ຈະຮັບສະໝັກຄັດເລືອກເອົາພະຍາບານ, ແພດຜູ້ຊ່ວຍຄົນເຈັບ 240 ຄົນ ໄປເຮັດວຽກຢູ່ຍີ່ປຸ່ນ

08:42 | 19/12/2022

ກົມຄຸ້ມຄອງ​ແຮງ​ງານ​ຢູ່​ຕ່າງປະ​ເທດ (ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ) ​ໄດ້​ປະກາດຮັບສະໝັກຄັດເລືອກເອົາພະຍາບານ, ແພດຜູ້ຊ່ວຍຄົນເຈັບ ຊຸດ​ທີ 2 ລຸ້ນ​ທີ 11 ໃຫ້​ແກ່​ໂຄງການ​ພາຜູ້ຮັບສະໝັກ ພະຍາບານ, ແພດຜູ້ຊ່ວຍຄົນເຈັບຫວຽດນາມ ໄປ​ເຮັດ​ວຽກ​ຢູ່ ຍີ່​ປຸ່ນ ​ໃນ​ຂອບ​ເຂດ​ສັນຍາຄູ່ຮ່ວມມືເສດຖະກິດ ຫວຽດນາມ - ຍີ່ປຸ່ນ (VJEPA) (ໂຄງການ EPA).

ປະ​ກາດ​ລາຍການ “ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023” ຢູ່ Fukuoka, ຍີ່​ປຸ່ນ ປະ​ກາດ​ລາຍການ “ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023” ຢູ່ Fukuoka, ຍີ່​ປຸ່ນ
ແຂວງ ບິ່ງເຢືອງ ແລະ ແຂວງ Yamaguchi (ຍີ່ປຸ່ນ) ເພີ່ມທະວີການຮ່ວມມື ແລະ ສົ່ງເສີມການລົງທຶນ ແຂວງ ບິ່ງເຢືອງ ແລະ ແຂວງ Yamaguchi (ຍີ່ປຸ່ນ) ເພີ່ມທະວີການຮ່ວມມື ແລະ ສົ່ງເສີມການລົງທຶນ

ຕາມ​ນັ້ນ​ແລ້ວ, ລຸ້ນ​ທີ 11 ຈະຮັບສະໝັກເອົາ 240 ຄົນ. ເປີດຮັບສະໝັກແຕ່ວັນທີ 12 ທັນວາ 2022 ຫາ 31 ມັງກອນ 2023. ຂະບວນການຄັດເລືອກຄາດວ່າຈະດໍາເນີນໃນອາທິດທໍາອິດຂອງເດືອນກຸມພາ 2023. ປະກາດລາຍຊື່ຜູ້ໄດ້ຮັບການຄັດເລືອກຊຸດທີ 2 ແລະ ລະບຽບການສະໝັກເຂົ້າຝຶກອົບຮົມພາສາຍີ່ປຸ່ນ ອາດເລີ່ມໃນອາທິດກາງເດືອນກຸມພາ 2023 ນີ້.

ເປົ້າໝາຍ​ບຸລິມະສິດ​ຂອງ​ໂຄງການ​ແມ່ນ​ຜູ້​ສະໝັກທີ່ເປັນ​​ຄອບຄົວ​ທຸກ​ຍາກ, ຄອບຄົວ​ທີ່​ຫາກໍ່​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ຊົນ​ເຜົ່າ​ສ່ວນ​ໜ້ອຍ, ປະຊາຊົນ​ຢູ່​ບັນດາ​ເມືອງ​ທຸກ​ຍາກ, ຕາ​ແສງທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ຢູ່​ເຂດ​ແຄມ​ທະ​ເລ ​ແລະ ໝູ່​ເກາະ.

ລຸ້ນ​ທີ 11 ຮັບສະໝັກເອົາ 240 ຄົນ, ເປີດຮັບສະໝັກແຕ່ວັນທີ 12 ທັນວາ 2022 ຫາ 31 ມັງກອນ 2023. ຂະບວນການຄັດເລືອກຄາດວ່າຈະດໍາເນີນໃນອາທິດທໍາອິດຂອງເດືອນກຸມພາ 2023.

ຈະຮັບສະໝັກຄັດເລືອກເອົາພະຍາບານ, ແພດຜູ້ຊ່ວຍຄົນເຈັບ 240 ຄົນ ໄປເຮັດວຽກຢູ່ຍີ່ປຸ່ນ
ຈະຮັບສະໝັກຄັດເລືອກເອົາພະຍາບານ, ແພດຜູ້ຊ່ວຍຄົນເຈັບ 240 ຄົນ ໄປເຮັດວຽກຢູ່ຍີ່ປຸ່ນ. (ພາບ: VGP)

ພົນ​ລະ​ເມືອງ​ຫວຽດ​ນາມ ທີ່​ປາດ​ຖະ​ໜາ​ຢາກຈົດທະບຽນ​ເຂົ້າ​ຮ່ວມ​ໂຄງ​ການ ​ຕ້ອງ​ຕອບສະໜອງຕາມ​ເງື່ອນ​ໄຂ​ດັ່ງ​ນີ້:

ຜູ້ສະໝັກເປັນແພດຜູ້ຊ່ວຍຄົນເຈັບ ຕ້ອງການຈົບການພະຍາບານ, ພະຍາບານທົ່ວໄປ ຊັ້ນສູງ (3 ປີ) ຫຼື ລະດັບປະລິນຍາຕີສາຂາພະຍາບານ, ພະຍາບານທົ່ວໄປ (4 ປີ); ອາຍຸບໍ່ເກີນ 35 ປີ (ເກີດວັນທີ 1 ມັງກອນ 1987 ເປັນຕົ້ນໄປ); ມີສຸຂະພາບດີ ໂດຍໄດ້ຮັບການຢັ້ງຢືນຈາກອົງການທີ່ມີສິດຢັ້ງຢືນ; ບໍ່ມີປະຫວັດເຄີຍຖືກຄະດີມາກ່ອນ ຫຼື ຖືກການລົງໂທດອາຍາຕາມກົດໝາຍຫວຽດນາມ; ມີຄວາມປາດຖະໜາຢາກເຂົ້າຮ່ວມໂຄງການ ແລະ ສາມາດເຂົ້າຮ່ວມການຝຶກອົບຮົມພາສາຍີ່ປຸ່ນໄດ້.

ສຳລັບຜູ້ສະໝັກເປັນພະຍາບານ, ນອກຈາກເງື່ອນໄຂດັ່ງກ່າວແລ້ວ, ຜູ້ເຂົ້າຮ່ວມຕ້ອງມີເງື່ອນໄຂເພີ່ມເຕີມອີກ 2 ເງື່ອນໄຂຄື: ມີໃບຢັ້ງຢືນດຳເນີນອາຊີບການກວດພະຍາດ ແລະ ປິ່ນປົວພະຍາດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການກວດ ແລະ ປິ່ນປົວພະຍາດ; ມີປະສົບການພະຍາບານຢ່າງໜ້ອຍ ເປັນ 2 ປີ, ລວມທັງໄລຍະເວລາຝຶກງານ 9 ເດືອນເພື່ອໄດ້ຮັບໃບຢັ້ງຢືນການກວດ ແລະ ປິ່ນປົວພະຍາດ.

ຖ້າໄດ້ຮັບການຄັດເລືອກເຂົ້າຮ່ວມໂຄງການ EPA, ຜູ້ສະໝັກຈະໄດ້ຮັບການອຸດໜູນຄ່າທີ່ພັກ, ອາຫານ, ການຮຽນ ແລະ ຄ່າໃຊ້ຈ່າຍໃນໄລຍະເຂົ້າຮ່ວມຊຸດຝຶກອົບຮົມພາສາຍີ່ປຸ່ນ ເປັນເວລາ 12 ເດືອນ ຢູ່ ຫວຽດນາມ.

ຜູ້ສະໝັກຈະໄດ້ຮັບຄ່າປີ້ຍົນ, ຄ່າວີຊາໄປຍີ່ປຸ່ນ, ປີ້ຍົນກັບຫວຽດນາມ ຫຼັງຈາກສຳເລັດໂຄງການ, ແຕ່ພຽງແຕ່ຕ້ອງຈ່າຍຄ່າກວດສຸຂະພາບກ່ອນອອກເດີນທາງ. ພ້ອມກັນນັ້ນ, ເຂົາເຈົ້າຈະໄດ້ເຂົ້າຮຽນຫຼັກສູດຍົກລະດັບທີ່ປະເທດຍີ່ປຸ່ນ ໂດຍບໍ່ເສຍຄ່າເປັນເວລາ 2 ເດືອນ ກ່ອນທີ່ຈະໄປຮາກຖານທີ່ຮັບເຂົ້າເຮັດວຽກ.

ໄລຍະເວລາທັງຮຽນທັງເຮັດວຽກແມ່ນສູງສຸດ 3 ປີ ສໍາລັບຜູ້ສະຫມັກເປັນພະຍາບານແລະ ຫຼາຍສຸດ 4 ປີສໍາລັບຜູ້ສະຫມັກເປັນແພດຜູ້ຊ່ວຍຄົນເຈັບ ຢູ່ຮາກຖານພະຍາບານຄົນຊະລາ ແລະ ໂຮງຫມໍໃນປະເທດຍີ່ປຸ່ນ. ການຕໍ່ວີຊາຈະຕໍ່ປີລະຄັ້ງ.

ໃນໄລຍະທັງຮຽນທັງເຮັດວຽກຢູ່ຍີ່ປຸ່ນ, ຜູ້ສະຫມັກ ໄດ້ຮັບເງິນເດືອນຕາມກົດຫມາຍຂອງຍີ່ປຸ່ນ. ເງິນເດືອນຂອງຜູ້ສະໝັກພະຍາບານ ແລະ ແພດຜູ້ຊ່ວຍຄົນເຈັບ ແມ່ນປົກກະຕິລະຫວ່າງ 160,000 ຫາ 180,000 ເຢນ/ເດືອນ; ຜູ້ສະໝັກ ໄດ້ຮັບບ້ວງອຸດໜູນຄ່າເຊົ່າພັກບາງສ່ວນ ຫຼື ທັງໝົດຈາກຮາກຖານທີ່ຮັບເອົາຂອງປະເທດຍີ່ປຸ່ນ ໃນຊ່ວງເວລາທີ່ເຂົາເຈົ້າຮຽນ ແລະ ເຮັດວຽກຢູ່ປະເທດນີ້.

ນອກເຫນືອຈາກເງິນເດືອນຂ້າງເທິງ, ຜູ້ສະຫມັກ ຈະໄດ້ຮັບເງິນອຸດໜູນທີ່ສອດຄ່ອງກັບຜົນງານຂອງການເຮັດວຽກ.

ໃນຂະນະທີ່ທັງຮຽນ ແລະ ເຮັດວຽກຢູ່ໃນປະເທດຍີ່ປຸ່ນ, ຜູ້ສະຫມັກສາມາດເຂົ້າຮ່ວມການສອບເສັງເອົາໃບຢັ້ງຢືນລະດັບຊາດຍີ່ປຸ່ນ ໃນຂະແໜງການພະຍາບານ ແລະ ແພດຜູ້ຊ່ວຍຄົນເຈັບ. ລັດຖະບານຍີ່ປຸ່ນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈະໜູນຊ່ວຍຜູ້ສະໝັກໄດ້ເຂົ້າຮຽນຟຣີ ເພື່ອກະກຽມການສອບເສັງເອົາໃບຢັ້ງຢືນລະດັບຊາດນີ້.

ຜູ້ສະຫມັກພະຍາບານໄດ້ອະນຸຍາດເຂົ້າສອບເສັງຫນຶ່ງຄັ້ງຕໍ່ປີ, ຜູ້ສະຫມັກແພດຜູ້ຊ່ວຍຄົນເຈັບ ໄດ້ອະນຸຍາດໃຫ້ສອບເສັງຫນຶ່ງຄັ້ງໃນປີທີສີ່. ຖ້າເສັງໄດ້ໃບຢັ້ງຢືນລະດັບຊາດ, ພະຍາບານ, ແພດຜູ້ຊ່ວຍຄົນເຈັບຈະໄດ້ຮັບເງິນເດືອນທຽບເທົ່າກັບພະຍາບານ ຫຼື ແພດຜູ້ຊ່ວຍຄົນເຈັບຍີ່ປຸ່ນ; ອະນຸຍາດໃຫ້ຢູ່ ແລະ ເຮັດວຽກໄລຍະຍາວ ແລະ ສາມາດຮັບປະກັນຄອບຄົວຂອງເຂົາເຈົ້າໄປຍີ່ປຸ່ນ.

ໂຄງການ EPA ໄດ້ຈັດຕັ້ງປະຕິບັດຕັ້ງແຕ່ປີ 2012. ພາຍຫຼັງ 10 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ແຕ່​ປີ 2012 – 2022, ກົມ​ແຮງ​ງານ​ຢູ່​ຕ່າງປະ​ເທດ ​ສົມທົບ​ກັບ​ຝ່າຍ​ຍີ່ປຸ່ນ​ ໄດ້​ຄັດ​ເລືອກ ​ແລະ ຝຶກ​ອົບຮົມ 10 ລຸ້ນ ​ໂດຍ​ມີ​ຜູ້​ສະໝັກ 2.012 ຄົນ. ໃນ 8 ລຸ້ນທໍາອິດ, ພະຍາບານ ແລະ ແພດຜູ້ຊ່ວຍຄົນເຈັບ ເກືອບ 1,750 ຄົນໄດ້ອອກຈາກປະເທດ ໄປເຮັດວຽກຢູ່ຮາກຖານຕ້ອນຮັບຂອງປະເທດຍີ່ປຸ່ນ.

EPA ​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ຮ່ວມ​ມື​ດ້ານ​ຊັບພະຍາກອນ​ມະນຸດ ​ທີ່​ມີ​ຄຸນ​ນະພາ​ບສູງ​ກັບ ຍີ່​ປຸ່ນ ທີ່​ຄົນ​ງານ ຫວຽດນາມ ຫຼາຍ​ຄົນ​ສົນ​ໃຈ. ຖ້າໃນເວລາເຮັດວຽກຢູ່ທີ່ນີ້, ຜູ້ສະຫມັກສອບເສັງ ແລະ ໄດ້ຮັບໃບຢັ້ງຢືນພະຍາບານ, ແພດຜູ້ຊ່ວຍຄົນເຈັບລະດັບຊາດຂອງຍີ່ປຸ່ນ ກໍຈະສາມາດເຮັດວຽກໃນໄລຍະຍາວຢູ່ປະເທດນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.