VUFO 2023: ການ​ທູດ​ປະ​ຊາ​ຊົນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົ​ມ

10:02 | 31/01/2023

ຍ​ສ​ໝ - ທ່ານ​ນາງ​ປະ​ທານ VUFO ຫງວຽນ​ເຟືອງ​ງາ ເວົ້າ​ວ່າ: ພວກ​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເອົາ​ຫົວ​ຂໍ້​ນີ້ ໂດຍ​ອີງ​ໃສ່​ບັນ​ດາ​ບຸ​ລິ​ມະ​ສິດຂອງ​ພັກ ແລະ ລັດ ຫວຽດ​ນາມ ກຳ​ນົດ​ໃນ​ປີ 2023 ແມ່ນປີ​ບານ​ພັບໃນການ​ປະ​ຕິ​ບັດ​ໜ້າ​ທີ່​ເສດ​ຖະ​ກິດ - ສັງ​ຄົມ 5 ປີ​ ຕາ​ມ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ

ກອງປະຊຸມ WEF ປີ 2023: ຊຸກຍູ້ການຮ່ວມມືໃນໂລກທີ່ຖືກຈັດແບ່ງ ກອງປະຊຸມ WEF ປີ 2023: ຊຸກຍູ້ການຮ່ວມມືໃນໂລກທີ່ຖືກຈັດແບ່ງ
CIEM ຄາດ​ວ່າ GDP ຫ​ວຽດ​ນາມ ອາດ​ຈະ​ມີ​ການ​ເຕີບ​ໂຕ​ຢູ່​ລະ​ດັບ 6,83% ໃນ​ປີ 2023 CIEM ຄາດ​ວ່າ GDP ຫ​ວຽດ​ນາມ ອາດ​ຈະ​ມີ​ການ​ເຕີບ​ໂຕ​ຢູ່​ລະ​ດັບ 6,83% ໃນ​ປີ 2023
VUFO 2023: ການ​ທູດ​ປະ​ຊາ​ຊົນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົ​ມ
ທ່ານ​ນາງ​ປະ​ທານ VUFO ຫງວຽນ​ເຟືອງ​ງາ

ປີ 2023, ຫົວ​ຂໍ້ວຽກ​ງານ​ຈຸດ​ສຸມ​ຂອງ​ລະ​ບົບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ແມ່ນ “ການ​ທູດ​ປະ​ຊາ​ຊົນ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ”. ນັ້ນ​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ​ທ່ານ​ນາງ​ປະ​ທານ VUFO ຫງວຽນ​ເຟືອງ​ງາ ໃນ​ການ​ແລກ​ປ່ຽນ​ກັບ​ສື່ມວນ​ຊົນ​ກ່ອນ​ປີ​ໃໝ່​ປີ​ແມວ 2023.

ທ່ານ​ນາງ​ປະ​ທານ VUFO ຫງວຽນ​ເຟືອງ​ງາ ເວົ້າ​ວ່າ: ພວກ​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເອົາ​ຫົວ​ຂໍ້​ນີ້ ໂດຍ​ອີງ​ໃສ່​ບັນ​ດາ​ບຸ​ລິ​ມະ​ສິດຂອງ​ພັກ ແລະ ລັດ ຫວຽດ​ນາມ ກຳ​ນົດ​ໃນ​ປີ 2023 ແມ່ນປີ​ບານ​ພັບໃນການ​ປະ​ຕິ​ບັດ​ໜ້າ​ທີ່​ເສດ​ຖະ​ກິດ - ສັງ​ຄົມ 5 ປີ​ ຕາ​ມ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ.

ໃນ​ວິ​ວັດ​ການ​ແກ້​ໄຂ​ຜົນ​ຮ້າຍຢ້ອນຫຼັງ​ຈາກ​ພະ​ຍາດ​ໂຄວິດ - 19, ພວກ​ເຮົາ​ຕ້ອງ​ເສຍ​ເວ​ລາ​ປະ​ມານ 2 ປີຫຼັງ​ກອງ​ປະ​ຊຸມ​ໃຫຍ່ ແລະ ປັດ​ຈຸ​ບັນ​ແມ່ນ​ປີ​ທີ 3 ເຊິ່ງ​ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ຕັດ​ສິນ​. ພວກ​ເຮົາ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ, ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ພ້ອມ​ທັງ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່, ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ຕາມທິິດ​ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ສີ​ຂຽວ, ພັດ​ທະ​ນາ​ແບບ​ຍືນ​ຍົງ.

ໜ້າ​ທີ່​ຂອງ​ການ​ທູດ​ປະ​ຊາ​ຊົນ, ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ພື້ນ​ຖານ​ການ​ທູດ ຫວຽດ​ນາມ ແມ່ນ​ຮັບ​ຜິດ​ຊອບ​ພາລະ​ກຳ, ບົດ​ບາ​ດ​ນຳ​ໜ້າ​ໃນ​ການ​ສ້າງ ແລະ ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ລະ​ດົມ​ແຫຼ່ງ​ກຳ​ລັງ​ພາຍ​ນອກ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ, ອິດ​ທິ​ພົນ​ຊື່​ສຽງ​ສາ​ກົນ​ຂອງ ຫວຽດ​ນາມ.

ຂໍ​ຮຽນ​ທ່າ​ນ, ເຊີນ​ທ່ານ​ໃຫ້​ຮູ້​ການ​ກຳ​ນົດ​ທິດ​ລາຍ​ການ​ກະ​ທຳ​ສຳລັບ​ຫົວ​ຂໍ້​ວຽກ​ງານ​ນີ້

ປີ 2023, ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ສະ​ເຫຼີມ​ສະຫຼອງການພົວພັນ​ການ​ຕ່າງ​ປະ​ເທດ​ກັບ​ບັນ​ດາ​ປະ​ເທດ​ຄື: ຍີ່​ປຸ່ນ, ກາ​ນາ​ດາ, ອັກ​ຊັງ​ຕິນ, ຝ​ລັ່ງ, ແບນ​ຊິກ, ອີ​ຕາ​ລີ, ໂຮນ​ລັງ, ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ…ນີ້​ກໍ່​ແມ່ນ​ປີ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສັນ​ຍາ​ ປາ​ຣີ ກ່ຽວ​ກັບ​ການ​ຢຸດ​ຕິ​ສົງ​ຄາມ, ສ້າງ​ສັນ​ຕິ​ພາບ​ຢູ່ ຫວຽດ​ນາມ ຄືນໃໝ່.

ພວກ​ເຮົາ​ຕ້ອງ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ນີ້ ເພື່ອ​ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດນາມ ກັບ​ປະ​ຊາ​ຊົນ​ບັນ​ດ​າ​ປະ​ເທດ. VUFO ໄດ້​ກຳ​ນົດ​ການ​ເພີ່ມ​ທະ​ວີ​ລັກ​ສະ​ນະ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສ້າງ​ສັນ​ຕິ​ພາບ, ຄວາມສາ​ມັກ​ຄີ, ມິດ​ຕະ​ພາບ, ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ ເພື່ອ​ຂຸດ​ຄົ້ນ ແລະ ເປີດກວ້າງ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື.

ພວກ​ເຮົາ​ຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ເພື່ອ​ລະ​ດົມ​ແຫຼ່​ງ​ປັນ​ຍາ​ຊົນ, ປະ​ສົບ​ການ, ເຕັກ​ໂນ​ໂລ​ຢີ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ.

ປີ 2023, ພວກ​ເຮົາ​ໄດ້​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສັນ​ຍາ ປາ​ຣີ ກ່ຽວ​ກັບ​ການ​ຢຸດ​ຕິ​ສົງ​ຄາມ, ສ້າງ​ສັນ​ຕິ​ພາບ ຢູ່ ຫວຽດ​ນາມ ຄືນ​ໃໝ່. ນີ້​ກໍ່​ແມ່ນ​ໂອ​ກາດເພື່ອ​ເພີ່ມ​ທະ​ວີ​ຄວາມສະ​ໜິດ​ຕິດ​ພັນ​ກັ​ບ​​ເພື່ອນມິດ. ພວກ​ເຮົາ​ຈະ​ຕ້ອນ​ຮັບ​ເພື່ອນ​ມິດ​ສາ​ກົນ ທີ່ເຄີຍ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ວິ​ວັດ​ການ​ເຈ​ລະ​ຈາ​ສັນ​ຍາ, ກໍ່​ຄື​ບັນ​ດາ​ເພື່ອນ​ມິດ​ທີ່ໄດ້​ມີ​ການ​ປະ​ກອບ​ສ່ວນ​ເຂົ້າໃນ​ການ​ຕໍ່​ສູ້ຮຽກຮ້ອງ​ຢຸດ​ຕິ​ສົງ​ຄາມ ແລະ ຫຼັງ​ຈາກ​ນັ້ນ​ແມ່ນ ຂົນ​ຂວາຍ​ການ​ຫັນ​ເປັນ​ປົກ​ກະ​ຕິ ແລະ ໜູນ​ຊ່ວຍ ຫວຽດ​ນາມ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ, ສ້າງ​ສາ​ປະ​ເທດ​ຊາດ.

ຂໍ​ຮຽນ​ທ່ານ​, ທ່ານ​ຈົ່ງໃຫ້​ຮູ້​ບັນ​ດາ​ມາດ​ຕະ​ການຫຼັກເພື່ອ​ປະ​ຕິ​ບັດ​ໂຄງ​ການ​ນີ້?

ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ສິ່ງ​ທຳ​ອິດ​ແມ່ນ​ເຊື່ອມ​ຊືມ​ຢ່າງ​ເລິກເຊິ່ງ, ໝູນ​ໃຊ້​ແນວ​ທາງ​ການ​ທູດ​ຂອງ​ພັກຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມີໄຫວ​ພິບ, ພິ​ເສດ​ແມ່ນ​ນະ​ໂຍ​ບາຍ, ແນວ​ທາງ​ເຊິ່ງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ວາງ​ອອກ. ສິ່ງ​ນີ້​ກໍ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ບົດ​ກ່າວ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຢູ່ກອງ​ປະ​ຊຸມ​ການ​ທູດ​ທົ່ວ​ປະເທດ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ. ເຮັດ​ແນວ​ໃດ​ເພື່ອ​ໃຫ້​ພວກ​ເຮົດ​ຢຶດ​ໝັ້ນ​ກັບ​ເປົ້າ​ໝາຍ, ປົກ​ປ້ອງ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ຊົນ​ຊາດ, ພ້ອມ​ກັນນັ້ນ ກໍ່​ມີ​ໄຫວ​ພິບ​ກ່ຽວ​ກັບ​ຍຸດ​ທະ​ສາດ ເພື່ອ​ສົມ​ທົບ​ກັນ​ຢ່າງ​ກົມ​ກຽວ ດ້ວຍ​ການ​ປະ​ກອບ​ສ່ວນ​ເຂົ້າໃນ​ຜົນ​ປະ​ໂຫຍດ​ລວມ​ຂອງມວນ​ມະ​ນຸດ ເພື່ອ​ຄວາມ​ກ້​າວ​ໜ້າ, ຄວາມ​ຍຸ​ຕິ​ທຳ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ທີ​ສອງ​ແມ່ນ​ການ​ສົມ​ທົບ​ລະ​ຫວ່າງ​ສາມ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ການ​ທູດ​ເປັນ​ຢ່າງ​ເປັນ​ເອ​ກະ​ພາບ ແລະ ແໜ້ນ​ແຟ້ນ: ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ, ການ​ຕ່າງ​ປະ​ເທດຂອງ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ທີ​ສາມ​ແມ່ນ​ການ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ. ປີ 2022, ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ ຢູ່​ບັນ​ດາ​ທ້ອງ​ຖິ່ນ​ມີ​ຄວາມ​ຕັ້ງ​ໜ້າ​ທີ່​ສຸດ, ມີຫຼາຍ​ຮູບ​ແບບ, ວິ​ທີ​ການ​ປະ​ດິດ​ຄິດ​ສ້າງ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນຫຼາຍ​ຊັ້ນ​ຄົນ​ຈາກ ​ກາວ​ບັ່ງ ໄປ​ຍັງ​ ກາ​ເມົາ.

ຕາມ​ທ່ານ​​ແລ້ວ, ປີ 2023 ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຈະ​ມີ​ຄ​ວາມ​ສະ​ດວກ ແລະ ຂໍ້​ຫຍຸ້ງ​ຍາກຫ​ຍັງ​ແດ່?

ປີ 2023 ໄດ້​ຮັ​ບ​ການ​ຄາດ​ຄະ​ເນ​ວ່າ ຊ້ອນແຝງໄປດ້ວຍ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້​າ​ທາຍຫຼາຍ​ຢ່າງ. ມີ​ຄຳ​ເຫັນ​ຖື​ວ່າ ນີ້​ແມ່ນ​ຈຸດ​ເວ​ລາ​ທີ່​ມີ​ລັກ​ສະ​ນະ​ບາດ​ລ້ຽວ, ໂລກ​ຈະ​ຫັນ​ໄປ​ຍັງ​ສະ​ໄໝ​ໃໝ່. ພວກ​ເຮົາ​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້​າ​ທາຍ​ນາໆ​ປະ​ມານຄື: ການ​ແກ້ງ​ແຍ້ງ​ລະ​ຫວ່າງ​ບັນ​ດ​າ​ປະ​ເທດ​ໃຫຍ່, ການ​ປະ​ທະ​ກັນ​ຢູ່​ຢູ​ແກຼນ, ໄພ​ເງິນ​ເຟີ້, ວິ​ກິດ​ການ​ດ້ານ​ພະ​ລັງ​ງານ, ລາ​ຄາ​ສະບຽງ​ອາ​ຫານ, ລາ​ຄາ​ພະ​ລັງ​ງານທີ່​ຜິດ​ປົກ​ກະ​ຕິ, ຄວາມ​ສ່ຽງວິ​ກິດ​ການ​ກ່ຽວ​ກັບ​ອາ​ຫານ​ການ​ກິນ​ທີ່ໃຫຍ່ຫຼວງ​ທີ່​ສຸດ… ການ​ທູດ​ປະ​ຊາ​ຊົນ​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ນີ້. ປີ 2022 ເຖິງວ່າ​ພວກ​ເຮົາ​ບັນ​ລຸ​ໄດ້​ຜົນ​ງານຫຼາຍ​ຢ່າງ ແຕ່ການ​ທູດ​ປະ​ຊາ​ຊົນ​ກໍ່ຍັງ​ມີ​ຂໍ້​ຈຳ​ກັດ​ໃດ​ໜຶ່ງ.

ທີ​ໜຶ່ງ, ພວກ​ເຮົາ​ຍັງ​ມີ​ຂໍ້​ຈຳ​ກັດ ກ່ຽວ​ກັ​ບ​ແຫຼ່ງ​ກຳ​ລັງ, ນັບ​ທັງ​ມະ​ນຸດ ແລະ ວັດ​ຖຸ. ກ່ຽວ​ກັບ​ຄວາມ​ຮັບ​ຮູ້: ບໍ່​​ແມ່ນ​ທຸກ​ແຫ່ງ, ທຸກບ​ອ່ນ, ທຸກ​ອົງ​ການ ລ້ວນ​ແຕ່​ມີ​ຄວາ​ມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບົດ​ບາດ​ຂອງ​ການ​ທູດ​ປະ​ຊາ​ຊົນ, ກ່ຽວ​ກັບ​ບົດ​ບາດ​ໜ້າ​ທີ່​ຂອງ VUFO.

ຂ້າ​ພະ​ເຈົ້າ​ຖື​ວ່າ ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ ແຕ່​ການ​ທູດ​ປະ​ຊາ​ຊົນ​ຍັງ​ສືບ​ຕໍ່​ມີ​ບັນ​ດາ​ບາດ​ກ້າວ​ເຕີບ​ໃຫຍ່ ດ້ວຍ​ຜົນ​ງານ​ໃໝ່​ໃນ​ປີ 2023.

ຕ້ອ​ນ​ຮັບ​ປີ​ໃໝ່​ປີ​ແມວ 2023, ທ່າ​ນ​​ຢາກ​ສົ່ງ​ສານ​ຫຍັງ​ໄປ​ຍັງ​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ ທີ່ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ​?

ພວກ​ເຮົາ​ຕ້ອນ​ຮັບ​ປີ​ໃໝ່​ປີ​ແມວ 2023 ດ້ວຍ​ຄວາມ​ຫວັງຫຼາຍ​ຢ່າງ. ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ທີີ່ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ກໍ່​ຄື​ເພື່ອນ​ມິດ​ສາ​ກົນ ມີປີ​ໃໝ່ທີ່​ມີ​ສັນ​ຕິ​ພາບ, ມີ​ຄວາມ​ຜາ​ສຸກ ແລະ ວັດ​ທະ​ນາ​ຖາ​ວອນ. ຫວັງ​ວ່າ​ປະ​ຊາ​ຊົນ​ໝົດ​ທຸກ​ຄົນໃນ​ໂລກ ຈະໄດ້​ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ພາບ ແລະ ຄວາມອີ່ມ​ໜຳ​ສຳລານ, ສົມ​ບູນພູນ​ສຸກ.

ຂໍ​ຂອບ​ໃຈ​ທ່ານ​ນາງ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.