ການເຄືື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ແບນຊິກ ຢ່າງເປັນທາງການ

07:57 | 18/12/2022

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ເຈົ້າຍິງ ສົ່ງເສີມວິສາຫະກິດ ແບນຊິກ ຍູ້ແຮງດ້ານການຄ້າ - ການລົງທຶນເຂົ້າ ຫວຽດນາມ ໃຫ້ຫຼາຍກວ່າອີກ.

ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນ ຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນ ຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
ປະທານປະເທດ ຫວຽດນາມ, ຈີນ ແລະ ນາຍົກລັດຖະມົນຕີ ອາຣັບບີຊະອຸດີ ຢ້ຽມຢາມ ໄທ ຢ່າງເປັນທາງການ ໃນໂອກາດສັບປະດາສຸດຍອດ APEC 2022 ປະທານປະເທດ ຫວຽດນາມ, ຈີນ ແລະ ນາຍົກລັດຖະມົນຕີ ອາຣັບບີຊະອຸດີ ຢ້ຽມຢາມ ໄທ ຢ່າງເປັນທາງການ ໃນໂອກາດສັບປະດາສຸດຍອດ APEC 2022
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພົບປະກັບເຈົ້າຍິງ ແບນຊິກ Astrid (ພາບ: VGP)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພົບປະກັບເຈົ້າຍິງ ແບນຊິກ Astrid (ພາບ: VGP)

ພົບປະກັບເຈົ້າຍິງ ແບນຊິກ Astrid

ທີ່ການພົບປະໃນຕອນບ່າຍວັນທີ 15 ທັນວາ, 2 ຝ່າຍສະແດງຄວາມປະຕິຊົມຊື່ນກ່ຽວກັບບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນລະຫວ່າງ 2 ປະເທດ, ໃນນັ້ນເນັ້ນໜັກເຖິງການລົງທຶນ - ການຄ້າແມ່ນເສົາຄ້ຳສຳຄັນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ແບ່ງປັນກັບເຈົ້າຍິງ ກ່ຽວກັບເນື້ອໃນທີ່ແລກປ່ຽນກັບນາຍົກລັດຖະມົນຕີ, ປະທານສະພາຕ່ຳ ແບນຊິກ, ການນຳ 2 ເຂດ Wallonie Bruxelles ແລະ Flanders, ພ້ອມທັງສະເໜີໃຫ້ເຈົ້າຍິງ ສົ່ງເສີມວິສາຫະກິດ ແບນຊິກ ຍູ້ແຮງດ້ານການຄ້າ - ການລົງທຶນເຂົ້າ ຫວຽດນາມ ໃຫ້ຫຼາຍກວ່າອີກ.

ພົບປະເຈລະຈາກັບປະທານສະພາສູງ ແບນຊິກ Stephanie D’Hose

ທີ່ການພົບປະເຈລະຈາ, 2 ຝ່າຍຊົມເຊີຍບັນດາໝາກຜົນຕັ້ງໜ້າເຊິ່ງສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ນຳມາໃຫ້ ພາຍຫຼັງ 2 ປິແຫ່ງການຜັນຂະຫຍາຍ; ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດລົງທຶນ, ການຄ້າລະຫວ່າງ 2 ປະເທດ ແລະ ພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມຄື: ສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ລັດຖະສະພາຫະສະພັນ ແບນຊິກ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ແນໃສ່ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກໃຫ້ແກ່ວິສາຫະກິດ 2 ປະເທດ, ສະໜັບສະໜູນຄະນະກຳມະການ ເອີລົບ (ອີຊີ) ຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳຂອງ ຫວຽດນາມ.

ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ແບນຊິກ

ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ແບນຊິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ບັນດາວິສາຫະກິດ ແບນຊິກ ແລະ ເອີລົບ ຈະສືບຕໍ່ຫັນຜະລິດຕະພັນ, ຕະຫຼາດ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ… ເພື່ອຊຸກຍູ້ການດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ຫວຽດນາມ; ສະເໜີໃຫ້ບັນດາວິສາຫະກິດ ແບນຊິກ ແລະ ເອີລົບ ສືບຕໍ່ລົງທຶນ ແລະ ຮຽກຮ້ອງວິສາຫະກິດເພື່ອນລົງທຶນເຂົ້າ ຫວຽດນາມ ຕື່ມອີກ, ໃນນັ້ນ ໃຫ້ບຸລິມະສິດຊຸກຍູ້ການປ່ຽນແປງໃໝ່, ປະດິດຄິດສ້າງ, startup; ລົງທຶນເຂົ້າຂົງເຂດທີ່ກ່ຽວຂ້ອງເຖິງການຫັນເປັນດີຈີຕອນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຫັນເປັນສີຂຽວ…

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.