ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ ທີ່​ອົບ​ອຸ່ນ​ບົນ​ດິນ​ແດນ ກາ​ຊັກ​ສະ​ຖານ

10:15 | 18/01/2023

ຍ​ສ​ໝ - ວັນ​ທີ 13 ມັງ​ກອນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກາ​ຊັກ​ສະ​ຖານ ໄດ້​ຈັດ​ຕັ້ງ​ລາຍ​ການ “ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ” ຕ້ອນຮັບ​ປີ​ໃໝ່​ປີ​ແມວ 2023.

ເງະ​ອານ ຈັດ​ຕັ້ງ​ການ​ແຮກ​ສ່ຽວ ໄດ້ 21 ຄູ່ ​ບ້ານ - ບ້ານ​ ຂຶ້ນ​ກັ​ບ 3 ແຂວງ​ຫົວ​ພັນ - ຊຽງ​ຂວາງ - ບໍ​ລິ​ຄຳ​ໄຊ ເງະ​ອານ ຈັດ​ຕັ້ງ​ການ​ແຮກ​ສ່ຽວ ໄດ້ 21 ຄູ່ ​ບ້ານ - ບ້ານ​ ຂຶ້ນ​ກັ​ບ 3 ແຂວງ​ຫົວ​ພັນ - ຊຽງ​ຂວາງ - ບໍ​ລິ​ຄຳ​ໄຊ
ປະ​ກາດ​ລາຍການ “ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023” ຢູ່ Fukuoka, ຍີ່​ປຸ່ນ ປະ​ກາດ​ລາຍການ “ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023” ຢູ່ Fukuoka, ຍີ່​ປຸ່ນ
ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ ທີ່​ອົບ​ອຸ່ນ​ບົນ​ດິນ​ແດນ ກາ​ຊັກ​ສະ​ຖານ
ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ນາງ ຟ້າມ​ທ໊າຍ​ຍື​ມາຍ ກ່າວ​ຄຳ​ເຫັນ​ທີ່ພິ​ທີ

ວັນ​ທີ 13 ມັງ​ກອນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກາ​ຊັກ​ສະ​ຖານ ໄດ້​ຈັດ​ຕັ້ງ​ລາຍ​ການ “ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ” ຕ້ອນຮັບປີ​ໃໝ່​ປີ​ແມວ 2023.

ເຂົ້າ​ຮ່ວມ​ລາຍ​ການ “ລະ​ດູ​ບາ​ນ​ແຫ່ງບ້ານເກີດ​ເມືອງນອນ” ມີ​ຜູ້​ຕາງ​ໜ້າ​ປ​ະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ກາ​ຊັກ​ສະ​ຖານ ແລະ ເພື່ອນ​ມິດ​ກາ​ຊັກ​ສະ​ຖານ​ ທີ່​ມີ​ການ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ຫວຽດ​ນາມ.

ໃນ​ບັນ​ຍາ​ກາດທີ່​ອົບ​ອຸ່ນ, ສະ​ໜິດ​ສະໝົມ, ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ ກ່ອນ​ປີ​ໃໝ່, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ນາງ ຟ້າມ​ທ໊າຍ​ຍື​ມາຍ ໄດ້ສະ​ແດງ​ຄວາມດີໃຈແຈ້ງ​ໄປ​ຍັງ​ແຂກ​ຖືກ​ເຊີນ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຊາບກ່ຽວ​ກັບ​ຜົນ​ສຳ​ເລັດ​ສຳ​ຄັນ​ຂອງ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ ແລະ ສັງ​ຄົມ, ຟື້ນຟູຫຼັງພະ​ຍາດ​ໂຄວິດ - 19 ໃນ​ປີ 2022, ພ້ອມ​ກັບ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ການ​ທູດ​ທີ່​ພົ້ນ​ເດັ່ນ​ຂອງ​ປະ​ເທດ​ຊາດ ໄດ້​ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ນັບ​ມື້​ນັບ​ລວງ​ເລິກ ແລະ ແທດຈິງ.

ໂດຍຫວນ​ຄືນ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃນ​ການ​ພົວ​ພັນ ຫວຽດ​ນາມ ກັບ​ກາ​ຊັກ​ສະ​ຖານ ເວົ້າ​ສະ​ເພາະ ແລະ ບັນ​ດາ​ປະ​ເທດອາ​ຊີ​ກາງ​ ເວົ້າ​ລວມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ໝູ່​ຄະ​ນະ​ພະ​ນັກ​ງານ, ລັດ​ຖະ​ກອນສະ​ຖານ​ທູດ ທີ່ໄດ້​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໂດຍ​ພັກ ແລະ ລັດ​ມອບ​ໝາຍ​ໃຫ້, ພ້ອມ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ​ປະ​ກອບ​ບໍ່​ແມ່ນ​ໜ້ອຍເຂົ້າ​ໃນ​ການ​ປັບ​ປຸງ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ ແລະ ກາ​ຊັກ​ສະ​ຖານໃຫ້ຫຼາຍ​ກ່​ວາ​ອີກ.

ປີ 2022, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ກາ​ຊັກ​ສະ​ຖານ ໄດ້​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ດຳ​ລົງ​ຊີ​ວິດ ແລະ ວຽກ​ເຮັດ​ງານທຳຢ່າງ​ເປັນ​ປົກ​ກະ​ຕິ, ມີຄວາມ​ສາ​ມັກ​ຄີ ແລະ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງບ້ານ​ເກີດ​ເມືອງນອນປະ​ເທດ​ຊາດ. ທ່ານນາງ ຟ້າ​ມ​ທ໊າຍ​ຍື​ມາຍ ເຊື່ອ​ໝັ້ນ​ວ່າ ປີແມວ 2023 ຈະ​ສືບ​ຕໍ່​ນຳ​ມາ​ເຊິ່ງ​ບັນ​ດາ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ຜົນ​ສຳ​ເລັດ​ໃໝ່​ໃຫ້​ແກ່​ປ​ະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຫວັງ​ວ່າ​ຊາວ​ຫວຽດ​ນາມ ແຕ່​ລະ​ຄົນ​ຈະ​ສືບ​ຕໍ່​ສາ​ມັກ​ຄີ, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ຕັ້ງ​ໜ້າ​ເຊື່ອມ​ຕໍ່, ຮ່ວມ​ແຮ​ງ​ຮ່ວມ​ໃຈ​ສ້າງ​ຫວຽດ​ນາມ​ ທີ່ວັດ​ຖະ​ນາ​ຖາ​ວອນ, ມີ​ຄວາມ​ຜາ​ສຸກ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ ຫວຽດ​ນາມ ແລະ ກາ​ຊັກ​ສະ​ຖານ.

ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ​ອາ​ໄສ​ຢູ່​ກາ​ຊັກ​ສະ​ຖານ​ ແລະ ເພື່ອນ​ມິດ​ກາ​ຊັກ​ສະ​ຖານ ລ້ວນ​ແຕ່​ກ່າວ​ຄຳ​ເຫັນ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນຕໍ່​ບັນ​ດາ​ບາດ​ກ້າວ​ໃໝ່​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ກາ​ຊັກ​ສະ​ຖານ ທີ່​ແທດ​ຈິງ​ໃນ​ການ​ສະ​ເຫຼີມ​ສະ​ຫຼອງ 30 ປີ​ທີ່ນັບມື້​ນັບ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ປະ​ເທດມີ​ວົງ​ເງິນ​ການ​ສົ່ງ​ອອກ ໃນ 10 ເດືອນ​ຕົ້ນ​ປີ 2022 ໄດ້​ເພີ່ມ​ຂຶ້ນ 40%, ບັນ​ລຸ 486 ລ້າ​ນ USD. ບໍ​ລິ​ສັດ​ການ​ບິນ ໄດ້​ເປີດ​ເສັ້ນ​ການ​ບິນ​ນັບ​ແຕ່​ເດືອນ ຕຸ​ລາ ປີ 2022 ແລະ ນຳ​ກ່​ວາ​ແຂກ​ທ່ອງ​ທ່ຽວ​ກ່​ວາ 10.000 ຄົນ ທີ່​ມາ​ຈາກ ກາ​ຊັກ​ສະ​ຖານ ມາ​ທ່ຽວ​ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.