ຄວາມປະທັບ​ໃຈ​ຕໍ່​ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ

17:11 | 31/01/2023

​ຍ​ສ​ໝ - ຫວຽດ​ນາມຜ່ານ​ຜ່າ​ປີ 2022 ທີ່​ປະ​ສົບ​ຜົນ​ສຳ​ເລັດ ດ້ວຍ​ຜົນ​ງານຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ. ໝາກ​ຜົນ​ນັ້ນ​ແມ່ນ​ສ່ວນ​ໜຶ່ງ​ທີ່​ມາ​ຈາກ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ໂຄ​ສະ​ນາ​ທາງ​ດ້ານ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ຢ່າງ​ກ້​ວາງ​ຂວາງ​ໃນ​ທົ່ວ​ໂລກ. ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ​ສາດ​ສະ​ດາ​ຈານ ນາງ Elena Tyumeneva ສັງກັດ​ມະ​ຫາ​ວິ​ທະ​ຍາ​ໄລ ພາ​ສາ​ສາດ​ຂັ້ນ​ສູງ (ກະ​ຊວງ​​ການ​ຕ່າງ​ປະ​ເທດ ລັດ​ເຊຍ)

ຄວາມ​ຮູ້​ສຶກ​ຂອງ​ເພື່ອນ​ມິດ​ສາ​ກົນ ຕໍ່​ຫວຽດ​ນາມ ຄວາມ​ຮູ້​ສຶກ​ຂອງ​ເພື່ອນ​ມິດ​ສາ​ກົນ ຕໍ່​ຫວຽດ​ນາມ
ປີ​ຜ່ານ​ມາ​ຂ້າ​ພະ​ເຈົ້າ​ໄດ້​ຫຍັງແດ່? ປີ​ຜ່ານ​ມາ​ຂ້າ​ພະ​ເຈົ້າ​ໄດ້​ຫຍັງແດ່?
ພາບ​ປະ​ກອບ
ພາບ​ປະ​ກອບ

ປະທັບ​ໃຈ​ຕໍ່​ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ

ຫວຽດ​ນາມຜ່ານ​ຜ່າ​ປີ 2022 ທີ່​ປະ​ສົບ​ຜົນ​ສຳ​ເລັດດ້ວຍ​ຜົນ​ງານຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ. ໝາກ​ຜົນ​ນັ້ນ​ແມ່ນ​ສ່ວນ​ໜຶ່ງ​ທີ່​ມາ​ຈາກ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ໂຄ​ສະ​ນາ​ທາງ​ດ້ານ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ຢ່າງ​ກ້​ວາງ​ຂວາງ​ໃນ​ທົ່ວ​ໂລກ. ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ​ສາດ​ສະ​ດາ​ຈານ ນາງ Elena Tyumeneva ສັງກັດ​ມະ​ຫາ​ວິ​ທະ​ຍາ​ໄລ ພາ​ສາ​ສາດ​ຂັ້ນ​ສູງ (ກະ​ຊວງ​​ການ​ຕ່າງ​ປະ​ເທດ ລັດ​ເຊຍ)

ທ່ານ​ສາດ​ສະ​ດາ​ຈານ ນາງ Elena Tyumeneva ເນັ້ນ​ໜັກ​ວ່າ ໃນ​ຊຸມ​ທົດ​ສະ​ວັດ​ມໍ່ໆ​ມາ​ນີ້, ຍ້ອນຫຼາຍ​ສາຍ​ເຫດ​ທີ່​ແຕກ​ຕ່າງ​ກັນ, ມີ​ຊາວ​ຫວຽດ​ນາມ ຫຼາຍ​ຄົນ​ໄດ້​ເລືອກ​ດຳລົງຊີວິດຢູ່​ບັນ​ດາ​ປະ​ເທດທີ່​ບໍ່​ແມ່ນ​ບ່ອນ​ເຂົາ​ເຈົ້າ​ກຳ​ເນີດ. ແຕ່​ສິ່ງ​ນີ້​ບໍ່​ໝາຍ​ຄວາມ​ວ່າ ເຂົາ​ເຈົ້າ​ເດີນ​ທາງ​ອອກ​ຈາກ​ກົກ​ເຄົ້າ​ເຫງົ້າ​ກໍ​ປະ​ເທດ​ຊາດ. ຕາມ​ທ່ານສາດ​ສະ​ດາ​ຈານ​ແລ້ວ, ໃນ​ໂລກນີ້, ເບິ່ງ​ຄື​ວ່າ​ການ​ຕໍ່​ສູ້​ຍາດ​ແຍ່ງ​ຜົນ​ສະ​ທ້ອນ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ພວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຍ້ອນການ​ຢູ່​ຫ່າງໄກ​ບ້ານ​ເກີດ​ເມືອງນອນ ໄດ້​ສ້າງ​ຄວາມ​ວິ​ຕົກ​ກັງ​ວົນຫຼາຍ​ຢ່າງ​ຕໍ່​ສີ​ສັນ​ວັນ​ທະ​ນະ​ທຳ. ໃນ​ສະ​ພາບ​ການ​ນັ້ນ, ພາ​ສາແມ່​ ໄດ້ສວມ​ບົດ​ບາດ​ສຳ​ຄັນ​ທີ່​ສຸດເພື່ອ​ເຊື່ອມ​ຕໍ່ ແລະ ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຊາດ. ທ່ານ​ສາດ​ສະ​ດາ​ຈານ ນາງ Elena Tyumeneva ຢັ້ງ​ຢືນ​ວ່າ ການ​ກຳນົດເອົາ​ວັນ​ທີ 8 ກັນ​ຍາ ​ທຸກໆ​ປີ​ ແມ່ນ​ວັນ​ເຊີດ​ຊູ​ພາ​ສາຫວຽດ​ ໃນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນ​ຈຳ​ເປັນ​ທີ່​ສຸດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ ຫວຽດ​ນາມ ແລະ ປັບ​ປຸງ​ປະ​ຊາ​ຄົມ​ເວົ້າ​ພາ​ສາຫວຽດ.

ກໍ່​ຕາມທ່ານ​ສາດ​ສະ​ດາ​ຈານ ນາງ Elena Tyumeneva ແລ້ວ, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ການ​ໂຄ​ສະ​ນາ​ພາ​ສາ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ​ແມ່ນ​ເປັນ​ໜ້າ​ເຄົາ​ລົບ​ທີ່​ສຸດ. ບັນ​ດາ​ງານ​ວາງ​ສະ​ແດງ, ເຫດ​ການ​ວັດ​ທະ​ນະ​ທຳ​ສິ​ລະ​ປະ, ການ​ສະ​ແດງ​ດົນ​ຕີ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້ບັນ​ລຸ​ບັນດາຜົນສຳເລັດທີ່ເໝາະ​ສົມ​ທີ່​ສຸດ. ນັມ​ມື້​ນັບ​ມີຫຼາຍ​ຄົນ​ມີ​ຄວາມ​ສົນໃຈ​​ຕໍ່​ຮູບ​ເງົາ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ. ທຸກ​ເຫດ​ການ​ນີ້ ໄດ້​ນຳ​ມາ​ເຊິ່ງກາ​ລະ​ໂອ​ກາດສຳ​ຜັດ​ກັບ​ປະ​ຫວັດ​ສາດ ແລະ ວັດ​ນະ​ທະ​ນຳ​ຫວຽດ​ນາມ ໃຫ້​ແກ່​ປະ​ຊາ​ຊົນ. ໂດຍ​ແມ່ນ​ຄູ​ສອນ​ພາ​ສາ​ຫວຽດ, ທ່ານ​ສາດ​ສະ​ດາ​ຈານ ນາງ Elena Tyumeneva ໄດ້ສະ​ແດງ​ຄວາມ​ສຸກ ເມື່ອ​ໄດ້ຮັກ​ສາ​ການ​ເຊື່ອ​ມ​ຕໍ່​ຢ່າງ​ແໜ້ນ​ແຟ້ນກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ແລະ ເຫັນ​ໄດ້​ເຖິງຄວາມ​ມາ​ນະ​ພະ​ຍາ​ຍາມ​ໃຫຍ່ຫຼວງ​ຂອງ​ອົງ​ການ​ຕາງ​ໜ້າ​ການ​ທູດ ຫວຽດ​ນາມ, ໃນ​ນັ້ນ​ມີ​ການ​ໂຄ​ສະ​ນາ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ.

ໂດຍ​ຫວນ​ຄືນ​ປີ 2022, ທ່ານ​ສາດ​ສະ​ດາ​ຈານ ນາງ Elena Tyumeneva ໄດ້ເນັ້ນ​ໜັກ​ວ່າ ຫວຽດ​ນາມ ໄດ້​ນຳ​ໃຊ້​ກຳ​ລັງ​ແຮງ​ທາງ​ການ​ທູດ​ວັດ​ທະ​ນະ​ທຳ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ ເພື່ອ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ນະ​ທະ​ນຳ, ມະ​ນຸດ​ສະ​ທຳ​ຂອງ​ຕົນ​ອອ​ກ​ສູ່​ໂລກ. ນັກ​ຊ່ຽວ​ຊານ​ລັດ​ເຊຍ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່ Festival ສາ​ກົນ​ເຫ້ວ ​ເຊີດ​ຊູ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ເຕົ້າ​ໂຮມຫຼາຍ​ນັກ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຈາກຫຼາຍ​ປະ​ເທດ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ເຫດ​ການ​ໃຫຍ່​ໃນ​ປະ​ເທດ, ຫວຽດ​ນາມ ກໍ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ ແລະ ບັນ​ລຸ​ໄດ້ຫຼາຍ​ລາງວັນໃນຂອບຂະໜາດໃຫຍ່​ຢູ່​ການ​ແຂ່ງ​ຂັນ​ສາ​ກົນ​. ທ່ານ​ສາດ​ສະ​ດາ​ຈານ ຫວັງ​ວ່າ​ ຈະສືບ​ຕໍ່​ເຫັນ​ໄດ້​ຜູ້​ຕາງ​ໜ້າ​ທີ່​ດີ​ເດັ່ນ​ທີ່​ສຸດ​ຂອງວັດ​ທະ​ນະ​ທຳ ແລະ ສິ​ລະ​ປະ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ.

ຢູ່​ລັດ​ເຊຍ, ທ່ານ​ສາດ​ສະ​ດາ​ຈານ ນາງ Elena Tyumeneva ແລະ​ນັກ​ສຶກ​ສາ ລັດ​ເຊຍ ​ໄດ້​ມີຄວາມ​ປິ​ຕິ​ຊົມ​ຊື່ນ​​ເມື່ອ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ສະ​ເຫຼີມ​ສະຫຼອງ​ພິ​ທີ​ສຳ​ຄັນ ແລະ ເປັນ​ໜ້າ​ຈົດ​ຈຳ​ໃນ​ປະ​ຫວັດ​ສາດ ຫວຽດ​ນາມ , ກໍ່​ຄື​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທຳ ຫວຽດ​ນາມ, ບັນ​ດ​າກອ​ງ​ປະ​ຊຸມ​ວັດ​ນະ​ທະ​ທຳ, ເວ​ທີ​ປາ​ໄສ…ເປັນຫຼາຍ​ຄັ້ງ. ນັບ​ມື້​ນັບ​ມີ​ຫຼາຍ​ຄົນ​ຢາກ​ຮຽນ​ພາ​ສາຫວຽດ ​ຢູ່​ລັດ​ເຊຍ. ມີຫຼາຍ​ມະ​ຫາ​ວິ​ທະ​ຍາ​ໄລ​ ຢູ່ Moskva, Saint Petersburg, Vlapostok, Kazan ມີ​ຫ້ອ​ງ​ສອນ​ພາ​ສາຫວຽດ. ຕາມ​ທ່ານສາດ​ສະ​ດາ​ຈານແລ້ວ, ບັນ​ດາ​ຄອບ​ຄົວ ຂອງ​ບັນ​ດາ​ນັກ​ຊ່​ຽວ​ຊານ​ກ່ຽວ​ກັບ​ຫວຽດ​ນາມ ພວມ​ເປີດກວ້າງ ແລະ ເພີ່ມ​ຂຶ້ນ​ໃນ​ທຸກ​ປີ. ມີຫຼາຍ​ຄົນ​ໃນ​ຈຳ​ນວນ​ນັ້ນ ເຂົາ​ເຈົ້າ​ຍັງ​ເຂົ້າ​ຮ່ວມ​ຖັນ​ແຖວ​ພະ​ນັກ​ງານ​ການ​ທູດ. ຫຼາຍ​ຄົນ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​ທາງ​ການ​ຄ້າ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ​ກັບ ຫວຽດ​ນາມ ຫຼື ​ເຮັດວຽກ​ໃນ​ຂົງ​ເຂດ​ຕ່າງໆ.

ກ່ຽວ​ກັບ​ການ​ທ່ອງ​ທ່ຽວ, ຕາມ​ທ່ານ​ສາດ​ສະ​ດາ​ຈານ​ແລ້ວ, ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ມີ​ຄວາມ​ຮັກ​ແພງ​ຫວຽດ​ນາມ​ມາ​ແຕ່​ດົນ​ນານ ຍ້ອນ​ຄວາມ​ງາມ ແລະ ການ​ຮັກ​ແພງ​ແຂກ​ຄົນ​ຂອງຊາວດິນ​ແດນຮູບຕົວ S ນີ້. ໃນ​ສື່​ສັງ​ຄົມ​ອອນ​ໄລ, ແຂກ​ທ່ອງ​ທ່ຽວ​ໄດ້​ແບ່ງ​ປັນ​ຄວາມ​ປະ​ທັບ​ໃຈ​ຕໍ່​ຫວຽດ​ນາມ, ແນະ​ນຳ​ສະ​ຖານ​ທີ່​ນັດ​ພົບ, ຮີດ​ຄອງ​ປະ​ເພ​ນີ, ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ອາ​ຫານ​ການ​ກິນ… ຢູ່​ລັດ​ເຊຍ ປັດ​ຈຸ​ບັນ, ປະ​ຊາ​ຊົນ​ຮູ້ຈັກເຝີ​ງົວ ແມ່ນ​ຫຍັງ ໂດຍບໍ່​ຕ້ອງ​ແປ​ເປັນ​ພາ​ສາ​ລັດ​ເຊຍ. ນັບ​ທັງ​ຜູ້​ຍັງ​ບໍ່​ທັນ​ເຄີຍໄປ ຫວຽດ​ນາມ ກໍ່​ມັກ​ເຍື່ອງ​ອາ​ຫານ​ນີ້. ທ່ານ​ສາດ​ສະ​ດາ​ຈານ ກໍ່ພວມລໍຄອຍຮັບ​ຊົມ​ການ​ຟ້ອນ​ຕຸກ​ກະ​ຕາ​ນ້ຳ​ຂອງ ຫວຽດນາມ ຢູ່​ລາຍ​ການ​ວັນ​ບຸນ​ວັດ​ທະ​ນະ​ທຳສາ​ກົນ ທີ່​ຄາດ​ວ່າ​ຈະ​ຈັດ​ຕັ້ງ​ຢູ່ ມົດ​ສະ​ກູ ​ໃນ​ປີ 2023. ນັກ​ຊ່ຽວ​ຊານ​ເຊື່ອ​ໝັ້ນ​ວ່າ ການ​ສະ​ແດງ​ຂອງ ຫວຽດ​ນາມ ຈະ​ແມ່ນ​ເຫດ​ການ​ທີ່​ພົ້ນ​ເດັ່ນ​ໃນ​ການ​ດຳ​ລົງ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.