ຄວາມສຳເລັດຜົນໃໝ່ໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ

10:55 | 05/01/2023

ຍສໝ - ປີ 2022 ເປັນປີ​ທີ່​ມີການຜັນແປ ແລະ ​ຫຍຸ້ງຍາກຫຼາຍຢ່າງ, ​ແຕ່​ວຽກ​ງານ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຍັງ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ ​ແລະ ​ມີ​ຄວາມ​ປະທັບໃຈ. ພິເສດ, ປະຊາຄົມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ສືບຕໍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ, ພ້ອມດຽວກັນນັ້ນ, ບົດບາດ, ຖານະ ແລະ ຄວາມໄວ້ວາງໃຈໃນສັງຄົມປະຈຳຖິ່ນ ໄດ້ນັບມື້ນັບເພີ່ມຂຶ້ນ.

ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ
ສົ່ງເສີມພາສາຫວຽດ ໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ສົ່ງເສີມພາສາຫວຽດ ໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ

ວັນ​ທີ 30 ທັນ​ວາ​ນີ້, ທີ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃຫ້​ຮູ້ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ປະ​ຊາ​ຄົມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ຜົນ​ງານ​ໃນປີ 2022 ແລະ ທິດ​ທາງ​ໃນ​ປີ 2023, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມກວາງ​ຫ້ຽວ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ​ກ່ຽວ​ກັບຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ໄດ້ສະແດງຄວາມ​ດີໃຈທີ່ປະຊາ​ຄົມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ໄດ້ນັບ​ມື້​ນັບ​ສະໜິດ​ແໜ້ນ ​ແລະ ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ, ​ໄດ້​ກາຍ​ເປັນ​ພາກສ່ວນ​ທີ່​ສຳຄັນ ​ແລະ ​ເປັນ​ແຫຼ່ງຊັບພະຍາກອນ​ທີ່​ສຳຄັນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ...

ຄວາມພະຍາຍາມທີ່ກະໂດດຂັ້ນຂອງຊຸມຊົນ

​ໃນ​ຊຸມ​ປີຜ່ານມາ, ປະຊາ​ຄົມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ໂດຍສະເພາະ, ໄດ້ຮັບຜົນກະທົບຈາກຄວາມຂັດແຍ້ງລະຫວ່າງ ລັດເຊຍ - ຢູ​ແກຼນ, ປະຊາຊົນໃນຫຼາຍບ່ອນ ປະເຊີນກັບໄພເງິນເຟີ້, ລາຍຮັບຫຼຸດລົງ, ລາຄາອາຫານ ແລະ ພະລັງງານສູງ, ໂດຍສະເພາະໃນພາກພື້ນເອີຣົບ.

ທ່ານ​ຮອງ​ລັດຖະມົນຕີ ຟ້າມກວາງ​ຫ້ຽວ ​ໃຫ້​ຮູ້​ວ່າ: ນັບ​ແຕ່ເມື່ອ ລັດ​ເຊຍ ປະກາດ​ປະຕິບັດ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ພິ​ເສດ​ຢູ່ ຢູ​ແກຼນ (24ກຸມພາ) ຊາວຫວຽດນາມຈຳນວນ ເກືອບ 6.000 ຄົນ ຕ້ອງ​ອົບ​ພະຍົບຈາກ ຢູ​ແກຼນ ​ໄປ​ຍັງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ປະຈຸບັນນີ້ຍັງ​ປະມານ 560 ຄົນ. ຫຼາຍ​ປະ​ເທດ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ຕໍ່​ລັດ​ເຊຍ ​ເພື່ອ​ຄັດຄ້ານ​ການ​ປະ​ທະ​ກັນ, ສະນັ້ນ ໄດ້ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ, ການດຳ​ເນີນ​ທຸລະ​ກິດ ​ແລະ ຈິດ​ໃຈ​ຂອງ​ປະຊາ​ຄົມ​ຊາວຫວຽດນາມ ຢູ່ ລັດ​ເຊຍ ​ແລະ ຢູ​ແກຼນ.

ຄຽງ​ຂ້າງ​ນັ້ນ, ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວຫວຽດນາມ ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ທີ່ຕັ້ງດ້ານນິຕິກຳ​ບໍ່​ໝັ້ນຄົງ. ສະພາບ​ອາດຊະຍາ​ກຳ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ສືບ​ຕໍ່ມີການຜັນແປທີ່ສັບສົນ, ຈຳນວນ​ຊາວ​ຫວຽດນາມ​ອາ​ໄສ ​ແລະ ​ເຮັດ​ວຽກ​ຢ່າງ​ຜິດ​ກົດໝາຍ​ຢູ່​ບາງ​ທ້ອງ​ຖິ່ນ (ສ.​ເກົາຫຼີ, ຍີ່ປຸ່ນ, ​ໄຕ້​ຫວັນ (ຈີນ), ມາ​ເລ​ເຊຍ...) ຍັງ​ຄົງ​ຢູ່​ໃນ​ລະດັບ​ສູງ.

ບັນດາ​ບຸກຄົນ ​ແລະ ອົງການ​ລັດທິຫົວຮຸນແຮງຍັງ​ສືບ​ຕໍ່​ສວຍ​ໃຊ້​ບັນດາ​ບັນຫາ “​ເຄັ່ງຮ້ອນ​” ​ແລະ ລະອຽດອ່ອນ​ຢູ່​ໃນ​ທົ່ວ​ປະ​ເທດ ​ເພື່ອ​ແນ​ໃສ່​ຍົກ​ໃຫ້​ເຫັນ​ອະດີດແຫ່ງ​ຄວາມຄຽດແຄ້ນ, ​ໂຄສະນາບິດເບືອນ​ແນວທາງ​ຂອງ​ພັກ ​ແລະ ລັດ; ຍຸແຍ່, ຊື້ຈ້າງຈອບອອຍ​ຊາວ​ໜຸ່ມ, ນັກ​ສຶກສາ, ຄົນ​ງານຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ສ່ວນ​ໜຶ່ງ ​ໃຫ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ປະ​ເທດ.

ຄວາມສຳເລັດຜົນໃໝ່ໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ
ຄະນະ​ຜູ້​ແທນ​ປະຊາ​ຄົມ​ຊາວຫວຽດນາມ​ຢູ່​ຕ່າງປະ​ເທດ​ ໄປ​ຢ້ຽມຢາມ​ເຈື່ອງ​ຊາ​ໃນ​ປີ 2022. (ພາບ: baoquocte)

ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ຮອງ​ລັດຖະມົນຕີ ຟ້າມກວາງ​ຫ້ຽວ ໄດ້ຖື​ວ່າ: ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ສ່ວນ​ຫຼາຍ​ລ້ວນ​ແຕ່​ມີທີ່ຕັ້ງດ້ານນິຕິກຳ, ຊີວິດທີ່​ໝັ້ນຄົງ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມປະຈຳຖິ່ນ ​ໃນ​ທຸກ​ຂົງ​ເຂດ​ນັບ​ແຕ່​ດ້ານ​ການ​ເມືອງ, ​ເສດຖະກິດ, ຕະຫຼອດຮອດວັດທະນະທຳ, ສັງຄົມ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານເຕັກ​ໂນ​ໂລ​ຊີ​ວິ​ທະ​ຍາ​ສາດ​, ເຕັກນິກ.

ນັກ​ປັນຍາ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຫຼາຍ​ຄົນ​ໄດ້​ມີ​ຊື່​ສຽງ, ​ໄດ້​ຮັບ​ລາງວັນລະດັບ​ສູງ, ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ພູມ​ປັນຍາ​ຫວຽດນາມ ​ໃນ​ເວທີ​ສາກົນ. ​ເດັກນ້ອຍ​ຫວຽດນາມ ຮຸ່ນ​ທີ 2 ​ແລະ 3 ລ້ວນ​ແຕ່​ຮັກການ​ຮ່ຳຮຽນ, ບັນລຸ​ໄດ້​ບັນດາ​ຜົນງານ​ດ້ານ​ວິຊາ​ການ ​ແລະ ມີ​ໂອກາດ​ເຮັດ​ວຽກ​ດີ​ຢູ່​ປະ​ເທດ​ປະຈຳຖິ່ນ.

ຮອງລັດຖະມົນຕີ ເນັ້ນໜັກວ່າ ນີ້​ແມ່ນ​ແຫຼ່ງຊັບພະຍາກອນ​ທີ່​ອ່ອນນວນ ​ແລະ ໝັ້ນຄົງ, ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ສັງຄົມ​ປະຈຳຖິ່ນ ​ແລະ ​ແມ່ນ​ຂົວ​ຕໍ່​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ. ​ເປັນໜ້າສົນໃຈ, ການ​ນຳ​ຂອງ​ບາງ​ປະ​ເທດ ​ໄດ້​ສົ່ງ​ຄຳ​ອວຍພອນ​ປີ​ໃໝ່​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຖືເປັນສຳຄັນ​ຂອງ​ລັດຖະບານ​​ປະຈຳຖິ່ນ ​ຕໍ່​ບົດບາດ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ.

ໃນຊຸມປີມໍ່ໆມານີ້, ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ແລະ ຕອບສະໜອງບັນດາການເຄື່ອນໄຫວ ມຸ່ງໄປເຖິງບ້ານເກີດເມືອງນອນ ແລະ ປະເທດ ຢ່າງຕັ້ງໜ້າຄື: ໜູນຊ່ວຍສ້າງ “ເຮືອແຫ່ງອະທິປະໄຕ” ແລະ ຂອງຂວັນໃຫ້ທະຫານ, ປະຊາຊົນເມືອງເກາະ ເຈື່ອງຊາ ດ້ວຍຈຳນວນເງິນທັງໝົດຫຼາຍກວ່າ 2,8 ຕື້ດົ່ງ. ນັບ​ແຕ່​ເມື່ອເກີດ​ພະຍາດລະບາດ​, ນອກຈາກ​ເງິນ​ສົດ​ກວ່າ 80 ຕື້​ດົ່ງ ​ແລະ ບັນດາ​ຜະລິດ​ຕະພັນ​ການ​ແພດ​ທີ່​ມີ​ມູນ​ຄ່າ​ຫຼາຍ​ສິບ​ລ້ານ​ໂດ​ລາ ​ທີ່​ໄດ້​ມອບ​ໃຫ້​ພາຍໃນປະ​ເທດ​ແລ້ວ, ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ຍັງ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ ໄດ້ຜັນ​ຂະຫຍາຍ​ການ​ທູດ​ດ້ານ​ວັກ​ແຊງ, ລະດົມ​ບັນດາ​ປະ​ເທດ ​ປະຈຳຖິ່ນ ​ໜູນ​ຊ່ວຍ​ວັກ​ແຊງ ​ແລະ ຜະລິດ​ຕະພັນ​ການ​ແພດ​ໃຫ້​ຫວຽດນາມ.

ສະມາຄົມ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ ສືບ​ຕໍ່​ສົມທົບ​ກັນ​ປັບປຸງ ​ແລະ ພັດທະນາ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃນ​ປະຊາ​ຄົມ, ​ໂຄສະນາ ​ແລະ ​ເຜີຍ​ແຜ່​ບັນດາ​ເອກະລັກ​ສະ​ເພາະ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ຊາດ, ​ເປັນ​ຂົວ​ເຊື່ອມ​ຕໍ່​ມິດຕະພາບ​ລະຫວ່າງ​​ຫວຽດນາມ ​ແລະ ບັນດາ​ປະ​ເທດ, ພ້ອມ​ກັນ​ນັ້ນ ກໍສວມ​ບົດບາດ​ສຳຄັນຫຼັກແຫຼ່ງແກ່ນສານ​, ຈັດ​ຕັ້ງຫຼາຍ​ກິດ​ຈະ​ກໍາ​​ ເພື່ອມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ.

ຫຼາຍຈຸດທີ່ໃສແຈ້ງ ໃນວຽກງານປີ 2022

​ອາດເຫັນ​ໄດ້​ວ່າ ​ໃນ​ປີ 2022, ງຽກງານການ​ຄົ້ນ​ຄ້ວາ, ​ເສນາທິການ ​ແລະ​ ສະເໜີນະ​ໂຍບາຍ​ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ໄດ້​ຮັບ​ການ​ປັບປຸງ, ເໝາະ​ສົມ​ກັບ​ສະພາບ​ການ​ໃໝ່, ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ. ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ຂໍ້​ສະ​ຫຼຸບ 12-KL/TW ​ແລະ ມະຕິ 169-NQ/CP, ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ເຊື່ອມຊຶມ ​ແລະ ຜັນ​ຂະຫຍາຍ​ບົດ​ສະຫຼຸບ 12-KL/ TW ​ແລະ ມະຕິເລກທີ 169/NQ-CP ກ່ຽວກັບຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ໃນສະພາບການໃໝ່ ຢ່າງສຳເລັດຜົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.