ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ

07:12 | 27/12/2022

ຍສໝ-ງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ແມ່ນ​ເຫດ​ການ​ສຳ​ຄັນ​ໃນ​ຊີ​ວິດ​ຄວາມເຊື່ອຖືຂອງ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ.

ປະຊາຄົມຊາວ ຫວຽດນາມ ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ສ.ເຊັກໂກ ປະຊາຄົມຊາວ ຫວຽດນາມ ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ສ.ເຊັກໂກ
ບຸນເຂົ້າປະດັບດິນ - ຮັກສາຈຸດວັດທະນະທຳອັນດີງາມຂອງຊາວ ຫວຽດນາມ ຢູ່ ສ.ເຊັກໂກ ບຸນເຂົ້າປະດັບດິນ - ຮັກສາຈຸດວັດທະນະທຳອັນດີງາມຂອງຊາວ ຫວຽດນາມ ຢູ່ ສ.ເຊັກໂກ

ດ້ວຍຫຼັກທໍາ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນໍ້າ”; ດ້ວຍ​ນ້ຳ​ໃຈ​ທີ່​ເຄົາລົບນັບຖື ​ແລະ ​ຮູ້​ບຸນ​ຄຸນ​ບັນພະບຸລຸດ ຫວູໂຮ່ນ, ຄະນະປະສານງານຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ​ສ.ເຊັກ​ໂກ ​ແລະ ຊາວຫວຽດນາມຢູ່​ຕ່າງປະ​ເທດ​ນັບ​ຮ້ອຍ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່ Prague, ສ. ເຊັກ​ໂກ ​ເພື່ອ​ເຂົ້າຮ່ວມງານບຸນໃຫຍ່ ​ແລະ ​ພົບ​ປະ​ແລກປ່ຽນ ເພື່ອພ້ອມກັນອວ່າຍເມືອຫາກົກເຄົ້າເຫງົ້າກໍ​, ສະແດງຄວາມ​ຮູ້​ບຸນ​ຄຸນ​​ບັນພະບຸລຸດ, ພ້ອມ​ທັງ​ເປັນ​ການ​ສ້າງແຮງໃຈເພື່ອ​ຮັກສາ​​ວັດທະນະທຳ​ທີ່ເປັນມູນເຊື້ອອັນດີງາມໃຫ້ແກ່​ລູກ​ຫຼານ. ​ໂດຍເຂົ້າ​ຮ່ວມ​ງານບຸນໃຫຍ່​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ ທ໋າຍຊວນຢູງ, ການ​ນຳ​ສະມາຄົມ​ຊາວ ຫວຽດນາມ ປະຈຳ ສ.​ເຊັກ​ໂກ, ສະຫະພັນຊາວຫວຽດນາມ ປະຈຳ ​ເອີ​ລົບ ​ແລະ ຜູ້ຕາງໜ້າ​ບັນດາ​ສະມາຄົມ​ຊາວ ຫວຽດນາມ ທີ່​ມາ​ຈາກ​ບັນດາ​ປະ​ເທດ​ທີ່ໃກ້ຄຽງ ​ເອີ​ລົບ.

ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ
(ພາບ: VOV)

ງານບຸນໃຫຍ່ຂອງຕະກຸນ ຫວູ - ຫວໍ ຫວຽດ​ນາມ ແມ່ນ​ເຫດ​ການ​ສຳ​ຄັນ​ໃນ​ຊີ​ວິດ​ຄວາມເຊື່ອຖືຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ; ເຊິ່ງ​ເປັນ​ພິທີ​ກຳ​ທີ່​ສັກສິດ ແລະ ມີຄວາມໝາຍເມດຕາຈິດ​ຢ່າງ​ເລິກ​, ​ເຊື່ອມ​ຕໍ່​ນໍ້າໃຈຂອງ​ບັນດາຜູ້ທີ່ມີສາຍເລືອດດຽວກັນ, ລູກຫຼານອວ່າຍເມືອຫາກົກເຄົ້າເຫງົ້າກໍ​, ພ້ອມກັນສາມັກຄີ, ​ເຊີດ​ຊູ ​ແລະ ​ເສີມຂະຫຍາຍ​​ວັດທະນະທຳທີ່ເປັນມູນເຊື້ອອັນດີງາມ​ຂອງ​ຊາດ, ມຸ່ງໄປເຖິງສູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຫວຽດນາມ.

ທີ່​ພິ​ທີ, ລູກ​ຫລານ​ຂອງ​ຕະກຸນ ຫວູ-​ຫວໍ ໄດ້​ຫວນຄືນ​ມູນເຊື້ອອັນສະຫງ່າອົງອາດຂອງຕະກຸນໃນ​ຫລາຍ​ປີ​ຜ່ານ​ມາ ກ່ຽວກັບຄວາມຮັກຮຽນ, ພູມປັນຍາ ແລະ ບັນດາການ​ປະ​ກອບ​ສ່ວນ​ໃນການສ້າງ​ປະ​ຫວັດ​ສາດ​ອັນ​ສະຫງ່າ​ລາສີ​ຂອງ​ຫວຽດ​ນາມ. ບັນດາລຸ້ນຄົນ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ກໍໄດ້ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ຄວາມເຊື່ອຖື ເພື່ອ​ລະນຶກ​ເຖິງ​ຄຸນງາມຄວາມດີ​ຂອງບັນດາ​ບັນພະບຸລຸດ. ຜູ້​ແທນ​ຄະນະປະສານງານ​ຂອງຕະກຸນ​ ຫວູ - ຫວູ ​ຫວຽດ​ນາມ ແລະ ບັນດາຍາດຕິພີ່ນ້ອງໄດ້​ຈັດ​​ພິ​ທີ, ຖະ​ຫວາຍ​ທູບ​ທຽນ ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບນັບຖື ແລະ ​ລະ​ລຶກ​ເຖິງບຸນຄຸນອັນຍິ່ງໃຫຍ່​ຂອງບັນ​ພະ​ບູ​ລຸດ​ ຫວູໂຮ່ນ.

ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ
(ພາບ: VOV)

ບັນດາລຸ້ນລູກຫຼານໄດ້ຂະຫຍາຍອອກໄປທົ່ວໂລກ, ສ່ອງແສງເຖິງມູນເຊື້ອເຄົາລົບນັບຖືຄູບາອາຈານ, ຮັກການຮຽນ, ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນໍ້າ, ຖືເອົານ້ຳໃຈ ແລະ ສະຕິປັນຍາເປັນຫຼັກແຫຼ່ງ. ພາຍຫຼັງ 2 ປີທີ່​ຕ້ອງ​ຢຸດຊົ່ວຄາວຍ້ອນໂລກລະບາດ, ນີ້​ແມ່ນ​ຄັ້ງ​ທີ 3 ທີ່​ສະມາຊິກ​ໃນ​ຕະກຸນ ຫວູ - ຫວໍ ​ມີ​ໂອກາດ​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຈາລຶກບຸນຄຸນ​ບັນພະບຸລຸດ ​ແລະ ຈູດ​ໄຟ​ມູນເຊື້ອອັນ​ລ້ຳ​ຄ່າ​ຂອງ​ຕະກຸນໃຫ້ບັນດາລຸ້ນຕໍ່ໄປ.

ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ
(ພາບ: VOV)

ທ່ານ ຫວູ​ແອງ​ຢູງ, ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ: ການ​ພົບ​ປະ​ຂອງ​ບັນດາລູກ​ຫຼານທີ່​ຢູ່​ໄກ​​ບ້ານ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຕ່ລະຄົນ​ໄດ້​ຫວນ​ຄືນ​ມູນເຊື້ອຕົ້ນກໍາເນີດ, ຜ່ານນັ້ນ ກໍເພື່ອ​ເຜີຍ​ແຜ່​ນໍ້າໃຈ​ຮັກ​ບ້ານ​ເກີດ​ເມືອງ​ນອນ​ຂອງຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດເວົ້າລວມ, ໃນຕະກຸນເວົ້າສະເພາະ; ຮັກສາ​ຮີດຄອງ​ປະ​ເພນີ​ວັດທະນະທຳ​ຂອງ​ຊາດ ​ກໍຄື​ສືບ​ຕໍ່ຄວາມ​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນແລະກັນ ໃນ​ບັນດາການເຄື່ອນໄຫວ​ຜະລິດ, ເຮັດ​ທຸລະ​ກິດ ​ແລະ ​ຮັກສາ​ວັດທະນະທຳ​ຮີດຄອງ​ປະ​ເພນີ​ໃຫ້​ແກ່​ຄົນ​ລຸ້ນຕໍ່ໄປ.

ເນື່ອງ​ໃນ​ໂອກາດ​ນີ້, ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ກໍໄດ້​ສະແດງບັນດາ​ລາຍການວັດທະນະທຳ​ປະຈຳ​ຊາດ​​ພິ​ເສດ​ ເພື່ອ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນພະບຸລຸດ, ​ເພື່ອ​ຊ່ວຍ​ໃຫ້​ລຸ້ນໜຸ່ມ​ເຂົ້າ​ໃຈກວ່າກ່ຽວກັບ​ຄວາມ​ຫຼາກຫຼາຍໃນດ້ານ​ວັດທະນະທຳ​ຂອງ​ຫວຽດນາມ ກໍຄື​​ມີ​ບັນດາ​ການ​ເຄື່ອນ​ໄຫວ​ລະດົມທຶນໃຫ້ກອງທຶນສົ່ງເສືມການສຶກສາ.

ຫອມມາລາ

ເຫດການ
302 Found

Found

The document has moved here.