ຫວຽດ​ນາມ​ປີ 2022:ໃນ​ສາຍ​ຕາ​ຂອງ​ເພື່ອນ​ມິດ​ສາ​ກົນ

10:02 | 31/01/2023

ຍ​ສ​ໝ - ຄວບ​ຄຸມ​ພະ​ຍາດ​ໂຄວິດ - 19, ເປີດ​ປະ​ຕູ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ ແລະ ຟື້ນ​ຟູ​ເສດ​ຖະ​ກິດ - ສັງ​ຄົມ ໂດຍ​ໄວ…ແມ່ນ​ພາບ​ພົດ​ຂອງ ຫວຽດ​ນາມ ໃນ​ປີ 2022. ເພື່ອນ​ມິດ​ສາ​ກົນ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ ຫວຽດ​ນາມ ພາຍຫຼັງ 1 ປີທີ່ຜ່ານຜ່າຄວາມ​ຫຍຸ້ງ​ຍາກລຳບາກ?

ເຕົ້​າ​ໂຮມ​ສິ່ງ​ຢອດ​ຢ້ຽມ​ທາງ​ດ້ານວິຈິດສິນ ຫວຽດ​ນາມ - ສ.ເກົາຫຼີ: ແຜ່​ລະ​ຫຍາຍ​ຄ​ວາມ​ງາມ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ ເຕົ້​າ​ໂຮມ​ສິ່ງ​ຢອດ​ຢ້ຽມ​ທາງ​ດ້ານວິຈິດສິນ ຫວຽດ​ນາມ - ສ.ເກົາຫຼີ: ແຜ່​ລະ​ຫຍາຍ​ຄ​ວາມ​ງາມ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ
“ຫວຽດນາມ ຍາມ​ໃດ​ກໍ່ຄຽງບ່າຄຽງໄຫຼ່​ກັບ​ເພື່ອນ​ມິດ​ອາ​ຟ​ະຣິ​ກາ” “ຫວຽດນາມ ຍາມ​ໃດ​ກໍ່ຄຽງບ່າຄຽງໄຫຼ່​ກັບ​ເພື່ອນ​ມິດ​ອາ​ຟ​ະຣິ​ກາ”

ຄວບ​ຄຸມ​ພະ​ຍາດ​ໂຄວິດ - 19, ເປີດ​ປະ​ຕູ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ ແລະ ຟື້ນ​ຟູ​ເສດ​ຖະ​ກິດ - ສັງ​ຄົມ ໂດຍ​ໄວ…ແມ່ນ​ພາບ​ພົດ​ຂອງ ຫວຽດ​ນາມ ໃນ​ປີ 2022. ເພື່ອນ​ມິດ​ສາ​ກົນ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ ຫວຽດ​ນາມ ພາຍຫຼັງ 1 ປີທີ່ຜ່ານຜ່າຄວາມ​ຫຍຸ້ງ​ຍາກລຳບາກ?

ຫວຽດ​ນາມ​ປີ 2022:ໃນ​ສາຍ​ຕາ​ຂອງ​ເພື່ອນ​ມິດ​ສາ​ກົນ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາກ​ເມ​ເນຍ ປະ​ຈຳ ຫວຽດ​ນາມ Vahram Kazhoyan

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາກ​ເມ​ເນຍ ປະ​ຈຳ ຫວຽດ​ນາມ Vahram Kazhoyan:

ບຸນ​ເຕັດ​ມີ​ຄວາມ​ຈັບ​ອົກ​ຈັບ​ໃຈ ແລະ ເລິກ​ເຊິ່ງ

ບຸນ​ເຕັດ​ປີ​ແມວ 2023 ແມ່ນ​ຄັ້ງ​ທີ 3 ທີ່ຂ້າ​ພະ​ເຈົ້າ​ໄດ້​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ຢູ່ ຫວຽດ​ນາມ. ແຕ່​ລະ​ເທື່ອ​ເມື່ອ​ບຸນ​ເຕັດ​ວຽນ​ມາ, ຂ້າ​ພະ​ເຈົ້າກໍ່ໄປ​ຕະຫຼາ​ດດອກ​ໄມ້​ເພື່ອ​ຊື້​ຕົ້ນ​ໝາກ​ແປ້ນ, ຕົ້ນ​ດອກ​ເໝີຍ, ຕົ້ນ​ດອກ​ຄາຍ. ຕົ້ນ​ໝາກ​ແປ້ນ​ທີ່​ຂ້າ​ພະ​ເຈົ້າ​ຊື້​ໃນ​ປີ​ທຳ​ອິດ ຢູ່​ຮ່າ​ໂນ້ຍ ຍັງ​ປູກ​ຢູ່​ໃນ​ສວນ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ຕະຫຼາດດອກ​ໄມ້ ຮ່າ​ໂນ້ຍ ແມ່ນ​ບັນ​ຍາ​ກາດອັນໜຶ່ງເພື່ອ​ໄປ​ທ່ຽວ​ໃນລະ​ດູ​ບານ​ໃໝ່, ຮູ້​ສຶກ​ໄດ້ເຖິງ​ບັນ​ຍາ​ກາດ​ບຸນ​ເຕັດ​ທີ່ໃກ້​ຈະ​ວຽນ​ມາ. ແຕ່​ລະ​ຖະ​ໜົນ​ຫົນ​ທາງ, ແຈໜຶ່ງ​ຂອງ​ຖະ​ໜົນ ມີຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ​ດ້ວຍ​ການ​ປະ​ກົດ​ຕົວ​ຂອງດອກ​ໄມ້ຫຼາຍ​ຊະ​ນິດ​ທີ່ພາ​ກັນ​ອວດອ້າງສີສັນ​ຄວາມ​ງາມ.

ໃນ​ໂອ​ກາດ​ບຸນ​ເຕັດ​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ຍັງ​ໄປ​ວັດ​ເຈິ່ນກວັກ. ນີ້​ແມ່ນ​ວັດ​ທີ່​ເກົ່າ​ແກ່ ແລະ ມີ​ສະ​ຖາ​ປັດ​ຕະ​ຍາ​ກຳ​ທີ່​ສວຍ​ງາມ, ໂດຍ​ໄດ້​ຕັ້ງ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ໜອງ​ໂຮ່​ໄຕ. ມາ​ແຫ່ງ​ນີ້, ໄດ້​ຮັບຟັງ​​ພະ​ມະ​ຫາ​ອາ​ຈານ​ສວດມົນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີຈິດໃຈທີີ່ສະ​ຫງົບ​.

ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ບຸນ​ເຕັດ​ມີ​ສອງ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ນັ້ນ​ແມ່ນ: ການ​ເລີ່ມ​ຕົ້ນ​ປີ​ໃໝ່ ແລະ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຄອບ​ຄົວ​ເຕົ້າ​ໂຮມ​ກັນ. ສິ່ງ​ນີ້​ມີ​ຄວາມ​ໝາຍດຽວ​ກັນ​ກັບ​ປະ​ເພ​ນີ​ຕ້ອ​ນ​ຮັບ​ບຸນ​ປີ​ໃໝ່​ຢູ່​ປະ​ເທດ​ພວກ​ຂ້າ​ພະ​ເຈົ້າ. ຢູ່ ອາກ​ເມ​ເນຍ ວັນ​ບຸນ​ນີ້​ໄດ້​ຈັດ​ແຕ່​ວັນ​ທີ 31 ເດືອນ 12 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ຫ​າ​ວັນ​ທີ 1 ເດືອນ​ຈຽງ.

ຂ້າ​ພ​ະ​ເຈົ້າ​ຫວັງ​ວ່າ ປີ 2023 ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດຫຼາຍ​ຢ່າງ​ໃຫ້​ແກ່​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ທັງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາກ​ເມ​ເນຍ. ການ​ພົວ​ພັນ​ລະ​ຫວ່າງ ​ປະ​ຊາ​ຊົນສອງ​ປະ​ເທດຈະ​ນັ້ບ​ມື້​ນັບ​ໝັ້ນ​ຄົງ ແລະ ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ​ນີ້​ຈະ​ນັບ​ມື້​ນັບ​ພັດ​ທະ​ນາ.

ຫວຽດ​ນາມ​ປີ 2022:ໃນ​ສາຍ​ຕາ​ຂອງ​ເພື່ອນ​ມິດ​ສາ​ກົນ
ທ່ານນາງເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ.ອາບ​ຟຼິກ​ກາ​ໃຕ້ ປະ​ຈຳ ຫວຽດ​ນາມ Vuyiswa Tulelo

ທ່ານນາງເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ.ອາບ​ຟຼິກ​ກາ​ໃຕ້ ປະ​ຈຳ ຫວຽດ​ນາມ Vuyiswa Tulelo:

ຊາວ​ຫວຽດ​ນາມ​ ມີ​ຮອ​ຍ​ຍິ້ມ​ທີ່​ສວຍ​ງາມ​ທີ່​ສຸດ

ຊາວ​ຫວຽດ​ນາມ ແລະ ຊາວ​ອາບ​ຟຼິກ​ກາ ມີ​ຈຸດ​ທີ່​ຄ້າຍ​ຄື​ກັນ​ໃນ​ທາງ​ດ້ານ​ວັດ​ນະ​ທະ​ທຳ. ໃນ​ອາຍຸການ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ໄປປະ​ຕິ​ບັດງານ​ຢູ່ ນິວ​ຊີ​ແລນ. ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ເລົ່າ​ສູ່​ຟັງ​ວ່າ ໝູ່ເພື່ອນທີ່​ຮຽນ​ນຳ​ກັນ​ກັບ​ລາວ ຮູ້​ສຶກ​ປະ​ທັບ​ໃຈ​ວ່າ ພາຍຫຼັງ​ເລິກ​ຮຽນ ລາວ​ຈະ​ກັບ​ເມືອ​ບ້ານ​ຢູ່​ນຳ​ພໍ່​ເຖົ້າ​​ແມ່​ເຖົ້າ ຫຼື ພໍ່​ແມ່. ເພື່ອນໆ​ກໍ່​ຖາມ​ລາວ​ວ່າ ເປັນ​ຫຍັງ​ຢູ່​ນຳ​​ພໍ່​ເຖົ້າ​​ແມ່​ເຖົ້າ, ​ພໍ່​ເຖົ້າ​​ແມ່​ເຖົ້າ​ບໍ່​ມີ​ເຮືອນ​ສ່ວນ​ຕົວບໍ? ແຕ່​ຢູ່​ຢູ່ ຫວຽດ​ນາມ, ສິ່ງ​ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ຫຼື ບໍ່​ມີ​ຫຍັງ​​ຜິດ​ປົກ​ກະ​ຕິ. ຫວຽດນາມ ກໍ່​ຄື​ກັບອາບ​ຟຼິກ​ກາ​ໃຕ້ ໃນ​ຄອບ​ຄົວ​ຍາມ​ໃດ​ກໍ່​ມີ​ມູນ​ເຊື້ອ ຫຼາຍ​ລຸ້ນ​ຄົນ​ຢູ່​ນຳ​ກັນ.

ຂ້າ​ພະ​ເຈົ້າ ແລະ ຊາວ​ອາບ​ຟຼິກ​ກາ​ໃຕ້ຫຼາຍ​ຄົນ​ຮູ້​ສຶກ​ສະ​ບາຍ​ໃຈເມື່ອ​ດຳ​ລົງ​ຊີ​ວິດ​ຢູ່ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ບໍ່​ຖືກ​ຈຳ​ແນກ​ການ​ປະ​ພຶດ. ເຖິງວ່າ​ມີ​ຄວາມ​ຫຍຸ້ງ​ຍາ​ກ​ທາງ​ດ້ານ​ພາ​ສາ ແຕ່​ຊາວ​ຫວຽດ​ນາມ ມີ​ຄວາມ​ເປັນ​ມິດ. ເຂົາ​ເຈົ້າ​ຍາມ​ໃດ​ກໍ່​ມີ​ຮອຍ​ຍິ້ມ​ທີ່​ເປັນ​ມິດ, ໂບກ​ມື​ຕ້ອນ​ຮັບ ແລະ ຂໍ​ຖ່າຍ​ຮູບ​ເມື່ອ​ເຫັນ​ພວກ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮັກ​ແພງ​ຫວຽດ​ນາມ. ນັບ​ມື້​ນັບ​ມີ​ຊາວ​ອາບ​ຟຼິກ​ກາ​ໃຕ້ ຫຼາຍ​ຄົນ​​ມາ​ຫວຽດ​ນາມ ຮ່ຳ​ຮຽນ, ດຳ​ລົງ​ຊີ​ວິດ, ເຮັດ​ວຽກ ແລະ ຕິດ​ພັນ​ກັ​ບ​ຫວຽດ​ນາມ ແບບ​ຍາວ​ນານ.

ຫວຽດ​ນາມ​ປີ 2022:ໃນ​ສາຍ​ຕາ​ຂອງ​ເພື່ອນ​ມິດ​ສາ​ກົນ
ທ່ານ​ນາງ Elizabeth Payne -Ahmadi ກຳ​ມະ​ການ​ເຂົ້າ​ຮ່ວມ​ສະ​ພາ​ສັນ​ຕິ​ພາບ​ໂລກ (ລາ​ຊະ​ອາ​ນາ​ຈັກ ອັງ​ກິດ)

ທ່ານ​ນາງ Elizabeth Payne -Ahmadi ກຳ​ມະ​ການ​ເຂົ້າ​ຮ່ວມ​ສະ​ພາ​ສັນ​ຕິ​ພາບ​ໂລກ (ລາ​ຊະ​ອາ​ນາ​ຈັກ ອັງ​ກິດ):

ອ່າວ​ຮະ​ລອງ​ມີ​ຄວາມ​ງາມ​ທີ່​ສຸດ

ອ່າວ​ຮະ​ລອງ​ຂອງ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ ທີ່​ຂ້າ​ພະ​ເຈົ້າ​ເຄີຍໄປ.

ຄວາມ​ງາມ​ແບບ​ທຳ​ມະ​ຊາດ​ຂອງ​ແຫ່ງ​ນີ້​ກໍ່​ເຮັດໃຫ້​ຂ້າ​ພະ​ເຈົ້າ​ຮູ້​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ໂລກ​ພວມ​ໄດ້​ຮັບ​ຜົ​ນ​ກະ​ທົບ​ຫ​ຍໍ້​ທໍ້ຫຼາຍ​ຢ່າງ, ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕະຫຼອດ​ຮອດ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ກໍ່ໃຫ້ເກີດ​ມົນ​ລະ​ພິດ. ບັນ​ດາ​ປະ​ເທດ​ໃນ​ໂລກ​ກໍ່​ຕ້ອງ​ຍົກ​ສູງ​ຄວ​າມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ບັນ​ຫາ​ນີ້, ເຊື່ອມ​ຕໍ່, ຈັດ​ຕັ້ງ​ການ​ພົບ​ປະ​ລະ​ຫວ່າງ​ລັດ​ຖະ​ບານ, ອົງ​ການ​ຈັດ​ຕັ້ງ​ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ. ພວກ​ເຮົາ​ຕ້ອງ​ມີ​ການ​ກະ​ທຳ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ງາມ​ຂອງ​ອ່າວ​ຮະ​ລອງ ໃຫ້​ແກ່​ຄົນ​ລຸ້ນ​ໜຸ່ມ​ໃນ​ອະ​ນາ​ຄົດ. ຫວຽດນາມ ພວມ​ປະ​ຕິ​ບັດ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຢູ່​ຮະ​ລອງ​ເປັນ​ຢ່າງ​ດີ, ທັງ​ອະ​ນຸ​ລັກ​ຮັກ​ສາ​ຄວາມ​ງາມ​ທາງ​ດ້ານ​ທຳ​ມະ​ຊາດ​ຂອງ​ອ່າວ​ອີກ​ດ້ວຍ. ຢູ່​ອັງ​ກິດ, ພວກ​ເຮົາ​ໄດ້​ສົມ​ທົບ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ ແຕ່​ຍັງ​ອະ​ນຸ​ລັກ​ຮັກ​ສາທິວ​ທັດ​ທຳ​ມະ​ຊາດ, ບໍ່​ຖືກ​ມົນ​ລະ​ພິດ, ບໍ່ທຳ​ລາຍ​ທຳ​ມະ​ຊາດ. ຫວຽດ​ນາມ ອາດ​ຈະ​ທາບ​ທາມຄົ້ນຄວ້ານຳອັງ​ກິດ​ໃນ​ການ​ປົກ​ປັກ​ຮັກ​ສາ​ທຳ​ມະ​ຊາດ​ແມ່ນ: ອຳ​ນາດ​ປົກ​ຄອງ ຕ້ອງ​ເຂົ້າ​ໃຈ​ແຈ້ງວ່າ ​ຢູ່​ໃສ​ແມ່ນ​ລັກ​ສະ​ນະ​ພິ​ເສດຂອງ​ແຕ່​ລະ​ທິວ​ທັດ​ທຳ​ມະ​ຊາດ, ສ້າງ​ແຫຼ່ງ​ຂໍ້​ມູນ​ກ່ຽວ​ກັບ​ທຳ​ມະ​ຊາດ, ທໍ​ລະ​ນີ​ສາດ, ເຄື່ອງ​ຂອງ​ງັດຖຸບູ​ຮານ… ດ້ວຍຫຼາຍ​ພາ​ສາ ໄປ​ຍັງ​ແຂກ​ທ່ອງ​ທ່ຽວ. ຈາກ​ບັນ​ດາ​ຂໍ້​ມູນ​ນີ້, ແຂກ​ທ່ອງ​ທ່ຽວ​ອາດ​ຈະ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ສະ​ຖານ​ນີ, ປະ​ຫວັດ​ຄວາມ​ເປັນ​ມາ ແລະ ຄຸນ​ຄ່າ​ຂອງ​ທິວ​ທັດ​ທຳ​ມະ​ຊາດ ເພື່ອ​ພ້ອມ​ກັນ​ອະ​ນຸ​ລັກ​ຮັກ​ສາ.

ຫວຽດ​ນາມ​ປີ 2022:ໃນ​ສາຍ​ຕາ​ຂອງ​ເພື່ອນ​ມິດ​ສາ​ກົນ
ທ່ານ Abdulla Alhameli ອຸປະ​ທູດ​ສະ​ຖານ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ (UAE) ຢູ່ ຫວຽດ​ນາມ

ທ່ານ Abdulla Alhameli ອຸປະ​ທູດ​ສະ​ຖານ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ (UAE) ຢູ່ ຫວຽດ​ນາມ

ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່ສວຍ​ງາມຫຼາຍ​ແຫ່ງ

ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ພື້ນ​ຖານ​ວັດ​ທະ​ນະ​ທຳ ຫວຽດ​ນາມ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ຊາດ, ໄດ້​ຮັກ​ສາ, ອະ​ນຸ​ລັກ ແລະ ພັດ​ທະ​ນາ​ຜ່ານ​ໄລ​ຍະ​ປະ​ຫວັດ​ສາດ​ນັບ​ພັນ​ປີ. ຊາວ​ຫວຽດ​ນາມ ມີ​ຄວາມ​ເປັນ​ມິດ, ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຮັກ​ແພງ​ແຂກ​ຄົນ ແລະ ດຸໝັ່ນຂະ​ຫ​ຍັນ​ພຽນ.

ຫວຽດ​ນາມ​ຍັງ​ແມ່ນ​ປະ​ເທດ​ທີ່​ສວຍ​ງາ​ມ​ດ້ວຍ​ທິ​ວ​ທັດ​ທຳ​ມະ​ຊາດ​ທີ່​ມີ​ຊື່​ສຽງຫຼາຍ​ແຫ່ງ ໂດຍ UNESCO ຮັບ​ຮອງ​ເອົາ​ແມ່ນ​ມໍ​ລະ​ດົກ​ໂລກ.

ອາ​ດ​ເວົ້າ​ໄດ້​ວ່າ ປີ​ນີ້​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່ ຫວຽດ​ນາມ. ຖ້າ​ສິ່ງ​ນັ້ນ​ເກີດ​ຂຶ້ນ, ນີ້​ຈະ​ແມ່ນ​ການ​ລົງ​ຕິວ​ຈິງ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ຢູ່ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຈະ​ໄປ​ຢາມ​ຕະຫຼາດດອກ​ໄມ້​ເຕັດ, ຮັບ​ຊົມ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ທີ່​ເປັນ​ມູນ​ເຊື້ອ​ກ່ຽວ​ກັບ​ບຸນ​ເຕັດ ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ ແວ່​ຢາມ​ບາງ​ແຂວງ, ນະ​ຄອນ​ທີ່​ໃກ້​ຄຽງ.

ໃນ​ເດືອນ​ສິງ​ຫາ 2023, ຫວຽດ​ນາມ ແລະ UAE ຈະ​ສະເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ທາງ​ການ​ທູດ, ນີ້​ແມ່ນ​ເຫດ​ການ​ສຳ​ຄັນ​ຕໍ່​ທັງ​ສອງ​ປະ​ເທດ. ສະ​ຖານ​ທູດ​ຈະ​ສ້າງ​ແຜນ​ການ​ເພື່ອ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ສະ​ເຫຼີມ​ສະຫຼອງ, ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສອ​ງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.