ​ລິ​ກາ ສືບ​ຕໍ່​ສະ​ໜັບ​ສະ​ໜູນ ແລະ ໜູນ​ຊ່ວຍ ອາ​ຊຽນ ໃນ​ການ​ກໍ່​ສ້າງ​ປະ​ຊາ​ຄົມ, ກໍ່​ຄື​ສະ​ໜັບ​ສະ​ໜູນ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ຊຽ​ນ​ເພື່ອ​ແນ​ໃສ່​ຮັກ​ສາ​ສັນ​ຕິ​ພາບ, ຄວາ​ມ​ໝັ້ນ​ຄົງ ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.